ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ມ.ນ.. 22, 2013 | ມີ 3 ຄຳເຫັນ ແລະ 0 trackback(s)

 ສົມຊາຍ ພາເມຍທີ່ເຈັບທ້ອງເປັນໃສ້ຕິ່ງໄປໂຮງໝໍດ້ວຍຄວາມກະວົນກະວາຍ

ສົມຊາຍ: ທ່ານ ໝໍ ຊ່ອຍແນ່ເມຍຂ້ອຍລາວເຈັບທ້ອງແຮງ ແລະ ມີອາການໄຂ້ນຳ ຂ້ອຍຄິດວ່າລາວຕ້ອງໃສ້ຕິ່ງອັກເສບແນ່ນອນ!

ທ່ານ ໝໍ: ເປັນໄປບໍ່ໄດ້ ຂ້ອງເຄີຍຜ່າໃສ້ຕິ່ງໃຫ້ເມຍເຈົ້າ ສອງປີກ່ອນ ລາວບໍ່ມີທາງເຈັບໃສ້ຕິ່ງອີກແນ່ນອນ! ຄົນເຮົາຈະມີໃສ້ຕິ່ງສອງອັນບໍ່ໄດ້

ສົມຊາຍ: ຂ້ອຍກະຮູ້ດີ ວ່າຄົນເຮົາມີໃສ້ຕິ່ງອັນດຽວ ແຕ່ຄົນເຮົາບໍ່ຈຳເປັນຈະຕ້ອງມີເມຍຄົນດຽວສະເໝີໄປໄດ໋ ທ່ານໝໍ

ທ່ານ ໝໍ: ??????? ><"

ຂຽນເມື່ອ ຂຽນເມື່ອ: ມ.ກ.. 7, 2013 | ມີ 5 ຄຳເຫັນ ແລະ 0 trackback(s)

ສົມປອງ ແມ່ມືໃໝ່ ພາລູກຊາຍ ໄວ 3 ປີ ໄປຝາກໂຮງຮຽນ ອະນຸບານມື້ທຳອິດ

ສາວຄູ ເລີ່ມ ຊວນລູກຊາຍ ສົມປອງ ລົມເພື່ອເປັນການເຮັດໃຫ້ເດັກນ້ອຍຄຸ້ນເຄີຍກັນກໍ່ເລີຍຄິດແຜນວ່າ:

ສາວຄູ: ບັກຫລ້າຊື່ຫຍັງ ນະ?

ລູກຊາຍ ສົມປອງ ຕອບວ່າ: "ຊື່ ນ້ອງ ຈິມມີ່"

ສາວຄູ: ເກັ່ງຫລາຍ ບັກຫລ້າ! ເອົາ ບາດນີ້ ແມ່ເຈົ້າຊື່ຫຍັງ?

ລູກຊາຍ ສົມປອງ ຕອບອີກວ່າ: "ຊື່ ແມ່ ປອງ"

ພໍເຫັນລູກຊາຍເວົ້າຊື່ໂຕເອງໄດ້ ກະນ້ຳຕາຊຶມຫນ້ອຍນື່ງດ້ວຍຄວາມດີໃຈ

ສາວຄູ: ເກັ່ງຫລາຍສະຫລາດໆ ແລ້ວ ຊື່ພໍ່ເດ ຊື່ຫຍັງບາດນີ້ນະ?

ລູກຊາຍ ສົມປອງ ແນມຫນ້າແມ່ແລ້ວຕອບອີກວ່າ: "ພໍ່ຊື່ ບັກຜົວເຮັງຊວຍ"

 

ຂຽນເມື່ອ ຂຽນເມື່ອ: ມ.ກ.. 3, 2013 | ມີ 6 ຄຳເຫັນ ແລະ 0 trackback(s)

ສົມປອງ ກັບຜົວເສດຖີຂອງລາວ ກຳລັງຊິອອກໄປງານລ້ຽງ ນອກເຮືອນ ເລີຍສັ່ງໃຫ້ ຄົນຮັບໃຊ້ ສົມຊາຍ ທີ່ໜ້າຕາດີ ເຝົ້າບ້ານໃຫ້

ສົມປອງຜູ້ເປັນເມຍ ເລິ່ມເບື່ອງານລ້ຽງເລີຍຜູ້ເປັນຜົວກັບເຮືອນກ່ອນ ພໍມາຮອດເຮືອນ ລາວກໍ່ເຫັນ ສົມຊາຍ ຄົນຮັບໃຊ້ໜ້າຕາດີ ນັ່ງ ກິນເຫຼົ້າ ຢູ່ຫລັງບ້ານຄົນດຽວ 

ສົມປອງເລີຍຕັດສິນໃຈເອີ້ນ ສົມຊາຍຂຶ້ນໄປຫາຢູ່ເທິງຫ້ອງນອນ ພໍສົມຊາຍ ຍ່າງຂຶ້ນໄປຮອດຫ້ອງນອນ ລາວກໍ່ສັ່ງສົມຊາຍວ່າ:

ສົມປອງ: ຖອດເສື້ອອອກໃຫ້ຂ້ອຍແນ່

ສົມຊາຍຮິບຖອດເສື້ອອອກໃຫ້ສົມປອງທັນທີ ດ້ວຍຄວາມຕົກໃຈ

ສົມປອງ: ຖອດຖົງຕີນອອກພ້ອມຕິ!

ສົມຊາຍຮິບຖອດຖົງຕີນອອກໃຫ້ຢ່າງໄວວາ

ສົມປອງ: ເສື້ອຊ້ອນ ກັບສະຫລິບ ພ້ອມ ຮິບໄວ

ສົມຊາຍຮິບຖອດ ສະຫລິບ ກັບເສື້ອຊ້ອນອອກ ພ້ອມກັບມືສັ່ນໆ

ສົມປອງ: ຟັງເດີ່ ສົມຊາຍ ຄັນກູເຫັນມຶງເອົາຊຸດກູໄປໃສ່ອີກກູຊິໄລ່ມຶງອອກ!!!