![ຂຽນເມື່ອ](./images/icons/wrote.png)
ຂຽນເມື່ອ: ມິ.ຖ.. 28, 2012
| ມີ
4 ຄຳເຫັນ
ແລະ
0 trackback(s)
ມີຄີນິກແຫ່ງໜຶ່ງ ເຊິ່ງຮັບຮັກສາທຸກໂລກ ໃນຂະນະທີ່ ດຣ. ສົມໃຈ ປະຈຳຄີນິກກຳລັງນັ່ງເຊັງຢູ່ ຍ້ອນບໍ່ມີລູກຄ້າ
ໃນຂະນະນັ້ນກໍ່ມີຜູ້ຍິງຄົນໜຶ່ງ ອູ້ມເດັກນ້ອຍອາຍຸຍັງບໍ່ຮອດ 1 ຂວບ ຍ່າງເຂົ້າມາໃຫ້ ດຣ. ສົມໃຈ ກວດອາການ
ເດັກນ້ອຍຄົນນັ້ນ ທັງຈ່ອຍທັງເຫຼືອງຄືກັບເດັກຂາດສານອາຫານ ດຣ. ສົມໃຈ ກວດເບິ່ງປາກ ເບິ່ງລີ້ນ ແລະ ລຳຄໍ ແລະ ອະໄວຍະວະຕ່າງໆແລ້ວກໍ່ເວົ້າວ່າ:
ດຣ. ສົມໃຈ: ສົງໃສຂາດສານອາຫານ ລາວບໍ່ມັກດູດນົມແມ່ແມ່ນບໍ່?
ຍິງຄົນນັ້ນ: ແມ່ນແລ້ວ ທ່ານໝໍ
ດຣ. ສົມໃຈ: ໃສຂໍກວດເບິ່ງນົມ ເຈົ້າເບິ່ງດຸ ມີຫຍັງຜິດປົກກະຕິບໍ່? ເດັກນ້ອຍຈັ່ງບໍ່ດູດນົມ
ຍິງຄົນນັ້ນ: ບໍ່ກວດກະໄດ້ຕິທ່ານໝໍ
ດຣ. ສົມໃຈ: ບໍ່ໄດ້ ຕ້ອງໄດ້ກວດໄຫ້ຫມົດ ບໍ່ຊັ້ນເດັກນ້ອຍກະຊິບໍ່ເຊົາ
ຍິງຄົນນັ້ນຈຶ່ງຍອມແກະກະດຸມເສື້ອອອກໃຫ້ ດຣສົມໃຈ ກວດ ດ້ວຍທ່າທາງແບບບໍ່ພໍໃຈ ດຣສົມໃຈ ກໍ່ກວດນົມລາວເບິ່ງ ແລະ ທັງບີບໄປບີບມາ ແລ້ວເວົ້າວ່າ:
ດຣ. ສົມໃຈ: ກະບໍ່ເຫັນມີຫຍັງຜິດປົກກະຕິ ລັກສະນະຂອງນົມກະສົມບູນທຸກຢ່າງ ແຕ່ຕອນບິບເບິ່ງຄືບໍ່ເຫັນມີນ້ຳນົມອອກມາ ສົມພໍດອກເດັກຈັ່ງຈ່ອຍ
ຍິງຄົນນັ້ນ: ຊິໃຫ້ມັນມີນ້ຳນົມໄດ້ຈັ່ງໄດ ແນວກູເປັນນ້າສາວມັນນະ
ດຣ. ສົມໃຈ: ຮະ! ? ><"