ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ກ.ພ.. 12, 2012 | ມີ 13 ຄຳເຫັນ ແລະ 0 trackback(s)

 ມີສອງສາວສ່ຽວກັນທີ່ບໍ່ໄດ້ເຫັນກັນດົນແລ້ວ ຊື່ ນ. ສົມຫວັງ ແລະ ນ. ຄານທອງ ຍ່າງເລາະຊື້ເຄື່ອງຢູ່ໃນຫ້າງແຫ່ງໜຶ່ງ ໃນຊ່ວງເທດສະການ ວາເລັນໄທນ໌ ໃນນັ້ນເຂົເກໍ່ໄດ້ພົບກັນ ແລະທັກທາຍກັນ 

- ຄານທອງ: ເອີ່ສົມຫວັງ ວາເລັນໄທນ໌ ນີ້ເພິ່ນຈະຊື້ຫຍັງໃຫ້ແຟນ?

-  ສົມຫວັງ: ສາວງາມເລືອກໄດ້ຄືເຮົາ ຕ້ອງຊືນ້ຳຫອມລາຄາແພງໆແນ່ນອນ ແຕ່ກະອຸກອັ່ງໃຈຢູ່ນິ!

- ຄານທອງ: ອ່າວເປັນຫຍັງຄືອຸກໃຈ

-  ສົມຫວັງ: ກະຍ້ອນມັນມີຫລາຍຄົນນີ້ລະ ວັນທີ 14 ກຸມພາ ຈັກຊິໄປທ່ຽວນຳແຟນຄົນໄດດີ ຍາກເນາະມີແຟນຫລາຍຄົນນິ ເພີ່ນວ່າເບາະ ຄານທອງ

- ຄານທອງ: ກະຄືຊິແມ່ນຕິ ແຮ່ືໆ (ຫົວແຫ້ງ ແລະຄຶດໃນໃຈ ອີ່ຮ່ານີ້ຈັ່ງແມ່ນມຶງໂຊກດີເນາະ)

-  ສົມຫວັງ: ລະເພີ່ນເດ ຊິຊື້ຫຍັງໃຫ້ແຟນລະ?

- ຄານທອງ: ເຮົາວ່າຊິມາຫາຊື້ຄັນໄດ(ຈັກມັນຊິມາຖາມຫາເຮ່ຍຫຍັງມັນບຸ ອີ່ຮ່ານິ)

-  ສົມຫວັງ: ອ່າວຊິຊື້້ຄັນໄດໄປເຮັດຫຍັງ?

- ຄານທອງ: ບາງທີຊິມີຄົນປີນຂື້ນມາພາເຮົາລົງຈາກຄານນີ້ລະ ແຮ່ງຢູ່ດົນຄານມັນກະແຮ່ງສູງຂື້ນ  

Delicious Digg Fark Twitter
ຄຳເຫັນ (13)