![ຂຽນເມື່ອ](./images/icons/wrote.png)
ຂຽນເມື່ອ: ກ.ພ.. 21, 2012
| ມີ
13 ຄຳເຫັນ
ແລະ
0 trackback(s)
ສົມຊາຍ ເປັນຄົນມັກກິນຖົ່ວອົບເປັນຊີວິດຈິດໃຈ ເຖິງແມ່ນວ່າລາວຈະຮູ້ສຶກທໍລະມານໃຈເວລາທີ່ປ່ອຍກີ່ນຕົດອອກມາແບບບໍ່ໄດ້ຕັ້ງໃຈກໍ່ຕາມ
ມາມື້ໜຶ່ງ ສົມຊາຍໄດ້ມາພົບກັບສົມສີ ສາວງາມ ເຮັດໃຫ້ສົມຊາຍຕົກຂຸມຮັກແບບບໍ່ຮູ້ຕົວສົມຊາຍຕັດສຶນໃຈເຊົາກິນ ຖົ່ວອົບຍ້ອນວ່າລາວອາຍເວລາທີ່ປ່ອຍແກສ ອອກມາແບບບໍ່ໄດ້ຕັ້ງໃຈ
ຈົນໃນທີ່ສຸດທັງສອງກໍ່ໄດ້ແຕ່ງງານກັນ ເວລາຜ່ານໄປ 2-3 ເດືອນ ຂະນະທີ່ສົມຊາຍກຳລັງຂັບລົດກັບບ້ານລົດສົມຊາຍເກີດເພ ແລະ ເນື່ອງຈາກບ້ານຂອງລາວເຂົ້າໄປໃນຊອຍເລິກ ເລີຍບໍ່ມີລົດຮັບຈ້າງເຂົ້າໄປເຖິງ ລາວຈຶ່ງຕັດສິນໃຈຍ່າງກັບບ້ານ ແລະໂທບອກ ສົມສີວ່າ ມື້ນີ້ຊິໄດ້ກັບບ້ານຄ່ຳເດີ່ ເພາະວ່າລົດເພ ໃນ ລະຫວ່າງທາງທີ່ລາວຍ່າງກັບບ້ານນັ້ນ ລາວກໍ່ຫລືອດຕາໄປເຫັນຮ້ານຂາຍຖົ່ວອົບຮ້ານໜຶ່ງ ທີ່ມີກີ່ນຖົວອົບຫອມກວນໃຈລາວ ໃນຂະນະທີ່ລາວພວມຫຶວເຂົ້າ ແລະອິດເມື່ອຍຈາກການຍ່າງ ລາວຈື່ງຕັດສິນໃຈຍ່າງເຂົ້າໄປສັ່ງຊື້ຖົ່ວອົບ 3 ຖົງໃຫຍ່ ເພື່ອກິນລະຫວ່າງທາງ ກວ່າລາວຈະຍ່າງຮອດບ້ານລາວກໍ່ຄົງກິນຖົ່ວອົບໝົດແລ້ວ ລາວທັງຍ່າງໄປກິນໄປ ຈົນຖົ່ວອົບໝົດຈົນຍໍ່ຮູ້ໂຕ ແລະລາວກໍ່ພໍດີຍ່າງເຖິງບ້ານ ພໍມາຮອດບ້ານລາວກໍ່ເອີ້ນເມຍມາໄຂປະຕູໃຫ້ ສົມສີຟ້າວແລ່ນມາໄຂປະຕູ ແລ້ວເວົ້າວ່າ
ສົມສີ: ອ້າຍສົມຊາຍມື້ນີ້ຂ້ອຍມີອາຫາານພິເສດໃນໂຕະອາຫານໄດ ໃຫ້ເຈົ້າຫລັບຕາກ່ອນຂ້ອຍຈະເອົາຜ້າມາຜູກຕາເຈົ້າໄວ້
ສົມຊາຍ: ໂອ່ແມ່ນວານ້ອງ (ລາວຄຶດໃນໃຈວ່າ ມື້ນີ້ແມ່ນວັນເກີດລາວ ເມຍຄົງຈະ Surprise ແນ່ນອນ)
ແລ້ວສົມສີກໍ່ພາສົມຊາຍໄປນັ່ງທີ່ໂຕະອາຫານ ທັນໄດນັ້ນລາວກໍ່ຮູ້ລືກວ່າ ມີບາງຢ່າງກຳລັງເຄື່ອນໄຫວໃນທ້ອງຂອງລາວ ໂຊກຊ່ວຍພໍດີທີ່ສຽງໂທລະສັບດັງຂື້ນ ສົມສີຟ້າວແລ່ນໄປຮັບໂທລະສັບ ທັນໄດນັ້ນລາວກໍ່ໄດ້ປ່ອຍ ຕົດອັນເຫມັນ ປານໄຂ່ເນົ່າອອກມາ ຈົນລາວເອງກະຍັງເກືອບທົນບໍ່ໄດ້ ຈຶ່ງໄດ້ເອົາຜ້າເຊັດໜ້າມາປັດໄລ່ກິ່ນ ຫລັງຈາກນັ້ນລົມໃນທ້ອງກໍ່ເລີ່ມກັບມາອີກ ຈົນລາວອົດບໍ່ໄດ້ຕ້ອງປ່ອຍມັນສຸດແຮງ ສຽງຂອງມັນດັງປານກັບວ່າ ຕັ່ງທີ່ລາວນັ່ງກຳລັງຊິຫັກ ລາວຮິບເອົາຜ້າເຊັດໜ້າມາໂບກໄລ່ກິ່ນທັນທີຫວັງວ່າຈະເຮັດໃຫ້ກີ່ນມັນຫາຍໄປແຕ່ບໍ່ທັນເທົ່າໄດອີກ ຂ້າເສິກກໍ່ເລີ່ມໂຈມຕີລາວອີກຈົນເຮັດໃຫ້ລາວຕ້ອງຕົດອີກຄັ້ງໜຶ່ງ ເທື່ອນີ້ແຮງກວ່າເກົ່າອີກ ສຽງຂອງມັນແຮງຈົນຈານຢູ່ເທິງໂຕະຕ້ອງສະເທີອນ ລາວຄິດໃນໃຈວ່າໂຊກດີທີ່ບໍ່ມີໃຜຮູ້ ຫລັງຈານນັ້ນ 10 ນາ ທີ ສົມສີກໍ່ຍ່າງກັບມາ ແລ້ວເປີດຜ້າພັນຕາຂອງລາວໄວ້ອອກພ້ອມກັບຮ້ອງວ່າ "Surprise "
ສົມຊາຍຕ້ອງຕົກໃຈສຸດຂີດເມື່ອພົບວ່າ ຕໍ່ໜ້າລາວ ມີ ແຂກ 12 ຄົນ ທີ່ ມາ ຮ່ວມ ກິນເຂົ້າແລງ ແລະ ອວຍພອນວັນເກີດໃຫ້ລາວ
(>_<)" ???