
ຂຽນເມື່ອ: ກ.ລ.. 21, 2011
| ມີ
21 ຄຳເຫັນ
ແລະ
0 trackback(s)
ປະເທດຊາດຂອງເຮົາກຳລັງກ້າວໄປສູ່ການພັດທະນາ ທຸກເວລາ
ແຕ່ໃນການພັດທະນານັ້ນ ກ້າວໄປກັບການຄົດໂກງປະຊາຊົນຜູ້ທີ່ທຸກຍາກ
ເຊືງຜູ້ຄົນເຫຼົ່ານັ້ນ ບໍ່ມີສີດທີ່ ຈະເວົ້າ ທີ່ຈະວ່າ
ການຂຽນປະໂຫຍກບົດສັ້ນນີ້ ກໍ່ເພື່ອໃຫ້ຄົນລຸ່ນໃຫມ່ ຫຼືທຸກໆຄົນຮູ້ວ່າ ເຮົາເປັນພົນລະເມືອງລາວ ຮັກປະເທດລາວ ເຮົາມີສິດ ທີ່ຈະເວົ້າ ຈະວ່າ ໃຫ້ຄົນທີ່ໂກງກິນຊາດບ້ານເມືອງໄດ້ບໍ່?ຖ້າໄດ້ພວກເຮົາຄວນຈະເຮັດແນວໃດ?
ຫຼືເຮົາບໍ່ເຮັດຫຍັງເລີຍ? ນີ້ເປັນປະເດັນທີ່ຍາກໃຫ້ຄົນລາວທຸກໆ ຫາຄຳຕອບ ແລະ ພ້ອມກັນກຳຈັດພວກຄົດໂກງອອກໄປຈາກພື້ນແຜ່ນເມືອງລາວຂອງເຮົາ ແລະ ຫວັງວ່າທຸກໆຕົນຄົງຈະເຫັນບຸກຄົນຈຳພວກນີ້ ແຕ່ເຮັດຫຍັງບໍ່ໄດ້
ສະນັ້ນພວກເຮົາຄວນຈະເຮັດແນວໃດ? ເພື່ອຄວາມຜາສຸກ ແລະ ຈະເລີນກ້າວໜ້າ ໄປສູ່ ວັດທະນາຖາວອນ ຂອງປະເທດເຮົາ.ຫວັງວ່າທຸກຄົນຄົງຈະໃຫ້ຄຳຕອບ ເພື່ອນເຜີຍແຜ່ ອອກໃຫ້ຄົນລາວທົວໂລກໄດ້ຮູ້ ວ່າ ຊາວລາວເຮົາ ເຖິງຈະນ້ອຍ ແຕ່ກໍ່ຮັກຄວາມຍຸດຕິທຳໃນສັງຄົມ.
ຂໍຂອບໃຈ
ຈາກຄົນຮັກຄວາມຍຸດຕິທຳ