ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ມິ.ຖ.. 2, 2012 | ມີ 7 ຄຳເຫັນ ແລະ 0 trackback(s)

ໃນຮ້ານເຫຼົ້າແຫ່ງນຶ້່ງ ບຸນລອຍ ນັ່ງເບິ່ງແກ້ວເຫຼົ້າຢູ່ເທິງໂຕະດົນເຕີບດ້ວຍທ່າທາງແບບໝົດສີ້ນຫວັງໃນຊີວິດ ເວລາຜ່ານໄປດົນເຕີບ ສົມໂຊກ ບ່າວອາລົມດີ ຂີ້ຫຼິ້ນ ມັກຢອກມັກກວນໝູ່ ກໍ່ຍ່າງກາຍມາ ລາວເຫັນ ບຸນລອຍ ນັ່ງຊຶມເສົ້າຢູ່ ກະວ່າຈະໄປກວນຈັກໜ້ອຍ 

ສົມໂຊກ ຍ່າງເຂົ້າໄປຫາ ບຸນລອຍ ແລ້ວກໍ່ຈັບແກ້ວເຫຼົ້າທີ່ຢູ່ເທິງໂຕະກິນຈົນໝົດ ເມຶ່ອ ບຸນລອຍ ເຫັນກໍ່ຕົກໃຈຮ້ອງໃຫ້ ໂວຍວາຍຂຶ້ນ ວ່າ:

ບຸນລອຍ : ອ່າວເປັນຫຍັງມັນຄືມາເປັນຈັ່ງຊິ ກິນຈັນໝົດເລີຍ ຕາຍແທ້ໆ !!!

ສົມໂຊກ : ໂອ່ຍ! ສ່ຽວເຮົາຢອກໂຕຫຼິ້ນຊື່ໆ ເລຶ່ອງເລັກນ້ອຍຊ່ຳນີ້ ເຖິງກັບໂວຍວາຍປານເດັກນ້ອຍເນາະ ມັນຊິຊ່ຳໄດວະ ເຮົາຊື້ໃຫ້ກິນຄືນ 2 ແກ້ວເລີຍກະໄດ້ ນະ 

ບຸນລອຍ : ມັນບໍ່ແມ່ນແນວນັ້ນສ່ຽວ

ສົມໂຊກ : ແລ້ວມັນເລື່ອງຫຍັງຊັ້ນນະ ລອງບອກເຮົາມາເບິ່ງດຸມີຫຍັງຊ່ອຍໄດ້ເຮົາກະຊິຊ່ອຍ

ບຸນລອຍ : ເລື່ອງມັນເສົ້ານະສ່ຽວຄວາມຊວຍຂອງເຮົານະ  ຄືວ່າມື້ນີ້ເຮົາ ນອນຕື່ນສວາຍ ກະເລີຍໄປປະຊຸມຊ້າ ເຮັດໃຫ້ເຈົ້ານາຍໃຈຮ້າຍຫຼາຍ ເລີຍ ໄລ່ເຮົາ ອອກວຽກ ເຮົາກໍ່ເລີຍຈະກັບບ້ານ ພໍມາຮອດຄອກລົດ ປາກົດວ່າລົດຂອງເຮົາກະເສຍ ເຮົາກໍ່ເລີຍ ລັດລົດເມກັບບ້ານ ປາກົດວ່າເຮົາລືມກະເປົາເງິນໄວ້ເທິງລົດເມ ອີກ ພໍມາຮອດເຮືອປາກົດວ່າ ເຮືອນຂອງເຮົາຖືກໄຟໃໝ້ອີກ ເຮົາບໍ່ເຫຼືອຫຍັງແລ້ວ ເຮົາບໍ່ຢາກມີຊີວິດຕໍ່ໄປອີກແລ້ວ ພໍດີມີເງິນຕິດຢູ່ຖົງໂສ້ງ 10 000 ກີບ ເຮົາໄປຊື້ຢາເບື່ອ 5000 ແລ້ວ ຍັງ 5000 ກໍ່ເລີຍຊື້ເຫຼົ້າກິນພໍກິນໄປເຄິ່ງແກ້ວ ເຮົາກໍ່ເອົາຢາເບື່ອເທໃສ່  ກະວ່າຈະກິນໃຫ້ຕາຍ ແຕ່ເຮົາບໍ່ກ້າກິນ ໄດ້ແຕ່ນັ່ງເບິ່ງ ພໍດີໂຕມາຈັບແກ້ວມື້ກີ້ນີ້ຍົກ ຈົນໝົດເລີຍ 

ສົມໂຊກ : !!!!!!!!!!!!!!!!!!!!!!!!!!!!!!!!!!! ><" 

Delicious Digg Fark Twitter
ຄຳເຫັນ (7)
ກ.ພ.. 27, 2013 09:45 AM
tx t add ja 
ກ.ພ.. 15, 2013 11:17 AM
 
ພ.ຈ.. 12, 2011 11:42 AM
ສະບາຍດີ 
ຕ.ລ.. 28, 2011 05:47 PM
ສະບາຍດີເຊັ່ນກັນ ຢູ່ໃສນີ້ໜາຍຄວາມວ່າຢູ່ບ້ານໃດ ຫັ້ນບໍ່?
ຢູ່ວຽງຈັນ ບ້ານນາຄໍາ 
ຕ.ລ.. 28, 2011 02:11 PM
ສະບາຍດີ 
ຕ.ລ.. 27, 2011 03:50 PM
ຂໍເຊີນທ່ານມາຮ່ວມກຸ່ມ ນອກກະລາ ຂອງພວກເຮົາ ເພື່ອແບ່ງປັນແລະເຝົ້າລະວັງເລື້ອງທີ່ບໍ່ດີທີ່ຈະເຮັດໃຫ້ເມືອງ
ລາວເຮົາເຊື່ອໂຊມລົງ ມາຊ່ວຍກັນຄົນລະຫນ້ອຍ ເພື່ອຊ່ວຍສັງຄົມລາວ ຖ້າບ້ານເມືອງດີ ພໍ່ແມ່ອ້າຍນ້ອງຂອງພວກເຮົາ
ກໍ່ຈະມີຊີວິດທີ່ດີ  
ກ.ຍ.. 27, 2011 04:52 PM