ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ພ.ຈ.. 14, 2012 | ມີ 13 ຄຳເຫັນ ແລະ 0 trackback(s)

1. ເຕັ່ງຕຶງ, ບໍ່ຫ່ຽວແຫ້ງ, ມີນ້ຳມີນວນ

2. ນ່າຮັກ, ໂດຍສະເພາະແມ່ນຄົນຂາວໆ, ສ່ວນຫລາຍຈະມີຄົນຢາກກອດ

3. ຄົນອ້ວນສ່ວນໃຫຍ່ມັກອາລົມດີ, ຍິ້ມຫົວງ່າຍ ແລະ ເບິງໂລກໃນແງ່ດີ

4. ຈາກຂໍ້ 3 ກະເລີຍເຮັດໃຫ້ຄົນອ້ວນມີໝູ່ເພື່ອນຫລາຍ

5. ກິນງ່າຍ, ຢູ່ງ່າຍ, ບໍ່ຫລາຍເລື່ອງ

6. ມີຄວາມສຸກກັບການກິນ ບໍ່ຢ້ານອ້ວນ ເພາະອ້ວນຢູ່ແລ້ວ

7. ບໍ່ມັກເກັບຄວາມທຸກໄວ້ດົນ ເພາະເມື່ອເວລາທຸກມັກຈະຫາຫຍັງກິນ ບຶດດຽວກະລືມ

8. ເວລາຂຶ້ນລົດໂດຍສານໄຜໄປນຳຈະປອດໄພ ເພາະໂຊເຟີ່ຊິ່ງບໍ່ໄດ້

9. ຮູ້ຈັກບ່ອນກິນ ແລະ ຮ້ານອາຫານແຊບໆຫລາຍໆຮ້ານ

10. ເປັນບໍ່ຟຸ້ມເຟືອຍ ບໍ່ກິນຖິ້ມກິນຄວ່າງ ເພາະຈະເອົາເຂົ້າປາກຈົນໝົດ

11. ບໍ່ຈົມນ້ຳຕາຍ ຍ້ອນມີຫ່ວງຍາງຕິດໂຕຕະຫລອດ

12. ເວລາຂາດແຄນອາຫານຈະຕາຍສຸດທ້າຍໝູ່ ເພາະສະສົມອາຫານໄວ້ຫລາຍ

13. ບໍ່ຕົກຍຸກ ເພາະເສື້ອຜ້າໃສ່ຕາມແຟຊັ່ນບໍ່ໄດ້

14. ເປັນຄົບອົບອຸ່ນ ບໍ່ໜາວງ່າຍ

15. ເວລາອາກາດຮ້ອນເຫື່ອຈະອອກຫລາຍເຮັດໃຫ້ລະບາຍຂອງເສຍໄດ້ດີ

16. ສາມາດຍົກເຄື່ອງໜັກໄດ້ດີກວ່າຄົນອື່ນ

17. ເຕັ້ນລະບຳໜ້າທ້ອງໄດ້ເປັນຕາເບິ່ງກວ່າພວກຈ່ອຍແຫ້ງ

18. ສຳຄັນສຸດ ເວລາອ້ວນແລ້ວ ເຄື່ອງນຸ່ງເກົ່າໆຕອນທີ່ຈ່ອຍນັ້ນເຮົາກໍ່ເອົາໄປບໍລິຈາກ ໄດ້ບຸນອີກເດີ່ພີ່ນ້ອງ