ຂຽນເມື່ອ: ກ.ລ.. 9, 2010
| ມີ
20 ຄຳເຫັນ
ແລະ
0 trackback(s)
ຮັກນັ້ນມີຄ່າ……..
ຕອນທີ່ເຈົ້າໄດ້ ສຳຜັດ ຫຼື ພົບເຈີແລ້ວ.
ຮັກນັ້ນມີຄ່າ…….
ຕອນທີ່ເຈົ້າມີຄວາມສຸກ ທີ່ສຸດ ຫຼື ຕອນທີ່ເຈົ້າທຸກໃຈ ສຸດໆ.
ຮັກນັ້ນມີຄ່າ……..
ຕອນທີ່ເຈົ້າຮູ້ວ່າ ຈະຮັກສາໄດ້ແນວໃດ.
ຮັກນັ້ນມີຄ່າ……..
ຕອນທີ່ເຈົ້າຮູ້ວ່າ ຈະຮັກສາໄວ້ດົນປານໃດ.
ຮັກນັ້ນມີຄ່າ…..
ຕອນທີ່ໄດ້ຮູ້ວ່າ ມັນສຳຄັນກັບເຈົ້າຫຼາຍປານໃດ.
ຮັກນັ້ນມີຄ່າ……..
ຕອນທີ່ເຈົ້າຮູ້ວ່າ ຄົນນັ້ນທີ່ເຈົ້າຮັກເຂົາ ແລະ ເຂົາກໍ່ຮັກເຈົ້າ.
ຮັກນັ້ນມີຄ່າ……..
ຕອນທີ່ເຈົ້າຮູ້ວ່າການໃສ່ໃຈແມ່ນຫຍັງ?.
ຮັກນັ້ນມີຄ່າ……..
ຕອນທີ່ເຈົ້າຮູ້ວ່າ ເຈົ້າຄວນຈະປັບປຸງໂຕເອງ ເພື່ອໃຜຄົນໜຶ່ງ.
ຮັກນັ້ນມີຄ່າ……..
ຕອນທີ່ເຈົ້າຮູ້ວ່າ ມີຄົນໜຶ່ງຍອມປ່ຽນແປງໂຕເອງເພື່ອໃຫ້ເຂົາກັບເຈົ້າ.
ຮັກນັ້ນມີຄ່າ……..
ເມື່ອເຈົ້າຄິດ ຈະຮັກສາ ແລະ ເກັບໄວ້ ໄດ້ນານແສນນານ.
ຖ້າເຈົ້າບໍ່ຮູ້ສຶກ ດັ່ງທີ່ກ່າວມາຂ້າງເທິ່ງນັ້ນ ສະແດງວ່າ…..
ຮັກຂອງເຈົ້າບໍ່ມີຄ່າທີ່ຈະມອບໃຫ້ໃຜ
ຫຼື ບໍ່ມີໃຜ… ຈະມອບຄວາມຮັກທີ່ມີຄ່າໃຫ້ກັບເຈົ້າ.
ແລ້ວເຈົ້າເດ ຄວາມຮັກນັ້ນມີຄ່າເວລາໃດ?......................