ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ສ.ຫ.. 9, 2012 | ມີ 6 ຄຳເຫັນ ແລະ 0 trackback(s)

ປະທານາທິບໍດີ ລີ ມະຢອງ ບັກ ແຫ່ງ ເກົາຫຼີໃຕ້ ໄດ້ປະກາດໃຫ້ປະຢັດການນຳໃຊ້ພະລັງງານທັມຊາຕ ເພື່ອປະຢັດພະລັງງານ ແລະ

ຮັກສາສະພາບແວດລ້ອມ, ທັງເປັນການອອກກຳລັງກາຍເພື່ອຮັກສາສຸຂະພາບ ດ້ວຽການປະກາດຈະຂີ່ລົຖຖີບ ໄປການ. 

ຜູ່ຂຽນເຫັນວ່າ: ນີ້ຄືວິສັຍທັສທີ່ດີຂອງຜູ່ນຳ , ເຖິງຕົນເອງຈະຂີ່ລົຖຖີບ ແຕ່ກໍ່ປະຢັດເງິນເພື່ອຊ່ຽເຫຼືອປະເທດທີ່ມີຜູ່ນຳຂີ່ ເລັກສັດ ໄປການ

ໄດ້ຢ່າງສບາຽ. 

 

ຂຽນເມື່ອ ຂຽນເມື່ອ: ກ.ລ.. 17, 2012 | ມີ 5 ຄຳເຫັນ ແລະ 0 trackback(s)

 

ເພື່ອກວດເອກສານລົຖໃຫ່ຽ ໂດຽທີ່ບໍ່ໃຫ້ຄົນຂັບລົງຈາກລົຖ ຕຳຫຼວດກໍ່ຕ້ອງໃຫ່ຽ

ຂຽນເມື່ອ ຂຽນເມື່ອ: ກ.ລ.. 11, 2012 | ມີ 6 ຄຳເຫັນ ແລະ 0 trackback(s)

 

ຂຽນເມື່ອ ຂຽນເມື່ອ: ກ.ລ.. 8, 2012 | ມີ 12 ຄຳເຫັນ ແລະ 0 trackback(s)

 ນັກຄົ້ນຄວ້າກ່ຽວກັບປາໂລມາຕົກຕຼຶງເມື່ອເຫັນປາໂລມາໂດດຂຶ້ນສູງໆແລ້ວເອົາຫົວສັກລົງນໍ້າແບບໄວໆ. ໃນທີ່ສຸດໄດ້ຄົ້ນພົບວ່າ: ເປັນເຫດນີ້ຍ້ອນປາມຶກ

ກອດແໜ້ນອະວັຍວະເພດຂອງປາໂລມາ, ສາຍເຫດກໍ່ຍ້ອນວ່າ ປາໂລມາມັກກິນປາເປັນອາຫານ, ສະນັ້ນປາມຶກຢ້ານຕາຽຈຶ່ງຫາບ່ອນລີ້, ແຕ່ບ່ອນທີ່ລີ້ທີ່ດີສຸດກໍ່ຄື

ກ້ອງທອ້ງຂອງປາໂລມານັ້ນເອງ, ໃນທ້ອງນັ້ນຈະເກາະໃສກໍ່ຍາກເພາະປາໂລມາມີໜັງມື່ນ, ສະນັ້ນປາມຶກກໍ່ເຫັນແຕ່ອະວັຍວະເພດຜູ້ຂອງໂລມາທໍ່ນັ້ນທີ່ເປັນ

ບ່ອນເກາະທີ່ດີທີ່ສຸດ. ເມື່ອເປັນແນວນັ້ນປາໂລມາກໍ່ຂີ້ກະດຽມຈຶ່ງຫາວິທີເຮັດແນວໃດໃຫ້ປາມຶກລຸດອອກໄດ້, ມີທາງດຽວຄືກະໂດດຂຶ້ນສູງໆ ແລ້ວເອົາຫົວສັກລົງນ້ໍາ

ແບບໄວໆ ແລະໃນທີ່ສຸດກໍ່ເຫັນຜົລ. 

ຕາມທັມດາແລ້ວ ອະວັຍວະເພດຜູ້ຂອງໂລມາຈະເຊື່ອງຢູ່ໃນ, ແຕ່ເມື່ອມີສິ່ງກະຕຸ້ນຈະເຮັດໃຫ້ມັນຢືດອອກ ຈຶ່ງເຮັດໃຫ້ປາມຶກໃຊ້ເປັນບ່ອນກອດ.

ອະວັຍວະເພດຜູ້ຂອງປາວາລຈະຍາວກວ່າໝູ່ໝົດໃນໂລກນີ້.

ຂຽນເມື່ອ ຂຽນເມື່ອ: ມິ.ຖ.. 27, 2012 | ມີ 7 ຄຳເຫັນ ແລະ 0 trackback(s)

 

ລຸ່ນຂ້າງລ່າງນີ້ ແລ່ນຊ້າກວ່າ ເທິງບົກໄດ້ ໑໗໗ ກມ/ຊມ, ໜ້ານ້ຳໄດ້ພຽງ ໕໕ ກມ/ຊມ

ຂຽນເມື່ອ ຂຽນເມື່ອ: ມິ.ຖ.. 26, 2012 | ມີ 15 ຄຳເຫັນ ແລະ 0 trackback(s)

 ຍີ່ປຸ່ນໄດ້ຜຼິດ GEN H-4  ເຮລີຄອບເຕີນ້ຽທີ່ໃນອານາຄົດນີ້ອາຈຜຼິດອອກສູ່ທ້ອງຕຼາດ; ຂີ່ໄດຄົນດຽວ  ປະກອບມີ ໒ ໃບພັດ ແລະ ລະບົບຈັກ ສີ່ຈັງຫວະ

໒ ເຄື່ອງຍົລ  ຂະໜາດແຮງຂອງຈັກ ແມ່ນ ໑໒໕ ຊີຊີ , ໃຊນ້ໍາມັນ ແອັດຊັງ. ເຮລີຄອບເຕີຄັນນີ້ສາມາດບິນສູງສຸດໄດ້ ໑ ໐໐໐ ແມັດ ແລະບິນດ້ວຽຄວາມໄວ

໙໐ ກມ ຕໍ່ຊົ່ວໂມງ . ແຕ່ສິ່ງບໍ່ຄວນລືມຄື ຫ້າມບິນເກີນ ສາມສິບນາທີ. ລາຄາທີ່ຍີ່ປຸ່ນຕອນນີ້ ກໍ່ປະມາລ: ໓໒ ໕໐໐ ໂດລາສະຫະຣັຖ

ແຕ່ຍັງບໍ່ທັນຮູ້ວ່າຖ້ານຳເຂົ້າລາວຈະເສັຽພາສີຫຼາຽຊໍ່າໃດ? ແລະເພິ່ນຈະອານຸຍາດໃຫ້ນຳເຂົ້າຫຼືບໍ?

 

ຂຽນເມື່ອ ຂຽນເມື່ອ: ມິ.ຖ.. 24, 2012 | ມີ 9 ຄຳເຫັນ ແລະ 0 trackback(s)

 

ຂຽນເມື່ອ ຂຽນເມື່ອ: ມິ.ຖ.. 23, 2012 | ມີ 19 ຄຳເຫັນ ແລະ 0 trackback(s)

ຫົວໜ້າ ທຳນຽບຫ້າແຈ Leon Panettaເດີນທາງໄປປະເທດຕ່າງໆ ທີ່ມີຂໍ້ຜິດພາດກັບຈີນ ເຊັ່ນ: ຫວຽດນາມ, ອິນເດັຽ. ໃນບໍ່ດົນມານີ້ເອງ Panetta ກໍ່ໄດ້ໄປຢາມ ສິງກະໂປ.ໃນການຢ້ຽມຢາມຫວຽດນາມຄັ້ງນີ້ ທ່ານກ່າວວ່າ: ໃນອານາຄົດອັນໃກ້ນີ້ ກອງທັບເຮືອສະຫະຣັຖ ຈະສາມາດໃຊ້ ທ່າເຮືອ Cam Ranh ເພື່ອລາຕເວລໃນມະຫາສມຸດ ປາຊີຟິກ.

 
ໃນລະຫວ່າງການຢ້ຽມຢາມຫວຽດນາມຄັ້ງນີ້ Panetta ໄດ້ໄປທ່ຽວຊົມ Cam Ranh, ຊຶ່ງເມື່ອກ່ອນນີ້ ໃນປີ 1950 ເຄີຽເປັນຖານທັບເຮືອເກົ່າຂອງ ອາເມຣິກາ, ແຕ່ຫຼັງຈາກສົງຄາມສິ້ນສຸດລົງ ສະຫະພາບໂຊວຽດກໍ່ໄດ້ໃຊ້ເປັນຖານທັບເຮືອທີ່ໃຫ່ຽອີກແຫ່ງໜຶ່ງໃນຕ່າງປະເທດ. ແຕ່ມາຮອດປີ 2002  ກຸງ ມົສກູ ໄດ້ຢຸດເຊົາການນຳໃຊ້ຖານເນື່ອງມາຈາກ ປະຕິເສດການຈ່າຽຄ່າເຊົ່າ. ສະນັ້ນ ອາເມຣິກາ ຈຶ່ງຢາກເຊົ່າທ່າເຮືອແຫ່ງນີ້ຈາກຣັຖບາຣຫວຽດນາມ. 
 
Panetta ຊີ້ໃຫ້ເຫັນວ່າ ໃນອານາຄົດອັນໃກ້ນີ້ ອາເມຣິກາ ອາຈະໃຊ້ Cam Ranh ເພື່ອລາຕເວລຕາມມະຫາສມຸດ ປາຊີຟິກ, ຕອນນີ້ທາງຫວຽດນາມຍັງບໍ່ມີບັນຫາໃນການຄັດຄ້ານຕໍ່ຂໍ້ສເນີດັ່ງກ່າວຂອງທຳນຽບຫ້າແຈ.
ໃນຄະນະດຽວກັນທ່າເຮືອ Cam Ranh ສາມາດໃຊ້ເຣດາສຳຫຼວດທົ່ວເກາະ ໄຫໜານ ຂອງຈີນອີກດ້ວຽ ທັງສາມາດຕິດຕາມການເຄື່ອນໄຫວເຮືອດໍານ້ໍາທີ່ໃຫ່ຽທີ່ສຸດຂອງຈີນທີ່ຕິດຫົວຮົບນິວເຄຼັຽອີກດ້ວຽ. 
ຂຽນເມື່ອ ຂຽນເມື່ອ: ມິ.ຖ.. 23, 2012 | ມີ 10 ຄຳເຫັນ ແລະ 0 trackback(s)

 

ຂຽນເມື່ອ ຂຽນເມື່ອ: ມິ.ຖ.. 21, 2012 | ມີ 8 ຄຳເຫັນ ແລະ 0 trackback(s)

 ເພິ່ນວ່າປາໃຫ່ຽກິນປານ້ຽ ແລະປານ້ຽທີ່ສຸດ ກິນຂີ້ຕົວເອງ

ງ. 

ຂຽນເມື່ອ ຂຽນເມື່ອ: ມິ.ຖ.. 21, 2012 | ມີ 3 ຄຳເຫັນ ແລະ 0 trackback(s)

 ບັນດານັດຜຼິດຕີນຣົຖໄດ້ອອກແບບຕີນຣົຖທີ່ບໍ່ມີລົມ. ບໍ່ຈຳເປັນຕ້ອງຊອກຫາບ່ອນຕາບຢາງອີແລ້ວ ເພາະມັນບໍ່ມີໄສ້.

ຂຽນເມື່ອ ຂຽນເມື່ອ: ມິ.ຖ.. 21, 2012 | ມີ 8 ຄຳເຫັນ ແລະ 0 trackback(s)

 ຄຳວ່າຄຸກໃນໂລກນີ້ຄືຊິບໍ່ມີບ່ອນດີຈັກຢ່າງ! ຕ້ອງນອນບຽດກັນ໒໐ຄົນໃນຫ້ອງນ້ຽໆປະມານ ໑໕ແມັດມົນທົນ, ຕ້ອງເຮັດວຽກໜັກເພື່ອຫາເງິນໃຫ້ຄົນອື່ນ. ແຕ່ມີຄຸກທີ່ປະເທດນອກແວເຂົາສ້າງຂຶ້ນມາສ້າງຄວາມສະດວກທັງໝົດໃຫ້ນັກໂທດ! 

 

 

 

ຂຽນເມື່ອ ຂຽນເມື່ອ: ມິ.ຖ.. 18, 2012 | ມີ 9 ຄຳເຫັນ ແລະ 0 trackback(s)

 

ຂອງແທ້ ກອັປປີມາໃຫ້ເບິ່ງ! 

ຂຽນເມື່ອ ຂຽນເມື່ອ: ມິ.ຖ.. 12, 2012 | ມີ 10 ຄຳເຫັນ ແລະ 0 trackback(s)

ເກັບພາບດາວສຸກໂຄຈອນມາຜ່ານໜ້າດວງອາທິດໃນເວລາ ໔-໖ໂມງແລງຂອງວັນທີ່ 6/6/2012 ໃຫ້ ມນຸດໄດ້ເຫັນເປັນຂັວນຕາ

ໃຜມີຄຳທຳນາຽວ່າໄວ້ແນວໃດນັ້ນ ລົງພິມຕາມສບາຽເດີ! ສ່ວນຂ້ຽຄິດວ່າຂ້ຽຈະເອົາຊະນະມານທຸກຕົວເພື່ອໄດ້ມາເຊິ່ງຄວາມສຸຂ.

ຂຽນເມື່ອ ຂຽນເມື່ອ: ມິ.ຖ.. 12, 2012 | ມີ 16 ຄຳເຫັນ ແລະ 0 trackback(s)

 

ຄົນອາເມຣິກາ ຫຼົງຊື່ນຊົມໃນຄວາມຍິ່່ງໃຫ່ຽຂອງຊາຕຕົນເອງທີ່ໄດ້ເປັນໜຶ່ງໃນພິພົບໜ່ວຽນີ້, ແຕ່ຊາວອາເມຣິກາລືມເບິ່ງວ່າຕົນເອງຄອງອັນດັບໂລກ ຫຼາຽໆ ລາຽກາຣ ແຫ່ງຄວາມອັປຍົສຄືກັນ, ຊຶ່ງໃນ 21 ລາຽກາຣນີ້ຍັງບໍ່ທັນມີຊາຕໃດໆໃນໂລກສາມາຕແຂ່ງຂັນກັບ ອາເມຣິກາ ໄດ້ເລີຽ:
1.   ອາເມຣິກາ ຄອງອັນດັບໜຶ່ງຂອງໂລກ ດ້ານຈຳນວນຄົນທີ່ຕິດຄຸກຫຼາຽທີ່ສຸດໃນໂລກ.
2.   ອາເມຣິກາ ຄອງອັນດັບໜຶ່ງຂອງໂລກ ໃນການລະບາດຂອງພະຍາດໄຂມັນ(ຄວາມອ້ວນ)ໃນໝູ່ປະຊາຊົນ
3.   ອາເມຣິກາ ຄອງອັນດັບໜຶ່ງຂອງໂລກ ໃນການແຕກແຍກແລະຢ່າຮ້າງຂອງຄອບຄົວ
4.   ອາເມຣິກາ ຄອງອັນດັບໜຶ່ງຂອງໂລກ ໃນການນັ່ງເບິ່ງໂທລະພາບໃນໝູ່ປະຊາຊົນ.
5.   ອາເມຣິກາ ຄອງອັນດັບໜຶ່ງຂອງໂລກ ເລື່ອງການນຳໃຊ້ແລະເສພ ຢາເສພຕິດ.
6.   ອາເມຣິກາ ຄອງອັນດັບໜຶ່ງຂອງໂລກ ໃນເລື່ອງການຂີ້ລັກຍານພາຫານະ.
7.   ອາເມຣິກາ ຄອງອັນດັບໜຶ່ງຂອງໂລກ ຂອງຄະດີຂົ່ມຂືນກະທຳສຳເລົາ
8.   ອາເມຣິກາ ຄອງອັນດັບໜຶ່ງຂອງໂລກ ຂອງຄະດີຄາຕກັມ
9.   ອາເມຣິກາ ຄອງອັນດັບໜຶ່ງຂອງໂລກ ຂອງການກໍ່ອາຊຍກັມແລະຄະດີຄວາມໃນສາລ
10.ອາເມຣິກາ ຄອງອັນດັບໜຶ່ງຂອງໂລກ ທີ່ມີຈຳນວນ ຕຳຣວຈຫຼາຽທີ່ສຸທ
11.ອາເມຣິກາ ຄອງອັນດັບໜຶ່ງຂອງໂລກ ທີ່ໃຊ້ງົປະມາລໃນດ້ານສາທາຣນະສຸຂຫຼາຽທີ່ສຸດ ແຕ່ບໍ່ມີປະສິຕິພາບ
12.ອາເມຣິກາ ຄອງອັນດັບໜຶ່ງຂອງໂລກ ຂອງຄົນທີ່ຕິດຢາເສພຕິດ
13.ອາເມຣິກາ ຄອງອັນດັບໜຶ່ງຂອງໂລກ ເລື່ອງສຸຂພາບຈິດ ຄວາມຊຶມເສົ້າຂອງຜູ່ຫິຽງ
14.ອາເມຣິກາ ຄອງອັນດັບໜຶ່ງຂອງໂລກ ເລື່ອງຄ່າໃຊ້ຈ່າຽໃນການຮຽນຂອງເດັກນ້ຽ
15.ອາເມຣິກາ ຄອງອັນດັບໜຶ່ງຂອງໂລກ ຂອງການສ້າງສື່ລາມົກອານາຈານ ບັນລຸຮອດ 89%ຂອງທົ່ວໂລກ
16.ອາເມຣິກາ ຄອງອັນດັບໜຶ່ງຂອງໂລກ ເລື່ອງການຂາດດຸນງົບປະມານ, ຊຶ່ງເລີ່ມແຕ່ປີ 1976ເປັນຕົ້ນມາ, ຖ້ານັບແຕ່ 12/2000 ຮອດ 12/2010 ຂາດດຸນຮອດ  6,100,000,000,000 USD
17.ອາເມຣິກາ ຄອງອັນດັບໜຶ່ງຂອງໂລກ ດ້ານການໃຊ້ຈ່າຽງົບປະມານທາງທະຫານ, ຖ້າເອົາ ຣັສເຊັຽ+ຈີນ+ອິນເດັຽ+ຍີ່ປຸນ+ກຸ່ມNATO ກໍ່ຍັງບໍ່ເທົ່າກັບ ອາເມຣິກາປະເທດດຽວ
18.ອາເມຣິກາ ຄອງອັນດັບໜຶ່ງຂອງໂລກ ດ້ານຖານທັບທະຫານໃນທົ່ວໂລກ ແຕ່ກະບໍ່ສາມາດຕ້ານກຸ່ມກໍ່ການຮ້າຽນ້ຽໆໄດ້
19.ອາເມຣິກາ ຄອງອັນດັບໜຶ່ງຂອງໂລກ ຂອງຄວາມຊັບຊ້ອນຫຸ້ຽງເຫິຽງໃນຣບົບພາສີ
20.ອາເມຣິກາ ຄອງອັນດັບໜຶ່ງຂອງໂລກ ໃນປະເທດທີ່ເປັນໜີ້ແບບເຕີບໂຕ, ຊຶ່ງໜີ້ດັ່ງກ່າວຈະເຕີບໂຕຢູ່ທີ່ 40,000 USD/ວິນາທີ.(ມື້ໜຶ່ງຈະມີຢູ່ 24x3600=86,400ວິນາທີ)
21.ໃນທຳນຽບປະທານາທິບໍດີ ສະຫະຣັຖ ຖືວ່າເປັນບ່ອນທີ່ຣບົບການສື່ສານເກົ່າແກ່ທີ່ສຸດແລະຫຼ້າຫຼັງທີ່ສຸດໃນໂລກ, ຫຼັງຈາກເຈົ້າໜ້າທີ່ທຳນຽບຂາວໄດ້ອອກມາເປີດເຜີຽຄວາມຈິງໃຫ້ຊາວໂລກຮູ້ໃນຫວ່າງເດືອນ4/2012ນີ້ຍ້ອນວ່າທຳນຽບຂາວຂາດການຕິດຕໍ່ກັບປະທານາທິບໍດີ ບາຣັກ ໂອບາມາ ເປັນເວລາ 3 ຊົ່ວໂມງໃນເວລາທີ່ມີເຫດເລັ່ງດ່ວນ.
 ຈົບຂ່າວ! ໃຜມີຄວາມເຫັນແນວໃດສົ່ງຂ່າວຕາມໃຈເດີ ຢູ່ນີ້ບໍ່ມີການຖອດຖອນສະມາຊິກ ເຊີນຕາມສບາຽ.
ຂຽນເມື່ອ ຂຽນເມື່ອ: ມ.ນ.. 6, 2012 | ມີ 14 ຄຳເຫັນ ແລະ 0 trackback(s)

 ຕັ້ງແຕ່ຄັ້ງພຸທສາສນາເຂົ້າມາເຖິງດິນລາວ ແລະ ກໍ່ໄດ້ແຜ່ຂຽາຽໄປທົ່ວແຜ່ນດິນລ້ານຊ້າງ, ບັລພຣະບູຣຸດພວກເຮົາກໍ່ໄດ້ຕັ້ງກົດເກນຂອງການດຳລົງຊີວິດຂຶ້ນຊຶ່ງໃນນັ້ນປະກອບມີ ຮີດ 12 ຄອງ 14. ຮີດ ມາຈາກຄຳວ່າ ຈາຣີດ= ປະເພນີການເຮັດບຸນປະຈຳເດືອນທີ່ໄດ້ປະຕິບັດກັນມາ, ຊຶ່ງມີທັງໝົດ 12 ເດືອນ ສະນັ້ນຈິ່ງມີ ຮີດ 12. ແຕ່ດຽວນີ້ລາວເຮົາເຮັດບຸນກາຽ 12ບຸນແລ້ວ. ຕົວຢ່າງ ມີບຸນເຂົ້າມາເພີ່ມອີກ 1 ວັນປີໃໝ່ສາກົນ, 2 ວັນປີໃໝ່ຫວຽດແລະຈີນ ແລະບຸນອື່ນໆອີກ ສະນັ້ນຄັນເຮົາເຮັດເປັນປະເພນີເລີຽກະຕ້ອງໄດ້ບວກເຂົ້າຕື່ມໃສ່ ຈະໄດ້ເປັນ ຮີ້ດ15-16ໄປເລີຽ. ສ່ວນຄອງ 14 ນັ້ນດຽວນີ້ລຸດລົງຄື ໃນຄອງ 14 ນີ້ມີຂໍ້ຫ້າມໃນການເຮັດຮົ້ວ, ເຮັດຕ້າຽ ແຕ່ໃນທຸກວັນນີ້ເຮືອນຫຼັງໃດກໍ່ມີຮົ້ວໝົ້ດແລ້ວ ແລະມີຂໍ້ອື່ນໆອີກ, ສະນັ້ນຄອງນີ້ຈະລຸດລົງເຫຼືອ 12-10 ຫຼືບໍ່ເຫຼືອເລີຽກະບໍ່ຈັກ. ສະນັ້ນພວກເຮົາຕ້ອງໄດ້ປ່ຽນຄວາມເວົ້ັ້າໃໝ່ເພື່ອໃຫ້ຖືກກັບຕົວຈິງ ດຽວນີ້ລາວມີຮີດຄອງປະເພນີຕາມ ຮີດ 15 ຄອງ 7(ແນ່ນອນວ່າມັນຢາກເວົ້າຂັດປາກແດ່ຫັ້ນລະ, ແຕ່ຊິເຮັດແນວໃດໄດ້ເມື່ອມັນຫາກເປັນໄປຕາມຄວາມຈິງຕ້ອງຍອມຮັບ).

ຂຽນເມື່ອ ຂຽນເມື່ອ: ມ.ກ.. 5, 2012 | ມີ 24 ຄຳເຫັນ ແລະ 0 trackback(s)

ໃນປະເທດ ຊິມບາເວ ອັດຕາເງິນເຟີ້ສູງທີ່ສຸດໃນໂລກ. ໃນພຽງໜຶ່ງຊົ່ວໂມງລາຄາເບັຽ ໑ ແກ້ວຂຶ້ນ ຮອດ ຫ້າສິບລ້ານ. ຢາກກິນເບັຽພຽງແກ້ວດຽວຕ້ອງໄດ້ອູ້ມເງິນແບບນີ້ລະ!!!!

ຂຽນເມື່ອ ຂຽນເມື່ອ: ພ.ຈ.. 30, 2011 | ມີ 9 ຄຳເຫັນ ແລະ 0 trackback(s)

ນອນນຳລົຖຕື່ນຂຶ້ນມາຕົກໃຈໝົດຄິດວ່າເຂົາພາໄປຈີນ! ທີ່ແທ້ກະແມ່ນຢູ່ ກມ ໖ ນີ້ເອງ. ຄັນແມ່ນຄົນລາວເຮົາເຮັດແບບນີ້ຖືກປັບໄໝໄປແລ້ວຫຼາຽລ້ານແລ້ວແລະໃຫ້ປົດປ້າຽທັນທີ, ແຕ່ອັນນີ້ແມ່ນມະຫາອຳນາດເຮັດກະເລີຽປາກບໍ່ໄດ້ຈັກຄົນ. ຕາມໃຈເຂົາວ່າຊັ້ນ. ກົດໝາຽລາວເຮົາໃຊ້ກັບຄົນລາວເທົ່ານັ້ນ!!!!!!!!!!!!!!!!!!!! ທ່ານຄິດແນວໃດ?

ຂຽນເມື່ອ ຂຽນເມື່ອ: ພ.ຈ.. 18, 2011 | ມີ 9 ຄຳເຫັນ ແລະ 0 trackback(s)

ຊ່ຽກັນຕໍ່ບົດທ່ອງຂຶ້ນໃຈ ທີ່ຊື່ວ່າ: ປະເທດລາວເບິ່ງດູ ວ່າໃຜຊິຈື່ໄດ້ຊ່ຳໃດ!

ຂຽນເມື່ອ ຂຽນເມື່ອ: ພ.ຈ.. 8, 2011 | ມີ 29 ຄຳເຫັນ ແລະ 0 trackback(s)

ເບີ UNITEL ນັ້ນໄດ້ຖິ້ມໄປແລ້ວ. ຂ້ຽໄດ້ຊື້ເບີ ຢູນີເທລ ມາໃຊ້ ແລະກໍ່ປະໄປຫຼາຽເດືອນກັບມາເຕີມເງິນໃສ່ ທຳອິດ ໒໐໐໐໐ກີບ ເທື່ອສອງ ກໍ່ ໒໐໐໐໐ ກີບ ທາງສູນບອກວ່າຂ້ຽເປັນໜີ້ ໒໖໐໐໐ ກີບ . ຕໍ່ມາກໍ່ເຕີມໃສ່ອີກ ໕໐໐໐໐ກີບ. ບໍ່ທັນໄດ້ຫຼິ້ນ ຮອດວັນທີ່໑ ເດືອນ ໑໑ ປີ ໒໐໑໑ ບອກວ່າຂ້ຽເປັນໜີ້ ອີກ ໓໐ ໑໖໙ ກີບ. ຂ້ຽເລີຽໂທຖາມສູນ, ທາງສູນກະບອກວ່າອ້າຽຍັງເປັນໜີ້ຕ້ອງຕື່ມເງິນອີກ, ຂ້ຽກະເລີຽບອກວ່າ: ຂ້ຽບໍ່ຕົກໂງ່ອີກແລ້ວ, ດຶກຖິ້ມກະໄດ້ຊ່ຳເບີເນົ່າໆອັນນັ້ນ!!! ຂ້ຽບໍ່ເຕີມເພື່ອໃຫ້ເສັຽຄ່າໂງ່ອີກດອກ.. ສະແດງວ່າຂ້ຽຈ່າຍເງິນໄປ ໑໔໐ ໐໐໐ ກີບບໍ່ໄດ້ໃຊ້ຫັຽງເລີຽ ຖືກໂກງຈາກ ຢູນີເທລ ໄປໜ້າຕາເສີຽໆເລີຽ.

ຂຽນເມື່ອ ຂຽນເມື່ອ: ຕ.ລ.. 1, 2011 | ມີ 18 ຄຳເຫັນ ແລະ 0 trackback(s)

ໃນແບບສຳຫຼວດ ກໍ່ໄດ້ເວົ້າເລື່ອງຫວຽດເລາະຊື້ແລະລັກ ເຄື່ອງເສດຢູ່ແລ້ວ, ແຕ່ບາດນີ້ມາເວົ້າເລື່ອງຮ້ານເກມ. ມື້ໜຶ່ງຂ້ຽໄດ້ຮັບໂທລະສັບຈາກນາຽຄູ ມສ ສາທິດ ບອກວ່າ:  ເດັກຂ້ຽບໍ່ໄປໂຮງຮຽນ, ຂ້ຽກໍ່ຕອບນາຽຄູໄປວ່າ: ຂອບໃຈຫຼາຽໆເດີທີ່ກະລຸນາບອກໃຫ້ຮູ້. ຈາກນັ້ນຂ້ຽກໍ່ໄດ້ອອກຕິດຕາມໄປຫາໝູ່ເດັກ ແຕ່ລະຄົນກໍ່ບໍ່ຮູ້, ເລາະມາແຕ່ ບ້ານຕານມີໄຊຮອດສາມແຍກ ສາງຫຼັກ ໙ (ດົງໂດກ) ຢູ່ກະໂຕສາມແຍກເບື້ອງຂວາມືປະກົດມີນັກຮຽນສອງຄົນກຳລັງລົງຈາກລົຖຈັກຍ່າງເຂົ້າໄປໃນຮ້ານ. ຂ້ຽກະບໍ່ລໍຊ້າຮີບເຂົ້າໄປນຳເພື່ອໄປເບິ່ງ, ແຕ່ບໍ່ເຫັນເດັກຂ້ຽ ພັດເຫັນລົຖຈັກຈອດຢູ່ໃນຫັ້ນ. ຂ້ຽກະເລີຽຖາມເຈົ້າຂອງຮ້ານ: ເຈົ້າເຫັນເດັກນ້ຽຂ້ຽຜູ້ຂີ່ລົຖຈັກຄັນນີ້ມານີ້ບໍ? ແທນທີ່ມັນຊິຕອບດີໆມັນຊ້ຳກະແທກໃສ່ຂ້ຽວ່າ: ເຈົ້າມີສິທຫັຽງມາຖາມຂ້ຽ, ເລື່ອງເດັກຂອງເຈົ້າເຈົ້າກະຖາມມັນເອງຕວ໋າ! ໄດ້ຍິນແນວນັ້ນຂ້ຽກະເອົານ້ຳລູບຫົວໃຈໄວ້ແລ້ວຖາມຕໍ່ວ່າ: ຂ້ຽຢາກຖາມວ່າເຈົ້າເຫັນຄົນທີ່ຂີ່ລົຖຈັກຄັນນີ້ມາບໍ? ມັນກະຕອບເໝືອນຄົນເມົາຢາວ່າ: ເຫັນຫຼືບໍ່ເຫັນກູບໍ່ຢາກບອກມຶງຜິດໃຜ? ຍິນແນວນັ້ນຂ້ຽກະເລີຽເວົ້າວ່າ: ໃນເມື່ອຂ້ຽບໍ່ຮູ້ແຕ່ຂ້ຽເຫັນລົຖຈັກຢູ່ນີ້ຂ້ຽຈິ່ງຖາມຫາເຈົ້າຂອງລົຖມັນຜິດຫັຽງ, ເຈົ້າກະຄ່ຽເວົ້າແດ່ແມ໋! ມັນກະຕອບມາທັນທີໂລດວ່າ: ເວົ້າແຮງກະບໍ່ຜິດຫົວມຶງດອກ! ເພາະຖ້າບໍ່ມີຫວຽດນາມຊ່ຽກະບໍ່ມີລາວດອກ! ຂ້ຽໄດ້ແຕ່ເອົານ້ຳລູບຫົວໃຈໄວ້ຄືເກົ່າແລະໄດ້ແຕ່ຖຽງໃນໃຈວ່າ: ຖ້າບໍ່ມີແຜ່ນດິນລາວໃຫ້ສູຢຽບຜ່ານ, ຖ້າບໍ່ແມ່ນປະຊາຊົນລາວເອົາຫົວຮັບລູກແຕກລູກບົມຂອງອາເມຣິກາຕາມເສັ້ນທາງໄປປົດປ່ຽພາກໃຕ້ຫວຽດນາມ ແລ້ວປະເທດຫວຽດນາມຊິເປັນແນວໃດ?) ແຕ່ກໍ່ໄດ້ແຕ່ຄິດແລະເອົານ້ຳລູບຫົວໃຈຕໍ່ໄປແລະຖາມມັນອີກວ່າ: ຮ້ານເຈົ້ານີ້ຄືບໍ່ຕິດປ້າຽ, ເຈົ້າກະມີອານຸຍາດໃຫ້ເປີດຮ້ານເກມຢູ່ບໍ?  ມັນກະຕອບມາທັນທີດ້ວຽສຽງແຮງກວ່າເກົ່າວ່າ: ມຶງມີສິທຫັຽງມາຖາມເລື່ອງນີ້? ມຶງບໍ່ໄດ້ອອກໜັງສືໃຫ້ກູຕວ໋າ? ຕຳຫຼວດແຖວນີ້ກິນເງິນນຳກູໝົດໃຜຊິເຮັດຫັຽງໃຫ້ກູໄດ້ ຮ່າຮ່າໆໆໆໆ. ຂ້ຽໄດ້ແຕ່ແນມເບິ່ງດ້ວຽຄວາມຮັກແພງອັນລົ້ນຫົວໃຈຈົນເຮັ່ຽໄປນຳທາງພຸ້ນລະແລ້ວກໍ່ຖ່າຽພາບໄວ້ເປັນທີ່ລະຣຶກ.

 

ຂຽນເມື່ອ ຂຽນເມື່ອ: ກ.ຍ.. 24, 2011 | ມີ 14 ຄຳເຫັນ ແລະ 0 trackback(s)

ໃນວັນທີ່ ໒໐ ກັນຍາ ເວບໄຊທ໌ ຊາຍນາເດລີ່ ຂອງຈີນ ເປີດເຜີຽເລື່ອງລາວ ຂອງຄົນຂໍທານຈີນທີ່ນັ່ງປັກຫຼັກຂໍເງິນຮີມຖນົນໃນປັກກິ່ງ ຈົນກາຽເປັນເສຖີມີເຮືອນຫຼາຽຫຼັງແລະລົຖໃຫ່ຽອີກ ໔ ຄັນ. ເລື່ອງນີ້ເພື່ອນເຮືອນຂ້າງໄດ້ອອກມາບອກວ່າເ ຂໍທານຜູ້ນີມີຊື່ວ່າ ຊີຖັງ, ລາວມັກຈະເລືອກພື້ນທີ່ບ່ອນຂໍທານທີ່ມີຄົນເດີນຜ່ານໄປມາຫຼາຽທີ່ສຸດແລະລາວເຮັດແນວນີ້ມາໄດ້ຫຼາຽປີແລ້ວ, ໂດຽການແຕ່ງຕົວແບບຂໍທານນັ່ງຮີມຖນົນຈະເຮັດໃຫ້ຄົນເຫັນໃຈ. ອີກຢ່າງເວລາເຫັນຄົນຍ່າງຜ່ານມາລາວຈະກົ້ມຫົວລົງຈຳດິນເພື່ອຂໍເສດເງິນ, ແຕ່ກໍ່ເປັນລາຽໄດ້ທີ່ໃຜໆກໍ່ບໍ່ຄາດຝັນວ່າຈະສູງເຖິງຊົ່ວໂມງລະສາມແສນກວ່າກີບ. ມີຄັ້ງໜຶ່ງຕາມການບອກເລົ່າຂອງຂໍທານວ່າເຄີຽໄດ້ຮອດ ຫ້າລ້ານຫ້າແສນກີບພາຽໃນໜຶ່ງຂົ່ວໂມງ. ຜ່ານການຂໍທານມາຫຼາຽປີແລະມີເງິນສະສົມຫຼາຽ, ເຂົາເລີຽປຸກສ້າງເຮືອນໃຫ້ລູກໆເມັຽໆຫຼາຽໆຫຼັງ ແລະຊື້ລົຖເກັ໋ງອີກ ໔ ຄັນ ແລະສ້ຽແຫວນເງິນຄຳໃຫ້ລູກໆເມັຽໆໃສ່, ຊື້ເຄື່ອງນຸ່ງໃຫ້ຄອບຄົວໃສ່ບໍ່ຊ້ຳກັນ ຫຼືຈະເອີ້ນວ່າເສຖີກໍ່ໄດ້. ແຕ່ຊີຖັງຍັງອອກໄປຫາຂໍທານທຸກໆວັນ. ແຕ່ຕໍ່ໄປນີ້ຈະມີຄົນໃຫ້ຫຼືບໍ່ທໍ່ນັ້ນລະເພາະເຂົາຮູ້ກັນທັງບ້ານທັງເມືອງແລ້ວ.

ຂອບໃຈພາບປະກອບມາຈາກ: dailychilli.com

ຂຽນເມື່ອ ຂຽນເມື່ອ: ກ.ຍ.. 2, 2011 | ມີ 10 ຄຳເຫັນ ແລະ 0 trackback(s)

ໃນນະຄອນ ວີນຸສ ປະເທດ ລິຕົວເນັຽ ທ່ານເຈົ້າຄອງນະຄອນຫຼວງ ວີນຸສ ໄດ້ປະກາດໃຊ້ມາຕການເດັດຂາດກັບຜູ້ທີ່ຝ່າຝືນກົດລະບຽບຈໍຣຈອຣ, ໂດຽການໃຊ້ລົຖຫຸ້ມເກາະຢຽບໃຫ້ເພພັງໄປເລີຽ. ໃນທີ່ສຸດຖນົນຫົນທາງແປນເອີດເຕີດ, ການຂັບຂີ່ກໍ່ມີກົດລະບຽບ, ລົດຜ່ອນອຸປະຕິເຫດໄດ້ ໑໐໐%. ແລ້ວທ່ານເດຄິດແນວໃດ? ຢາກໃຫ້ລາວເຮົາກໍ່ເຮັດແນວນັ້ນບໍ? ເພາະບ້ານເຮົາກໍ່ສັນສົນວຸ້ນວາຽນຳແຕ່ການຈໍຣຈອຣ.

ຂຽນເມື່ອ ຂຽນເມື່ອ: ສ.ຫ.. 23, 2011 | ມີ 9 ຄຳເຫັນ ແລະ 0 trackback(s)

໙ ສິ່ງອັສຈັນທີ່ປກົດໃນຈັກວາລຕ່າງໆແລະໃນທັມຊາຕ ພັດກັບມາມີສິ່ງຄ້າຽຄືກັບເຄື່ອງໝາຽແລະສິ່ງຂອງໃນໂລກເຮົາ

ຂຽນເມື່ອ ຂຽນເມື່ອ: ສ.ຫ.. 16, 2011 | ມີ 10 ຄຳເຫັນ ແລະ 0 trackback(s)

ໃນບ້ານເຣົາກຳລັງເຮີ່ລົຖເກັງ, ປິກອັບ ຕ່າງໆນາໆ ແຕ່ໂລກຕາເວັນຕົກ ກຳລັງນິຍົມສິ່ງທີ່ປະຢັດແລະສວຽງາມດັ່ງລົຖຖີບຄັນນີ້.

ຂຽນເມື່ອ ຂຽນເມື່ອ: ສ.ຫ.. 8, 2011 | ມີ 4 ຄຳເຫັນ ແລະ 0 trackback(s)


ວັນທີ່ ໑ ເດືອນ ໘ ປີ ໒໐໑໑ ນີ້ທີ່ປະເທດ ບຣາຊຶນ ທີ່ເມືອງ Embu ຊາວເມືອງໄດ້ເຫັນປະກົດການຜິດປົກຕຶເທິງທ້ອງຟ້າ ມີແສງປະຫຼາດປິ່ນອ້ອມ ແສງໃຫ່ຽທີ່ຢູ່ເຄິ່ງກາງ : ຜູ້ຊ່ຽວຊານດ້ານທອ້ງຟ້າຍັງບໍ່ມີຄຳເຫັນໃນເລື່ອງນີ້. ສ່ວນຊາວເມືອງທັງຫຼາຽໄດ້ເວົ້າວ່າແມ່ນຈານບິນນອກໂລກ.
ແລະມີຜູ້ເຫັນເຫດການເອົາກ້ອງວີດີໂອບັນທຶກພາບໄວ້.
http://www.vesti.ru/only_video.html?vid=352202

ຂຽນເມື່ອ ຂຽນເມື່ອ: ກ.ລ.. 10, 2011 | ມີ 22 ຄຳເຫັນ ແລະ 0 trackback(s)

ໜ້ຽໜັກໜ້ຽໜາທີ່ຜູ້ຍິງຈະເປີດເຜີຽຄວາມລັບກັບຜູ້ຊາຽ,. ແຕ່ບາດລັບຫຼັງແລ້ວເຮັດໃຫ້ເປັນຂ່າວໆລືຊະດ້ວຽ!!!

ຂຽນເມື່ອ ຂຽນເມື່ອ: ກ.ລ.. 7, 2011 | ມີ 6 ຄຳເຫັນ ແລະ 0 trackback(s)

ຍາມໃດອາເມລິກາກະຫາຊອກຮຸກຮານປະເທດອື່ນໆຢູ່ຕຼອດ, ແຕ່ໃນວັນນີ້ ເທວະດາເບິ່ງແລ້ວເຫັນວ່າ: ຄວນລົງໂທດອາເມລິກາດ້ວຽການເຮັດພາຍຸທໍນາໂດ, ປະຈຸບັນນີ້ແມ່ນສັ່ງສອນດ້ວຽ ພາຍຸຂີ້ຊາຍ.... ລາຽລະອຽດທີ່ http://www.vesti.ru/videos?vid=346990

ຂຽນເມື່ອ ຂຽນເມື່ອ: ກ.ລ.. 5, 2011 | ມີ 6 ຄຳເຫັນ ແລະ 0 trackback(s)

ໃນທ້າຽອາທິດແລ້ວນີ້ໄດ້ມີຂໍ້ຕົກລົງຂອງລັຖບາລ ຣັສເຊັຽ, ເບັຽຣາຣຸສ ແລະ ກາຊັກສະຖານ ວ່າດ້ວຽການຍົກເລີກເສັ້ນຊາຍແດນດ້ານພາສີ: ໝາຍວ່າບໍ່ມີການເກັບພາສີໃດໆຂອງການນຳເຂົ້າແລະສົ່ງອອກສິນຄ້າລະຫວ່າງສາມປະເທດໃນເຄືອອະດີດສະຫະພາບໂຊວຽດ. ຕໍ່ໄປອາດຈະຍົກເລີກເສັ້ນຊາຽແດນແບບຖາວອນ. ໝາຍວ່າປະຊາຊົນສາມປະເທດດັ່ງກ່າວໃນອານາຄົດອາດຈະໄປໃສກໍ່ໄດ້ໃນສາມປະເທດນີ້ (ແຫຼ່ງຂ່າວຈາກ ສຳນັກຂ່າວ ເວສຕີ)http://www.vesti.ru/videos?vid=345753&cid=58

ຂຽນເມື່ອ ຂຽນເມື່ອ: ທ.ວ.. 14, 2010 | ມີ 4 ຄຳເຫັນ ແລະ 0 trackback(s)

ໃນປີ 1969 ອາເມລິກາໄດ້ສາຍພາບການຂຶ້ນດວງຈັນແລະຢຽບດວງຈັນຂອງນັກບິນອາວະກາດອາເມລິກາ. ທັງໝົດນັ້ນແມ່ນການສະແດງໃນພາກພື້ນດິນແລະເອົາພາບມາສາຍແລ້ວສົ່ງຜ່ານໂທລະພາບໃຫ້ທົ່ວໂລກໄດ້ຮັບຮູ້ວ່າ: ຕົນເອງເປັນຊາດແລກທີ່ໄດ້ຢຽບດວງຈັນ. ຄວາມເປັນຈິງແລ້ວນີ້ແມ່ນແຜນການສໍ້ໂກງງົບປະມານຂອງສະພາອາເມຣິກາອັນຍິ່ງໃຫ່ຽໃນປີ 1969. ຫຼອກລວງທັງຊາວອາເມຣິກາແລະຊາວໂລກ ດ້ວຽວິຊາມານຂອງວິທະຍາສາຕ (ກະລຸນາເຂົ້າເບິ່ງລາຽລະອຽດທີ່ ) ເລື່ອງນີ້ ຣັສເຊັຽອາດມີສ່ວນຮ່ວມໃນການຮັບສິນບົນ( ເພາະຮູ້ຢູ່ວ່າອາເມຣິກາບໍ່ໄດ້ຢຽບດວງຈັນແຕ່ກັບມິດບໍ່ປາກມາຕັ້ງແຕ່1969)