ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ຕ.ລ.. 8, 2008 | ມີ 11 ຄຳເຫັນ ແລະ 0 trackback(s)

        ເກັບມາຝາກ ໄວ້ອ່ານກັນເລັ່ນໆຈະເຮັດເບີ່ງກໍ່ບໍ່ວ່າກັນ ມີຄົນເລົ່າກັນມາວ່າ 50 % ເຫັນມາແລ້ວ ແຕ່ກະບໍ່ຮູ້ວ່າເຫັນແທ້ບໍ່ ໃຊ້ວິຈາລະຍານໃນການຕັດສີນເອົາ
ບໍ່ເຊື່ອ ວ່າຈະເຫັນໄດ້ແທ້ບໍ່ ແຕ່ກະບໍ່ລົບລູ່
ລອງອ່ານເບິ່ງ ຂໍ້ປະຕິບັດ ທຸກວິທີຕ້ອງເຮັດລະຫວ່າງ 10 ໂມງກາງຄືນເຖິງທ່ຽງຄືນແລະຕ້ອງບໍ່ໃຫ້ກາຍທ່ຽງຄືນເພາະຈະຖືວ່າເປັນມື້ໃໝ່ ທຸກວິທີຫ້າມໃສ່ພະຍົກເວັ້ນວິທີ8 ວັນທີ່ເຮັດແລ້ວມີໂອກາດເຫັນໄດ້ງ່າຍສຸດຄືວັນພຸດ,ວັນສຸກແລະວັນອາທິດ ທຸກວິທີອາດຈະໃຫ້ຄົນອື່ນຢູ່ນຳໄດ້ຍົກເວັ້ນບາງວິທີທີ່ຈະລະບຸວ່າ
ເຈົ້າຕ້ອງເຮັດຄົນດຽວ
ທຸກວິທີຕ້ອງຫລັບຕາຫາກເຈົ້າປ່ຽນໃຈບໍ່ຢາກເຫັນໃຫ້ເອົາອຸປະກອນທຸກຢ່າງອອກ ແລ້ວຄ່ອຍລືມຕາ
ວິທີທີ່1 “ເບິ່ງລອດໃຕ້ວ່າງຂາ” (ເຫັນຜີ21ຄົນ)
1. ນຳໃບໄມ້ (ຈາກຕົ້ນໃດກໍ່ໄດ້) ທີ່ລົ່ນລົງມາຈາກຕົ້ນໄມ້ ຕ້ອງເປັນຂອງຕົ້ນນັ້ນແທ້ໆແລະ ລົ່ນລົງມາບໍ່ຫ່າງຈາກລຳຕົ້ນຫລາຍຢູ່ໃກ້ຮາກຈະຍິ່ງດີ
2.ຢືນໃນທີ່ໂລ່ງ ແລະ ຕ້ອງເບິ່ງເຫັນດວງຈັນ ຫັນໜ້າໄປທາງທິດຕະເວັນອອກຫັນຫລັງໄປທາງທິດຕາເວັນຕົກເພື່ອເວລາກົ້ມຈະ ໄດ້ກົ້ມໄປ ທາງທິດຕະເວັນຕົກ

3.ນຳໃບໄມ້ທີ່ເກັບມາ ເອົາໄວ້ໃນຝ່າມື (ຈະເຮັດມືແນວໃດກໍ່ໄດ້ແຕ່ຫ້າມພະນົມມື)

4.ໝູນຕົວຕາມເຂັມໂມງ(ໝູນຊ້າຍ) ຊ້າຯເມື່ອມາຢຸດທີ່ເດີມ(ທິດຕະເວັນອອກທີ່ຫັນໜ້າໄວ້ຕັ້ງແຕ່ແຮກ) ໃຫ້ທ່ອງວ່າ“ພຸດໂຖທາຍະ”(ຄືຜີຖ້ວຍແກ້ວເລີຍ)ເຮັດແບບນີ້3 ຮອບ (ທ່ອງ3ຄັ້ງດ້ວຍ)ເພື່ອໃຫ້ເຫັນພາບ*** ຮອບທີ່1 ຢືນຫັນໄປທາງທິດ ຕະເວັນອອກໝຸນຊ້າຍໄປຈົນມາຢຸດທີ່ຈຸດເລີ່ມຕົ້ນແລ້ວທ່ອງວ່າ“ພຸດໂຖທາຍະ” ແລະເຮັດຕໍ່ໄປ ຮອບທີ່ 2 ແລະ ຮອບທີ່ 3

5. ຫລັບຕານຶກເຖິງໃບໄມ້ທີ່ຢູ່ໃນມືກັບຕົ້ນເຈົ້າຂອງໃບໄມ້ແລ້ວໃຫ້ຄິດວ່າໃບໄມ້ໃນມືຄືພະລັງງານຢ່າງນື່ງທີ່ຈະເອີ້ນວີນຍານມາໄດ້ແລະນືກ ເອົາວ່າໃບໄມ້ນີ້ໄດ້ຕາຍໄປແລ້ວຈຶງໄດ້ຫລຸດມາຈາກຕົ້ນໄມ້ ເພາະສະນັ້ນເຮົາຕິດຕໍ່ກັບວິຍານໄດ້ເໝືອນທີ່ຕິດຕໍ່ກັບໃບໄມ້ທີ່ຕາຍແລ້ວໃບນີ້

6.ຄ່ອຍໆກົ້ມໜ້າລົງ(ລະຫວ່າງນີ້ຫ້າມລືມຕາເດັດຂາດ)ເມື່ອເຈົ້າກົ້ມແລະພ້ອມແລ້ວ“ໃຫ້ຕັ້ງສະຕິດີໆ”ແລ້ວລືມຕາ

7. ແລ້ວຜີຈະມາໃຫ້ເຫັນ ຫາກເຫັນຫຍັງຫ້າມແລ່ນບໍ່ວ່າສີ່ງທີ່ເຫັນຈະຢູ່ໄກຫລືມາປະຈົນໜ້າກໍ່ຕາມຕ້ອງເຮັດຕາມນີ້ກ່ອນ

1. ເງີຍໜ້າຂື້ນ ເທິງໃບໄມ້ລົງພື້ນທັນທີ

2. ໝຸນໂຕທວນເຂັມໂມງ (ໝູນຍ້ອນກັບໄປທາງຂວານັ້ນເອງ) 3 ຮອບໂດຍບໍ່ຕ້ອງທ່ອງຫຍັງເລີຍ

3.ເມື່ອກັບເຖີງບ້ານຕ້ອງລ້າງໜ້າ 3 ຄັ້ງກ່ອນລ້າງໃຫ້ທ່ອງ “ພຸດໂທ”ແລ້ວເປົ່າລົມລົງນ້ຳຈື່ງຄ່ອຍລ້າງໜ້າທຳແບບນີ້3 ຄັ້ງ

ວິທີທີ2 * “ຕັດເລັບຕອນກາງຄືນ” (ເຫັນຜີ 12 ຄົນ) ຂໍຍ້ຳເລີຍວິທີນີ້ຕ້ອງເຮັດລະຫວ່າງ 10 ໂມງເຖິງທ່ຽງຄືນເພາະຕ້ອງບໍ່ໃຫ້ກາຍທ່ຽງ ຄືນໄປ ເພາະຈະຖືວ່າເປັນມື້ໃໝ່

1.ຕັດເລັບມືເທົ່ານັ້ນ ໂດຍເລີ່ມຈາກນິ້ວກ້ອຍ,ນີ້ວໂປ້,ນີ້ວນາງ,ນີ້ວຊີ້ ແລະ ນີ້ວກາງ (ຕັດຈາກນອກເຂົ້າໃນນັ່ນເອງ)ໂດຍເລີ່ມຕັດຈາກມື ຂວາກ່ອນແລະເຮັດແບບດຽວກັນກັບມືຊ້າຍ

* ເລັບທີ່ຕັດຫ້າມຫັກຫລືຂາດເດັດຂາດຕັອງເປັນໂຄ້ງຕາມຮູບເລັບມືເຊັ່ນນັ້ນຈະບໍ່ໄດ້ຜົນ*

2. ນຳເສດເລັບທີ່ຕັດຫໍ່ໃສ່ຜ້າຫຍັງກໍ່ໄດ້ແຕ່ຕ້ອງເປັນສີດຳ (ຕ້ອງໃຊ້ແລ້ວບໍ່ໃຊ້ຜ້າໃໝ່)

3. ນຳໄປວາງໄວ້ທາງທິດຕະເວັນ (ເຊັ່ນເຄີຍ)ຂອງທີ່ພັກອາໄສ

4.ເມື່ອເຈົ້າເຂົ້ານອນໄດ້ບໍ່ດົນຈະມີຄົນມານັ່ງຕັດເລັບຢູ່ບ່ອນປາຍຕີນທີ່ເຈົ້ານອນ(ສຽງດັງ“ແກ໊ກຯ”ນັ້ນແຫລະ) ເປັນການຕັດເລັບຂອງຜີມາສົ່ງຄືນເຈົ້າ

5. ຖ້າຢາກເຫັນກໍ່ລືມຕາແຕ່ຫ້າມໂວຍວາຍ ເພາະຜີຈະໄປແລ້ວເຈົ້າຈະຊວຍໄດ້(ເພາະຖືວ່າຜີມາດີ ໂດຍທີ່ເຂົາຄິດວ່າເຮົາເອົາເລັບໄປແລກ

ຫລືໄປເລັ່ນກັບເຂົາແລ້ວເຂົາກໍ່ເລີຍເອົາຂອງເຂົາມາຄືນ

6.ເມື່ອເຈົ້າຕື່ນໃນຕອນເຊົ້າໃຫ້ໄປຍັງຈຸດທີ່ເຈົ້າເອົາເລັບໄປວ່າງໄວ້ ແກ້ຫໍ່ຜ້າອອກຈະພົບເລັບຂອງຄົນອື່ນບໍ່ແມ່ນຂອງເຈົ້າ

7. ໃຫ້ເຈົ້າເວົ້າເບົາຯ ວ່າ“ຂອບໃຈ”ແລ້ວເອົາໄປຝັງໄວ້ທີ່ໃດກໍ່ໄດ້

***ໂດຍບໍ່ຈຳເປັນຕ້ອງຢູ່ໃນທີ່ພັກອາໃສຂອງເຈົ້າ(ແຕ່ຫ້າມຖີ້ມຫລືເຜົາໂດຍເດັດຂາດ)

* ວິທີທີ່ 3 * “ຫັນຫລັງໃຫ້ກະຈົກແລ້ວກືນນ້ຳລາຍ” (ເຫັນຜີ 16 ຄົນ)

ວິທີນີ້ ຕ້ອງເຮັດຄົນດຽວເທົ່ານັ້ນ ວິທີນີ້ຕ້ອງເຮັດກ່ອນທຽງຄືນ 6 ນາທີ

ໂມງທີ່ເຈົ້າໃຊ້ເປັນເກນໃນການວັດໃຫ້ຢືດເຮືອນໃດເຮືອນໜຶ່ງໃນບ້ານໄດ້ເລີຍ

1.ຢືນຫັນຫລັງໃຫ້ແວ່ນ(ຄັ້ງນີ້ຈະທິດໃດກໍ່ໄດ້) ຕອນເວລາ 11 ໂມງ 54 ນາທີ

2. ກືນນ້ຳລາຍ 1 ຄັ້ງ ທຸກ ຯ 1 ນາທີ

3. ພໍຄວບ 6 ນາທີ ໝາຍຄວາມວ່າເຈົ້າກືນນ້ຳລາຍໄປແລ້ວ 6 ຄັ້ງແລະເຖິງເລລາທ່ຽງຄືນພໍດີ

4.ຫລັບຕາແລ້ວຫັນໄປທາງກະຈົກ (ຈະຫັນຊ້າຍຫລືຂວາກໍ່ໄດ້ແຕ່ຊ້າຯ)ແລ້ວກືນນ້ຳລາຍອີກຄັ້ງ(ເປັນຄັ້ງທີ່7) ແລ້ວລືມຕາ ແລະຜີຈະມາໃຫ້ເຫັນ

5.ເມື່ອຄຸນຕ້ອງການຢຸດພິທີ ໃຫ້ຫລັບຕາກືນນ້ຳລາຍອີກຄັ້ງເປັນອັນຈົບພິທີ

* ວິທີທີ່ 4 * “ດີດລູກຄິດຕອນກາງຄືນ” (ເຫັນຜີ 32 ຄົນ)

ລູກຄິດທີ່ໃຊ້ດີດໃຫ້ດີດອັນທີ່ມີລາງຍາວທີ່ສຸດເທົ່ານັ້ນຕ້ອງຢູ່ຄົນດຽວເພາະຕ້ອງໃຊ້ສະມາທິຢ່າງຫລາຍ

1.ໃຫ້ລູກຄິດທຸກລູກໃນທຸກຮາງຢູ່ສຸດຮາງທີ່ຫັນມາຫາຕົວເຮົາ

2.ດີດລູກຄິດຂື້ນໂດຍໃຫ້ລູກຄິດອອກຈາກຕົວທີ່ລະລູກ(ຕ້ອງມີສະມາທິມາກຯ)ໄລ່ໄປຕັ້ງແຕ່ຮາງທຳອິດໄປຈົນຮາງສຸດທ້າຍ

3.ຕັ້ງສະມາທິໃຫ້ດີຢ່າງຫລາຍແລ້ວຈັບຮາງລູກຄິດຕັ້ງຂື້ນໃຫ້ລູກຄິດວິ່ງກັບມາທີ່ເດີມໃນຕອນແຮກ

4.ເບີ່ງຮອດຊ່ອງຮາງລູກຄິດ(ຮາງໃດກໍ່ໄດ້)ແລ້ວຜີກໍ່ຈາມາໃຫ້ເຫັນ

5.ຫລັງຈາກການທຳຮຽບຮ້ອຍແລ້ວໃຫ້ຖີ້ມລູກຄິດນັ້ນທັນທີ່ *ຫ້າມ*ນຳກັບມາໃຊ້ອີກເປັນອັນຂາດ

* ວິທີທີ່ 5 * “ເອາມຸ້ງປົກຫົວຕອນກາງຄືນ” (ເຫັນຜີ 6 ຄົນ)

1.ເອົາມູ້ງມາຄວບປົກຫົວໄວ້ (ຫລັບຕາຕັ້ງແຕ່ກ່ອນຄຸມແລ້ວ)

2. ທ່ອງ ມະ-ອະ-ອຸ 7 ຄັ້ງ (ຢ່າລືມວ່າຕ້ອງຫລັບຕາ)

3. ລືມຕາ ແລ້ວຜີຈາມາໃຫ້ເຫັນ

* ວິທີທີ່ 6 * “ໃສ່ເສື້ອກັບແລ້ວນອນຫ້ອຍຫົວ” (ເຫັນຜີ 31 ຄົນ) ຕ້ອງທຳຄົນດຽວ

1.ໃສ່ເສື້ອໂດຍການເອົາຂ້າງຫລັງມາຢູ່ຂ້າງໜ້າ (ຖ້າມີກະດຸມກໍ່ເອົາກະດຸມໄວ້ຂ້າງຫລັງນັ້ນເອງ)

2.ນອນລົງບົນທີ່ນອນທີ່ສູງກວ່າພື້ນແລ້ວຫ້ອຍຫົວລົງເບິ່ງ ເໝືອນແຫງນໜ້າ

3.ແລ້ວຜີຈະມາໃຫ້ເຫັນ

* ວິທີທີ່ 7 * “ແຫງນໜ້າເບິ່ງຕົງບັນໄດ” (ເຫັນຜີ 42 ຄົນ ) - ຕ້ອງທຳຄົນດຽວ

1. ນັ່ງເທີ່ງຂັ້ນໃດ ຊັ້ນບົນສູດແລ້ວລົງມາທີລະຂັ້ນທັ້ງທີ່ຍັງນັ່ງຢູ່ (ໃຊ້ກົ້ນລົງບັນໄດ ນັ້ນເອງ)

2. ເມື່ອເຖີງຂັ້ນສູດທ້າຍໃຫ້ຍັງຄົງນັ່ງຢູ່ທີ່ຂັ້ນສຸດແລ້ວແລ້ວຈຶງແຫງນຫນ້າເບິ່ງກັບຂື້ນໄປຊັ້ນເທີ່ງສຸດ

3. ແລ້ວຜີຈະມາໃຫ້ເຫັນ

* ວິທີທີ່ 8 * “ໃສ່ພະກັບຫລັງ” (ເຫັນຜີ 28 ຄົນ) ຕ້ອງທຳຄົນດຽວ

1.ໃສ່ພະໂດຍຄ້ອງສ້ອຍພະໄວ້ດ້ານ ຫລັງ (ໃຫ້ເໝືອນທີ່ຢູ່ເບື້ອງຊ້າຍເລີຍ)

2. ຢືນແຂນຊ້າຍອອກໄປຂ້າງໆ ແລ້ວເຮັດມຸມຂໍ້ສອກໂດຍໃຫ້ກຳປັ້ນທີ່ມລົງພື້ນແລະໃຫ້ຂໍ້ສອກຕັ້ງສາກກັບພື້ນ

3.ເບິ່ງລອດຜ່ານຊ່ອງແຂນ ແລ້ວຈະເຫັນ

Delicious Digg Fark Twitter