ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ຕ.ລ.. 2, 2008 | ມີ 7 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ຄວາມຮັກ

ເຄີຍໄດ້ຍີນບໍ່ວ່າທີ່ຜູ້ໃຫຍ່ມັກຈະເວົ້າວ່າຖ້າຈະຮັກໃຜ.....

ຄິດຈະແຕ່ງງານກັບໃຜ.....

ຖ້າເປັນຜູ້ຊາຍໃຫ້ຄິດເຖິງຕອນທີ່ຜູ້ຍິງຄົນນັ້ນ....

ໜ້າມັນຢູ່ເຮືອນຄົວ ນັ່ງລ້ຽງລູກ ບໍ່ໄດ້ແຕ່ງຫນ້າ ບໍ່ເປັນຕາເບິ່ງ

ຖ້າເປັນຜູ້ຍິງ......

ໃຫ້ຄິດເຖິງຕອນທີ່ຜູ້ຊາຍຄົນນັ້ນຫົວລ້ານ ອ້ວນລົງພຸ້ງ ນຸ່ງໂສ້ງຂາສັ້ນຢູ່ແຕ່ເຮືອນ

ບໍ່ຫລໍບໍ່ເທ້ອີກຕໍ່ໄປ ເຮົາຮັບໄດ້ບໍ່....

ເຮົາຍັງຈະຮັກເຂົາຢູ່ບໍ່...ເພາະເມື່ອຮອດຕອນນັ້ນ

ຄວາມສວຍງາມ ພາຍນອກຈະຄ່ອຍໆ ໝົດໄປ

ຄວາມຮູ້ສຶກເປັນພິເສດກັບຄົນໆ ນີ້ຈະຖືກຄວາມເຄີຍຊີນເຂົ້າມາແທນທີ່

ແຕ່ເຮົາຈະຍັງຮັກເຂົາຢູ່ໄດ້ກໍ່ດ້ວຍຄວາມດີ

ໃນຕົວເຂົາ ຄວາມເຂົ້າໃຈ ຄວາມເອື້ອອາທອນຕໍ່ກັນ....

ມີຄົນເຄີຍກ່າວໄວ້ອີກວ່າ ຖ້າຈະຮັກໃຜຈັກຄົນ

ໃຫ້ພະຍາຍາມໃຊ້ສະໝອງໃນອັດຕາທີ່ໃກ້ໆ ກັບການໃຊ້ຫົວໃຈ

ຢ່າຮັກຈົນຫລົງ...ຢ່າໃຫ້ຄວາມຮັກເຮັດໃຫ້ເຮົາຕາບອດ...

ໃຫ້ເບິ່ງດ້ວຍສາຍຕາພາຍນອກຊຶ່ງເປັນຄົນທີ່ປາຖະນາດີຕໍ່ເຮົາວ່າເຂົາມີຄວາມເຫັນແນວໃດ...

ການປືກສາຜູ້ທີ່ອາບນ້ຳຮ້ອນມາກ່ອນຍັງຄົງໄດ້ຜົນດີຢູ່ສະເໝີ....

ຢ່າຫລົງຄົນທີ່ຕອນຈີບຕອນເພິ່ງຄົບກັນເຂົາມາຖ້າເອົາອົກເອົາໃຈ...

ເພາະບໍ່ມີໃຜເຮັດຫຍັງໂດຍບໍ່ຫວັງສິ່ງຕອບແທນ.....

ຖ້າເຮົາບໍ່ຮັກບໍ່ສົນໃຈເຂົາ

ບໍ່ເຄີຍດີກັບເຂົາເລີຍ.... ວັນນີ້ເຂົາອາດຍັງຢູ່ກັບເຮົາແລະດີກັບເຂົາ

ແຕ່ຖ້າມື້ນຶ່ງເຂົາເຈີຄົນທີ່ດີກັບເຂົາຫລາຍໆ ຢ່າງທີເຂົາດີກັບເຮົາໃນມື້ນີ້...

ເຂົາຈະຍັງທົນເຮົາຢູ່ບໍ່....

ຢ່າຫລົງຄົນທີ່ວັນນີ້ເຂົາອົດທົນກັບເຮົາເຫລືອເກີນ....

ເພາະຄວາມອົດທົນທຸກຄົນມີຂີດຈຳກັບ....

ຢ່າຫລົງຄົນທີ່ດີຜິດປົກກະຕິແລະເຮັດກັບເຮົາຄືຄົນພິເສດຈົນນ່າໃຈຫາຍ.....

ເພາະບໍ່ມີໃຜເຮັດເເບບນີ້ໃຫ້ເຮົາໄດ້ຕະຫລອດເວລາໄປຕະຫລອດຊີວິດ

ແຕ່ໃຫ້ເຫັນຄ່າຂອງຄົນທີ່ເຮັດໃຫ້ເຮົາຮູ້ສຶກໄດ້ວ່າເຂົາພະຍາຍາມແລະຢາກຈະເຮັດຫຍັງໃຫ້ເຮົາ...

ຢ່າງນ້ອຍກໍ່ເກືອບໆ ເທົ່າກັບທີ່ເຂົາຢາກທຳໃຫ້ຕົວເຂົາເອງ....

ເພາະຄົນທີ່ໃຫ້ເຮົາໄດ້ຂະໜາດນີ້ຫລືຫລາຍກວ່ານີ້ກໍ່ຄົງມີແຕ່ພໍກັບແມ່ເທົ່ານັ້ນ....

ຖ້າໄດ້ເຈີຄົນແບບນີ້...ຢ່າປ່ອຍໃຫ້ຜ່ານໄປ....

ແລະຮູ້ໄວ້ດ້ວຍວ່າ...ເຮົາຄືຄົນທີ່ໂຊກດີທີ່ສຸດແລ້ວ....

ໃນບາງຄັ້ງເມື່ອເຮົາລໍຄວາມຮັກເຮົາກັບຫາມັນບໍ່ພົບ....

ແຕ່ເມື່ອເຮົາບໍ່ຕ້ອງການມັນມັນກັບເຂົ້າມາຈົນຕັ້ງໂຕບໍ່ຕິດ...

ດັງຄຳທີ່ວ່າ......

Love is something that can't be predicted

it comes as a surprise when you least expect it.

ບໍ່ມີໃຜຮູ້ດອກວ່າຄວາມຮັກທີ່ແທ້ຈິງຈະມາເຖິງ....

ເມື່ອໃດ....ເຮົາຈະໄດ້ເຈີຄົນໆນັ້ນ...

ເມື່ອໃດ...ຫລືຄົນໆນີ້ທີ່ເຈີຈະແມ່ນຄົນທີ່ເຮົາຖ້າບໍ່?...

ບາງຄົນອາດໄດ້ເຈີຄົນໆນັ້ນຕັ້ງແຕ່ຕອນຍັງນ້ອຍເປັນໝູ່ເລັ່ນກັນມາ

ໃນຂະນະທີ່ບາງຄົນກັບໃຊ້ເວລາລໍຄອຍເຄິ່ງຄ່ອນຊີວິດກວ່າຈະໄດ້ເຈີ...

ບາງຄົນຄິດວ່າແມ່ນແນ່ນອນແລ້ວແຕ່ສຸດທ້າຍກັບຕ້ອງແຍກຈາກກັນ

ບາງຄົນຮູ້ຈັກກັນມາດົນຫລາຍເລີຍບໍ່ໄດ້ຄິດຫຍັງກັບໄດ້ລົງເອີຍກັນໃນທີ່ສຸດ...

ຄວາມຮັກບໍ່ແມ່ນເຮື່ອງຂອງການຊັ່ງນ້ຳໜັກວ່າໃຜດີກວ່າໃຜ....

ແຕ່ເປັນເຮື່ອງຂອງໃຜເໝາະສຳຫລັບເຮົາຫລາຍກວ່າ ຄວາມຮັກຂື້ນຢູ່ກັບ ໂອກາດ ເວລາ ແລະ ສະຖານະການ

ຖ້າຄົນທີ່ເໝາະສົມກ້າວເຂົ້າມາໃນຊີວິດເຮົາໃນເວລາທີ່ເໝາະສົມ...

ເຮົາພ້ອມ ເຂົາພ້ອມ ນັ້ນກໍ່ເປັນໂຊກຂອງເຮົາ ເປັນສິ່ງດີໆທີ່ເກີດຂື້ນໃນຊີວິດ...

ແຕ່ບໍ່ວ່າຈະແນວໃດ ຄົນໆນັ້ນຈະຕ້ອງຍອມເສຍສະລະ ຍອມປັບຕົວໃຫ້ເຂົ້າກັບເຮົາ...ເຮັດເພື່ອເຮົາ....

ໃນຂະນະ ດຽວກັນເຮົາຈະຕ້ອງເຫັນຄ່າຂອງເຂົາຫລາຍພໍທີ່ເຮົາຈະເສີຍສະລະ

ແລະ ປັບຕົວເພື່ອເຂົາເຊັ່ນກັນ....

ຄູ່ຂອງໃຜກໍ່ສຳຫລັບຄົນນັ້ນ...ຖ້າຄົນໆນີ້ຂອງເຮົາເຂົາເຮັດເພື່ອເຮົາທຸກຢ່າງ...

ເຖິງເຮົາຈະບໍ່ງາມ ບໍ່ຫລໍ່ ບໍ່ໂດດເດັ່ນກວ່າໃຜ

ເຂົາກໍ່ຍັງຄົງເບິ່ງເຮົາພຽງຄົນດຽວ....

ປະຕິບັດຕໍ່ເຮົາຢ່າງສະເໝີຕົ້ນສະເໝີປາຍ...

ແລະເຮັດໃຫ້ເຮົາຮູ້ສືກວ່າເຮົາມີຄ່າສຳຫລັບເຂົາຫລາຍເຫລືອເກີນ....

ເຖິງຕອນນັ້ນຄົນຮອບຂ້າງເຮົາຈະດີ ຈະໜ້າຮັກ ຈະເປັນແນວໃດກໍ່ບໍ່ສຳຄັນແລ້ວ

ບໍ່ຕ້ອງພິຈາລະນາແລ້ວ....ເພາະຖ້າເຮົາໄດ້ເຈີຄົນທີ່ເໝາະສົມ...ທີ່ເຂົ້າກັບເຮົາໄດ້...

ຄົນທີ່ເຮົາແນ່ໃຈວ່າເຂົາມີຄ່າສຳຫລັບເຮົາແທ້ໆ

ເຮົາກໍ່ບໍ່ຈຳເປັນຕ້ອງເບິ່ງໃຜອີກແລ້ວໃນໂລກນີ້...

ຖ້າຫາກບໍ່ເຈີຄົນໆນັ້ນ ຫລືບໍ່ເຈີຄົນທີ່ເຫັນຄ່າຂອງເຮົາ

ກໍ່ບໍ່ມີຫຍັງຕ້ອງເສຍໃຈ ເພາະເຮົາມີຄ່າ

ແລະເຮົາຄວນຈະ ຮູ້ວ່າຄ່າຂອງຕົວເອງມີຫລາຍສຳໃດ...

"ເພັດ"ບໍ່ວ່າຈະມີຄົນພົບຫລືບໍ່ກໍ່ຍັງເປັນເພັດ ທາດແທ້ຂອງເພັດບໍ່ເຄີຍປ່ຽນ

"ເຮົາ"ບໍ່ວ່າຈະ ໄດ້ເຈີຄົນໆ ນັ້ນຫລືບໍ່ ເຮົາຄວນຈະຮູ້ຄ່າຂອງຕົນເອງ...

ເຫັນຄ່າຂອງຕົນເອງ...

ແລະຮູ້ດ້ວຍວ່າຄຸນຄ່າຂອງເຮົາບໍ່ເຄີຍປ່ຽນໄປເຊັ່ນກັນ...ຄືຫລຽນໃນມື..

ບໍ່ວ່າເຮົາຈະຍາກເບິ່ງຫລືບໍ່ ຜູ້ໃຫຍ່ຈະແບມືໃຫ້ເບິ່ງຫລືບໍ່

ຫລຽນກໍ່ຍັງຄົງເປັນຫລຽນໆເດີມ

ແລະຄ່າຂອງມັນກໍ່ ບໍ່ເຄີຍປ່ຽນໄປຈາກເດີມເລີຍ....

Delicious Digg Fark Twitter