
ຂຽນເມື່ອ: ກ.ລ.. 12, 2012
| ມີ
10 ຄຳເຫັນ
ແລະ
0 trackback(s)

ບໍລິສັດ Broad Sustainable Building` (BSB) ຂອງຈີນໄດ້ປະກາດກ່ຽວກັບໂຄງການກໍ່ສ້າງອາຄານທີ່ສູງທີ່ສຸດຊື່ວ່າ: `Sky City` ຢູ່ທີ່ເມືອງ ຈານຊາ ແຂວງ ເຫີໜານ
ໃຫ້ສຳເລັຖພາຽໃນ ໙໐ ວັນ.
ອາຄານສູງ ໒໒໐ ຊັ້ນ 95% ຖືກສ້າງສຳເລັຖຮູບຈາກໂຮງງານ, ແຜນການຈະເລີ່ມການຕິດຕັ້ງໃນເດືອນ ໑໑ ປີ ໒໐໑໒ນີ້ ແລະຈະສຳເລັຖໃນທ້າຽເດືອນ ໜຶ່ງ ປີ ໒໐໑໓. ອາຄານີ້ຈະມີ ລິຟສຳລັບການເດີນທາງຂຶ້ນລົງທັງໝົດ ໑໐໔ ຊຸດ. ແຜນການແມ່ນ ໘໓ສ່ວນ ໃຊ້ເປັນທີ່ຢູ່ອາສັຍ, ໕ສ່ວນ ເປັນໂຮງແຮມ, ໓ສ່ວນເປັນໂຮງຮຽນ, ໓ສ່ວນເປັນໂຮງພະຍາບາລ ແລະ ໓ສ່ວນເປັນຮ້ານຄ້າ,ຮ້ານອາຫານ ແລະອື່ນໆ. ການກໍ່ສ້າງແມ່ນໄດ້ຄິດໄລ່ໃສ່ແຜ່ນດິນໄຫວໃນລະດັບ ໙ ເຣັກເຕີ.
ມູນຄ່າການກໍ່ສ້າງຈະຕົກເປັນທັງໝົດ ໖໒໘ ລ້ານໂດລາສະຫະຣັຖ.