![ຂຽນເມື່ອ](./images/icons/wrote.png)
ຂຽນເມື່ອ: ສ.ຫ.. 13, 2011
| ມີ
14 ຄຳເຫັນ
ແລະ
0 trackback(s)
ຄືນມື້ວັນທີ່24 . 6 ເວລາ 23:49 ຂ້ອຍກຳລັງສົ່ງຂໍ້ຄວາມກັບໝູ່ຂ້ອຍ ລະມີຜູ້ໜື່
ງສົ່ງມາຫຼີ້ນນຳຂ້ອຍ ລະຂ້ອຍກະລົມນຳຕາມມາລະຍາດ ແລະ ລົມກັນໄດ້ 4 ມື້ກໍ່ໄດ້ເຈີໜ້າກັນຢູ່ບ້ານຂອງຂ້ອຍ ລະ ອີກປະມານອາທິດໜື່ງລະຂໍຂ້ອຍເປັນແຟນ ຂ້ອຍກະເລີຍຕອບຮັບລາວໄປ. ຕໍ່ມາ, ລາວກະມາຫຼີ້ນນຳຂ້ອຍທຸກຕອນເຊົ້າຈົນຮອດ 12 ໂມງລາວກະກັບເພື່ອໄປເປິດຮ້ານ ລະຕອນຄ່ຳມາລາວກະມາພາຂ້ອຍໄປຂີ້ລົດ ແລະ ຊື້ແນວກີນຫຼີ້ນ, ລະມີມື້ໜື່ງລາວກຳລັງຂາຍເຄື່ອງຢຸ່ຂ້ອຍສົ່ງຂໍ້ຄວາມໄປຫາລາວ ລາວພັດນານຕອບຂ້ອຍ ຂ້ອຍຖາມລາວວ່າລາວຢູ່ກັບແຟນຫວາ ລະລາວຕອບວ່າ ບໍ່ນາ ຂ້ອຍລະສໍ້ລາວຕໍ່ ຈົນລາວລຳຄານ ລາວຕອບຂ້ອຍວ່າ ແຟນລາວກະຢູ່ພໍແຟນລາວ. ຂ້ອຍກະບໍ່ທັນຄິດຫຍັງເທື່ອ ກະຄິດວ່າລາວເວົ້າຢອກຂ້ອຍ. ພໍຮອດຕອນຄ່ຳລາວກະມາຮັບຂ້ອຍໄປຂີ້ລົດຫຼີ້ນຄືທຸກມື້ ຂ້ອຍກະໄປນຳລາວ ພໍຂີ່ລົດໄປໄດ້ໄກເຕິບ ລາວບອກຂ້ອຍວ່າ ລາວມີເລື້ອງຊິບອກຂ້ອຍ ຂ້ອຍກະຕອບລາວເວ້າມາໂລດ ແລະ ລາວກະມິດໄປໜ້ອຍໜື່ງລາວກະບອກວ່າ ຂ້ອຍມີແຟນແລ້ວ ຕອນນັ້ນຂ້ອຍບໍ່ຮູ້ຈັກຊິເຮັດຫຍັງ ຊິໄຫ້ກະຢ້ານລາວໄດ້ຍີນ ຄິດໄດ້ແຕ່ວ່າຂ້ອຍບໍ່ຢາກໄປກັບລາວແລ້ວ ຂ້ອຍວ່າຊິໂດດລົງຈາກລົດ ລະຂ້ອຍຄິດໄດ້ ຂ້ອຍເລີຍບໍ່ເຮັດ ລາວລະຖາມຂ້ອຍວ່າຊິລົມກັບລາວບໍ່ ຂ້ອຍຕອບ ແລະ ທັງກັ້ນນ້ຳຕາບໍ່ໃຫ້ໄຫຼ່ວ່າ ລົມ ຂ້ອຍບໍ່ຢາກໃຫ້ເຮັດໃຫ້ລາວເສຍໃຈ ພໍມາຮອດເຮືອນຂ້ອຍແລ້ວຂ້ອຍມາໄຫ້ໄດ້ເກືອບ2ຊົ່ວໂມງ ລະລາວໂທມາຂ້ອຍລະ ຕິດສີນໃຈບອກເລີກລາວ ລາວລະໄຫ້ໃຫ້ຂ້ອຍຟັງ ກັບເອົາວ່າບໍ່ເຄີຍໄຫ້ໃຫ້ໃຜຈັກເທື່ອ ແລ້ວລົມກັນເກືອບເຄີ່ງຊົ່ວໂມງ ຂ້ອຍກະໃຈອ່ອນ ລົມກັນກະລົມ. ໝູ່ຂ້ອຍກະເຄີຍບອກໃຫ້ຂ້ອຍເລີກກັບລາວ ແຕ່ຂ້ອຍເຮັດບໍ່ໄດ້ເພາະຂ້ອຍຮັກລາວຫຼາຍ. ສຸດທ້າຍແລ້ວລາວພັດເຮັດກັບຂ້ອຍບໍ່ແມ່ນແຟນຂອງລາວ ໂດຍທີ່ຫາຂ້ອຍໃຫ້ໄປສົ່ງຢູ່ບ່ອນຊ້ອມເຕັ່ນ ວ່າແມ່ເອົາລົດລາວໄປ ຂ້ອຍກະໄປສົ່ງ ແຕ່ມາຮູ້ທີ່ຫຼັ້ງວ່າບ່ອນໄປສົ່ງລາວຫັນແມ່ນເຮືອນແຟນລາວ ຂ້ອຍໂຄດເຈັບໃຈເລີຍ.
ຂ້ອຍຄິດວ່າ ຂ້ອຍຈະບໍ່ຮັກໃຜອີກແລ້ວ ຕໍຈາກນີ້ໄປ