![ຂຽນເມື່ອ](./images/icons/wrote.png)
ຂຽນເມື່ອ: ກ.ພ.. 16, 2012
| ມີ
11 ຄຳເຫັນ
ແລະ
0 trackback(s)
ລຸງສົມຊາຍຢາກເອົາໃຈປ້າສົມສີຜູ້ເປັນເມຍຫລັງຈາກແຕ່ງງານກັນມາດົນແລ້ວ ເລີຍຕັດສິນໃຈຊື້ເຄັກວັນເກີດໃຫ້ແກ່ຜູ້ເປັນເມຍໃນວັນເກີດຄົບຮອບ 45 ປີ ຂອງເມຍມື້ນີ້
ເມື່ອລາວໄປຮອດຮ້ານເຄັກລາວກໍ່ຈັດການສັ່ງເຄັກກ້ອນໃຫຍ່ພ້ອມໃຫ້ຂຽນອວຍພອນໃສ່ເທິງໜ້າເຄັກແບບກວນໆຫວັງວ່າເມຍຈະມີຮອຍຍີ້ມໃນງານ
ລຸງສົມຊາຍ: ຊ່ອຍຂຽນຄຳວ່າ "ເຖິງເຈົ້າຊິເຖົ້າແລ້ວ ແຕ່ກະຍັງວິເສດສຸດໆ"
ພະນັກງານຂາຍ: ຄຳອວຍພອນມັນຍາວຂຽນ 2 ແຖວໄດ້ບໍ່ລຸງ
ລຸງສົມຊາຍ: ຊັ້ນຂຽນຄຳວ່າ "ເຖິງເຈົ້າຊິແກ່ແລ້ວ " ທາງເທິງ "ແຕ່ກະວິເສດສຸດໆ" ທາງລຸ່ມ ເດີ່
ເມື່ອມາຮອດບ້ານສົມຊາຍກໍ່ຈັດການເອົາເຄັກທີ່ສົ່ງໃຫ້ເມຍທັນທີ ແລະ ເມື່ອສົມສີເປີດກ່ອງເບີ່ງພ້ອມກັບບັນດາແຂກ ໄຮໂຊ ຂອງເພີ່ນ ທີ່ມາໃນງານທັງຫລາຍ ກໍ່ເກີດອາການໜ້າແດງກ່ຳ ດ້ວຍຄວາມອາຍ ແລະ ໂມໂຫໃຈຮ້າຍກັບຄຳອວຍພອນຂອງຜົວ ຢ່າງຮຸນແຮງ
ລຸງສົມຊາຍທຳທ່າມຶນງົງພ້ອມທັງຫລຽວໄປເບິ່ງທີ່ເຄັກຈື່ງເຫັນຄຳອວຍພອນທີ່ວ່າ
"ເຖິງເຈົ້າຊິແກ່ແລ້ວ ທາງເທິງ"
"ແຕ່ກະຍັງວິເສດສຸດໆ ທາງລຸ່ມ"