ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ພ.ຈ.. 27, 2009 | ມີ 16 ຄຳເຫັນ ແລະ 0 trackback(s)

ຢູ່ທີ່ຫ້ອງນອນຂອງຄູ່ຜົວເມຍຫນຸ່ມ ໃນເວລາເດິກສະຫງັດ

ຜົວ: ເຈົ້າກາຮູ້ ວ່າຂ້ອຍນອນບໍ່ຫລັບ ຖ້າບໍ່ໄດ້...
ເມຍ: (ເວົ້າຕັດບົດ) ແຕ່ຂ້ອຍຢາກນອນ ຕາສິມືນບໍ່ຂຶ້ນແລ້ວ.. ຄືນນີ້ງົດໄດ້ບໍ່ ພະຍາຍາມນອນຫລັບຕາ ຈັກຫນ້ອຍກໍ່ຫລັບໄປເອງດອກ

ຜົວ: ໂອຍຍຍ ຂ້ອຍຮູ້ຢູ່ແລ້ວ ວ່ານອນແນວໃດກໍ່ບໍ່ຫລັບດອກ ແນວວ່າມັນຫຍ້າມແລ້ວ ເຈົ້າກາບໍ່ແມ່ນສິເມື່ອຍພໍທໍ່ໃດ ມີແຕ່ນອນຊື່ໆ ບໍ່ແມ່ນສິອອກເຫື່ອອອກແຮງຫຍັງ

ເມຍ: ບໍ່ເມື່ອຍກະຊ່າງ ບໍ່ມີອາລົມ ຄຶດເບິ່ງ ຂ້ອຍໄບ່ກັບນັກຮຽນ ຢູ່ເຫມິດມື້ ເມື່່ອຍຄາງກະໄຕ ເມື່ອຍລີ້ນ ເມື່ອຍປາກ ຈົນອ້າປາກສິບໍ່ຂຶ້ນ ເຈົ້າຍັງສີມາໃຫ້ຂ້ອຍໃຊ້ປາກອີກ ເລື່ອນໄປເປັນມື້ອື່ນເນາະ ຂ້ອຍສິບໍ່ຢຸດປາກເລີຍ ອີຫລີ ສັນຍາກະໄດ້

ຜົວ: ໂອຍນໍ... ເຈົ້າບໍ່ຮັກຂ້ອຍແລ້ວຫວາ ຂໍຫນ້ອຍດຽວຊ່ຳນີ້ ຂ້ອຍສິເອົາຫມອນອີກຫນ່ວຍຫນຶ່ງ ໄປຫມູນຫລັງໃຫ້ເຈົ້າຢູ່ໃນທ່າສະບາຍສຸດໆເດີ້... ເນາະ..​ເນາະ ທີ່ຮັກເນາະ ຖ້າເຈົ້າບໍ່ຊ່ອຍຂ້ອຍ ຕາຂ້ອຍມັນຄືສຶຫລັບບໍ່ລົງຕະຫລອດຄືນ ແທ້ໆລະ

ເມຍ: ໂອ໊ຍ ຈັ່ງແມ່ນ ທັງຕື້ ທັງງໍແງ ເປັນຕາລຳຄານແທ້ໆ ຫຍັບມາທາງນີ້ຕິ ແລ້ວນອນຊື່ໆເດີ້ ຂ້ອຍສິເລີ້ມຕົ້ນແລ້ວ ຫລັບຕາພ້ອມ ສິໄດ້ຫມົດເລື້ອງຫມົດລາວ ໄດ້ຫລັບໄດ້ນອນກັນ
 
ຜົວ: ເຈົ້າຈັ່ງແມ່ນຫນ້າຮັກກກກກກກກ ຫນ້າຮັກ ຂ້ອຍພ້ອມແລ້ວເດ ປານໃດສິເລີ້ມລະ
 
ເມຍ:​ ເອົາລະ ຟັງໃຫ້ດີເດີ້
ແຕ່ກີ້ແຕ່ກ່ອນ ຢູ່ເມືອງເມືອງຫນຶ່ງ ມີພະຍາ ກັບກຳພ້າ ຊື່ວ່າ ທ້າວກຳພ້າຜີນ້ອຍ..........

 

 

ຂຽນເມື່ອ ຂຽນເມື່ອ: ພ.ຈ.. 16, 2009 | ມີ 46 ຄຳເຫັນ ແລະ 0 trackback(s)

ເລື່ອງນີ້ເກີດຂື້ນກັບນ້ອງສາວຂອງຂ້ອຍເອງ 

 

ຄືວ່າມີຜູ້ຊາຍຄົນຫນື່ງໂທມາລົມ ນ້ອງສາວຂອງຂ້ອຍ  ທຸກມື້ໆ ຄືເເບບວ່າເຄີຍຮູ້ຈັກກັນມາກ່ອນ   

ເເຕ່ເວລາຖາມວ່າບ້ານຍູ່ໃສລາວພັດບໍ່ເຄີຍຕອບຈັກເທືອ........ລະເເຮງເຮັດໃຫ້ນ້ອງຂ້ອຍຍາກຮູ້ກະເລີຍໄປຖາມຫມູ່ວ່າຮູ້ຈັກເບີນີ້ບໍ່.......

ລະກະເຈົ້າຕອບວ່າ ເເມ່ນເບີ ຄູບາ (ວັດຍູ່ໄກ້ກັບເຮືອນ)ວັດບ້ານເຮົານີ້ເດ.....ເມືອຮູ້ເເບບນັ້ນນ້ອງຂ້ອຍຈື່ງໂທໄປເວົ້າໃຫ້

ຄູບາຄົນນັ້ນ ....ເເຕ່ລາວກະຍັງໂທມາຕະຫລອດ ...ຄວາມຈີງເເລ້ວເປັນເຖີງຄູບາ ກະບໍ່ນາຈະເຮັດຈັງຊີ້ເນາະ  ເຫິໆ

 

 

 

 

ຂຽນເມື່ອ ຂຽນເມື່ອ: ມິ.ຖ.. 17, 2009 | ມີ 14 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ດົນຕີ

 

ແມ່ຕູ້ມີໃຫ້ກຳເນີດລູກຊາຍແກ່ພໍ່ຕູ້ມາ ເຊີ່ງມີຜົມເປັນສີແດງທັງທັງ ທີ່ພໍ່ຕູ້ມາເເລະແມ່ຕູ້ມີຕ່າງກໍ່ມີຜົມເປັນສີແດງທັງສອງ ຈື່ງເຮັດໃຫ້ພໍ່ຢູ້ມີສົງໄສວ່າເປັນຍັງລູກຂອງຕົນຈື່ງມີຜົມເປັນສີແດງ ດັ່ງນັ້ນລາວຈື່ງໄປຫາຫມໍເພື່ອແກ້ຂໍ້ສົງໄສຂອງລາວ

ພໍ່ຕູ້ມາ :  ອັນທ່ານນາຍຫມໍພໍ່ຕູ້ ບໍ່ເຂົ້າໃຈວ່າເປັນຍັງລູກຂອງ ພໍ່ຕູ້ຈື່ງມີຜົມເປັນສີແດງ ທັງທັງພໍ່ຕູ້ກັບ ແມ່ຕູ້ກະຕ່າງມີຜົມສີດຳທັງສອງ
ນາຍຫມໍ :ໂອ ! ແລ້ວພໍ່ຕູ້ມາ ນອນນຳເມຍດຸປານໃດ?
ພໍ່ຕູ້ມາ: ມັນກ່ຽວນຫຍັງກັບອັນນີ້?
ນາຍຫມໍ : ເອີ້ນ້າ! ເວົ້າມາດຸ
ພໍ່ຕູ້ມາ : ຖາມແນວນີ້ພໍ່ຕູ້ກະອາຍລະວາ
ນາຍຫມໍ : ບໍ່ຕ້ອງອາຍ ! ວ່າແຕ່ມັນດຸປານໃດລະ?
ພໍ່ຕູ້ມາ: ແຫ່ແຫ່ ! ພໍ່ຕູ້ກະເຖົ້າແລ້ວກະປະມານ 2​​​_ 3 ເທື່ອຕໍ່ເດືອນນິແລະ
ນາຍຫມໍ : ສົມພໍແລະ ດົນປານນັ້ນ ມັນກາເຂົ້າຂີ້ຫມ້ຽງ ລະຕີ້ ຍາມລູກອອກມາຖືກ ຂີ້ຫມ້ຽງຜົມມັນກະເລີຍເປັນສີແດງ. 555