![ຂຽນເມື່ອ](./images/icons/wrote.png)
ຂຽນເມື່ອ: ກ.ພ.. 20, 2012
| ມີ
5 ຄຳເຫັນ
ແລະ
0 trackback(s)
ມີມື້ໜຶ່ງ ສົມຊາຍ ໄດ້ພົບກັບ ສົມສັກ ສ່ຽວເກົ່າທີ່ບໍ່ໄດ້ເຫັນກັນດົນເຂົາໄດ້ມາພໍ້ກັນໃນຮ້ານເບຍຮ້ານໜຶ່ງ
ສົມສັກ: ເປັນຈັ່ງໄດສ່ຽວ ບໍ່ໄດ້ເຫັນໂຕດົນລະສະບາຍດີຢູ່ວາ?
ສົມຊາຍ: ເອີ່ສະບາຍດີຢູ່ ເປັນແນວໄດໄດ້ເມຍລະວະໂຕນະ?
ສົມສັກ: ເຮົາແຕ່ງງານດົນລະເດ້ສ່ຽວ ໄດ້ລູກຊາຍຜູ້ໜຶ່ງ ມັນນິເກັ່ງໄດ້ພໍ່ມັນອີ່ຫລີ ອາຍຸ 16 ປີ ເຮັດຜູ້ສາວມີລູກລະເດ້ສ່ຽວ
ສົມຊາຍ: ໂອ່ປານນັ້ນພຸ້ນວາ
ສົມສັກ: ແມ່ນຫັ້ນແລ້ວ ໂຕເດຊັ້ນນະ ໄດ້ເມຍລະວາ?
ສົມຊາຍ: ເຮົາກະແຕ່ງງານແລ້ວສ່ຽວ ໄດ້ລູກຊາຍຄືກັນ ມັນກະເກັ່ງອີ່ຫລີໄດບັກນ້ອຍເຮົານິກະດາຍ ອາຍຸ 3 ປີ ເຮັດຄົນໄຊ້ ຢູ່ບ້ານເຮົາມີລູກແລ້ວ
ສົມສັກ: ໂອ່ມັນຄືມາເກ່ງແທ້ມັນເຮັດໄດ້ແນວໃດສ່ຽວ?
ສົມຊາຍ: ມັນລັກເອົາຖົງຢາງອະນາໄມເຮົາໄປເຈາະຫລີ້ນຕອນເຮົາບໍ່ຢູ່ບ້ານນີ້ແລ້ວ
ສົມສັກ: ໂອ່ຊັ້ນເມຍໂຕບໍ່ວ່າຫຍັງວາ?
ສົມຊາຍ: ບໍ່ໄດວ່າຫຍັງໃຫ້ເຮົາດອກ ລາວມີແຕ່ເອົາໄມ້ໜ້າສາມ ມານວດໜ້າເຮົາຈົນໄດ້ໄປນອນໂຮງໝໍຊື່ໆ (><)"