![ຂຽນເມື່ອ](./images/icons/wrote.png)
ຂຽນເມື່ອ: ກ.ພ.. 10, 2012
| ມີ
8 ຄຳເຫັນ
ແລະ
0 trackback(s)
ມີຜົວເມຍຄູ່ໜື່ງມີລູກນ້ອຍ ໄວນີ້ກຳລັງຢາກຮູ້ຢາກເຫັນ
ສອງຄົນຜົວເມຍເລີຍຕົກລົງກັນວ່າ ເວລາຊິມີຫຍັງກັນແບບຜົວເມຍ ໃຫ້ເອີ້ນວ່າ ຊັກເຄື່ອງ ລູກຈັ່ງຊິບໍ່ສົງໃສ
ມີມື້ໜຶ່ງ ຜູ້ເປັນຜົວເກີດມີອາລົມຂຶ້ນມາ ເລີຍບອກລູກວ່າ
- ບັກຫລ້າໄປເອີ້ນແມ່ມຶງຂຶ້ນມາຊັກເຄື່ອງຊ່ວຍພໍ່ຢູ່ເທິງເຮືອນແນ່ລູກ
ຜູ້ເປັນເມຍຢູ່ກ້ອງຕະລ່າງໄດ້ຍິນກະຝາກກັບລູກຄວາມໄປບອກກັບພໍ່ວ່າ
- ບັກຫລ້າໄປບອກພໍ່ມຶງເດີ່ວ່າ ມື້ນີ້ຕູ້ຊັກຜ້າເພ ມື້ໜ້າກ່ອນ
ຜູ້ເປັນຜົວໄດ້ຍິນກະຄິດຢາກຄຽດໃຫ້ເມຍ ເວົ້າໃນໃຈວ່າ ຈື່ໄວ້ເດີ່ ຈື່ໄວ້ເດີ່!
ຫລາຍມື້ຕໍ່ມາ ຜູ້ເປັນເມຍເກີດມີອາລົມຂຶ້ນມາ ເລີຍບອກລູກວ່າ
- ບັກຫລ້າໄປເອີ້ນພໍ່ມຶງຂຶ້ນມາຊັກເຄື່ອງຊ່ວຍແມ່ຢູ່ເທິງເຮືອນແນ່ລູກ
ຜູ້ເປັນຜົວຢູ່ກ້ອງຕະລ່າງໄດ້ຍິນກະຮ້ອງຂື້ນມາວ່າ ພໍ່ຊັກມືແລ້ວໂວ່ຍ! ບອກແມ່ມຶງແນ່!
- ເມຍ (><)" ???