ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ຕ.ລ.. 14, 2012 | ມີ 6 ຄຳເຫັນ ແລະ 0 trackback(s)

ນາງສາວ ບຸນນ້ອຍ ນັ່ງລົດເມກັບບ້ານຫລັງຈາກເລີກວຽກ ລາວໄດ້ອ່ານ ຂ່າວໜ້າໜຶ່ງໃນໜັງສືພິມ ລາຍງານຂ່າວກ່ຽວກັບຄະດີ ຂ້າຂົ່ມຂືນຜູ້ຍິງໃນຮ່ອມເຂົ້າບ້ານທີ່ປ່ຽວແຖວໆບ້ານຂອງລາວ ລາວຮູ້ສຶກຢ້ານຫລາຍແຕ່ກະຕ້ອງໄດ້ທຽວຮ່ອມນີ້ເປັນປະຈຳ ຫລັງຈາກລົງລົດເມລາວກະຕ້ອງມາແວ່ຊື້ເຝີຢູ່ຫນ້າຮ່ອມເຂົ້າບ້ານເພື່ອໄປຕ້ອນແມ່ລາວ ແລ້ວກໍ່ຈ້າງ ລົດຈັກເຂົ້າໄປອີກ 1 ກິໂລກວ່າຈະຮອດເຮືອນ ໃນຂະນະທີ່ລາວກຳລັງຊ້ອນລົດຈັກນັ້ນ ລາວກໍ່ສັງເກດເຫັນວ່າ ໂຊເຟີ່ລົດຈັກຫັນຫນ້າມາເບິ່ງລາວຕະຫລອດ ແບບບໍ່ພໍໃຈ ແຕ່ລາວກໍ່ຕ້ອງເຮັດເປັນໃຈດີສູ້ເສືອ ຫລັງຈາກນັ້ນອີກບໍ່ດົນໂຊເຟີ່ ກໍ່ເອີ້ນຖາມລາວ ວ່າ:

ໂຊເຟີ່: ນ້ອງສາວ ເຈົ້າເຄີຍຕາຍລະວາ!

ນຸນນ້ອຍ: ແມ່ຫຍັງ! ເຈົ້າຊິເຮັດຫຍັງຂ້ອຍ ຢ່າໄດ! ຂ້ອຍຍັງບໍ່ຢາກຕາຍ ຢ່າ! ຢ່າ!!

ໂຊເຟີ່: ຄັນບໍ່ຢາກຕາຍລະມຶງຮິບເອົາຖົງເຝີອອກຈາກຫລັງກູ ມັນຮ້ອນ!

Delicious Digg Fark Twitter