ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ມິ.ຖ.. 19, 2012 | ມີ 6 ຄຳເຫັນ ແລະ 0 trackback(s)

ບຸນເຕັງ ກັບ ສົມພອຍ ສອງຜົວເມຍ ກຳລັງຕຽມໂຕ ທີ່ຈະອອກໄປງານດອງ ໃນຂະນະທີ່ ບຸນເຕັງ ກຳລັງແຖໜວດຢູ່ ແຕ່ ສົມພອຍ ອາບນ້ຳແລ້ວພໍດີ ບຶດໜຶ່ງ ກໍ່ມີຄົນມາເຄາະປະຕູໜ້າບ້ານ ບຸນເຕັງເລີຍຮ້ອງໃສ່ເມຍວ່າ:

ບຸນເຕັງ: ອອກໄປເບິ່ງດຸ ແມ່ນໄຜມາເຄາະປະຕູຫັ້ນນະ!

ພໍແຕ່ໄດ້ຍິນສຽງຜົວຮ້ອງໃສ່ ສົມພອຍກະຮິບຟ້າວເອາແພເຊັດໂຕ ມາພັນໂຕເອງ ແລ້ວກໍ່ແລ່ນມາໄຂປະຕູ ເມື່ອໄຂປະຕູແລ້ວລາວກໍ່ເຫັນມີຜູ້ຊາຍຄົນໜຶ່ງ ຢືນແນມລາວດົນເຕີບແລ້ວຊາຍຄົນນັ້ນກໍ່ເວົ້າວ່າ: 

ຊາຍຄົນນັ້ນ: ຂ້ອຍຈະໃຫ້ເງິນເຈົ້າ 2 ແສນ ແຕ່ເຈົ້າຕ້ອງແກ້ຜ້າພັນໂຕອອກໃຫ້ໝົດ ໃຫ້ຂ້ອຍເລິ່ງອັນນັ້ນ

ສົມພອຍຍືນຄຶດບຶດໜຶ່ງລາວຄຶດວ່າ (ເງິນຕັ້ງ 2 ແສນ ບໍ່ມີໃຜຮູ້ໃຜເຫັນ ນຳ ແກ້ບຶດດຽວໜຶ່ງ ) ຫຼັງຈາກນັ້ນສົມພອຍກໍ່ແກ້ຜ້າອອກໃຫ້ຊາຍຄົນນັ້ນເບິ່ງ ຫຼັງຈາກທີ່ຊາຍຄັນນັ້ນໄດ້ເບິ່ງສົມໃຈແລ້ວ ກໍ່ໃຫ້ເງິນ ແກ່ສົມພອຍ 2 ແສນ ແລ້ວກໍ່ໜີໄປ

ຫຼັງຈາກນນັ້ນບຶດໜຶ່ງບຸນເຕັງກະເອີ້ນຖາມເມຍວ່າ

ບຸນເຕັງ: ໄຜມາເຄາະປະຕູຫັ້ນນະ 

ສົມພອຍ: ຈັກໄຜກະບໍ່ຮູ້ ເອົາເງິນມາໃຫ້ 

ບຸນເຕັງ: ໂອ່ ຢ້ານແມ່ນບັກ ບຸນຫຼອຍ ເອົາເງິນມາໃຊ້ໜີ້ ຂ້ອຍ 2 ແສນ ແມ່ນບໍ່? ທີ່ຮັກ

Delicious Digg Fark Twitter