ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ກ.ລ.. 5, 2012 | ມີ 7 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ແບບທົດສອບ

<!--[if !supportLists]-->1.     1. ນອນວາແຂນວາຂາ ເປັນຄົນຮັກອິສຣະເສລີ, ຮັກຄວາມສບາຽ, ຮັກຄວາມສວຍງາມ, ການຈັບຈ່າຽໃຊ້ສຽແບບສຸມປຸສຸມປຸ້ຍ, ແຕ່ເປັນຄົນຫາເງິນເກັ່ງພໍໄດ້, ແຕ່ເສັຽຢ່າງເປັນຄົນມັກຫຸ້ຽງກັບເລື່ອງຊາວບ້ານ, ມັກຕັ້ງຕັ້ງໂຕະສົນທນາ
 2. ນອນເອົາຂາໄຂ້ວຫ້າງ ເປັນຄົນບໍ່ກ້າຮັບເອົາການປ່ຽນແປງໃດໆໄດ້ໂດຽງ່າຍໆ , ເປັນຄົນມັກມົກໝຸ້ນຢູ່ກັບເລື່ອງຂອງຕົນເອງ, ເປັນຄົນມັກຢູ່ໂດດດຽ່ວ, ແຕ່ມີຂໍ້ດີຄື ເປັນຄົນອົດທົນກັບເລື່ອງຮອບຕົວໄດ້ດີ.
3. ນອນເອົາມືໄຂ່ວໝູນຫົວ ເປັນຄົນສຼາດ, ມີປັນຍາ, ມັກຮຽນຮູ້ສິ່ງໃໝ່ໆໄປເລື້ອຽໆ, ຈົນບບາງຄັ້ງເຮັດໃຫ້ເກີດແນວຄິດແຫວກແນວທີ່ຄົນອື່ນນຳບໍ່ທັນ, ເປັນຄົນທີ່ເອົາໃຈໃສ່ຄອບຄົວດີ, ແຕ່ເປັນຄົນທີ່ໃຫ້ ຮັກແກ່ຄົນອື່ນຍາກສຸດ. ເປັນຄົນມັກເລືອກຄົນຮັກ.
4. ນອນຄວໍ້າ ຖ້ານອນໄດ້ໝົດຄືນ ສະແດງວ່າເປັນຄົນຄັບແຄບ, ມັກເອົາໃຈໂຕເອງ, ເປັນຄົນມັກໃຫ້ໝູ່ເອົາໃຈສເມີ, ເປັນຄົນບໍ່ມີລບຽບ. ຖ້າໃຜນອນແບບນີ້ ໃຫ້ປ່ຽນທ່ານອນຊະ!
5. ນອນສແຄງ ເປັນຄົນທີ່ມີຄວາມເຊື່ອໝັ້ນໃນຕົນເອງ, ເຮັດວຽກທຸກຢ່າງປະສົພຜົລສຳເລັຖດ້ວຽຄວາມພະຍາຍາມຢ່າງສມ່ຳສເມີ, ເພິ່ນຍັງບອກອີກວ່າ: ຖ້ານນອນສແຄງຂວາ ຢຽດແຂນຂວາໄປສູງກວ່າຫົວຈະມີ ອຳນາຈ, ວາສນາ ດີນັກແລ.
6. ນອນສແຄງເອົາຫົວເຂົ່າຄູ້ຂຶ້ນສູງຂ້າງໜຶ່ງ ເປັນຄົນມັກລແວງສົງສັຍແບບບໍ່ມີເຫດຜົລ, ເປັນຄົນຈູ້ຈີ້, ຂາດຄວາມເປັນຕົວຂອງຕົວເອງ, ເປັນຄົນມັກພາລເລື່ອງຂອງຄົນອື່ນ ຈົນເປັນເຫດໃຫ້ເກີດໂລຄປສາສໄປໃນໂຕ.

7.
ນອນງໍຕົວ ເປັນຄົນຂີ້ອິສາຕາຮ້ອນ, ຢ້ານຄົນອື່ນລື່ນກາຽໂຕເອງ, ເປັນຄົນເຫັນແກ່ໂຕ, ເປັນຄົນຄຽດງ່າຽຫາຽຍາກ, ມັກຊອກເລື່ອງເດືອດຮ້ອນຢູ່ສເມີ. ບໍ່ດີ!
8. ນອນເຕັງແຂນຕົນເອງ ເປັນຄົນທີ່ປີ້ນກັບຂໍ້ ເຈັດ ແຕ່ເປັນຄົນຂາດຄວາມໝັ້ນໃຈ, ມັກຂາດຄວາມອົບອຸ່ນໃນຊີວິດ. ນ່າສົງສານ.
9. ນອນຄົດຄູ້ ມັກເປັນຄົນຂີ້ເຫງົາ, ຊຶມເສົ້າໃນເລື່ອງຂອງຄວາມຮັກແລະເລື່ອງຂອງອດີດ, ເປັນຄົນຂີ້ສົງສັຍ, ເປັນຄົນລັງເລບໍ່ມີຄວາມໝັ້ນໃຈໃນຕົວເອງຕຼອດເວລາ, ເປັນຄົນທີ່ຮູ້ສຶກວ່າຂາດຄວາມອົບອຸ່ນທີ່ເຕີມທໍ່ໃດກະບໍ່ເຕັມ.
10. ນອນຜ້າຫົ່ມປົກຫົວ ເປັນຄົນເບິ່ງພາຽນອກຂຶງຂັງນ່າເຊື່ອຖື, ແຕ່ໃນຄວາມເປັນຈິງ ເຂົາເປັນຄົນອ່ອນແອ, ເປັນຄົນທີ່ມີຄວາມລັບແລະກໍ່ເກັບຄວາມລັບໄດ້ດີ, ແຕ່ຄວາມລັບນັ້ນຈະເຮັດໃຫ້ເຂົາກາຽເປັນຄົນທີ່ມັກກັງວົລວຸ່ນວາຽໃນໃຈຄົນດຽວບໍ່ຮູ້ສິ້ນສຸດ. ຫຼືວ່າບາງຄັ້ງກ້ອງຜ້າຫົ່ມນັ້ນອາຈນວດຄິ້ວນິ່ວໜ້າ... ຕາມແຕ່ຈະຄິດ ອິອິອິ

11.
ນອນເອົາມືຄຸມຫວ່າງຂາ ເປັນຄົນໝົກໝຸ້ນຢູ່ກັບກາມ, ມີຄວາມຕ້ອງການທາງເພດສູງ, ເປັນຄົນໃຈຮ້ອນ, ຄຽດງ່າຽຫາຽໄວ, ຮັກໃຜແມ່ນຮັກຈົນຫົວປັກຫົວປຳ ແຕ່ກໍ່ເປັນຄົນສຼາດນຳເຂົາຢູ່ໃດ!!!

12.
ນອນລເມີ ເປັນຄົນມີຄວາມຄິດຝັງໃຈກັບເຫດການຕ່າງໆທີ່ເກີດຂຶ້ນ, ເປັນຄົນຂາດຄວາມເຊື່ອໝັ້ນໃນໂຕເອງຈົນເຮັດໃຫ້ຄ້ຽຕາມຄົນອື່ນຢູ່ສເມີ. ຍາມນອນກໍ່ລເມີຢູ່ບໍ່ຂາດ, ບາງຄັ້ງຈົນໄດ້ລຸກຍ່າງແຕ່ຂາດຄວາມຮູ້ສຶກໃດໆທັງໝົດ. ຄວນແນະນຳໃຫ້ໄປປຶກສາແພດ
13. ນອນກັດແຂ້ວ ເປັນຄົນອາພັບ, ຍອມເກັບກົດຄວາມທຸຂໄວ້ໃນໃຈ, ໜ້າຕາເບິ່ງສົດໄສແຕ່ຫຼັບຫຼັງໄປແອບໄປນອນກັດແຂ້ວກອ໋ດໆທຸກຄືນ.

14. ນອນອ້າປາກ ຄົນນອນແນວນີ້ມັກມີໂລຄບຽດບຽນ, ສຸຂະພາບບໍ່ຄ່ຽແຂງແຮງ ອາຍຸບໍ່ມັກຍືນ. ທາງທີ່ດີຄວນເຂົ້າພົບແພດ. 

ຂຽນເມື່ອ ຂຽນເມື່ອ: ມິ.ຖ.. 18, 2012 | ມີ 6 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ແບບທົດສອບ

ນິຍາມ­ຂອງ­ຄວາມ­ທວາຍ­ວ່າ “ຄວາມ­ທວາຍ­ແມ່ນ­ຄໍາຖາມ­ປິດ­ສະ­ໜາ­ທີ່­ຫາ­ຄໍາຕອບ­ໄດ້.” 

  ສຸກ­ກ້ອງ­ພຸ່ມ................­ແມ່ນ­ໝາກເຂືອ 
ສຸກເປັນເຄືອ...............­ແມ່ນ­ໝາກ­ຫຼອດ 
ສຸກອອກ­ສອດ.............­ແມ່ນ­ໝາກເກັນ 
ສຸກເປັນເອັນ...............­ແມ່ນ­ໝາກ­ສ້ານ 
ສຸກ­ກົ້ນ­ປ້ານ................­ແມ່ນ­ໝາກເຟືອງ 
ສຸກ­ຫົວເຫຼືອງ..............­ແມ່ນ­ໝາກ­ກ້ວຍ 
ສຸກ­ຫົວ­ຫ້ວຍ...............­ແມ່ນ­ໝາກ­ໄຟ 
ສຸກເປັນ­ໄຂ.................­ແມ່ນ­ໝາກ­ຄໍ້ 
ສຸກເປັນ­ຂໍ້...................­ແມ່ນ­ໝາກ­ຂາມ 
ສຸກເປັນ­ໜາມ..............­ແມ່ນ­ໝາກ­ມີ້ 
ສຸກ­ກົ້ນ­ຊີ້....................­ແມ່ນ­ໝາກເຜັດ 
ສຸກເປັນເກັດ................­ແມ່ນ­ໝາກ­ນັດ 
ສຸກ­ກົ້ນ­ຊັດ..................­ແມ່ນ­ໝາກ­ສີດາ 
ສຸກກາງນາ.................­ແມ່ນເຂົ້າ 
ສຸກ­ກ້ອງເລົ້າ................­ແມ່ນ­ຂີ້­ຄວາຍ 

ຂຽນເມື່ອ ຂຽນເມື່ອ: ກ.ລ.. 5, 2011 | ມີ 14 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ແບບທົດສອບ

ໝວກກັນນ໊ອກທີ່ເຫັນໃນຮູບນີ້ແມ່ນຜຼິດອອກມາໃໝ່ແຕ່ບໍ່ທັນເຂົ້າລາວ!! ຢາກຖາມວ່າສະມາຊິກຊາວ໑໐໐໐ລາວຢາກໃສ່ຢູ່ບໍ ຫຼືວ່າຄິດແນວໃດກັບໝວກແນວນີ້?