ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ກ.ພ.. 14, 2012 | ມີ 15 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ຄວາມຮັກ

14 ກຸມພາ ວັນແຫ່ງຄວາມຮັກ ວັນທີ່ໄວລູ້ນຫລາຍຄົນລືມບອກຮັກໃຜບາງຄົນ

  • ໄວລຸ້ນສະໄໝນີ້ ພາກັນດີໃຈ ທີ່ຈະໄດ້ມອບຂອງຂວັນໃຫ້ກັນ ໃນເທດສະການວາເລັນໄທນ໌ນີ້ໂດຍທີ່ພວກເຂົາບໍ່ຮູ້ວ່າເງິນທີ່ໄດ້ມາຈາກການຊື້ຂອງຂວັນແພງໆໃຫ້ກັນນັ້ນໄດ້ມາຈາກໃສ ແລະ ບໍ່ຮູ້ວ່າກວ່າຄົນຜູ້ນັ້ນຈະຫາເງິນມາໄດ້ມັນລຳບາກຊ່ຳໄດ  
  • ແຟນລ້ຽງເຂົ້າຄາບດຽວດີໃຈຈົນລືມບໍ່ລົງ ບາດຄົນຜູ້ນັ້ນລ້ຽງມາແຕ່ນ້ອຍຈົນໃຫຍ່ບໍ່ຈື່ຈຳ ຊ້ຳບໍ່ໜຳຍັງຖຽງຄວາມເວລາເພີ່ນຕັກເຕືອນບອກສອນ
  • ວັນແຫ່ງຄວາມຮັກພາກັນຊື້ດອກໄມ້ໃຫ້ແຟນ ແລະ ບອກຮັກແຟນ ພາແຟນໄປທ່ຽວ ບໍ່ເຄີຍຄິດວ່າ ຕອນນີ້ຄົນຜູ້ນັ້ນກຳລັງເຮັດວຽກໜັກຢູ່ໃນເວລາດຽວກັນ
  • ມີຄົນຖາມລາວວ່າ ເຮັດວຽກໜັກບໍ່ເມື່ອຍວາ ຄົນຜູ້ນັ້ນຈະຕອບວ່າບໍ່ເມື່ອຍ ເພາະ ວ່າເຮັດເພື່ອເຈົ້າຄົນທີ່ລາວຮັກທີ່ສູດ
  • ເວລາເຈົ້າໄປທ່ຽວກັບບ້ານຕອນເດິກໆ ລາວຈະຮ້າຍເຈົ້າ ແຕ່ເຈົ້າກັບຖຽງຄວາມ ແລະ ອັດປະຕູແຮງໆໃສ່ ໂດຍທີ່ບໍ່ຮູ້ວ່າທີ່ຄົນຜູ້ນັ້ນຮ້າຍດ່າຍ້ອນວ່າຄວາມເປັນຫ່ວງ
  • ເວລາກິນເຂົ້າ ລາວຈະເປັນຄົນບອກວ່າໄປລ້າງມືກ່ອນ ຈົນເຈົ້າຮູ້ສຶກລຳຄານ ແທ່ນທີ່ຈະບອກວ່າຂອບໃຈເດີ່ທີ່ເຕືອນໃຫ້ລ້າງມືກ່ອນ
  • ເວລາເຈົ້າລົມໂທລະສັບກັບແຟນຕອນເດິກໆ ລາວຈະມາຮ້າຍ ແລະ ບອກໃຫ້ເຈົ້າເຊົາລົມ ແລ້ວໄປນອນ ຈັກໜ້ອຍຊິຕື່ນສວາຍໄປຮຽນບໍ່ທັນ
  • ເວລາເຈົ້າເລີກກັບແຟນ ອົກຫັກນອນຊຶມຢູ່ ລາວຈະມາຖາມວ່າ ເປັນຫຍັງ ຄວາມໝາຍກໍ່ຄືເປັນຫ່ວງຢາກປອບໃຈ
  • ແຕ່ເຈົ້າຄິດບໍ່ວ່າຄົນຜູ້ນັ້ນລາວຈະເຮັດໄດ້ແບບນີ້ໃຫ້ເຈົ້າໄປຕະຫລອດຊີວິດ ແລະ ມີຈັກມື້ໜຶ່ທີ່ຄົນຜູ້ນັ້ນບໍ່ໄດ້ຢູ່ກັບເຈົ້າແລ້ວ ເຈົ້າຈະມີຄວາມສຸກຄືກັບຕອນຢູ່ນຳແຟນບໍ່?
  • ຄົນຜູ້ນັ້ນແມ່ນໃຜນໍ້?????????????
  • ວັນແຫ່ງຄວາມຮັກນີ້ ຢ່າບອກຮັກແຕ່ແຟນ ຈົນລືມບອກຮັກຄົນຜູ້ນັ້ນແນ່ເດີ່ ກ່ອນທີ່ຈະບໍມີວັນໄດ້ບອກອີກເລີຍ