ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ມິ.ຖ.. 18, 2012 | ມີ 4 ຄຳເຫັນ ແລະ 0 trackback(s)

 ຄຣູສອນວິຊາໂລກອອ້ມຕົວກຳລັງອະທິບາຽເລື່ອງກອງປະຊຸມຂອງກຸ່ມ ຈີແປດ, ຈີຊາວຢູ່. ຄຣູຄົນນີ້ກໍ່ເຄີຽໄດ້ບົດຮຽນຫຼາຽອັນຈາກທ້າວນ້ຽເຊັ່ນກັນເພາະເປັນລູກຂອງ ດອກເຕີທີ່ສອນຢູ່ມະຫາວິທະນາໄລແຫ່ງຊາຕ, ທ້າວນ້ຽເຄີຽໄດ້ຍິນພໍ່ແລະພໍ່ສ່ຽວລົມກັນເລື່ອງຕ່າງໆທີ່ເປັນບົດຮຽນຫຼາຍອັນກໍ່ເອົາມາເລົ່າສູ່ຄຣູຟັງ. ມື້ນີ້ພໍດີກອງປະຊຸມ ຈີຊາວໄດ້ໄຂຂຶ້ນຢູ່ຕ່າງປະເທດ, ທ້າວນ້ຽກະໄດ້ຍິນພໍ່ແລະພໍ່ສ່ຽວລົມກັນເໝືອນເຄີຽຄິດວ່າຊິເອົາມາເລົ່າສູ່ຄຣູຟັງພໍດີ.

ຄຣູ: ມື້ນີ້ເພິ່ນໄຂກອງປະຊຸມ ຈີຊາວຂຶ້ນ ມີໃຜຮູ້ເລື່ອງຫັຽງແດ່?

ຫ້ອງຮຽນ: ງຽບທັງຫ້ອງ!

ຄຣູ: ແລ້ວ ທ້າວນ້ຽເດຮູ້ຫັຽງບໍກ່ຽວກັບກອງປະຊຸມນີ້?

ທ້າວນ້ຽ: ຫຼານກະບໍ່ຮູ້ຫັຽງດອກ, ແຕ່ໄດ້ຍິນອີ່ພໍ່ແລະພໍ່ສ່ຽວລົມກັນຢູ່ເລື່ອງນີ້.

ຄຣູ: ເພິ່ນວ່າແນວໃດ?

ທ້າວນ້ຽ: ຮຽນເອື້ອຽຄຣູ ເພິ່ນລົມກັນວ່າ: ລາວເຮົາຈັດໃນກຸ່ມ ຈີໃດ ພໍ່ສ່ຽວທັງຫຼາຽຕອບວ່າບໍ່ຮູ້. ແຕ່ມີພໍ່ສ່ຽວໜຶ່ງຕອບອອກມາວ່າ: ລາວເຮົາຢູ່ກຸ່ມ ຈີຫົກ. ແລ້ວໝົດກຸ່ມກະຫົວຂຶ້ນ. 

              ນ້ອງກະຮູ້ແຕ່ທໍ່ນັ້ນລະເອື້ອຽຄຣູ. ລາວຢູ່ກຸ່ມ ຈີຫົກ.

ຄຣູ: ເລື່ອງນີ້ເອື້ອຽກະບໍ່ເຄີຽຮູ້ຄືກັນຕ້ອງໄດ້ໄປຫາຮຽນຮູ້ວິຊາອອ້ມຕົວສາກ່ອນ. ແຕ່ຂອບໃຈເດີທີ່ບອກໃຫ້ຮູ້.

ຂຽນເມື່ອ ຂຽນເມື່ອ: ພ.ພ.. 9, 2012 | ມີ 8 ຄຳເຫັນ ແລະ 0 trackback(s)

ນາຽຄຣູກະເທີຽກຳລັງສອນເລື່ອງໄວຍະກອນພາສາລາວ ມາຮອດໝວດ ຄຳກັມະ

ນາຽຄຣູ:  ມື້ນີ້ພວກເຮົາມາຮູ້ຈັກກັບ ຄຳ ກັມມະ, ໃນພາສາລາວເຮົາມີຄຳກັມມະຢູ່ ໒ ແບບຄື: ກັມມະຄົບ ແລະກັມມະຂາດ

ນັກຮຽນ: ຮຽນນາຽຄຣູ ຂໍຖາມແນ່ ວ່າ ຄຳກັມມະແບບສອງອັນລວມກັນບໍ່ມີບໍ?

ນາຽຄຣູ: ແບບໃດລະທີ່ວ່າມັນມາລວມກັນຫັ້ນນາ?

ນັກຮຽນ: ຮຽນນາຽຄຣູ ກະແບບວ່າ ກັມະກະເທີຽຫັ້ນໜາບໍ່ມີບໍ?

ນາຽຄຣູ: ...............!!!!!..........

 

ຂຽນເມື່ອ ຂຽນເມື່ອ: ພ.ພ.. 9, 2012 | ມີ 6 ຄຳເຫັນ ແລະ 0 trackback(s)

ແມ່ເຖົ້າຄົນໜຶ່ງໄປໂຮງພະຍາບາລເພື່ອກວດຫາພະຍາດ, ເມື່ອເຂົ້າໄປຫ້ອງກວດປຸບພະຍາບານກໍ່ເລີ່ມຊັກຖາມ

ພະຍາບາລ:  ແມ່ນເຖົ້າຍັງແຂງແຮງດີເນາະ!

ແມ່ເຖົ້າ:       ບໍ່ໃຫ້ແຂງແຮງແນວໃດ ກະແນວແມ່ເຖົ້າກິນຢາບຳລຸງທຸກວັນ.

ພະຍາບາລ: ມີຢາຫັຽງແນ່ລະທີ່ແມ່ເຖົ້າກະນຫັ້ນນ່າ?

ແມ່ເຖົ້າ:     ກະມີຢາ ເບອອັງ, ເບດູ, ເບຫົກ , ເບສິບສອງ ຫັ້ນເດ! ອັນຍັງບໍ່ໄດ້ກິນລະແມ່ນ ເບ ສີ່ສິບ ກັບ ເບສີ່ສິບເອັດ ທໍ່ນັ້ນລະ.ຄັນໄດ້ກິນຄືຊິອາຍຸຍືນເນາະລູກເນາະ.

ພະຍາບາລ: !!!!????!!!!

ຂຽນເມື່ອ ຂຽນເມື່ອ: ພ.ພ.. 8, 2012 | ມີ 7 ຄຳເຫັນ ແລະ 0 trackback(s)

ສາວຄຣູປະຖົມແຫ່ງໜຶ່ງສອນວິຊາແຕ້ມຮູບໃຫ້ກັບນ້ອງນັກຮຽນແລະກະບອກໃຫ້ພວກນ້ອງໆແຕ້ມຮູບຕາມໃຈ! ເວລາຜ່ານໄປ ໑ ຊົ່ວໂມງ. ສາວຄຣູກໍ່ເລີ່ມເກັບໃບເຈັ້ຽແຕ້ມຮູບຂອງນ້ອງໆນັກຮຽນ. ໃນນັ້ນ ຜິດສັງເກດເຈັ້ຽຂອງ ທ້າວ ກິ ບໍ່ມີຮູບຫັຽງ ສາວຄຣູກະເລີ່ມຖາມທ້າວ ກິ ວ່າ:

ສາວຄຣູ: ກິ ຫຼານຄືບໍ່ແຕ້ມຮູບຫັຽງ?

ທ້າວ ກິ: ຫຼານກະແຕ້ມລະເດ! ຫຼານກະຂຽນບອກຢູ່ຫັ້ນເດ!

ສາວຄຣູ: ຮູບອາກາດນີ້ຫວະ?

ທ້າວກິ: ແມ່ນແລ້ວສາວຄຣູ! ຮູບອາກາດແຕ້ມງ່າຽກວ່າໝູ່

ສາວຄຣູ: ແຕ່ຫຼານຄືບໍ່ແຕ້ມຊັ້ນນາ?

ທ້າວກິ: ຫຼານກະແຕ້ມລະເດ ແຕ່ ສາວຄຣູຫາຽໃຈເຂົ້າປອດໝົດລະເດຕອນໄປເກັບເຈັ້ຽແຕ້ມຮູບນັ້ນ!

ສາວຄຣູ: ?!?!?!?!?!

 

ຂຽນເມື່ອ ຂຽນເມື່ອ: ພ.ພ.. 7, 2012 | ມີ 6 ຄຳເຫັນ ແລະ 0 trackback(s)

ຄູສອນວິຊາວັທນາທັມແລະສັງຄົມກຳລັງສອນນັກຮຽນປະຖົມແຫ່ງໜຶ່ງກຳລັງເວົ້າຮອດເລື່ອງ ສະຫວັນ ແລະ ນາຣົກ ຢູ່, ແລະຕອນນັ້ນກໍ່ອະທິບາຽບອກນັກຮຽນວ່າ:

ນາຽຄຣູ: ຖ້າໃຜໄດ້ຄະແນນ ໒,໓,໔,໕ ສແດງວ່າຈະຕົກ ນະຣົກ., ສ່ວນໃຜໄດ້ຄະແນນ ໖,໗,໘,໙,໑໐ ແມ່ນຈະຕົກ ສຫວັນ.

ນັກຮຽນສລອກກອກຜູ່ໜຶ່ງດອດຂຶ້ນວ່າ: ຮຽນທ່ານຄຣູ! ມີແຕ່ສອງທາງນັ້ນບໍ? ຄັນຊັ້ນຫຼານຢາກຢູ່ໂລກນີ້ຕ້ອງໄດ້ຄະແນນເທົ່າໃດ?

ນາຽຄຣູ: ..............................

ຂຽນເມື່ອ ຂຽນເມື່ອ: ພ.ພ.. 7, 2012 | ມີ 8 ຄຳເຫັນ ແລະ 0 trackback(s)

ປະເທດຊາດຫາກໍ່ໄດ້ຮັບການປົດປ່ຽມາໄດ້໒ປີ. ສະຫາຽ ສິບໂທ ໄດ້ຖືກມອບໝາຽຈາກກອງ ຈໍຣະຈຣ ໃຫ້ໄກກວດເອກສານລົຖຈັກໂດຽສະເພາະ ທີ່ສີ່ແຍກຕະຫຼາເຊົ້າ.  ສະຫາຽ ສິບໂທກໍ່ເລີ່ມປະຕິບັດງານແຕ່ເວລາແປດໂມງຕົງເປັນຕົ້ນໄປ. ເຫັນນັກຂັບຂີ່ທັງຫຼາຽແລ່ນໄປແລ່ນມາຕາມທ້ອງຖນົນແລະສະຫາຽກໍ່ອອກມາບອກໃຫ້ຜູ່ສັນຈຣຢຸດລົຖແລະກໍ່ຖາມ

ສະຫາຽ ສິບໂທ: ນີ້ແມ່ນລົຖຫັຽງ?

ຜູ່ຂັບຂີ່: ລົຖ ຢາມາຮາ, ລົຖຮອນດາ, ລົຖ ກາວາຊາກິ,

ສະຫາຽ ສິບໂທ: ຄັນຊັ້ນກະໄປໄດ້.

ຕອນແລງຫຼັງເລີກການ ສິບໂທກັບຄືນມາຫ້ອງການແລະລາຽງານໃຫ້ທາງກອງຊາບວ່າ: ການອອກກວດມື້ນີ້ບໍ່ມີລົຖຈັກພໍຄັນໃຫ້ກວດເລີຽຫົວໜ້າ.

ຫົວໜ້າ:  ຄັນຊັ້ນສແດງວ່າມີແຕ່ລົດຫັຽງຊັ້ນນາ?

ສະຫາຽ ສິບໂທ: ລາຽງານທ່ານຫົວໜ້າ ແລ້ນໃນຖນົນມື້ນີ້ມີແຕ່ ລົຖ ຢາມາຮາ, ລົຖຮອນດາ, ລົຖກາວາຊາກິ! ລົຖຈັກບໍ່ມີຈັກຄັນເລີຽ.

ຫົວນ້າ: ໕໕໕໕໕໕໕໕໕໕໕໕໕໕

ຂຽນເມື່ອ ຂຽນເມື່ອ: ພ.ພ.. 7, 2012 | ມີ 4 ຄຳເຫັນ ແລະ 0 trackback(s)

ຊາຽຄົນໜຶ່ງກຳລັງຂັບລົຖເກັງໄປພົບຄົນຮັກທີ່ໄອເຕັກ. ລາວຂັບລົຖອ້ອມສາມຮອບແຕ່ບໍ່ມີບ່ອນຈອດ ແລະ ເວລານັດໝາຽໃກ້ເຂົ້າມາທຸກທີ.

ຊາຽໜຸ່ມໄດ້ແຕ່ຕາຫຼຽວຂຶ້ນຟ້າແລະອະທິຖານ: ສາທຸ! ຖ້າຫາກສິ່ງສັກສິດທັງຫຼາຽຫາບ່ອນຈອດລົຖໃຫ້ໄດ້, ຂ້ຽຈະເຊົາກິນເຫຼົ້າ, ສູບຢາ ແລະ ຈະໄປໃສ່ບາດທຸກວັນ. ທັນໃດນັ້ນເຂົາກະແນມເຫັນລົຖຄັນໜຶ່ງກຳລັງຖຽອອກແລະບ່ຶນກໍ່ຈະຫວ່າງຂຶ້ນມາທັນທີ. ຊາຍໜຸ່ມບໍ່ຈັກຊິເຮັດກະເລີີຽຫຼຽວຂຶ້ນຟ້າອີກ ແລະເວົ້າອອກເປັນສຽງວ່າ: ຕອນນີ້ຂໍລົບລ້າງຄຳອະທິຖານທັງໝົດເນື່ອງຈາກຂ້ຽຊອກເຫັນບ່ອນຈອດລົຖເອງ໕໕໕໕໕!

ຂຽນເມື່ອ ຂຽນເມື່ອ: ພ.ພ.. 7, 2012 | ມີ 1 ຄຳເຫັນ ແລະ 0 trackback(s)

ໃນເຮືອນເສຖີລາວຜູ່ໜຶ່ງໄດ້ຈ້າງສາວໃຊ້ມາແຕ່ຝັງໄທ. ຢູ່ມາມື້ໜຶ່ງສາວໃຊ້ຕື່ນຈາກນອນແລະເຈັບທອງຂີ້ຢ່າງແຮງຄິດຈະເຂົ້າຫ້ອງນ້ຳແຕ່ບໍ່ທັນກະເລີຽປ່ຽອອກຕາມທາງເຂົ້າຫ້ອງນ້ຳ, ໃນຕອນນັ້ນເຈົ້າຂອງເຮືອນຕື່ນຂຶ້ນມາກະເລີຽຊິໄປເຂົ້າຫ້ອງນ້ຳຄືກັນເລີຽມາເຫັນແນວນັ້ນກະເລີຽຖາມສາວໃຊ້ວ່າ:

ຄົນໃຊ້:   ແມ່ນຂີ້ໃຜນີ້?

ສາວໃຊ້: ຂີ້ໜູ ຄະ!

ຄົນໃຊ້:  ມຶງຢ່າມາຮຽນຕົວະ!

ສາວໃຊ້: ຂີ້ໜູ ຈິງໆຄະ!

ຄົນໃຊ້:  ໂອ້ອີ່ຫ່າມຶງນີ້! ຂີ້ໜູບ້ານພໍ່ບ້ານແມ່ມຶງບໍຄືມາກ້ອນໃຫ່ຽແທ້? ມັນຊິຂີ້ຫັຽງກະຢ່າແມ່ມັນ ມຶງຂ້ຽວມ້ຽນດຽວນີ້.

ສາວໃຊ້: ບອກແລ້ວວ່າ ຂີ້ໜູກະຍັງບໍ່ເຊື່ອ!

ຄົນໃຊ້:  ເອີ້! ໜູໂຕທໍ່ສາມນິ້ວນີ້ ຂີ້ມັນກະຊ່ຳສາມນິ້ວ ສະແດງວ່າ ມັນຂີ້ອອກແລ້ວກະບໍ່ເຫຼືອຫັຽງເລີຽແມ່ນບໍ?

ສາວໃຊ້: ກະເຫຼືອ ໜູ ຢູ່ນີ້ລະຄະ!

 

 

ຂຽນເມື່ອ ຂຽນເມື່ອ: ມ.ນ.. 29, 2012 | ມີ 4 ຄຳເຫັນ ແລະ 0 trackback(s)

ຂຽນເມື່ອ ຂຽນເມື່ອ: ມ.ນ.. 29, 2012 | ມີ 5 ຄຳເຫັນ ແລະ 0 trackback(s)

ບ່າວໃຕ້ໄປຂຶ້ນຝຶກງານຢູ່ຫຼວງພຣະບາງ. ວັນໜຶ່ງແມ່ເຈົ້າເຮືອນບອກຂຶ້ນຕັດເອົາໝາກພ້າວລົງມາກິນ. ຫຼັງຈາກລົງມາແລ້ວກໍ່ຖາມລູກສາວແມ່ເຈົ້າເຮືອນວ່າ:

ບ່າວໃຕ້: ສາວໆມີຈອກບໍ?

ສາວ:     ມີໂອ!

ບ່າວໃຕ້:  ໂອກະເອົາ!

ສາວ: ໂອບໍ່ມີ ມີແຕ່ຈອກ!

ບ່າວໃຕ້: ວ່າງກີ້ວ່າມີໂອ ບາດນີ້ພັດວ່າໂອບໍ່ມີ ມັນຈັ່ງໄລກັນນີ້!

ສາວ: ບໍ່ໄດ້ຈັງໄຮ ກະຍັງບອກວ່າ: ໂອບໍ່ມີ ມີແຕ່ຈອກ!

ບ່າວ: ເອີ ມັນຊິມີຫັຽງກະເກັບມາໝົດຫັ້ນດະ!!!

 

ຂຽນເມື່ອ ຂຽນເມື່ອ: ມ.ນ.. 28, 2012 | ມີ 5 ຄຳເຫັນ ແລະ 0 trackback(s)

ຊາຽຄົນໜຶ່ງຍ່າງເຂົ້າຮ້ານຂາຽເຄື່ອງແຖວຕຼາດເຊົ້າ, ພໍດີເຫັນແມ່ຄ້າສາວກຳລັງກົ້ມຈັດເຄື່ອງຢູ່ກໍຖາມຂຶ້ນວ່າ:

ຊາຽ:   ນ້ອງໆ! ກະມີ ສະລິບນຸ່ງຢູ່ບໍ?

ແມ່ຄ້າ: ນ້ອງກະນຸ່ງຢູ່ໃດອ້າຽ!

ຊາຽ:  ບໍນ້ອງ! ນ້ອງເຂົ້າໃຈຜິດແລ້ວ! ອ້າຽຢາກຖາມວ່າ: ສລິບນຸ່ງ ກະມີຂາຽຢູ່ບໍ?

ແມ່ຄ້າ: ນ້ອງລະຄິດວ່າ: ອ້າຽຖາມວ່ານ້ອງນຸ່ງສະລິບຢູ່ບໍຊັ້ນດອກ!

ຊາຽ: ໕໕໕໕໕໕໕໕໕໕໕໕໕

 

ຂຽນເມື່ອ ຂຽນເມື່ອ: ມ.ນ.. 27, 2012 | ມີ 2 ຄຳເຫັນ ແລະ 0 trackback(s)

 ສອງພໍ່ລູກນັ່ງຫຼິນເນັດນຳກັນ, ພໍ່ຂຽນແຕ່ເລື່ອງສະທ້ອນສັງຄົມລົງໃນໄດອາຣີ ສ່ວນລູກຊາຽຂຽນແຕ່ເລື່ອງຄວາມຮັກແລະເລື່ອງບ່າວໆສາວໆ 

ພໍ່:    ເອົາອີກແລ້ວເລື່ອງຂອງພໍ່ທີ່ຂຽນລົງໄປເທື່ອໃດ ເພິ່ນກະໃຫ້ເຫັນພຽງໜຶ່ງຊົ່ວໂມງ ທັນມີແຕ່ 2-3ຄຳເຫັນກະຫາຽແລ້ວ!!!

ລູກ:  ເລື່ອງຂອງລູກທີ່ຂຽນລົງໄປ ໄດ້ໜຶ່ງປີແລ້ວຍັງເປີດໄປເຫັນຢູ່ແຖວຕົ້ນໆເລີຽ!

ພໍ່:   ລູກຂຽນເລື່ອງຫັຽງຫັ້ນ? 

ລູກ:  ລູກຂຽນເລື່ອງ ບ່າວໆ ສາວໆນີ້ລະ! ເພາະມັນເປັນເລື່ອງທີ່ມີສາຣະກວ່າຂອງອີ່ພໍ່

ພໍ່:   ມີສາຣະແນວໃດ ກະເລື່ອງ ບ່າວໆ ສາວໆ ! ອັນຊ່ຳຊິນັດກັນໄປນອນຊື່ໆ ບ້ານພັກມີບໍ່ອຶດ!

ລູກ: ກະຍ້ອນແນວນັ້ນລະ ເພິ່ນຈິ່ງໃຫ້ຢູ່ໜ້າໄດອາຣີດົນໆໆໆໆໆ, ສ່ວນຂອງອີ່ພໍ່ຫັ້ນເຂົາອ່ານແລ້ວບໍ່ເຂົ້າໃຈເພິ່ນຈິ່ງຕັດອອກຕຼອດຫັ້ນເຫັນບໍ?

ພໍ່:  ຄັນຊັ້ນພໍ່ກະຊິຂຽນເລື່ອງຄວາມຮັກກ່ອນບັດນີ້! ມັນຄືຊິມິສາຣະກວ່າກັນເນາະ!

ແມ່:  ຖ້າພໍ່ຂຽນລົງໄປມື້ໃດ ແມ່ຈະບໍ່ໃຫ້ຢູ່ໜ້າເນັດເລີຽ!!!!

ລູກ:  555555555555 ກະຍັງວ່າຂອງລູກມີສາຣະກວ່າ!!!!!!

ຂຽນເມື່ອ ຂຽນເມື່ອ: ມ.ນ.. 26, 2012 | ມີ 6 ຄຳເຫັນ ແລະ 0 trackback(s)

ພໍ່ເຄີຽສອນລູກໄວ້ວ່າ: ທຸກບັນຫາມັນຕ້ອງເລີ່ມແຕ່ນ້ຽຫາໃຫ່ຽສເມີ. ສະນັ້ນລູກກະເລີຽຈື່ໃສ່ໃຈໄວ້. ມີວັນໜຶ່ງສອງພໍ່ລູກນັ່ງກິນເຂົ້ານຳກັນຫຼັງຈາກທີ່ບໍ່ໄດ້ຮ່ວມພາເຂົ້າກັນມາດົນ.

ລູກຊາຽ:   ພໍ່! ທຸກວັນນີ້ເປັນຫັຽງພໍ່ຈິ່ງລົງໄປແຕ່ບ້ານ້ຽໆຫັ້ນຫຼາຽເດືອນແລ້ວ?

ພໍ່:            ອໍ້! ເພິ່ນສົ່ງພໍ່ລົງຂົນຂວາຽປະຊາຊົນບ້ານນ້ຽໃຫ້ມາໂຮມກັບບ້ານໃຫ່ຽ.

ລູກ:          ຈ້າວ ເຂົ້າໃຈແລ້ວພໍ່! ຄັນຊັ້ນວຽກອັນນີ້ແມ່ນລະດັບນ້ຽແມ່ນບໍ ພໍ່? ເພາະເຫັນແຕ່ພໍ່ຄົນດຽວທຽວລົງວຽກຊັ້ນໜາ.

ພໍ່ :           ແມ່ນແລ້ວລູກ! ອ້າວ ລູກຄືຖາມແນວນັ້ນ?

ລູກ:         ກະພໍ່ເຄີຽເວົ້າວ່າ ທຸກບັນຫາມັນເລີ່ມແຕ່ນ້ຽຫາໃຫ່ຽ, ລູກຈິ່ງຄິດວ່າ: ປະເທດທີ່ຈະເຣີລກວ່າເຮົາກໍ່ຄົງຈະຄິດຈະທ້ອນໂຮມປະເທດນ້ຽ ກັບປະເທດໃຫ່ຽ ແມ່ນບໍພໍ່?

ພໍ່:            ລູກມັນຄິດພິລຶກໄປແລ້ວ ໕໕໕໕໕໕໕

ລູກ:         ອ້າວ! ພໍ່ຫົວເຮັດຫັຽງ? ລູກກະຄິດວ່າ: ເຂົາກໍ່ສົ່ງຄົນມາໃນປະເທດເຮົາ ເປັນແສນຄົນພຸ້ນລົງພຶ້ນຖານຄືກັບອີ່ພໍ່ລົງພື້ນຖານຢູ່ບ້ານນ້ຽໆຫັ້ນເດ!

ພໍ່:            .....ຈົບ ລູກ ຈົບ ຢ່າເວົ້າຕໍ່! ທິສດີນີ້ມັນບໍ່ຖືກຕ້ອງດອກ! ໕໕໕໕໕໕໕໕໕໕໕໕໕໕

ຂຽນເມື່ອ ຂຽນເມື່ອ: ກ.ພ.. 19, 2012 | ມີ 7 ຄຳເຫັນ ແລະ 0 trackback(s)

ສອງພໍ່ລູກນັ່ງກິນເຂົ້າເຊົ້າແລະຕິດຕາມຂ່າວຄາວທາງໂທລະພາບກ່ຽວກັບກອງປະຊຸມໃຫ່ຽລະດັບຊາດ. ເບິ່ງດົນເຕີບລູກຊາຽນ້ຽກະເລີຽຖາມພໍ່ຂຶ້ນວ່າ:

ລູກຊາຽ:   ພໍ່ວານນີ້ ພໍ່ເວົ້າວ່າ ຜູ່ໃດກໍ່ຕາມຖ້າຫາກບໍ່ມັກເລົ່າ, ບໍ່ມັກທ່ອງຂຶ້ນໃຈ, ບໍ່ມັກເວົ້າ ຈະເຮັດໃຫ້ຄວາມຈຳສັ້ນລົງ ແມ່ນບໍ?

ພໍ່:            ແມ່ນແລ້ວລູກເອີຽ! ສະນັ້ນຕ້ອງໝັ່ນທ່ອງ, ໝັ່ນຈຳ ແລະໝັ່ນເວົ້າໃຫ້ມັນດຸໆ ເພື່ອຈະບໍ່ໄດ້ເປັນຄົນຄວາມຈຳສັ້ນ.

ລູກຊາຽ:   ຊັ້ນໃນກອງປະຊຸມທີ່ເຮົາກຳລັງເບິ່ງທາງທໍລະພາບຢູ່ນີ້   ແມ່ນກອງປະຊຸມຂອງຄົນຄວາມຈຳສັ້ນແມ່ນບໍ?

ພໍ່:           ອ້າວ! ລູກຄືເວົ້າຈັ່ງຊັ້ນ?

ລູກຊາຽ:   ອ້າວພໍ່! ເບິ່ງແມ໊ ຜູ່ໃດຂຶ້ນມາເທິງເວທີ ກໍ່ຈົກເຈັ້ຽມາອ່ານໂລດ. ຮຽນທ່ານນັ້ນ.... ຮຽນທ່ານນີ້... ແລະກໍ່ຕັ້ງໜ້າຕັ້ງຕາອ່ານໆໆໆໆ ແບບບໍ່ມີຄວາມຈຳເລີຽ!

ພໍ່:           ຢ່າເວົ້າຫຼາຽລູກ! ຈັກໜ່ຽເພິ່ນກະຊິໃຫ້ພໍ່ນີ້ຂຶ້ນໄປອ່ານໃນກອງປະຊຸມຄືກັນ.

ລູກຊາຽ:  ຊັ້ນກໍ່ສະແດງວ່າ ພໍ່ກະແມ່ນຄົນຄວາມຈຳສັ້ນຄືກັນແມ່ນບໍ? ໕໕໕໕໕໕໕໕

ພໍ່:           ລູກນໍລູກ!!!!!!!!!!!!!!!!!໕໕໕໕໕໕໕໕໕

 

ຂຽນເມື່ອ ຂຽນເມື່ອ: ທ.ວ.. 8, 2011 | ມີ 5 ຄຳເຫັນ ແລະ 0 trackback(s)

ມື້ບຸນວັນຊາດໄກ້ມາຮອດແລ້ວ, ຜູ້ເປັນພໍ່ກໍ່ແຕ່ງຕົວສູດແບບສາກົນກອ່ນອອກເຮືອນໄປສຼຸບຜົນງານໃນກົມກອງ.

ລູກຊາຽນ້ຽກໍ່ແຕ່ງຊຸດນັກຮຽນກຽມໄປໂຮງຮຽນຫຼຽວເຫັນໃບຍ້ອງຍໍຂອງຜູ້ເປັນພໍ່ຫ້ຽສະແດງເຕັມຝາເຮືອນຢູ່

ກະເລີຽຖາມພໍ່ຂຶ້ນວ່າ: 

ລູກ:   ພໍ່! ອີ່ພໍ່ມີຊື່ໃນປຶ້ມຄຳປະຫວັດສາຕຊາດຫັ້ນແມ່ນບໍ? ຄືຊິມີຫຼາຽໜ້າເນາະ?

ພໍ່:     ກະແມ່ນແລ້ວລູກເອີຽ! ພໍ່ມີຜົລງານຫຼາຽໃດຈຶ່ງມີຊື່ນຳເພິ່ນ!

ລູກ:  ຊັ້ນອີ່ພໍ່ກະພາລູກໄປເບິ່ງນຳແດ່ດູປຶ້ມຄຳປະຫວັດສາຕຫັ້ນ!ວ່າໜ້າຕາມັນເປັນແນວໃດ?ລູກຢາກເຫັນໆໆໆໆ!

ພໍ່:   .......(ຊິພາລູກໄປເບິ່ງຢູ່ໃສນໍ)....................

ຂຽນເມື່ອ ຂຽນເມື່ອ: ທ.ວ.. 1, 2011 | ມີ 8 ຄຳເຫັນ ແລະ 0 trackback(s)

ລູກຊາຽຂອງລັຖມົນຕຣີກຳລັງສຶກສາຢູ່ມະຫາວິທຍາໄລ ອອັກຟອຣດ ເລື່ອງເສຖກິດ, ມື້ໜຶ່ງເກີດຄຳຖາມຂຶ້ນມາກະເລີຽຖາມພໍ່ວ່າ:

ລູກ: ພໍ່ເປັນຫັຽງຢູ່ບ້ານເຮົາຍາມໃດກໍ່ວ່າແຕ່ເສຖກິດບໍ່ດີ, ເສຖກິດຫຼ້າຫຼັງ?

ພໍ່:   ກະຍ້ອນປະເທດເຮົາບໍ່ມີກະຊວງເສຖກິດຫັ້ນເດ!

ລູກ: ໂອ! ເຂົ້າໃຈລະ! ແຕ່ວ່າເປັນຫັຽງຈິ່ງບໍ່ມີກະຊວງເສຖກິດລະພໍ່?

ພໍ່: ກະຍ້ອນວ່າບໍ່ມີຄົນເກັ່ງທີ່ຈະມາເປັນລັຖມົນຕຣີເສຖກິດຫັ້ນລະ!

ລູກ: ໂອ! ເຂົ້າໃຈລະ! ຊັ້ນກະສະແດງວ່າ: ກະຊວງໃດກໍ່ຕາມທີ່ບໍ່ສາມາດເຮັດວຽກທະລຸເປົ້າໝາຽໄດ້ ຕ້ອງຍຸບບໍ່ໃຫ້ມີກະຊວງນັ້ນແມ່ນບໍ?

ພໍ່:  .........໕໕໕໕໕໕໕໕ .............ຢ່າສໍ້ຫຼາຽມີໜ້າທີ່ຮຽນຫາລະຮຽນໄປ, ຈັກນ່ຽເຂົາຊິຍຸບພໍ່ຫັ້ນລະ!!!

ຂຽນເມື່ອ ຂຽນເມື່ອ: ພ.ຈ.. 9, 2011 | ມີ 6 ຄຳເຫັນ ແລະ 0 trackback(s)

໗. ຄວາມແຕກຕ່າງຂອງກັມສິທ.

ໃນການຢ້ຽມຢາມແລກປ່ຽບົດຮຽນລະຫວ່າງກັມບາລທຶນນິຍົມ ແລະ ກັມບາລສັງຄົມນິຍົມ. ໃນໄລຽຍະຕົ້ນການໄປຢ້ຽມຢາມແມ່ນໄປປະເທດທຶນນິຍົມກ່ອນ. ເມື່ອໄປຮອດຝ່າຍກັມບາລສັງຄົມນິຍົມກໍ່ຖາມກັມບາລທຶນນິຍົມວ່າ:

ກັມບາລສັງຄົມນິຍົມ:   ບໍລິສັດໃຫ່ຽໆນີ້ເປັນຂອງໃຜນໍ?

ກັມບາລທຶນນິຍົມ:   ບໍລິສັດນີ້ແມ່ນຂອງເອກະຊົນ

ກັມບາລສັງຄົມນິຍົມ:: ແມ່ນຂອງຜູ້ໃດນໍ?

ກັມບາລທຶນນິຍົມ:  ຂອງທ່ານ ຟອຣດ.

ກັມບາລສັງຄົມນິຍົມ:  ຄັນຊັ້ນລົຖຄັນໃຫ່ຽໆງາມໆທີ່ຈອດຢູນອກຫັ້ນແມ່ນຂອງໃຜ?

ກັມບາລທຶນນິຍົມ:  ໂອ້ລົຖພວກນັ້ນແມ່ນຂອງກັມກອນທີ່ເຮັດວຽກຢູ່ໂຮງງານນີ້ລະ!

ຫຼັງຈາກຢ້ຽມຢາມທຶນນິຍົມແລ້ວກໍ່ກັບມາຢາມສັງຄົມນິຍົມ.

ກັມບາລທຶນນິຍົມ:  ບໍລິສັດໃຫ່ຽໆນີ້ແມ່ນຂອງໃຜນໍ?

ກັມບາລສັງຄົມນິຍົມ: ເປັນຂອງລັດວິສາຫະກິດ ໝາຽວ່າເປັນກັມສິທຂອງລວມໝູ່ກັມກອນ.

ກັມບາລທຶນນິຍົມ:   ຄັນຊັ້ນລົຖຄັນໃຫ່ຽງາມໆນີ້ເປັນຂອງກັມກອນບໍ?

ກັມບາລສັງຄົມນິຍົມ:  ບໍ່! ລົຖຄັນນັ້ນແມ່ນຂອງຜູ້ອຳນວຍການໃຫ່ຽ.

ກັມບາລທຶນນິຍົມ:  ໂອ້ ມັນກົງກັນຂ້າມກັບເຮົາທຸຢ່າງເລີຽເນາະ! ອິອິອິ

໘.  ບ້ານກູກະມີປະຊາທິປະໄຕ

ສອງສ່ຽວ ລາວ ແລະ ອາເມຣິກາ ຍ່າງໄປນຳທາງແລະລົມກັນໄປຕາມທາງ, ເມື່ອເວົ້າຮອດປະຊາທິປະໄຕ. ສ່ຽວອາເມຣິກາກໍ່ຢາກອວດສ່ຽວລາວວ່າ:

ສ່ຽວອາເມຣິກາ: ຢູ່ບ້ານກູນີ້ຢາກດ່າປະທານາທິບໍດີກໍ່ດ່າໄດ້! ຍ່າງໄປຕາມຖນົນກໍ່ຮ້ອງແຮງໆຂຶ້ນໂລດວ່າ: ບາຣັກໂອບາ ຈົ່ງອອກໄປ!!!! ກະບໍ່ມີໃຜຈັບ.

ສ່ຽວລາວ: ຢູ່ບ້ານກູກະເຮັດໄດ້! ເວົ້າແລລ້ວສ່ຽວລາວກະຍ່າງລົງໄປກາງຖນົນ ແລະຮ້ອງຂຶ້ນໝົດແຮງວ່າ: ບາຣັກໂອບາມາ ຈົ່ງອອກໄປ!!!

ສ່ຽວອາເມຣິກາ: ..................໕໕໕໕໕໕໕໕.............

 

 

ຂຽນເມື່ອ ຂຽນເມື່ອ: ພ.ຈ.. 8, 2011 | ມີ 8 ຄຳເຫັນ ແລະ 0 trackback(s)

໕. ຄວາມຈິງ ກັບຂ່າວ

ໃນສະພາກາເຟມີການຍົກບັນຫາຂຶ້ນມາຖົກຖຽງກັນລະຫວ່າງທ້າວ ຂ່າວ ແລະ ທ້າວຄວາມຈິງ ວ່າ: ລະຫວ່າງ ຂ່າວ ແລະ ຄວາມຈິງ ມັນຕ່າງກັນແນວໃດ?

ທ້າວຂ່າວ: ທີ່ມັນຕ່າງກັນກະຍ້ອນ ຄວາມຈິງ ບໍ່ມັກເປັນ ຂ່າວ.

ທ້າວຄວາມຈິງ: ຜິດແລ້ວສ່ຽວເອີຽ! ກະຍ້ອນຂ່າວຄືມຶງຫັ້ນລະບໍ່ມັກເປັນ ຄວາມຈິງ.

ຜູ້ຮ່ວມໂຕະ: ໕໕໕໕໕໕໕໕໕ ຊັ້ນສູສອງຄົນໄປຕີກັນໃຫ້ຕາຽໄປຝ່າຽໜຶ່ງສາເພື່ອໃຫ້ເຫຼືອພຽງຝ່າຽດຽວ໕໕໕໕໕

໖. ລູກຕ້ອງເພື່ອພໍ່

ລູກຊາຽແລ່ນມາດ້ວຽຄວາມດີໃຈແລະແຈ້ງຂ່າວໃຫ້ພໍ່ຮູ້:

ລູກຊາຽ:  ພໍ່ໆ ຂ່າວດີ! ເບັຽແຈ້ງຂຶ້ນລາຄາອີກແລ້ວ! ສະແດງວ່າຕໍ່ໄປນີ້ພໍ່ຕ້ອງດື່ມເບັຽໃຫ້ໜ້ຽລົງແມ່ນບໍ?

ພໍ່: ຜິດແລ້ວລູກ! ມັນເປັນຂ່າວຮ້າຽຕ່າງຫາກ, ເພາະຕໍ່ໄປນີ້ພວກລູກຊິໄດ້ກິນປະຢັດລົງອີກເພື່ອພໍ່!!!!

ລູກຊາຽ: ພໍ່ນີ້ເນາະຍາມໃດກະເພື່ອແຕ່ໂຕເອງ. ເບິ່ງເດີບາດເຮົາໃຫ່ຽແລະມີຄອບຄົວກ່ອນເຮົາກະຊິເອົາແບບອີ່ພໍ່!!!!

ພໍ່: ..............................

ຂຽນເມື່ອ ຂຽນເມື່ອ: ພ.ຈ.. 8, 2011 | ມີ 4 ຄຳເຫັນ ແລະ 0 trackback(s)

໔. ຢາກສ້າງສັງຄົມນິຍົມ

ກອງປະຊຸມລະດັບຊາດຂອງຊາດໜຶ່ງໄດ້ໄຂຂຶ້ນຢ່າງເປັນທາງການ ແລະ ໄດ້ເຊີນແຂກຈາກທົ່ວທຸກມູມໂລກ, ໜຶ່ງໃນຫັ້ນມີ ອຳນວຍການກອງທຶນສາກົນ ເພື່ອການພັດທະນາ (ເອີ້ນຫໍ້ຽວ່າ: ອຳນວຍການກອງທຶນສາກົນ). ວາລະກອງປະຊຸມຜ່ານໄປໜຶ່ງມື້. ປະທານກອງປະຊຸມກໍ່ໄດ້ຈັດໂຕະລ້ຽງເຂົ້າແລງໃຫ້ແກ່ອຳນວຍການກອງທຶນສາກົນ. ການປຶກສາຫາລືໃນພາເຂົ້າກໍ່ມີຂຶ້ນ:

ປະທານກອງປະຊຸມ:   ດຽວນີ້ປະເທດພວກເຮົາຢາກຈະສ້າງສັງຄົມນິຍົມ, ແຕ່ຍັງຂາດແຄນທຶນຮອນ, ສະນັ້ນພວກເຮົາຈຶ່ງຫຼິງເຫັນຄວາມສຳຄັນຂອງກອງທຶນສາກົນແລະເພື່ອຂໍຄວາມຊ່ຽເຫຼືອຊຸກຍູ້ຈາກເພິ່ນ.

ອຳນວຍການກອງທຶນສາກົນ: ເລື່ອງແບບນີ້ຂ້ຽບໍ່ມີຄວາມສາມາດຕັດສິນໃຈຜູ້ດຽວໄດ້! ຕ້ອງໄດ້ໂທໄປປຶກສາເມັຽກ່ອນອີກສອງວັນໃຫ້ຄຳຕອບໄດ້.

ສອງວັນຜ່ານໄປ ກອງປະຊຸມກໍ່ໄດ້ປິດລົງ. ທ່ານປະທານກອງປະຊຸມກໍ່ໄດ້ເຂົ້າພົບອຳນວຍການກອງທຶນສາກົນອີກ.

ປະທານກອງປະຊຸມ:   ເມັຽທ່ານຕອບວ່າແນວໃດກ່ຽວກັບບັນຫານັ້ນ?

ອຳນວຍການກອງທຶນສາກົນ:  ລາວວ່າ: ຄັນບໍ່ມີເງິນກະຢ່າຟ້າວຄິດສ້າງສາອັນສັງຄົມນິຍົມຫັ້ນ. ຄັນເມັຽຂ້ຽມີເງິນລາວກະສ້າງມັນແຕ່ເຫິງແລ້ວ!!

ປະທານກອງປະຊຸມ:   ອ້າວ! ລາວຄືເວົ້າແນວນັ້ນ?

ອຳນວຍການກອງທຶນສາກົນ:  ເພາະວ່າເງິນທີ່ເອົາເຂົ້າມາຝາກໃນກອງທຶນ ມັນເປັນຂອງນາຽທຶນທັງໝົດ!

 

ຂຽນເມື່ອ ຂຽນເມື່ອ: ພ.ຈ.. 7, 2011 | ມີ 6 ຄຳເຫັນ ແລະ 0 trackback(s)

ສຽງຫົວ ເປັນຢາວິເສດ, ສາມາດເຮັດໃຫ້ມະນຸດເຮົາມີອາຍຸຍືນໄປຕື່ມອີກ. ສະນັ້ນມື້ນີ້ມີສາມເລື່ອງສາມລົຊເພື່ອໃຫ້ບັນດາທ່ານໄດ້ຍິ້ມເພື່ອຕໍ່ອາຍຸ.

໑. ວັນເລືອກຕັ້ງ.

ໃນສະພາກາເຟແຫ່ງໜຶ່ງກຳລັງຖົກຖຽງບັນຫາຕ່າງໆຢ່າງເພັດຮ້ອນກ່ອນວັນເລືອກຕັ້ງ, ເພື່ອລຸດຄວາມເຄັ່ງຮ້ອນ

ທ້າວ ສາ ເລີຽຕັ້ງຄຳຖາມວ່າ:  ໃຜຈື່ໄດ້ແດ່ວ່າວັນເລືອກຕັ້ງຄັ້ງທຳອິດໃນບ້ານເຮົາແມ່ນວັນໃດ?

ທ້າວມີ ກໍ່ຕອບທັນຄວັນເລີຽວ່າ: ໃຜຊິຈື່ບໍ່ໄດ້! ເພາະວັນນັ້ນກໍ່ແມ່ນວັນເຮົາເລືອກຂໍເມັຽຄືກັນ.

໒. ລະບອບທຶນນິຍົມ

ໃນຫ້ອງຮຽນການເມືອງ ອາຈານໄດ້ຖາມນັກສຶກສາວ່າ: ລະບອບທຶນນິຍົມແມ່ນລະບອບທີ່ງຽຢູ່ຂອບໝໍ້ຂາງແຫ່ງຂຸມນະຣົກອະເວຈີ ໝາຽຄວາມວ່າແນວໃດ?

ນັກສຶກສາຜູ້ໜຶ່ງກໍ່ເລີຽຕອບໄປວ່າ: ລະບອບທຶນນິຍົມແມ່ນລະບອບທີ່ງຽຢູ່ຂອບໝໍ້ຂາງແຫ່ງຂຸມນະຣົກອະເວຈີ ໝາຽຄວາມວ່າ: ພວກເຂົາກຳລັງເບິ່ງພວກເຮົາຈະຈົມລົງສູ່ພື້ນໝໍ້ຂາງແຫ່ງຂຸມນະຣົກອະເວຈີແມ່ນເປັນຈິງແທ້ຫຼືບໍ່.

໓. ຍັງແຕ່ປະຊາຊົນ

ຄົນຂາຽໜັງສືພິມໄດ້ປ່າວເປັນສຽງໃນຮ້ານລາວເພື່ອບໍ່ໃຫ້ລູກຄ້າຖາມຍາກວ່າ:

ປະເທດລາວ ບໍ່ມີແລ້ວ!! ວຽງຈັນ ທັງສອງຢ່າງ ກະຂາຽໝົດແລ້ວ!! ຍັງແຕ່ ປະຊາຊົນ! ຊື້ບໍ ປະຊາຊົນ ຂາຽພຽງ ສອງພັນຫ້າຮ້ຽ ກີບ!!!