ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ທ.ວ.. 8, 2011 | ມີ 5 ຄຳເຫັນ ແລະ 0 trackback(s)

ມື້ບຸນວັນຊາດໄກ້ມາຮອດແລ້ວ, ຜູ້ເປັນພໍ່ກໍ່ແຕ່ງຕົວສູດແບບສາກົນກອ່ນອອກເຮືອນໄປສຼຸບຜົນງານໃນກົມກອງ.

ລູກຊາຽນ້ຽກໍ່ແຕ່ງຊຸດນັກຮຽນກຽມໄປໂຮງຮຽນຫຼຽວເຫັນໃບຍ້ອງຍໍຂອງຜູ້ເປັນພໍ່ຫ້ຽສະແດງເຕັມຝາເຮືອນຢູ່

ກະເລີຽຖາມພໍ່ຂຶ້ນວ່າ: 

ລູກ:   ພໍ່! ອີ່ພໍ່ມີຊື່ໃນປຶ້ມຄຳປະຫວັດສາຕຊາດຫັ້ນແມ່ນບໍ? ຄືຊິມີຫຼາຽໜ້າເນາະ?

ພໍ່:     ກະແມ່ນແລ້ວລູກເອີຽ! ພໍ່ມີຜົລງານຫຼາຽໃດຈຶ່ງມີຊື່ນຳເພິ່ນ!

ລູກ:  ຊັ້ນອີ່ພໍ່ກະພາລູກໄປເບິ່ງນຳແດ່ດູປຶ້ມຄຳປະຫວັດສາຕຫັ້ນ!ວ່າໜ້າຕາມັນເປັນແນວໃດ?ລູກຢາກເຫັນໆໆໆໆ!

ພໍ່:   .......(ຊິພາລູກໄປເບິ່ງຢູ່ໃສນໍ)....................

ຂຽນເມື່ອ ຂຽນເມື່ອ: ທ.ວ.. 1, 2011 | ມີ 8 ຄຳເຫັນ ແລະ 0 trackback(s)

ລູກຊາຽຂອງລັຖມົນຕຣີກຳລັງສຶກສາຢູ່ມະຫາວິທຍາໄລ ອອັກຟອຣດ ເລື່ອງເສຖກິດ, ມື້ໜຶ່ງເກີດຄຳຖາມຂຶ້ນມາກະເລີຽຖາມພໍ່ວ່າ:

ລູກ: ພໍ່ເປັນຫັຽງຢູ່ບ້ານເຮົາຍາມໃດກໍ່ວ່າແຕ່ເສຖກິດບໍ່ດີ, ເສຖກິດຫຼ້າຫຼັງ?

ພໍ່:   ກະຍ້ອນປະເທດເຮົາບໍ່ມີກະຊວງເສຖກິດຫັ້ນເດ!

ລູກ: ໂອ! ເຂົ້າໃຈລະ! ແຕ່ວ່າເປັນຫັຽງຈິ່ງບໍ່ມີກະຊວງເສຖກິດລະພໍ່?

ພໍ່: ກະຍ້ອນວ່າບໍ່ມີຄົນເກັ່ງທີ່ຈະມາເປັນລັຖມົນຕຣີເສຖກິດຫັ້ນລະ!

ລູກ: ໂອ! ເຂົ້າໃຈລະ! ຊັ້ນກະສະແດງວ່າ: ກະຊວງໃດກໍ່ຕາມທີ່ບໍ່ສາມາດເຮັດວຽກທະລຸເປົ້າໝາຽໄດ້ ຕ້ອງຍຸບບໍ່ໃຫ້ມີກະຊວງນັ້ນແມ່ນບໍ?

ພໍ່:  .........໕໕໕໕໕໕໕໕ .............ຢ່າສໍ້ຫຼາຽມີໜ້າທີ່ຮຽນຫາລະຮຽນໄປ, ຈັກນ່ຽເຂົາຊິຍຸບພໍ່ຫັ້ນລະ!!!

ຂຽນເມື່ອ ຂຽນເມື່ອ: ພ.ຈ.. 30, 2011 | ມີ 9 ຄຳເຫັນ ແລະ 0 trackback(s)

ນອນນຳລົຖຕື່ນຂຶ້ນມາຕົກໃຈໝົດຄິດວ່າເຂົາພາໄປຈີນ! ທີ່ແທ້ກະແມ່ນຢູ່ ກມ ໖ ນີ້ເອງ. ຄັນແມ່ນຄົນລາວເຮົາເຮັດແບບນີ້ຖືກປັບໄໝໄປແລ້ວຫຼາຽລ້ານແລ້ວແລະໃຫ້ປົດປ້າຽທັນທີ, ແຕ່ອັນນີ້ແມ່ນມະຫາອຳນາດເຮັດກະເລີຽປາກບໍ່ໄດ້ຈັກຄົນ. ຕາມໃຈເຂົາວ່າຊັ້ນ. ກົດໝາຽລາວເຮົາໃຊ້ກັບຄົນລາວເທົ່ານັ້ນ!!!!!!!!!!!!!!!!!!!! ທ່ານຄິດແນວໃດ?

ຂຽນເມື່ອ ຂຽນເມື່ອ: ພ.ຈ.. 20, 2011 | ມີ 14 ຄຳເຫັນ ແລະ 0 trackback(s)

ໃນວັນທີ່ 17 ເດືອນ 11 ປີ 2011 ນີ້ທີ່ຫໍພິພິຕະພັນ ເຕັກນິກຂອງນະຄອນ ລອນດອນ ປະເທດອັງກິດໄດ້ຕົກລົງສ້າງລາງວັນ ຣາຊີນີ ອາລິສເບດ ຂຶ້້ນ ເພື່ອເປັນລາງວັນໃຫ້ແກ່ນັກວິສາວະກອນທົ່ວໂລກທີ່ມີຫົວຄິດປະດິດສ້າງໃນເຕັກນິກວິທະຍາສາຕ. ຊຶ່ງມີມູນຄ່າ 1ລ້ານ ປອນ ສະກຸນເງິນອັງກິດ. ໃນປີໜຶ່ງຈະໄດ້ຈັດການຄັດເລືອກແລະມອບລາງວັນ 2ເທື່ອ ທຸກໆ6ເດືອນ, ຊຶ່ງຈະເລີ່ມແຕ່ປີ 2013ເປັນຕົ້ນໄປ. ສະນັ້ນວິສະວະກອນລາວຕ້ອງຮ່ວມພຼັງໃນການຄົ້ນຄ້ວາເພື່ອພິຊິດລາງວັນດັ່ງກ່າວ.

ຂຽນເມື່ອ ຂຽນເມື່ອ: ພ.ຈ.. 18, 2011 | ມີ 9 ຄຳເຫັນ ແລະ 0 trackback(s)

ຊ່ຽກັນຕໍ່ບົດທ່ອງຂຶ້ນໃຈ ທີ່ຊື່ວ່າ: ປະເທດລາວເບິ່ງດູ ວ່າໃຜຊິຈື່ໄດ້ຊ່ຳໃດ!

ຂຽນເມື່ອ ຂຽນເມື່ອ: ພ.ຈ.. 17, 2011 | ມີ 10 ຄຳເຫັນ ແລະ 0 trackback(s)

ໃນສັງຄົມປະຈຸບັນເຮົາອາຈະເຫັນຜູ້ຍິງຫາເງິນແບບເອົາມູນເກົ່າອອກມາຂາຽຈຳນວນຫຼວງຫຼາຽ. ທັງໆທີ່ບໍ່ມີຄວາມເຕັມໃຈ ແຕ່ກໍ່ຕ້ອງຈຳໃຈ. ຫຼາຽຄົນບອກວ່າ:

໑. ຄັນຊິໄປຮຽນຕໍ່ກໍ່ຕ້ອງເວົ້າເລື່ອງເງິນ: ບັນຫານີ້ເປັນບັນຫາທີ່ໃຫ່ຽສຳລັບຄົນທີ່ບໍ່ມີເງິນພຽງພໍ, ແມ່ນແຕ່ຮຽນວິຊາຊີບກໍ່ຕ້ອງຈ້າງ.

໒. ບັນຫາວຽກເຮັດງານທຳ: ບັນຫານີ້ກໍ່ອີກບັນຫາໜຶ່ງທີ່ສຳຄັນຄືກັນ, ການຮຽນກະຮູ້ວ່າໄດ້ຈ້າງແລ້ວ, ແຕ່ບໍ່ຮູ້ອີກວ່າຈ້າງຮຽນຈົບແລ້ວຈະໄປເຮັດຫັຽງ? ຕ້ອງຊອກຈ້າງເຂົ້າເຮັດວຽກອີກ.

໓. ບັນຫາການດຳລົງຊີວິດປະຈຳວັນກະຍາກພໍແຮງຢູ່ແລ້ວ, ຄອບຄົວພໍ່ແມ່ເຈັບເປັນ ໄປໂຮງໝໍກະບໍ່ມີເງິນ, ນ້ອງຢາກຮຽນໜັງສື ກະບໍ່ມີເງິນ,

໔. ຄັນເວົ້າເລື່ອງການຜຼິດ ຊິເອົາເງິນມາແຕ່ໃສ? ໄປກູ້ຢືມເຂົາກະບໍ່ເບິ່ງຮອດໜ້າ. ຫຼືບໍ່ກະຖ້າຫາກເຮັດການຜຼິດແລ້ວກະບໍ່ຮູ້ວ່າຊິໄປຂາຽຢູ່ໃສ? ບ້ານກະຢູ່ເຂດນອກພຸ້ນໄກເມືອງຕັ້ງ ໑໐-໒໐ ກິໂລແມັດ.

ຄວາມຈຳເປັນແນວນີ້ແມ່ຍິງຫຼາຽຄົນເລີຽຕັດສິນໃຈຂາຽມູນແມ່ໃຫ້ມາ. ທັ້ງໆທີ່ໃຈບໍ່ຄິດຢາກຈະເຮັດ, ແຕ່ສະພາບບີບບັງຄັບ. ທຸກຄົນຕ້ອງເພິ່ງຕົນເອງ, ກຸ້ມຕົນເອງ...

ສະນັ້ນຮູບທີ່ເອົາມາລົງນີ້ໄດ້ຮັບຄຳເຫັນດີຈາກເຈົ້າຂອງຮູບແລ້ວວ່າບໍ່ເປັນຫັຽງ! ຢາກໃຫ້ທາງການຫາວິທີແກ້ໄຂສະພາບການດັ່ງກ່າວນີ້ແດ່. ບໍ່ແມ່ນມີແຕ່ຍາມໃດກໍ່ປາບປາມ, ຈັບໄປຂັງ, ປັບໄໝ... ແລ້ວວິທີທາງແກ້ໄຂບັນຫາທີ່ຄົງຄ້າງດັ່ງກ່າວນີ້ບໍ່ມີ. ເຂົາຍັງບອກອີກວ່າ: ນ້ອງນຸ່ງທຸກມື້ນີ້ໄດ້ຮຽນກະຍ້ອນມູນແມ່ນີ້ລະ! ເວົ້າຄວາມຂີ້ຮ້າຽເດີອ້າຽ ຖ້ານົມນ້ອງເປັນຜິດນີ້ພະນັກງານຂັ້ນຕ່າງໆຫຼາຽຄົນຕາຽໄປແລ້ວ....໕໕໕໕໕໕໕໕

ຂຽນເມື່ອ ຂຽນເມື່ອ: ພ.ຈ.. 15, 2011 | ມີ 7 ຄຳເຫັນ ແລະ 0 trackback(s)

ຕາມທາງເລກ ໑໒ ຈາກນາກາຽມາທ່າແຂກ ແຖວຜາຮອມນັ້ນລະ ມີລົຖຂົນສົ່ງຫວຽດປີ້ນຫງາຽຄາງຂ້າງໆທາງ, ອັນໄດ້ເຮັດໃຫ້ເສົາໄຟຟ້າຫັກ ດີແຕ່ໄຟຟ້າບໍ່ຊອ໊ດ. ຄັນຊັ້ນໂຊເຟີມີຫວັງລົງໝໍ້ນາຣົກໄປແລ້ວ. ແຕ່ກໍ່ໄດ້ສ້າງຄວາມເສັຽຫາຽຢ່າງຫຼວງຫຼາຽ

.

ຂຽນເມື່ອ ຂຽນເມື່ອ: ພ.ຈ.. 15, 2011 | ມີ 8 ຄຳເຫັນ ແລະ 0 trackback(s)

ຫ່າງອອກຈາກ ເມືອງ ເລົ່າງາມປະມານ ໑໐ ກິໂລແມັດ ມີບ້ານໜຶ່ງຊື່ວ່າ: ສະເລີ້ຽ , ຂີ່ລົຖເຂົ້າໄປປະມານ  ໕ ຊົ່ວໂມງ. ເປັນບ້ານທີ່ນອກສຸດ ແລະ ມີພົລເມືອງ ຫ້າຮ້ຽກວ່າ, ມີນັກຮຽນແຕ່ ປ໑ ຮອດ ປ໓ ຈຳນວນ ໘໕ ຄົນ ແລະມີຄຣູສອນຜູ້ດຽວ ແນ່ນອນວ່ານັກຮຽນທັງໝົດຕ້ອງຮຽນຢູ່ຫ້ອງດຽວກັນ(ບ້ານນອກກະຍັງແອອັດເລື່ອງການສຶກສາເນາະ ໘໕ ຄົນຕໍ່ຫ້ອງ). ຄຣູຜູ້ນີ້ສອນມາໄດ້ ໓ ປີແລ້ວ. ລາວເວົ້າວ່າ: ທາງການສົ່ງຄຣູຜູ້ໃດມາຢູ່ກະບໍ່ເກີນ ສາມເດືອນກໍ່ໜີແລ້ວ. ມີແຕ່ຕົນເອງທີ່ຢູ່ມາໄດ້ສາມປີແລ້ວ. ຢູ່ດົນໄປກໍ່ເລີຽຄິດສົງສານເດັກນ້ຽກະເລີຽຢູ່ເພື່ອສອນເຂົາເຈົ້າ. ເຖິງວ່າໂຮງຮຽນຈະບໍ່ສົມບູນ, ອຸປະກອນການສຶກສາຂາດເຂີນ, ເງິນເດືອນແຮ່ງບໍ່ເວົ້າຮອດ. ເວົ້າເລື່ອງຄວາມສະດວກສະບາຽແມ່ນ..........ເຊັ່ນ: ຫົນທາງທຽວກະບໍ່ມີ, ນ້ຳປະປາກະບໍ່ມີ, ໄຟຟ້າແຮ່ງບໍ່ເວົ້າຮອດ, ໂທລະສັບກະບໍ່ມີສັນຍານຕອບຮັບ, ແຕ່ຄຣູຄົນນີ້ສາມາດຢູ່ໄດ້ດ້ວຽໃຈແລະຍັງບອກອີກວ່າ: ຫົນທາງກະແບບທັມຊາຕ, ນ້ຳປະປາກໍ່ແບບທັມຊາຕ, ໄຟຟ້າກໍ່ແບບທັມຊາຕ, ໂທລະສັບກະຄືຊິແມ່ນແບບທັມຊາຕ. ປານນັ້ນທ່ານນາຍົກຍັງເວົ້າວ່າ: ການສຶກສາອອ່ນກວ່າໝູ່ໃນກຸ່ມອາຊຽນຍ້ອນນາຽຄຣູບໍ່ດີແລະການປະພຶດທີ່ບໍ່ເປັນແບບຢ່າງອັນບໍ່ດີແກ່ນັກຮຽນ.

ຂຽນເມື່ອ ຂຽນເມື່ອ: ພ.ຈ.. 11, 2011 | ມີ 18 ຄຳເຫັນ ແລະ 0 trackback(s)

ບຸນທາດຫຼວງມື້ສຸດທ້າຽ, ຂ້ຽໄດ້ຍ່າງເລາະແຕ່ທາດຫຼວງຈົນຮອດສີ່ແຍກ ດົງໂດກ-໔໕໐ປີ ກະເລີຽເຫັນເຫດການໜຶ່ງທີ່ຄິດວ່າບໍ່ໜ້າຈະເຮັດ. ຄົນລາວເຮົານີ້ເມື່ອເວລາມີເງິນຫຼືມີອຳນາດນີ້ມັກຊູຊີ, ອ້າງຜູ້ນັ້ນອ້າງຜູ້ນີ້, ແລະໃນທີ່ສຸດກະບໍ່ຢາກປະຕິບັດຕາມກົດລະບຽບ. ໃນເວລາປະມານ ໑໙-໒໐ ໂມງນີ້ລະທາງຕຳຫຼວດແລະທະຫານທີ່ປະຕິບັດໜ້າທີ່ເວລຍາມແລະຮັກສາຄວາມສະຫງົບເຂດສີ່ແຍກໄຟແດງ ດົງໂດກ- ໔໕໐ ປີ ໄດ້ອັດເສັ້ນທາງແຕ່ສີ່ແຍກຂາເຂົ້າແລະລະບາຽອອກໄປທາງ ໔໕໐ ປີ, ນ່າເຫັນໃຈຕຳຫຼວດແລະທະຫານທີ່ປະຕິບັດໜ້າທີ່ໄດ້ດີ. ໃນຂະນະປະຕິບັດໜ້າທີ່ໄດ້ມີລົຖໃຫ່ຽຄັນໜຶ່ງ ເປັນແລນກຣຸຍເຊີ ເລກເປົາ ແລ່ນຜ່ານຕຳຫຼວດທີ່ເຮັດໜ້າທີ່ໂບກມືໃຫ້ລ້ຽວຊ້າຽ ແລະໄປຢຸດຢູ່ບ່ອນທີ່ເຈົ້າໜ້າທີ່ເອົາລົຖຕູ້ໄປຂວາງໄວ້. ຜູ້ຂັບລົຖແລນກຣຸຍເຊີ້ ຍັງຊູຊີຊິໄປຕໍ່ ແຕ່ທາງຕຳຫຼວດກະບອກວ່າ: ທາງໜ້າມັນລົຖຫຼາຽ ໃຫ້ທ່ານລ້ຽວຊ້າຽສາ. ຜູ້ກ່ຽວຍັງຊູຊີຢາກໃຫ້ຍ້າຽລົຖຕູ້ອອກພຸ້ນລະ ຈົນເຮັດໃຫ້ຕຳຫຼວດຜູ້ປະຕິບັດໜ້າທີ່ຕ້ອງໄດ້ ຍໍມືໃສ່ຫົວແລ້ວນົບ ເພື່ອໃຫ້ຜູ້ຂັບລົຖຄັນນັ້ນຖຽແລະລ້ຽວຊ້າຽ. ເຫັນແນວນັ້ນຂ້ຽກະເລີຽຖ່າຽຮູບໄວ້. ຊົມເຊີຽເຈົ້າໜ້າທີ່ເຮັດວຽກໄດ້ດີຫຼາຽ!!!!  ແຕ່ພວກຊູຊີຫິນະນີ້ ມັນກະຊູຊີຢູ່ບໍ່ເຊົາເນາະ, ເຫັນຢູ່ປ້າຽຫ້າມຜ່ານຍັງຊູຊີຢາກໄປ.

ຂຽນເມື່ອ ຂຽນເມື່ອ: ພ.ຈ.. 9, 2011 | ມີ 6 ຄຳເຫັນ ແລະ 0 trackback(s)

໗. ຄວາມແຕກຕ່າງຂອງກັມສິທ.

ໃນການຢ້ຽມຢາມແລກປ່ຽບົດຮຽນລະຫວ່າງກັມບາລທຶນນິຍົມ ແລະ ກັມບາລສັງຄົມນິຍົມ. ໃນໄລຽຍະຕົ້ນການໄປຢ້ຽມຢາມແມ່ນໄປປະເທດທຶນນິຍົມກ່ອນ. ເມື່ອໄປຮອດຝ່າຍກັມບາລສັງຄົມນິຍົມກໍ່ຖາມກັມບາລທຶນນິຍົມວ່າ:

ກັມບາລສັງຄົມນິຍົມ:   ບໍລິສັດໃຫ່ຽໆນີ້ເປັນຂອງໃຜນໍ?

ກັມບາລທຶນນິຍົມ:   ບໍລິສັດນີ້ແມ່ນຂອງເອກະຊົນ

ກັມບາລສັງຄົມນິຍົມ:: ແມ່ນຂອງຜູ້ໃດນໍ?

ກັມບາລທຶນນິຍົມ:  ຂອງທ່ານ ຟອຣດ.

ກັມບາລສັງຄົມນິຍົມ:  ຄັນຊັ້ນລົຖຄັນໃຫ່ຽໆງາມໆທີ່ຈອດຢູນອກຫັ້ນແມ່ນຂອງໃຜ?

ກັມບາລທຶນນິຍົມ:  ໂອ້ລົຖພວກນັ້ນແມ່ນຂອງກັມກອນທີ່ເຮັດວຽກຢູ່ໂຮງງານນີ້ລະ!

ຫຼັງຈາກຢ້ຽມຢາມທຶນນິຍົມແລ້ວກໍ່ກັບມາຢາມສັງຄົມນິຍົມ.

ກັມບາລທຶນນິຍົມ:  ບໍລິສັດໃຫ່ຽໆນີ້ແມ່ນຂອງໃຜນໍ?

ກັມບາລສັງຄົມນິຍົມ: ເປັນຂອງລັດວິສາຫະກິດ ໝາຽວ່າເປັນກັມສິທຂອງລວມໝູ່ກັມກອນ.

ກັມບາລທຶນນິຍົມ:   ຄັນຊັ້ນລົຖຄັນໃຫ່ຽງາມໆນີ້ເປັນຂອງກັມກອນບໍ?

ກັມບາລສັງຄົມນິຍົມ:  ບໍ່! ລົຖຄັນນັ້ນແມ່ນຂອງຜູ້ອຳນວຍການໃຫ່ຽ.

ກັມບາລທຶນນິຍົມ:  ໂອ້ ມັນກົງກັນຂ້າມກັບເຮົາທຸຢ່າງເລີຽເນາະ! ອິອິອິ

໘.  ບ້ານກູກະມີປະຊາທິປະໄຕ

ສອງສ່ຽວ ລາວ ແລະ ອາເມຣິກາ ຍ່າງໄປນຳທາງແລະລົມກັນໄປຕາມທາງ, ເມື່ອເວົ້າຮອດປະຊາທິປະໄຕ. ສ່ຽວອາເມຣິກາກໍ່ຢາກອວດສ່ຽວລາວວ່າ:

ສ່ຽວອາເມຣິກາ: ຢູ່ບ້ານກູນີ້ຢາກດ່າປະທານາທິບໍດີກໍ່ດ່າໄດ້! ຍ່າງໄປຕາມຖນົນກໍ່ຮ້ອງແຮງໆຂຶ້ນໂລດວ່າ: ບາຣັກໂອບາ ຈົ່ງອອກໄປ!!!! ກະບໍ່ມີໃຜຈັບ.

ສ່ຽວລາວ: ຢູ່ບ້ານກູກະເຮັດໄດ້! ເວົ້າແລລ້ວສ່ຽວລາວກະຍ່າງລົງໄປກາງຖນົນ ແລະຮ້ອງຂຶ້ນໝົດແຮງວ່າ: ບາຣັກໂອບາມາ ຈົ່ງອອກໄປ!!!

ສ່ຽວອາເມຣິກາ: ..................໕໕໕໕໕໕໕໕.............

 

 

ຂຽນເມື່ອ ຂຽນເມື່ອ: ພ.ຈ.. 8, 2011 | ມີ 29 ຄຳເຫັນ ແລະ 0 trackback(s)

ເບີ UNITEL ນັ້ນໄດ້ຖິ້ມໄປແລ້ວ. ຂ້ຽໄດ້ຊື້ເບີ ຢູນີເທລ ມາໃຊ້ ແລະກໍ່ປະໄປຫຼາຽເດືອນກັບມາເຕີມເງິນໃສ່ ທຳອິດ ໒໐໐໐໐ກີບ ເທື່ອສອງ ກໍ່ ໒໐໐໐໐ ກີບ ທາງສູນບອກວ່າຂ້ຽເປັນໜີ້ ໒໖໐໐໐ ກີບ . ຕໍ່ມາກໍ່ເຕີມໃສ່ອີກ ໕໐໐໐໐ກີບ. ບໍ່ທັນໄດ້ຫຼິ້ນ ຮອດວັນທີ່໑ ເດືອນ ໑໑ ປີ ໒໐໑໑ ບອກວ່າຂ້ຽເປັນໜີ້ ອີກ ໓໐ ໑໖໙ ກີບ. ຂ້ຽເລີຽໂທຖາມສູນ, ທາງສູນກະບອກວ່າອ້າຽຍັງເປັນໜີ້ຕ້ອງຕື່ມເງິນອີກ, ຂ້ຽກະເລີຽບອກວ່າ: ຂ້ຽບໍ່ຕົກໂງ່ອີກແລ້ວ, ດຶກຖິ້ມກະໄດ້ຊ່ຳເບີເນົ່າໆອັນນັ້ນ!!! ຂ້ຽບໍ່ເຕີມເພື່ອໃຫ້ເສັຽຄ່າໂງ່ອີກດອກ.. ສະແດງວ່າຂ້ຽຈ່າຍເງິນໄປ ໑໔໐ ໐໐໐ ກີບບໍ່ໄດ້ໃຊ້ຫັຽງເລີຽ ຖືກໂກງຈາກ ຢູນີເທລ ໄປໜ້າຕາເສີຽໆເລີຽ.

ຂຽນເມື່ອ ຂຽນເມື່ອ: ພ.ຈ.. 8, 2011 | ມີ 8 ຄຳເຫັນ ແລະ 0 trackback(s)

໕. ຄວາມຈິງ ກັບຂ່າວ

ໃນສະພາກາເຟມີການຍົກບັນຫາຂຶ້ນມາຖົກຖຽງກັນລະຫວ່າງທ້າວ ຂ່າວ ແລະ ທ້າວຄວາມຈິງ ວ່າ: ລະຫວ່າງ ຂ່າວ ແລະ ຄວາມຈິງ ມັນຕ່າງກັນແນວໃດ?

ທ້າວຂ່າວ: ທີ່ມັນຕ່າງກັນກະຍ້ອນ ຄວາມຈິງ ບໍ່ມັກເປັນ ຂ່າວ.

ທ້າວຄວາມຈິງ: ຜິດແລ້ວສ່ຽວເອີຽ! ກະຍ້ອນຂ່າວຄືມຶງຫັ້ນລະບໍ່ມັກເປັນ ຄວາມຈິງ.

ຜູ້ຮ່ວມໂຕະ: ໕໕໕໕໕໕໕໕໕ ຊັ້ນສູສອງຄົນໄປຕີກັນໃຫ້ຕາຽໄປຝ່າຽໜຶ່ງສາເພື່ອໃຫ້ເຫຼືອພຽງຝ່າຽດຽວ໕໕໕໕໕

໖. ລູກຕ້ອງເພື່ອພໍ່

ລູກຊາຽແລ່ນມາດ້ວຽຄວາມດີໃຈແລະແຈ້ງຂ່າວໃຫ້ພໍ່ຮູ້:

ລູກຊາຽ:  ພໍ່ໆ ຂ່າວດີ! ເບັຽແຈ້ງຂຶ້ນລາຄາອີກແລ້ວ! ສະແດງວ່າຕໍ່ໄປນີ້ພໍ່ຕ້ອງດື່ມເບັຽໃຫ້ໜ້ຽລົງແມ່ນບໍ?

ພໍ່: ຜິດແລ້ວລູກ! ມັນເປັນຂ່າວຮ້າຽຕ່າງຫາກ, ເພາະຕໍ່ໄປນີ້ພວກລູກຊິໄດ້ກິນປະຢັດລົງອີກເພື່ອພໍ່!!!!

ລູກຊາຽ: ພໍ່ນີ້ເນາະຍາມໃດກະເພື່ອແຕ່ໂຕເອງ. ເບິ່ງເດີບາດເຮົາໃຫ່ຽແລະມີຄອບຄົວກ່ອນເຮົາກະຊິເອົາແບບອີ່ພໍ່!!!!

ພໍ່: ..............................

ຂຽນເມື່ອ ຂຽນເມື່ອ: ພ.ຈ.. 8, 2011 | ມີ 4 ຄຳເຫັນ ແລະ 0 trackback(s)

໔. ຢາກສ້າງສັງຄົມນິຍົມ

ກອງປະຊຸມລະດັບຊາດຂອງຊາດໜຶ່ງໄດ້ໄຂຂຶ້ນຢ່າງເປັນທາງການ ແລະ ໄດ້ເຊີນແຂກຈາກທົ່ວທຸກມູມໂລກ, ໜຶ່ງໃນຫັ້ນມີ ອຳນວຍການກອງທຶນສາກົນ ເພື່ອການພັດທະນາ (ເອີ້ນຫໍ້ຽວ່າ: ອຳນວຍການກອງທຶນສາກົນ). ວາລະກອງປະຊຸມຜ່ານໄປໜຶ່ງມື້. ປະທານກອງປະຊຸມກໍ່ໄດ້ຈັດໂຕະລ້ຽງເຂົ້າແລງໃຫ້ແກ່ອຳນວຍການກອງທຶນສາກົນ. ການປຶກສາຫາລືໃນພາເຂົ້າກໍ່ມີຂຶ້ນ:

ປະທານກອງປະຊຸມ:   ດຽວນີ້ປະເທດພວກເຮົາຢາກຈະສ້າງສັງຄົມນິຍົມ, ແຕ່ຍັງຂາດແຄນທຶນຮອນ, ສະນັ້ນພວກເຮົາຈຶ່ງຫຼິງເຫັນຄວາມສຳຄັນຂອງກອງທຶນສາກົນແລະເພື່ອຂໍຄວາມຊ່ຽເຫຼືອຊຸກຍູ້ຈາກເພິ່ນ.

ອຳນວຍການກອງທຶນສາກົນ: ເລື່ອງແບບນີ້ຂ້ຽບໍ່ມີຄວາມສາມາດຕັດສິນໃຈຜູ້ດຽວໄດ້! ຕ້ອງໄດ້ໂທໄປປຶກສາເມັຽກ່ອນອີກສອງວັນໃຫ້ຄຳຕອບໄດ້.

ສອງວັນຜ່ານໄປ ກອງປະຊຸມກໍ່ໄດ້ປິດລົງ. ທ່ານປະທານກອງປະຊຸມກໍ່ໄດ້ເຂົ້າພົບອຳນວຍການກອງທຶນສາກົນອີກ.

ປະທານກອງປະຊຸມ:   ເມັຽທ່ານຕອບວ່າແນວໃດກ່ຽວກັບບັນຫານັ້ນ?

ອຳນວຍການກອງທຶນສາກົນ:  ລາວວ່າ: ຄັນບໍ່ມີເງິນກະຢ່າຟ້າວຄິດສ້າງສາອັນສັງຄົມນິຍົມຫັ້ນ. ຄັນເມັຽຂ້ຽມີເງິນລາວກະສ້າງມັນແຕ່ເຫິງແລ້ວ!!

ປະທານກອງປະຊຸມ:   ອ້າວ! ລາວຄືເວົ້າແນວນັ້ນ?

ອຳນວຍການກອງທຶນສາກົນ:  ເພາະວ່າເງິນທີ່ເອົາເຂົ້າມາຝາກໃນກອງທຶນ ມັນເປັນຂອງນາຽທຶນທັງໝົດ!

 

ຂຽນເມື່ອ ຂຽນເມື່ອ: ພ.ຈ.. 7, 2011 | ມີ 6 ຄຳເຫັນ ແລະ 0 trackback(s)

ສຽງຫົວ ເປັນຢາວິເສດ, ສາມາດເຮັດໃຫ້ມະນຸດເຮົາມີອາຍຸຍືນໄປຕື່ມອີກ. ສະນັ້ນມື້ນີ້ມີສາມເລື່ອງສາມລົຊເພື່ອໃຫ້ບັນດາທ່ານໄດ້ຍິ້ມເພື່ອຕໍ່ອາຍຸ.

໑. ວັນເລືອກຕັ້ງ.

ໃນສະພາກາເຟແຫ່ງໜຶ່ງກຳລັງຖົກຖຽງບັນຫາຕ່າງໆຢ່າງເພັດຮ້ອນກ່ອນວັນເລືອກຕັ້ງ, ເພື່ອລຸດຄວາມເຄັ່ງຮ້ອນ

ທ້າວ ສາ ເລີຽຕັ້ງຄຳຖາມວ່າ:  ໃຜຈື່ໄດ້ແດ່ວ່າວັນເລືອກຕັ້ງຄັ້ງທຳອິດໃນບ້ານເຮົາແມ່ນວັນໃດ?

ທ້າວມີ ກໍ່ຕອບທັນຄວັນເລີຽວ່າ: ໃຜຊິຈື່ບໍ່ໄດ້! ເພາະວັນນັ້ນກໍ່ແມ່ນວັນເຮົາເລືອກຂໍເມັຽຄືກັນ.

໒. ລະບອບທຶນນິຍົມ

ໃນຫ້ອງຮຽນການເມືອງ ອາຈານໄດ້ຖາມນັກສຶກສາວ່າ: ລະບອບທຶນນິຍົມແມ່ນລະບອບທີ່ງຽຢູ່ຂອບໝໍ້ຂາງແຫ່ງຂຸມນະຣົກອະເວຈີ ໝາຽຄວາມວ່າແນວໃດ?

ນັກສຶກສາຜູ້ໜຶ່ງກໍ່ເລີຽຕອບໄປວ່າ: ລະບອບທຶນນິຍົມແມ່ນລະບອບທີ່ງຽຢູ່ຂອບໝໍ້ຂາງແຫ່ງຂຸມນະຣົກອະເວຈີ ໝາຽຄວາມວ່າ: ພວກເຂົາກຳລັງເບິ່ງພວກເຮົາຈະຈົມລົງສູ່ພື້ນໝໍ້ຂາງແຫ່ງຂຸມນະຣົກອະເວຈີແມ່ນເປັນຈິງແທ້ຫຼືບໍ່.

໓. ຍັງແຕ່ປະຊາຊົນ

ຄົນຂາຽໜັງສືພິມໄດ້ປ່າວເປັນສຽງໃນຮ້ານລາວເພື່ອບໍ່ໃຫ້ລູກຄ້າຖາມຍາກວ່າ:

ປະເທດລາວ ບໍ່ມີແລ້ວ!! ວຽງຈັນ ທັງສອງຢ່າງ ກະຂາຽໝົດແລ້ວ!! ຍັງແຕ່ ປະຊາຊົນ! ຊື້ບໍ ປະຊາຊົນ ຂາຽພຽງ ສອງພັນຫ້າຮ້ຽ ກີບ!!!

ຂຽນເມື່ອ ຂຽນເມື່ອ: ພ.ຈ.. 1, 2011 | ມີ 18 ຄຳເຫັນ ແລະ 0 trackback(s)

ກົດໝາຽຂອງ ສປປລ ໄດ້ຂຽນໄວ້ວ່າ: ອັດຕາດອກເບັ້ຽເງິນກູ້ ສູງສຸດບໍ່ໃຫ້ເກີນ ໓% ຕໍ່ເດືອນ. ແຕ່ທີ່ຂ້າພະເຈົ້າເອົາມາໃຫ້ເບິ່ງນີ້ແມ່ນສູງກວ່າກົດໝາຽກຳນົດເຖິງ ໓.໓໓ ເທົ່າ ໝາຽວ່າ ຖ້າຢືມຮອດໜຶ່ງປີ ຕ້ອງເສັຽດອກເບັ້ຽ ໑໒໐%. ແຕ່ໃນກົດລະບຽບພັດຂຽນວ່າ: ແກ້ໄຂຄວາມທຸກຈົນ, ສ້າງຄວາມສາມັກຄີ...... ເຫັນແລ້ວ ຫົວບໍ່ອອກສຽງ!!! ໄດ້ແຕ່ຫົວໃນໃຈ ໕໕໕໕໕໕໕໕໕໕໕໕໕໕ ເງິນກູ້ການຄ້າຍັງບໍ່ປານ. ສົມມຸດວ່າ ຢືມ ຫ້າແສນກີບ ໃນໜຶ່ງປີ ຕ້ອງໃຊ້ຄືນທັງຕົ້ນທັງດອກ ແມ່ນ ໜຶ່ງລ້ານໜຶ່ງແສນກີບ (ເພາະດອກເບັ້ຽ ໑ ປີ ເທົ່າກັບ ຫົກແສນກີບ) ນີ້ຄືການແກ້ໄຂຊີວິດການເປັນຢູ່ຂອງພະນັກງານ ຫຼື ເຮັດໃຫ້ພະນັກງານມີຊີວິດການເປັນຢູ່ຍາກຂຶ້ນຕື່ມ.

ຂຽນເມື່ອ ຂຽນເມື່ອ: ຕ.ລ.. 31, 2011 | ມີ 9 ຄຳເຫັນ ແລະ 0 trackback(s)

ຂ້າພະເຈົ້າເຄີຽໄປຫຼາຽທີ່ຫຼາຽບ່ອນໃນປະເທດນ້ຽໆຂອງຂ້ຽນີ້ ແຕ່ບໍ່ເຄີຽເຫັນປ້າຽຂຽນໃສ່ໜ້າໂຮງຮຽແບບນີ້. ກະເລີຽໄປຖາມທາງບ້ານເພິ່ນໆກະບອກວ່າ: ມັນມີສອງຄວາມໝາຽ. ຄວາມໝາຽທີ່ 1 ແມ່ນ ໂຮງຮຽບໍ່ມີຄວາມສົມບູນ,ນັກຮຽນແຕ່ ປ1 ຮອດ ປ4 ຕ້ອງຢູ່ຫ້ອງດຽວກັນ, ຄູສອນກະຜູ້ດຽວ.  ປ່ອງຢ້ຽມໂຮງຮຽນກໍ່ບໍ່ມີ, ຫຼັງຄາໂຮງຮຽກະຂາດເປັນປ່ອງ, ພື້ນໂຮງຮຽກະຍັງບໍ່ໄດ້ປູຊີມັງ, ໂຕະຕັ່ງກະຍັງບໍ່ຄົບຖວ້ນ, ໄຟຟ້າກະຍັງບໍ່ມີ, ນ້ຳສະອາດກະຍັງບໍ່ມີ, ແລະອີກຫຼາຽໆຢ່າງ....

ສ່ວນຄວາມໝາຽທີ່ 2. ແມ່ນພວກເຮົາຍັງບໍ່ມີຫ້ອງ ປ 5.

ຂຽນເມື່ອ ຂຽນເມື່ອ: ຕ.ລ.. 20, 2011 | ມີ 9 ຄຳເຫັນ ແລະ 0 trackback(s)

ໂຄງກາຣ ກໍ່ສ້າງ ຂົວ ມີຕພາບ ລາວ-ໄທຽ ແຫ່ງທີ່ 4 ຂ້າມແມ່ນ້ຳຂອງ ຢູ່ເຂຕ ເມືອງຫ້ວຍຊາຍ ແຂວງບໍ່ແກ້ວ ແລະ ເມືອງຊຽງຂອງ ແຂວງຊຽງຮາຍ ຂອງໄທຽ ຖືກໂຈະໄວ້ ເປັນກາຣ ຊົ່ວຄາວ ຍ້ອນມີ ບັນຫາ ບາງຢ່າງ ທີ່ ບໍ່ສາມາຕ ຕົກລົງກັນ ໄດ້ເທື່ອ.

ໜັງສືພີມ YaleGlobal online ໄດ້ຣາຍງານ ໃນມື້ວັນ ພຣະຫັດ ທີ່ 13 ຕຸລາ ນີ້ວ່າ ໃນປີ ຜ່ານມາ ທາງກາຣລາວ ໄດ້ລົງນາມ ໃນຂໍ້ ສັນຍາ ວ່າດ້ວຍ ຄວາມເຂົ້າໃຈ ຫລື MOU ກັບ ບໍຣິສັທ ສ້າງທາງ ແລະ ຂົວ ຂອງ ສປຈີນ ເພື່ອໃຫ້ ສ້າງຂົວ ຂ້າມ ແມ່ນ້ຳຂອງ ແຫ່ງທີ່ 4 ເພື່ອເຊື່ອມໂຍງ ກັບ ເສັ້ນທາງຫລວງ ຈາກຝັ່ງໄທຽ ຜ່ານເຂຕ ແຂວງພາຄເໜືອ ຂອງລາວ ຂຶ້ນໄປເຖິງ ແຄວ້ນ ຢູນນານ ຂອງຈີນ ແລະ ຕໍ່ໄປຍັງ ແຂວງ ດຽນບຽນຟູ ໃນ ວຽຕນາມ.

ແຕ່ຍັງມີ ບັນຫາ ຢູ່ທີ່ວ່າ ທາງກາຣຈີນ ຕ້ອງກາຣ ທີ່ຈະນໍາເອົາ ຄົນງານ ຊາວຈີນ ເປັນຈຳນວນ ຫລວງຫລາຍ ພ້ອມກັບ ນັກຊ່ຽວຊານ ຝ່າຍ ວິຊາກາຣ ຕື່ມອີກ ແທນທີ່ ຈະຈ້າງ ຄົນລາວ ເພື່ອເປັນກາຣ ຊ່ວຍໃຫ້ມີ ວຽກເຮັດ ງານທຳ ຕາມທີ່ ທາງກາຣລາວ ໄດ້ສເນີ ໄປນັ້ນ ແລະ ພ້ອມດຽວກັນ ທາງກາຣຈີນ ກໍຍັງມີ ໂຄງກາຣ ທີ່ຈະສ້າງ ໂຮງຄາຊີໂນ ແລະ ພັທນາ ແຂວງບໍ່ແກ້ວ ໃຫ້ກາຍ ເປັນເຂຕ ເສຖກິຈ ພິເສດ ເພື່ອຫວັງ ຈະນຳເອົາ ຊາວຈີນ ບໍ່ຕໍ່າກວ່າ 3 ແສນ ຄົນ ເຂົ້າມາ ຄ້າຂາຍ ທີ່ຍີ່ງເຮັດໃຫ້ ທາງກາຣລາວ ບໍ່ເຫັນດີນຳ ຈຶ່ງມີກາຣ ຍຸຕິ ໂຄງກາຣ ດັ່ງກ່າວ ນີ້ໄວ້ ຈົນກວ່າ ຈະມີກາຣ ພິຈາຣະນາ ກັນໃໝ່.

ຂົວ ມິຕພາບ ລາວ-ໄທຽ ຂ້າມແມ່ນ້ຳຂອງ ແຫ່ທີ່ 4 ດັ່ງກ່າວ ຈະມີ ຄວາມກວ້າງ 14.7 ແມ໊ຕ ແລະ ຍາວກວ່າ 480 ແມ໊ຕ ໂດຽແມ່ນ ທາງກາຣໄທຽ ແລະ ສປຈີນ ເປັນຜູ້ ອອກທຶນ ຝ່າຍລະເຄີ່ງ ຫລື 50/50 ຂອງ ມູລຄ່າ ກໍ່ສ້າງ ທັງໝົດ ປະມານ 59 ລ້ານ ດອລລາຣ໌ ສະຫະຣັຖ.

ຂຽນເມື່ອ ຂຽນເມື່ອ: ຕ.ລ.. 1, 2011 | ມີ 18 ຄຳເຫັນ ແລະ 0 trackback(s)

ໃນແບບສຳຫຼວດ ກໍ່ໄດ້ເວົ້າເລື່ອງຫວຽດເລາະຊື້ແລະລັກ ເຄື່ອງເສດຢູ່ແລ້ວ, ແຕ່ບາດນີ້ມາເວົ້າເລື່ອງຮ້ານເກມ. ມື້ໜຶ່ງຂ້ຽໄດ້ຮັບໂທລະສັບຈາກນາຽຄູ ມສ ສາທິດ ບອກວ່າ:  ເດັກຂ້ຽບໍ່ໄປໂຮງຮຽນ, ຂ້ຽກໍ່ຕອບນາຽຄູໄປວ່າ: ຂອບໃຈຫຼາຽໆເດີທີ່ກະລຸນາບອກໃຫ້ຮູ້. ຈາກນັ້ນຂ້ຽກໍ່ໄດ້ອອກຕິດຕາມໄປຫາໝູ່ເດັກ ແຕ່ລະຄົນກໍ່ບໍ່ຮູ້, ເລາະມາແຕ່ ບ້ານຕານມີໄຊຮອດສາມແຍກ ສາງຫຼັກ ໙ (ດົງໂດກ) ຢູ່ກະໂຕສາມແຍກເບື້ອງຂວາມືປະກົດມີນັກຮຽນສອງຄົນກຳລັງລົງຈາກລົຖຈັກຍ່າງເຂົ້າໄປໃນຮ້ານ. ຂ້ຽກະບໍ່ລໍຊ້າຮີບເຂົ້າໄປນຳເພື່ອໄປເບິ່ງ, ແຕ່ບໍ່ເຫັນເດັກຂ້ຽ ພັດເຫັນລົຖຈັກຈອດຢູ່ໃນຫັ້ນ. ຂ້ຽກະເລີຽຖາມເຈົ້າຂອງຮ້ານ: ເຈົ້າເຫັນເດັກນ້ຽຂ້ຽຜູ້ຂີ່ລົຖຈັກຄັນນີ້ມານີ້ບໍ? ແທນທີ່ມັນຊິຕອບດີໆມັນຊ້ຳກະແທກໃສ່ຂ້ຽວ່າ: ເຈົ້າມີສິທຫັຽງມາຖາມຂ້ຽ, ເລື່ອງເດັກຂອງເຈົ້າເຈົ້າກະຖາມມັນເອງຕວ໋າ! ໄດ້ຍິນແນວນັ້ນຂ້ຽກະເອົານ້ຳລູບຫົວໃຈໄວ້ແລ້ວຖາມຕໍ່ວ່າ: ຂ້ຽຢາກຖາມວ່າເຈົ້າເຫັນຄົນທີ່ຂີ່ລົຖຈັກຄັນນີ້ມາບໍ? ມັນກະຕອບເໝືອນຄົນເມົາຢາວ່າ: ເຫັນຫຼືບໍ່ເຫັນກູບໍ່ຢາກບອກມຶງຜິດໃຜ? ຍິນແນວນັ້ນຂ້ຽກະເລີຽເວົ້າວ່າ: ໃນເມື່ອຂ້ຽບໍ່ຮູ້ແຕ່ຂ້ຽເຫັນລົຖຈັກຢູ່ນີ້ຂ້ຽຈິ່ງຖາມຫາເຈົ້າຂອງລົຖມັນຜິດຫັຽງ, ເຈົ້າກະຄ່ຽເວົ້າແດ່ແມ໋! ມັນກະຕອບມາທັນທີໂລດວ່າ: ເວົ້າແຮງກະບໍ່ຜິດຫົວມຶງດອກ! ເພາະຖ້າບໍ່ມີຫວຽດນາມຊ່ຽກະບໍ່ມີລາວດອກ! ຂ້ຽໄດ້ແຕ່ເອົານ້ຳລູບຫົວໃຈໄວ້ຄືເກົ່າແລະໄດ້ແຕ່ຖຽງໃນໃຈວ່າ: ຖ້າບໍ່ມີແຜ່ນດິນລາວໃຫ້ສູຢຽບຜ່ານ, ຖ້າບໍ່ແມ່ນປະຊາຊົນລາວເອົາຫົວຮັບລູກແຕກລູກບົມຂອງອາເມຣິກາຕາມເສັ້ນທາງໄປປົດປ່ຽພາກໃຕ້ຫວຽດນາມ ແລ້ວປະເທດຫວຽດນາມຊິເປັນແນວໃດ?) ແຕ່ກໍ່ໄດ້ແຕ່ຄິດແລະເອົານ້ຳລູບຫົວໃຈຕໍ່ໄປແລະຖາມມັນອີກວ່າ: ຮ້ານເຈົ້ານີ້ຄືບໍ່ຕິດປ້າຽ, ເຈົ້າກະມີອານຸຍາດໃຫ້ເປີດຮ້ານເກມຢູ່ບໍ?  ມັນກະຕອບມາທັນທີດ້ວຽສຽງແຮງກວ່າເກົ່າວ່າ: ມຶງມີສິທຫັຽງມາຖາມເລື່ອງນີ້? ມຶງບໍ່ໄດ້ອອກໜັງສືໃຫ້ກູຕວ໋າ? ຕຳຫຼວດແຖວນີ້ກິນເງິນນຳກູໝົດໃຜຊິເຮັດຫັຽງໃຫ້ກູໄດ້ ຮ່າຮ່າໆໆໆໆ. ຂ້ຽໄດ້ແຕ່ແນມເບິ່ງດ້ວຽຄວາມຮັກແພງອັນລົ້ນຫົວໃຈຈົນເຮັ່ຽໄປນຳທາງພຸ້ນລະແລ້ວກໍ່ຖ່າຽພາບໄວ້ເປັນທີ່ລະຣຶກ.

 

ຂຽນເມື່ອ ຂຽນເມື່ອ: ກ.ຍ.. 30, 2011 | ມີ 19 ຄຳເຫັນ ແລະ 0 trackback(s)

ໃຜເບື່ອທີ່ມີຄອມພິວເຕີຮູບແບບເດີມ, ຖ້າຢາກປ່ຽນຮູບແບບສາມາດເຮັດໄດ້ດັ່ງຮູບ (ບໍ່ມີລິຂສິທ):

ຂຽນເມື່ອ ຂຽນເມື່ອ: ກ.ຍ.. 24, 2011 | ມີ 14 ຄຳເຫັນ ແລະ 0 trackback(s)

ໃນວັນທີ່ ໒໐ ກັນຍາ ເວບໄຊທ໌ ຊາຍນາເດລີ່ ຂອງຈີນ ເປີດເຜີຽເລື່ອງລາວ ຂອງຄົນຂໍທານຈີນທີ່ນັ່ງປັກຫຼັກຂໍເງິນຮີມຖນົນໃນປັກກິ່ງ ຈົນກາຽເປັນເສຖີມີເຮືອນຫຼາຽຫຼັງແລະລົຖໃຫ່ຽອີກ ໔ ຄັນ. ເລື່ອງນີ້ເພື່ອນເຮືອນຂ້າງໄດ້ອອກມາບອກວ່າເ ຂໍທານຜູ້ນີມີຊື່ວ່າ ຊີຖັງ, ລາວມັກຈະເລືອກພື້ນທີ່ບ່ອນຂໍທານທີ່ມີຄົນເດີນຜ່ານໄປມາຫຼາຽທີ່ສຸດແລະລາວເຮັດແນວນີ້ມາໄດ້ຫຼາຽປີແລ້ວ, ໂດຽການແຕ່ງຕົວແບບຂໍທານນັ່ງຮີມຖນົນຈະເຮັດໃຫ້ຄົນເຫັນໃຈ. ອີກຢ່າງເວລາເຫັນຄົນຍ່າງຜ່ານມາລາວຈະກົ້ມຫົວລົງຈຳດິນເພື່ອຂໍເສດເງິນ, ແຕ່ກໍ່ເປັນລາຽໄດ້ທີ່ໃຜໆກໍ່ບໍ່ຄາດຝັນວ່າຈະສູງເຖິງຊົ່ວໂມງລະສາມແສນກວ່າກີບ. ມີຄັ້ງໜຶ່ງຕາມການບອກເລົ່າຂອງຂໍທານວ່າເຄີຽໄດ້ຮອດ ຫ້າລ້ານຫ້າແສນກີບພາຽໃນໜຶ່ງຂົ່ວໂມງ. ຜ່ານການຂໍທານມາຫຼາຽປີແລະມີເງິນສະສົມຫຼາຽ, ເຂົາເລີຽປຸກສ້າງເຮືອນໃຫ້ລູກໆເມັຽໆຫຼາຽໆຫຼັງ ແລະຊື້ລົຖເກັ໋ງອີກ ໔ ຄັນ ແລະສ້ຽແຫວນເງິນຄຳໃຫ້ລູກໆເມັຽໆໃສ່, ຊື້ເຄື່ອງນຸ່ງໃຫ້ຄອບຄົວໃສ່ບໍ່ຊ້ຳກັນ ຫຼືຈະເອີ້ນວ່າເສຖີກໍ່ໄດ້. ແຕ່ຊີຖັງຍັງອອກໄປຫາຂໍທານທຸກໆວັນ. ແຕ່ຕໍ່ໄປນີ້ຈະມີຄົນໃຫ້ຫຼືບໍ່ທໍ່ນັ້ນລະເພາະເຂົາຮູ້ກັນທັງບ້ານທັງເມືອງແລ້ວ.

ຂອບໃຈພາບປະກອບມາຈາກ: dailychilli.com

ຂຽນເມື່ອ ຂຽນເມື່ອ: ກ.ຍ.. 23, 2011 | ມີ 7 ຄຳເຫັນ ແລະ 0 trackback(s)

ທ່ານ (Геннадий  Андреевич Зюганов) ເກນາດີ ອັນເດຣເອວິຈ ຢູການັອບ ຫົວໜ້າພັກຄອມມູນິດ ຣັສເຊັຽ ອອກຄວາມເຫັນໃນສະຖານີໂທລະພາບຊ່ອງ ໒໔ ປະມານ ໔໐ນາທີ ເຫັນວ່າມີປະໂຫຽດຫຼາຽ. ມື້ໜ້າຊິແປໃຫ້ຟັງໝົດເດີ: ມື້ນີ້ຂໍເອົາບາງຕອນມາເວົ້າສູ່ຟັງ. 

(ນັກຂ່າວ)ຜູ້ກຳອຳນາດຣັຖບາລຣັສເຊັຽທຸກວັນນີ້ເວົ້າວ່າ:    ປະເທດຊາດຂຽາຍຕົວໃນທຸດ້ານ.

ທ່ານ ຢູການນັອບບອກວ່າ: ແມ່ນແລ້ວມັນຂຽາຍຕົວທຸກດ້ານເຊັ່ນ: ອັດຕາເງິນເຟີ້ກໍ່ຂຽາຍຕົວ, ຄົນທຸກຍາກກໍ່ຂຽາຍຕົວຢ່າງໄວວາ, ຄົນຫວ່າງງານກໍ່ຂຍາຽຕົວ, ອຸປະຕິເຫດທາງດ້ານການຂົນສົ່ງກໍ່ຂຍາຽຕົວ, ຄົນທີ່ບໍ່ໄດ້ຮັບການສຶກສາກໍ່ຂຽາຍຕົວ, ລາຄານ້ຳມັນກໍ່ຂຽາຍຕົວສູງຂື້ນທັງໆທີ່ເປັນປະເທດທີ່ຜຼິດ, ການບໍ່ນຳໃຊ້ນັກວິຊາການພາຽໃນກໍ່ຂຽາຍຂຶ້ນ, ການນຳເຂົ້າຈາກຕ່າງປະເທດກໍ່ຂຽາຍຕົວ, ທີ່ດິນທີ່ບໍ່ມີການຜຼິດກໍ່ຂຽາຍຕົວ, ການປິດໂຮງງານອຸສາຫະກຳໜັກກໍ່ຂຽາຍຕົວເຖິງ ໗໐໐໐໐ ແຫ່ງ, ການກໍ່ອາສຽາກັມກໍ່ຂຽາຍຕົວ, .. ໃຜສົນໃຈມື້ໜ້າຈະສົ່ງຄຳແປໃຫ້ຫຼັງໄມເດີ!!! ຍັງຫຼາຽໆອັນທີ່ທ່ານໃຫ້ຄຳເຫັນມີປະໂຫຽດໃນການສ້າງເສຖກິດສັງຄົມນິຍົມ.

http://kprf.ru/rus_soc/96927.html

ຂຽນເມື່ອ ຂຽນເມື່ອ: ກ.ຍ.. 22, 2011 | ມີ 7 ຄຳເຫັນ ແລະ 0 trackback(s)

ການກໍ່ສ້າງສັງຄົມນິຍົມໃນປະເທດເຮົາ. ຕາມການສະເໜີຂອງແນວລາວໃນໜ້າໜັງສືພິມວຽງຈັນໃໝ່ ໃນຄໍລຳ ນານາສາລະ ຕາມທີ່ຂ້ຽໄດ້ອ່ານແລະພະຍາຍາມຊອກຫານິຍາມ ຄຳວ່າ: ສັງຄົມນິຍົມໃນປະເທດລາວໂດຽສະເພາະ, ແຕ່ອ່ານໄປອ່ານມາ ເຫັນຄຳຕອບຢູ່ບ່ອນສຸດທ້າຽວ່າ: ສັງຄົມນິຍົມຢູ່ບ້ານເຮົາຍັງຢູ່ໄລຽະບຸກເບີຊອກຄົ້ນ, ຍັງບໍ່ມີການສຼຸບສັງລວມ. ຄັນຊັ້ນ ຄວາມໝາຽຂອງສັງຄົມນິຍົມຢູ່ໃນລາວຍັງບໍ່ມີນິຍາມ, ແລ້ວກໍ່ພາກັນເວົ້າໄປຊື່ໆ. ບໍ່ມີນິຍາມ ແລ້ວຜູ້ທີ່ຈະປະຕິບັດຈະເຮັດແນວໃດ? ໃຜມີນິຍາມຊອກໆໃຫ້ແນ່!!!

ຂຽນເມື່ອ ຂຽນເມື່ອ: ກ.ຍ.. 2, 2011 | ມີ 10 ຄຳເຫັນ ແລະ 0 trackback(s)

ໃນນະຄອນ ວີນຸສ ປະເທດ ລິຕົວເນັຽ ທ່ານເຈົ້າຄອງນະຄອນຫຼວງ ວີນຸສ ໄດ້ປະກາດໃຊ້ມາຕການເດັດຂາດກັບຜູ້ທີ່ຝ່າຝືນກົດລະບຽບຈໍຣຈອຣ, ໂດຽການໃຊ້ລົຖຫຸ້ມເກາະຢຽບໃຫ້ເພພັງໄປເລີຽ. ໃນທີ່ສຸດຖນົນຫົນທາງແປນເອີດເຕີດ, ການຂັບຂີ່ກໍ່ມີກົດລະບຽບ, ລົດຜ່ອນອຸປະຕິເຫດໄດ້ ໑໐໐%. ແລ້ວທ່ານເດຄິດແນວໃດ? ຢາກໃຫ້ລາວເຮົາກໍ່ເຮັດແນວນັ້ນບໍ? ເພາະບ້ານເຮົາກໍ່ສັນສົນວຸ້ນວາຽນຳແຕ່ການຈໍຣຈອຣ.

ຂຽນເມື່ອ ຂຽນເມື່ອ: ກ.ຍ.. 2, 2011 | ມີ 8 ຄຳເຫັນ ແລະ 0 trackback(s)

ໃນກະຊວງໜຶ່ງໄດ້ເລື່ອນຂັ້ນໃຫ້ຜູ້ທີ່ບໍ່ໄດ້ເຮັດວຽກ 2

ປີຫຼັງຈາກທີ່ຜູ້ກ່ຽວໄດ້ລາວຽກຕິດຕາມຄອບຄົວໄປຕ່າງປະເທດ. ແຕ່ບາດກັບມາທາງກະຊວງເລື່ອນຂັ້ນໃຫ້ ຄືກັນກັບຜູ້ທີ່ເຮັດວຽກ 2 ປີ, ແລະບາງຄົນກະບໍ່ໄດ້ເລື່ອນຂັ້ນຊ້ຳ; ຫຼາຽຄົນກໍ່ໄດ້ສະເໜີຄັດຄ້ານຕາມການຈັດຕັ້ງແຕ່ໄດ້ຮັບຄຳຕອບວ່າ:" ພວກເຈົ້າບໍ່ໄປແລ່ນເອົາ". ໂອ້!!! ຫາກໍ່ໄດ້ຍິນວ່າການເລື່ອນຂັ້ນນີ້ຕ້ອງໄດ້ແລ່ນເອົາ. ຄັນເປັນແນວນີ້ຕ້ອງໄດ້ລາວຽກໄປຫາເງິນຈັກ 2 ປີ ແລ້ວກໍ່ມາແລ່ນເລື່ອນຂັ້ນຊິບໍ່ດີກວ່າບໍ? ໄດ້ຂັ້ນແລ້ວເຮັດວຽກໄປອີກຈັກປີໜຶ່ງກໍ່ລາວຽກອີກໄປຫາເງິນແລ້ວກໍ່ມາແລ່ນເອົາຂັ້ນອີກດີບໍ? ຫຼືຊາວພັນລາວຄິດວ່າແນວໃດ?

ຂຽນເມື່ອ ຂຽນເມື່ອ: ສ.ຫ.. 26, 2011 | ມີ 14 ຄຳເຫັນ ແລະ 0 trackback(s)

ມີໃຜແດ່ທີ່ເຄີຽຄິດວ່າເງິນໃບ ຊາວ ໂດລາສະຫະລັຖ ຈະມີລາງບອກເຫດໃນຫັ້ນ. ຊຶ່ງລາງບອກເຫດນີ້ໄດ້ເກີດຂຶ້ນຢູ່ດິນແດນ ອາເມຣິກາ.

ຂຽນເມື່ອ ຂຽນເມື່ອ: ສ.ຫ.. 23, 2011 | ມີ 9 ຄຳເຫັນ ແລະ 0 trackback(s)

໙ ສິ່ງອັສຈັນທີ່ປກົດໃນຈັກວາລຕ່າງໆແລະໃນທັມຊາຕ ພັດກັບມາມີສິ່ງຄ້າຽຄືກັບເຄື່ອງໝາຽແລະສິ່ງຂອງໃນໂລກເຮົາ

ຂຽນເມື່ອ ຂຽນເມື່ອ: ສ.ຫ.. 23, 2011 | ມີ 9 ຄຳເຫັນ ແລະ 0 trackback(s)

ໃນເມື່ອ ຫາດດອນຈັນ ທີ່ເຄີຽຂຶ້ນຊື່ລືຊາໃນປວັດສາສຂອງຊາດລາວ ກຳລັງຈະປ່ຽນເປັນ ຕົວເມືອງດອນຈັນ ໃນມໍ່ໆນີ້, ສະນັ້ນເຮົາຂໍແນະນຳຫາດໃໝ່ໃນການທ່ອງທ່ຽວ, ຫາດນີ້ມີຄວາມສວຽງາມຕາມທັມຊາຕ ຕັ້ງຢູ່ຫ່າງຈາກ ເມືອງ ປາກຊັນ ໄປທາງໃຕ້ ປະມານ ໑໕ ກິໂລແມັດ. ໃນເມື່ອດອນຈັນ ບໍ່ມີ ກະມີດອນນີ້ລະທີ່ນ່າທ່ຽວ.

ຂຽນເມື່ອ ຂຽນເມື່ອ: ສ.ຫ.. 19, 2011 | ມີ 10 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ອື່ນ ໆ

ກາຕູນ ນີ້ເຫັນແລ້ວສົງສານ ທ້າວ laos !!! ຈັກຊິໜີທັນບໍຫຼືບໍ່! ໂຕນ້ຽໆ ໃຫ້ຊາວພັນລາວຊ່ວຽແນ່!!!

ຂຽນເມື່ອ ຂຽນເມື່ອ: ສ.ຫ.. 18, 2011 | ມີ 4 ຄຳເຫັນ ແລະ 0 trackback(s)

ສື່ມວນຊົນບ້ານເຮົາເຮັດແນວນີ້ໄດ້ບໍ?

ຂຽນເມື່ອ ຂຽນເມື່ອ: ສ.ຫ.. 16, 2011 | ມີ 10 ຄຳເຫັນ ແລະ 0 trackback(s)

ໃນບ້ານເຣົາກຳລັງເຮີ່ລົຖເກັງ, ປິກອັບ ຕ່າງໆນາໆ ແຕ່ໂລກຕາເວັນຕົກ ກຳລັງນິຍົມສິ່ງທີ່ປະຢັດແລະສວຽງາມດັ່ງລົຖຖີບຄັນນີ້.

ຂຽນເມື່ອ ຂຽນເມື່ອ: ສ.ຫ.. 9, 2011 | ມີ 12 ຄຳເຫັນ ແລະ 0 trackback(s)

ມີຄົນສົ່ງຂໍ້ຄວາມໃຫ້ຂ້າພະເຈົ້າ ຈາກ laolandinfo@googlegroups.com ວ່າ: ທາງລົດໄຟຄວາມໄວສູງ ລາວ - ຈີນ ຂໍ ດິນລາວເບື້ອງລະ 5 KM x 2 ຂ້າງຕະຫຼອດເສັ້ນທາງ

<!--[if !mso]>v\:* {behavior:url(#default#VML);}o\:* {behavior:url(#default#VML);}w\:* {behavior:url(#default#VML);}.shape {behavior:url(#default#VML);}<![endif]--><!--[if gte mso 9]><![endif]--><!--[if !mso]>st1\:*{behavior:url(#ieooui) }<![endif]--><!--[if gte mso 10]>/* Style Definitions */table.MsoNormalTable{mso-style-name:"Table Normal";mso-tstyle-rowband-size:0;mso-tstyle-colband-size:0;mso-style-noshow:yes;mso-style-priority:99;mso-style-qformat:yes;mso-style-parent:"";mso-padding-alt:0cm 5.4pt 0cm 5.4pt;mso-para-margin:0cm;mso-para-margin-bottom:.0001pt;mso-pagination:widow-orphan;font-size:11.0pt;mso-bidi-font-size:14.0pt;font-family:"Calibri","sans-serif";mso-ascii-font-family:Calibri;mso-ascii-theme-font:minor-latin;mso-fareast-font-family:"Times New Roman";mso-fareast-theme-font:minor-fareast;mso-hansi-font-family:Calibri;mso-hansi-theme-font:minor-latin;mso-bidi-font-family:"Cordia New";mso-bidi-theme-font:minor-bidi;}<![endif]-->

Re: [LaoLandInfo] ຈິງບໍ່? ທາງລົດໄຟຄວາມໄວສູງ ລາວ - ຈີນ ຂໍ ດິນລາວ 5 KM x 2 ຂ້າງຕະຫຼອດເສັ້ນທາງ

От кого:

Leekao XAYASANG <leekaoxayasang@yahoo.com>

Кому:

"laolandinfo@googlegroups.com" <laolandinfo@googlegroups.com>

Сегодня, 06:24

ສະບາຍດີ ທຸກທ່ານ,

ລຸ່ມນີ້ແມ່ນບາງຂໍ້ມູນທ່ີອາດໜ້າເຊື່ອຖືໄດ້ວ່າ ຈີນຕ້ອງການຢ່າງແທ້ຈີງ ທ່ີຢາກໄດ້ດີນ ຈາກຝັ່ງທາງລະ 5 ກມ ເພື່ອສ້າງເປັນເຂດອຸດສາຫະກຳ ແລະ ກະສິກຳ ໂດຍການແລກປ່ຽນກັບການສ້າງເສັ້ນທາງຄວາມໄວສູງແກ່ລາວນັ້ນ.
ດ້ວຍຄວາມຮັກແພງ
ລີກ່າວ

Luang Prabang faces mega challenges

June 8, 2011 by TTRweekly Staff  
Filed under Laos PDR, News

6 Comments

LUANG PRABANG, 8 June 2011 – One of Southeast Asia’s most charming cultural heritage destinations, Luang Prabang, is fast approaching a tipping point, claims C9 Hotelworks managing director Bill Barnett.

According to Mr Barnett’s latest Luang Prabang Hotel Market Update, a large-scale airport expansion and high-speed railway are major indicators of imminent change.

C9 Hotelworks managing director, Bill Barnett, said a runway expansion capable of handling wide-body aircraft will open in 2013, and the following year a high-speed railway link to China will become operational.

Documented timetable presented by the Chinese indicated construction would be completed at the earliest in 2015 and currently the project is on hold, pending investigations into China’s railways contracting procedures.


Bill Barnett

Based on reliable sources, the high-speed railway project is more likely to be completed by 2020. A station is planned for Luang Prabang across the river in a proposed new town.

TTR Weekly also learned that the Chinese were demanding exclusive use of a corridor of land, 5 km on either side of the entire track outside of towns and settlements, for industrial and agricultural purposes.

Key research data showed 2010s year-on-year growth in airport passenger arrivals of 14% tallied in at 77,978. Growth in average room rates and RevPAR compensated for a slight dip in market wide occupancy.

A slowdown in tourist arrivals was driven by two important source markets, Thailand and the UK, which declined 43% and 16% respectively. Political events and currency deprecation accounted for the trend.

Recent developments on the ground include the opening of an 18-hole golf course by a Korean joint-venture company which includes more phases for a 250 room hotel and 100 upscale villas.

The existing hotel supply of 44 hotels will increase 16% by 2012.

As to the impact on what has largely been a sustained low impact tourism footprint during the last decade, Mr. Barnett added: “A short term identity crises looks inevitable as one chapter closes and another is set to begin.

“Unfortunately the next development cycle looks set to focus on growth for growth’s sake, which is at odds with the destination’s unique DNA.

“Airlift and rail access improvements will see the emergence of new opportunities for a wider range of hotel products due to an overall upward progression. I expect to see a new mid-scale hotel tier emerge as the broader market edges towards more reliance on volume.”

C9 Hotelworks is hospitality consulting firm based in Phuket, Thailand.

 

From: Boualapanh Soumpholpakdy <bsoumpholpakdy@yahoo.com>
To: "laolandinfo@googlegroups.com" <laolandinfo@googlegroups.com>
Sent: Monday, August 8, 2011 9:00 PM
Subject: Re: [LaoLandInfo]
ຈິງບໍ່? ທາງລົດໄຟຄວາມໄວສູງ ລາວ - ຈີນ ຂໍ ດິນລາວ 5 KM x 2 ຂ້າງຕະຫຼອດເສັ້ນທາງ

ແມ່ນແລ້ວທ່ານເອີ້ຍ ຖ້າຜູ້ມີອໍານາດສວຍໃຊ້ໂອກາດເພື່ອສ້າງຮັງສ້າງມີໃຫ້ແກ່ຕົນເອງ ໂດຍທີ່ບໍ່ຄໍານຶງເຖິງ ຜົນກະທົບຕາມມາຕໍ່ປະຊາຊົນຄົນທຸກຍາກ ກໍຈະເຮັດໃຫ້ປະເທດເຮົາບໍ່ສາມາດລຸດຜົນອອກຈາກປະເທດ ດ່ອຍພັດທະນາໄດ້ ຍິ່ງຈະເຮັດໃຫ້ຄວາມທຸກຍາກເພີ່ມຂື້ນເທົ່ານັ້ນ

 

From: Manolinh Thepkhamvong <manolinh.lba@gmail.com>
To: laolandinfo@googlegroups.com
Sent: Monday, August 8, 2011 11:35 AM
Subject: Re: [LaoLandInfo]
ຈິງບໍ່? ທາງລົດໄຟຄວາມໄວສູງ ລາວ - ຈີນ ຂໍ ດິນລາວ 5 KM x 2 ຂ້າງຕະຫຼອດເສັ້ນທາງ

ສະບາຍດີສະມາຊິກລາວລິ້ງ,

ຈາກທີ່ໄດ້ອ່ານຫລາຍຄຳເຫັນ ດ້ານໜຶ່ງໜຶ່ງຮູ້ສຶກເປັນຫ່ວງຫລາຍຕໍ່ກັບສະພາບທີ່ກຳລັງເກີດຂື້ນກັບປະເທດຊາດ ໂດຍສະເພາະປະຊາຊົນລາວທີ່ຈະຖືກຜົນກະທົບ ແລະ ຊັບພະຍາກອນທຳມະຊາດທີ່ກຳລັງຈະຫລຸດລົງໃນແຕ່ລະມື້ ແລະ ອີກດ້ານໜຶ່ງແມ່ນຮູ້ສຶກມີຄວາມຫວັງ ທີ່ຈະເຫັນມີການທົບທວນ ແລະ ຕັດສິນໃຈໃໝ່ຂອງຜູ້ມີອຳນາດຕາມກົດໝາຍ ເປັນຫຍັງຂ້າພະເຈົ້າຈຶ່ງວ່າ ຜູ້ມີອຳນາດຕາມກົດໝາຍ ເພາະການໃຊ້ອຳນາດ ຕ້ອງອີງໃສ່ຜົນປະໂຫຍດຂອງປະຊາຊົນ ໂດຍປະຊາຊົນ ແລະ ເພື່ອປະຊາຊົນ, ສະນັ້ນ ຖ້າການພັດທະນາໃດ ອາດສົ່ງຜົນທາງລົບຕໍ່ການດຳຊີວິດຂອງປະຊາຊົນ ແລ້ວນຳມາຊຶ່ງຄວາມທຸກໃຈ ຕະຫລອດຮອດສິ່ງຕ່າງໆທີ່ບໍ່ສາມາດຄາດຄະເນ ເຊັ່ນ: ສູນເສັບຊັບພະຍາກອນທຳມະຊາດ, ຄວາມສຸກຫລຸດລົງ, ຄວາມຫລຸດໂຕນກັນ ລະຫວ່າງຮັ່ງມີ ແລະ ທຸກຈົນ, ຂໍ້ຂັດແຍ່ງ ແລະ ການເອົາປຽບກັນເພີ່ມຂື້ນ, ຊຶ່ງສິ່ງເຫລົ່ານີ້ ຜູ້ມີອຳນາດໃນບ້ານເມືອງຈະຕ້ອງລະມັດລະວັງ ແລະ ຮອບຄອບທີ່ສຸດ ຕາມທັດສະນະສ່ວນຕົວ ຂພຈ ຄິດວ່າບໍ່ຄວນຢ່າງຍິ່ງທີ່ຈະຝືນ ເພາະພວກເຮົາຈະຕ້ອງມີຄວາມຮັບຜິດຊອບຕໍ່ຄົນລຸ້ນຕໍໄປ ກໍຄືລູກຫລານລາວເຮົາໃນອະນາຄົດ.

ເປັນຫຍັງພວກເຮົາຕ້ອງປະສົບກັບບັນຫາແບບນີ້ ຊ້ຳແລ້ວຊ້ຳອີກ ຂພຈ ຄິດວ່າ ມີສາເຫດມາຈາກ :
1.
ລະບົບພູມປ້ອງກັນຂອງບ້ານເຮົາມີຄວາມອອ່ນແອ ຊຶ່ງມາຈາກສອງປັດໄຈຫລັກທາງວັດທະນະທຳ ຄື: 1)ພວກເຮົາມັກຈະຖືກສະ ໜັບສະໜູນໃຫ້ເຊື່ອຟັງຜູ້ໃຫຍ່ ຫລືຜູ້ມີອຳນາດ ຫລາຍກວ່າຈະສະແດງອອກເພື່ອປົກປ້ອງສິດຜົນປະໂຫຍດຂອງຕົນເອງ ແລະ ສ່ວນລວມ ຕາມຄວາມເປັນຈິງ-ກົງໄປກົງມາ ແລະ 2)ເຮົາມັກຈະເຊື່ອບາບບຸນ-ເວນກຳ ຫລາຍກວ່າທີ່ຈະໃຊ້ວິທະຍາສາດທາງສັງຄົມ
2.
ຄວາມທຸກຍາກ ແລະ ການສຶກສາ ກໍເປັນອຸປະສັກ ແລະ ສາເຫດເຮັດໃຫ້ລະບົບພູມປ້ອງກັນທາງສັງຄົມອອ່ນແອ ເພາະຄົນໃນປະ ເທດ ສ່ວນຫລາຍແມ່ນຍັງດ້ອຍໂອກາດ
3.
ຖ້າເມື່ອໃດປັນຍາຊົນ ຫລືສະຫະວິຊາຊີບ ເກີດມີຄວາມເມີນເສີຍ ຕໍ່ບັນຫາທາງສັງຄົມ ເມື່ອນັ້ນລະບົບພູມປ້ອງກັນກໍຈະບໍ່ເຮັດວຽກ.

ດວ້ຍຄວາມນັບຖື ແລະ ຮັກແພງ,
ມະໂນລິນ

2011/8/5 Vixay Phoummathep <vixay@rightslinklao.org>

-----Original Message-----
From: laolink@googlegroups.com [mailto:laolink@googlegroups.com] On Behalf Of Loo
Sent: Friday, 05 August, 2011 11:37 AM
To: laolink
Subject: [LaoLink] Re:
ຈິງບໍ່? ທາງລົດໄຟຄວາມໄວສູງ ລາວ - ຈີນ ຂໍ ດິນລາວ 5 KM x 2 ຂ້າງຕະຫຼອດເສັ້ນທາງ

 

ສະບາຍທຸກທ່ານ,

 

ການທີ່ຂ້າພະເຈົ້າໄດ້ອ່ານຄຳຄີດເຫັນຂອງແຕ່ລະທ່ານ

ເຫັນວ່າຄຳຄີດເຫັນຂອງແຕ່ລະທ່ານນັ້ນເປັນປະໂຫຍດແລະມີເຫດຜົນຢ່າງຍີ່ງ ແລະ

ມີແຫ່ງມຸມທີ່ໃຫ້ຄີດຫຼາຍຢ່າງ ຖານະຂ້າພະເຈົ້າເປັນ

ຄົນລຸ່ນໃຫມ່ຂໍສະແດງຄວາມຄີດເຫັນດັ່ງນີ້:

 

1. ຂ້າພະເຈົ້າມີຄວາມພູມໃຈຫລາຍທີ່ຈະໄດ້ເຫັນປະເທດພັດທະນາກ້າວໄປຂ່້າງໜ້າ

ແລະຫຼຸດພົ້ນອອກຈາກປະເທດດ້ອຍພັດທະນາທີ່ສຳຄັນມີທາງລົດໄຟຄວາມໄວສູງ

2. ແຕ່ຢາກຮູ້ວ່າຈີນມີຈຸດປະສົງຫຍັງຢາກໄດ້ຕັ້ງວ່າ 5 km 2 ຟາກທາງ

ລວມກັນກໍ່ເປັນ 10 km ແລ້ວເອົາ 10 km x ລວງຍາວ ມັນຊິຕົກເນື້ອທີ່ເທົ່າໃດ

ບໍ່ແມ່ນເທົ່າກັບຕົວເມືອງວຽງຈັນນີ້ຫວາ

3. ຂ້າພະເຈົ້າເປັນຄົນໜື່ງທີ່ຮັກປະລາວຫຼາຍ ແລະ ການທີ່ເຮົາເສຍ

ດີນແດນກໍ່ເທົ່າກັບວ່າ ເຮົາເສຍອະທີປະໄຕອັນຫວງແຫນຂອງເຮົາ

4. ປະເທດລາວເປັນປະເທດທີ່ມີຄວາມອຸດົມສົມບູນທາງດ້ານຊັບພະຍາກອນທຳມະຊາດ

ຖ້າລວງກ້ວາງ 10 km ລວງຍາວຍັງຮູ້ຂ້າພະເຈົ້າຄີດວ່າລາວເສຍສັບພະຍາກອນມຸນ

ຄ່າມະຫາສານມູນຄ່າອາດຈະຫຼາຍກ່ວາມູນຄ່າການສ້າງທາງລົດອີກ

5. ຂ້າພະເຈົ້າຄີດວ່າໜ້າຈະມີທາງອອກ ແລະ ການຕໍ່ລອງທີ່ດີກ່ວານີ້ ແລະ

ກໍ່ເຊື່ອວ່າພັກແລະລັດເຮົາມີຄວາມຮູ້ຄວາມສະສາດແລະມີການຕັດສີນໃຈດັວຍເຫດແລະຜົນ

 

ດ້ວຍຄວາມນັບຖື,

 

ທັນວາ

 

On Aug 2, 9:44 am, "Vixay Phoummathep" <vi...@rightslinklao.org>

wrote:

> From: laolandinfo@googlegroups.com [mailto:laolandinfo@googlegroups.com] On Behalf Of Anousone Rabounthunh

> Sent: Monday, 01 August, 2011 4:46 PM

> To: laolandinfo@googlegroups.com

> Subject: Re: [LaoLandInfo] ຈິງບໍ່? ທາງລົດໄຟຄວາມໄວສູງ ລາວ - ຈີນ ຂໍ ດິນລາວ 5 KM x 2 ຂ້າງຕະຫຼອດເສັ້ນທາງ

> ສະ​ບາຍ​ດີ​ສະ​ມາ​ຊິກ​ທຸກ​ທ່ານ

> ຄິດ​ດີ​ໆ​ຄິດຄັກ​ໆ​ແລ້ວ​ຈຶ່ງ​ສ້າງ​, ເພາະ​ສ້າງ​ແລ້ວ​, ມັນ​ບໍ່​ແມ່ນ​ຂອງ​ຕົນ​, ຕົນ​ບໍ່​ໄດ້​ໃຊ້​, ແຕ່​ຕົນ​ຕ້ອງ​ໄດ້​ເສຍ​ຫຼາຍ​ຢ່າງ​ເພື່ອ​ມັນ​, ຢາກ​ໃຫ້​ຫຼາຍ​ທ່ານ​ຄິດ​ເບິ່ງ​ວ່າ​:

> 1. ເສັ້ນ​ທາງ​ລົດ​ໄຟ​ນີ້​, ແມ່ນ​ສ້າງ​ເພື່ອ​ໃຜ​: ຂ​ພ​ຈ​ຄິດ​ວ່າ​ ເພື່ອ​ຈີນ​, ເພາະ​ວ່າ​ສິນ​ຄ້າ​ນັ້ນ​ແມ່ນ​ຂອງ​ຈິນ​, ລົດ​ໄຟ​ກໍ່​ແມ່ນ​ຂອງ​ຈີນ​, ມັນ​ເປັນ​ວິ​ທີ​ການ​ລະ​ບາຍ​ສິນ​ຄ້າ​ສູ່​ປະເທດ​ອື່ນ​.

> 2. ວິ​ທີ​ນີ້​ແມ່ນ​ເພື່ອ​ລະ​ບາຍ​ສິນ​ຄ້າ​ເທົ່າ​ນັ້ນ​ບໍ່​? ຂ​ພ​ຈ​ ຄິດ​ວ່າ​ບໍ່​, ເພາະ​ວ່າ​ມັນ​ເປັນ​ຊ່ອງ​ທາງ​1 ເທົ່າ​ນັ້ນ​, ມັນ​ກໍ່​ມີ​ຫຼາຍ​ທາງ​ໃນ​ອາ​ດີ​ດ​.

> 3. ເປັນ​ຫຍັງ​ຕ້ອງ​ແມ່ນ​ 5 KM ສອງ​ຝາກ​ທາງ​, ? ຂ​ພ​ຈ​ ຄິດ​ວ່າ​, ມັນ​ກໍ່​ ຄ້າຍ​ຄື​ກັບ​ກໍ​ລະ​ນີ້​ 2ຝາກ​ທາງ50M ເສັ້ນ​ທາງ​ 450 ປີ້​, ປຽ່ນ​ຊັບ​ສິນ​ໃຫ້​ເປັນ​ທຶນ​, (ແຕ່​ເວົ້າ​ດີ​ໆ​ ໃນ​ທາງ​ກົດ​ໝາຍ​ແມ່ນ​ບໍ່​ຖືກ​ຕ້ອງ​),

> 3. ຈີນ​ຈະ​ເຮັດ​ຫຍັງ​ ກັບ​5 KM ດັ່ງ​ກ່າວ​ນັ້ນ​? ຂ​ພ​ຈ​ ຄິດ​ວ່າ​: ມັນ​ເປັນ​ເລື່ອງ​ຂອງ​ ຈີນ​, ຈະ​ເອົາ​ຄົນ​ມາ​ຢູ່​, ຈະ​ຂຸດ​ຄົ້ນ​ບໍ່​ແຮ່​, ຈະ​ຂຸດ​ຄົ້ນ​ໄມ້, ໃຜ​ຈະ​ຜ່ານ​ເຂດ​ນັ້ນ​ ກໍ່​ຕ້ອງ​ເສຍ​ພາສີ​, ເສຍ​ຄ່າ​ຜ່ານ​ທາງ​.

> 4. ຈີນ​ຈະ​ໄດ້​ຫຍັງ​ຈາກ​ ທາງ​ລົດ​ໄຟ​: ຂ​ພ​ຈ ຄິດ​ວ່າ​: ໄດ້​ຂາຍ​ສິນ​ຄ້າ​, ໄດ້​ແຜ່​ອິດ​ທິ​ພົນ​, ໄດ້​ສົ່ງ​ຄົນ​ມາ​ອາ​ໃສ​ ຕາມ​ແຄມ​ 5 KM, ໄດ້​ເງິນ​ຈາກ​ການ​ຂາຍ​ສິນ​ຄ້າ​, ໄດ້​ຊັບ​ພະ​ຍາ​ກອນ​ ຂອງ​ຝາກ​ທາງ​5KM....

> 5. ລາວ​ຈະ​ໄດ້​ຫຍັງ​ຈາກ​ ທາງ​ລົດ​ໄຟ​: ຂ​ພ​ຈ​ ຄິດ​ວ່າ​: ໄດ້​ມີ​ທາງ​ລົດ​ໄຟ​ ແຕ່​ບໍ່​ມີ​ຄຳ​ວ່າ​ລົດ​ໄຟ​ຂອງ​ປະ​ເທດ​ລາວ​ຕິດ​ຢູ່​ເທິງ​ລົດ​ໄຟ​, ໄດ້​ຊ່ອງ​ທາງ​ການ​ຊື້​ສິນ​ຄ້າ​ທີ່​ງ່າຍ​ຂື້ນ​ແຕ່​ອຸດ​ສາຫະ​ກຳ​ລາວ​ກະ​ສິ​ກຳ​ລາວ​ພື້ນ​ຖານ​ສິດ​ຖະ​ກິດ​ຂອງ​ລາວ​ທຸກ​ຢ່າງ​ຈະ​ລົ້ມ​ລະ​ລາຍ​ ເພາະ​ວ່າ​ລາ​ຄາ​ບໍ່​ສູ້​, ປະ​ລິ​ມານ​ບໍ່​ສູ້​, ຄຸນ​ນະ​ພາບ​ບໍ່​ສູ້​.

> 6. ຈີນ​ຈະ​ເສຍ​ຫຍັງ​ຈາກ​ການ​ສ້າງ​ທາງ​ລົດ​ໄຟ​: ເມັດ​ເງິນ​ອັນ​ມະຫາ​ສານ​, ອຸ​ປະ​ກອນ​ (ຊື້​ຈາກ​ຈີນ​), ແຮງ​ງານ​(ຈ້າງ​ຈາກ​ຈີນ​)....

> 7. ລາວ​ຈະ​ເສຍ​ຫຍັງ​ຈາກ​ການ​ສ້າງ​ທາງ​ລົດ​ໄຟ​: ລະ​ບົບ​ພື້ນ​ຖານ​ການ​ຜະ​ລິດ​ ຈະ​ມາ​ຖືກ​ແທນ​ທີ່​ ດ້ວຍ​ສິນ​ຄ້າ​ຂອງ​ຈີນ​, ເນື້ອ​ທີ່​ດິນ​ທີ່​ຂາດ​ເປັນ​ຕ່ອນ​, ....

> 8. ເປົ້າ​ໝາຍ​ສຸດ​ທ້າຍ​ຂອງ​ ຈີນ​ນັ້ນ​ແມ່ນ​ຫຍັງ​: ຂ​ພ​ຈ​ ຄິດ​ວ່າ​: ບໍ່​ຕ່າງ​ຫຍັງ​ກັບ​ ຕິ​ເບດ​ດອກ​, ແຕ່​ຈີນ​ນັ້ນ​ຈະ​ມີ​ຄວາມ​ປາ​ນີນຳ​ເຮົາ​ຊ່ຳ​ໃດ​ກໍ່​ຖ້າ​ເບິ່ງ​, ສິງ​ທີ່​ຜ່ານ​ມາ​ນັ້ນ​ ບໍ່​ມີ​ຄວາມ​ໝາຍ​ ກໍ່​ວ່າ​ກັນ​ໄປ​.....

> 9. ເປັນ​ຫຍັງ​ໄທ​ບໍ່​ຖື​ກ​ຈີນ​ສະ​ເໜີ​ນະ​ໂຍ​ບາຍ​ຄື​ແນວ​ນີ້​ໃຫ້​, ແລະ​ຫວັດ​ນາມ​ເດ​?  ຂ​ພ​ຈ​ ຄິດ​ວ່າ​: ກໍ່​ເພາະ​ວ່າ​ ລາວ​ບໍ່​ຄິດ​ຄື​ກັບ​ພວກ​ເຂົາ​, ແລະ​ພວກ​ເຂົາ​ກໍ່​ຄິດ​ຄື​ກັບ​ຈີນ​ ຮັ້ນ​ລະ​....

> ມີ​ຫຼາຍ​ຢ່າງ​ທີ່​ຄິດ​ອອກ​ໄດ້​, ກໍ່​ແລ້ວ​ແຕ່​ມຸມ​ມອງ​ຂອງ​ແຕ່​ລະ​ທ່ານ​ເດີ້​.

> 2011/8/1 Syda xayapheth <sydachanvi...@gmail.com>

> ສະບາຍດີ.

> ຂ້າພະເຈົ້າຮູ້ດີ ເປັນຫຍັງຈີນຈຶ່ງຢາກໄດ້ດິນລາວຫລາຍ 5 ກມ x 2 ຂ້າງຕະຫລອດເສັ້ນທາງທີ່ເຂົາຈະສ້າງທາງລົດໄຟ ຜ່ານດິນລາວ ຫາ ໄທ ເພາະທາງລົດໄຟກໍແມ່ນເພື່ອຜົນປະໂຫຍດຂອງຈີນ ແລະ ໄທ (ແຕ່ຄວາມຈິງພວກເຂົາຢາກໄດ້ ໝົດດິນລາວ). ສຳລັບຢູ່ໄທເດ ຈີນກໍຢາກໄດ້ດິນໄທເພື່ອກໍ່ສ້າງທາງລົດໄຟ 5 ກມ  2 ຂ້າງຕະຫລອດເສັ້ນທາງ ຄືກັນກັບຢູ່ລາວບໍ ແລະ ໄທກໍຈະອະນຸຍາດໃຫ້ເຂົາໄດ້ບໍ ຫລື ວ່າເຂົາຢາກໄດ້ແຕ່ດິນລາວນີ້ ເປັນຫຍັງຈຶ່ງຕ່າງກັນ. ລາວ ແລະ ຈີນ ເປັນເພື່ອນບ້ານທີ່ດີໃນການຮ່ວມມືກັນ ແຕ່ດ້ານກ່ານຄ້າ ດ້ານການເສດຖະກິດແມ່ນບໍ່ມີໃຜຈະເປັນພີ່ນ້ອງກັນໄດ້.

> ທາງລົດໄຟນີ້ ມີພຽງແຕ່ຈີນຫາວຽງຈັນເທົ່່ານັ້ນ ດັ່ງນັ້ນຖ້າຫາກວ່າລາວບໍ່ມີທາງລົດໄຟ ສາຍດັ່ງກ່າວນີ້ ແຕ່ຖ້່າວ່າເຮົາໄດ້ມີທາງລົດທີ່ດີ Super high way ແຕ່ເໜືອຮອດໃຕ້ ຄືຊິດີກວ່າມີທາງລົດໄຟສາຍສັ້ນໆດັ່ງກ່າວນັ້ນ. ແຕ່ເຖິງແນວໃດກໍຢ່າ ແມ່ນອີງໄສ່ພັກ ແລະ ລັດ ເຮົາ ເພາະວ່າຜູ້ນຳພັກ ລັດ ເຮົາ ແມ່ນ ສະຫລາດສ່ອງໄສຢູ່ແລ້ວ ຂ້າພະເຈົ້າຄິດວ່າພັກ ແລະ ລັດ ເຮົາຄືຊິບໍ່ເຮັດຄືແນວນັ້ນດອກ.

> 2011/7/28 Leekao XAYASANG <leekaoxayas...@yahoo.com>

> ທ່ານ ຄົງຢາກຮູ້ວ່າຈີນ ຕ້ອງການເພື່ອຫຍັງ ທັ້ງໆ ທ່ີຜົນປະໂຫຍດກໍ່ແມ່ນຈີນໄດ້ ຄືທຸກຄົນຮູ້, ຄັນຂ້າພະເຈົ້າເຂົ້າໃຈບໍ່ຜິດກໍ່ຄົງໜີບໍ່ພົ້ນ ການຂະຫຍາຍລັດທິ ແລະ ແຜ່ຂະຫຍາຍອຳນາດ ຫຼື ຂະຫຍາຍ ແຜ່ນດິນໃນທາງອ້ອມ, ແຕ່ ເຊື້ອແນ່ວ່າລັດຖະບານລາວໃນຍຸດນີ້ຄົງມີການສຶກສາ ແລະ ພິຈາລະນາດີ ແລ້ວ ຈື່ງໄດ້ສັ່ງໂຈະໄວ້, ດີ ແທ້ຄວນຍົກເລິກໄປເລີຍ ຄົນລາວຈະບໍ່ໄດ້ເສັຍດິນຫຼ້າ.

> ດ້ວຍຄວາມຫ່ວງໄຍຕແຜ່ນດິນເກີດ,

> ລີກ່າວ

>   _____  

> From: Syda xayapheth <sydachanvi...@gmail.com>

> To: laolandinfo@googlegroups.com

> Sent: Wednesday, July 27, 2011 8:45 PM

> Subject: Re: [LaoLandInfo] ຈິງບໍ່? ທາງລົດໄຟຄວາມໄວສູງ ລາວ - ຈີນ ຂໍ ດິນລາວ 5 KM x 2 ຂ້າງຕະຫຼອດເສັ້ນທາງ

> ຮຽນ ທ່ານທັງຫລາຍ.

> ການສ້່າງທາງລົດໄຟ ແມ່ນສ້າງແຕ່ຈີນຜ່່ານລາວຫາໄທ ສ່ວນຜົນປະໂຫຍດອັນໃຫຍ່ຫລວງຈາກການນຳໃຊ້ທາງລົດໄຟນີ້ແມ່ນຈີນເອງ ແລະ ໄທ ເປັນຜູ້ໄດ້ຮັບ ຜົນປະໂຍດຫລາຍທີ່ສຸດ ແລ້ວເປັນຫຍັງຈີນຈຶ່ງຢາກໄດ້ດິນລາວຕື່ມອີກ 5 ກມ x 2 ຂ້າງຕະຫລອດເສັ້ນທາງ ແລະ ຢູ່ໄທ ຈີນກໍຕ້ອງການ 5 ກມ x 2 ຂ້າງ ຕະຫລອດ ເສັ້ນທາງ ຄືກັນກັບຢູ່ລາວບໍ ຫລືວ່າເຂົາຕ້ອງການແຕ່ຢູ່ລາວ ເຂົາຕ້ອງການເພື່ອຫຍັງ ເພາະວ່າ 5 ກມ ມັນບໍ່ແມ່ນຂອງທຳມະດາ. ຖ້າເປັນແບບນີ້ຄິດວ່າ ລາວບໍ່ຈຳເປັນ ຈະເອົາດິນຂອງລາວໄປປ່ຽນເອົາທາງລົດໄຟ. ຢາກໃຫ້ຄົນລາວຮູ້ວ່າ-ຄິດວ່າປະຫວັດສາດຂອງຄົນລາວແຕ່ກ່ອນໆແມ່ນມາຈາກໄສ ພີ່ນ້ອງຄົນລາວ ຄືຈະຮູ້ດີແລ້ວ.

> ດ້ວຍຄວາມເປັນຫ່ວງ

> 2011/7/27 Vixay Phoummathep <vi...@rightslinklao.org>

> ------------------------------------------------------------------------------------------------------

> From: laolink@googlegroups.com [mailto:laolink@googlegroups.com] On Behalf Of phouvee Vilay

> Sent: Wednesday, 27 July, 2011 1:05 PM

> To: laolink@googlegroups.com

> Subject: Re: [LaoLink] ຈິງບໍ່? ທາງລົດໄຟຄວາມໄວສູງ ລາວ - ຈີນ ຂໍ ດິນລາວ 5 KM x 2 ຂ້າງຕະຫຼອດເສັ້ນທາງ

> ທ່ານທັງຫຼາຍ,

> ຈີນກັບລາວມີລະບົບການປົກຄອງທີ່ຄືກັນ ຄັນສິເວົ້າແລ້ວກໍ່ເປັນເຄືອຍາດ

> ເພື່ອນມິດສະຫາຍກັນທາງລະບອບການເມືອງການປົກຄອງ ແຕ່ເປັນທີ່ໜ້າສັງເກດໄດ້ວ່າ

> ຈີນເຂົ້າມາລາວນັ້ນມາກອບໂກຍຜົນປະໂຫຍດ ຫລາຍກວ່າ

> ການຊ່ວຍເຫລືອກໍ່ມີຢູ່ແຕ່ເປັນພຽງສາກບັງໜ້າຊື່ໆ

> ສັງເກດໄດ້ວ່າຈີນໃຊ້ລະບອບການເມືອງເພື່ອຫາຜົນປະໂຫຍດໃສ່ຕົວເອງ

> ເຊິ່ງມັນອັນຕະລາຍພໍໆກັນກັບສັດຕູກໍ່ວ່າໄດ້

> ເລື່ອງບຶງທາດຫລວງທີ່ໂດ່ງດັງຊຸບຊິບນິນທາທົ່ວເມືອງຫາກໍ່ມິດ

> ພັດມີເລື່ອງເສັ້ນທາງລົດໄຟອີກແລ້່ວ

> ຖ້າເລື່ອງນີ້ເປັນຄວາມຈິງຖືວ່າຈີນນີ້ອັນຕະລາຍຫຼາຍ

> ຜິດພາດຂໍອະໄພ

> 2011/7/27 Mason Sengchanh <vilaysone_sengch...@hotmail.com>:> ທ່ານມີຄວາມຄິດເຫັນແນວໃດຕໍ່ບັນຫານີ້ຊ່ວຍກັນສະແດງຄວາມຄິດເຫັນແດ່

> > ໂຄງ​ການ ລົດ​ໄຟ​ຟ້າ​ຄວາມ​ໄວ​ສູງ ໄທ-ຈີນ ສໍ່​ແວວ​ລ່າ​ຊ້າ

> > ຫລັງ​ລັດຖະບານ​ລາວ​ບໍ່​ຍອມ​ຮັບ​ເງື່ອນ​ໄຂ ຂໍ​ພື້ນ​ທີ່​ຊ້າຍ​ຂວາ​ຝັ່ງ​ລະ 5 ກົມ. ຍາວ 420 ກົມ.

> > ສົ່ງ​ຜົນ​ເລື່ອນ​ພິທີ​ວາງ​ສິ​ລາ​ເລິກ

> > ດ້ານ​ຍີ່​ປຸ່ນ​ສົນ​ໃຈ​ເຂົ້າ​ມາ​ສຶກ​ສາ​ເສັ້ນ​ທາງ​ກຸງ​ເທບ ຯ-ຊຽງ​ໃໝ່,ລະ​ຍອງ

> > ແຫລ່ງ​ຂ່າວ​ຈາກ​ກະ​ຊວງ​ຄົມ​ນາກ​ມ ເປີດ​ເຜີຍ​ວ່າ

> > ໂຄງ​ການ​ລົດ​ໄຟ​ຟ້າ​ຄວາມ​ໄວ​ສູງ​ໃນ​ເສັ້ນ​ທາງ​ກຸງ​ເທບ ຯ-ໜອງ​ຄາຍ ລະ​ຍະ​ທາງ 615 ກິ​ໂລ​ແມັດ

> > ມູນ​ຄ່າ​ປະ​ມານ 1.5 ແສນ​ລ້ານ​ບາດ​ອາດຈະ​ເກີດ​ບັນຫາ​ລ່າ​ຊ້າ

> > ຫລັງ​ຈາກ​ລົດ​ໄຟ​ຟ້າ​ໃນ​ເສັ້ນ​ທາງ​ທີ່​ເຊື່ອມ​ຕໍ່​ລະຫວ່າງ​ຈີນ​ຜ່ານ​ເຂົ້າໄປ​ໃນ​ລາວ​ລົງ​ມາ​ເຖິງ

> > ວຽງ​ຈັນ​ທົນ໌​ບໍ່​ສາມາດ​ດຳ​ເນີນ​ງານ​ໄດ້​ຕາມ​ແຜນ​ງານ​ທີ່​ກຳນົດ

> > ເນື່ອງ​ຈາກ​ທາງ​ລັດຖະບານ​ລາວ​ຢ້ານ-ວ່າ​ທາງ​ລັດຖະບານ​ຈີນ​ຈະ​ເຂົ້າ​ມາ​ຄອບຄອງ​ປະເທດ​ລາວ​ຈາກ

> > ໂຄງ​ການ​ດັ່ງ​ກ່າວ ເນື່ອງ​ຈາກ​ທາງ​ການ​ຈີນ​ໄດ້​ປັບ​ເພີ່ມ​ເງື່ອນ​ໄຂ​ຕ່າງ ໆ

> > ຂຶ້ນ​ມາ​ພາຍ​ຫລັງ​ໄດ້​ລົງ​ນາມ​ຄວາມ​ເຂົ້າໃຈ​ຮ່ວມ​ກັນ (ເອັມ​ໂອ​ຍູ) ກັບ​ລັດຖະບານ​ລາວ​ແລ້ວ

> > ຈົນ​ທາງ​ລັດຖະບານ​ລາວ​ບໍ່​ສາມາດ​ຍອມ​ຮັບ​ເງື່ອນ​ໄຂ​ດັ່ງ​ກ່າວ​ໄດ້

> > ເງື່ອນ​ໄຂ​ທີ່​ລັດຖະບານ​ຈີນ​ໄດ້​ປັບ​ເພີ່ມ​ຂຶ້ນ​ມາ ຄື

> > 1.ລັດຖະບານ​ຈີນ​ຂໍ​ພື້ນ​ທີ່​ຊ້າຍ​ແລະ​ຂວາ​ຂອງ​ເສັ້ນ​ທາງ​ລົດ​ໄຟ​ຟ້າ​ຄວາມ​ໄວ​ສູງ​ອອກ​ໄປ​ຝັ່ງ​ລະ 5

> > ກິ​ໂລ​ແມັດ ຕະຫລອດ​ລະ​ຍະ​ທາງ 420 ກິ​ໂລ​ແມັດ ລວມ​ພື້ນ​ທີ່​ທີ່​ລັດຖະບານ​ຈີນ​ຂໍ 4,200

> > ຕາ​ລາງ​ກິ​ໂລ​ແມັດ

> > 2.ຂໍ​ໃຫ້​ຄົນ​ຈີນ​ເຂົ້າໄປ​ເຮັດວຽກ​ໃນ​ໂຄງ​ການ 50,000 ຄອບຄົວ

> > ເນື່ອງ​ຈາກ​ຈີນ​ເຫັນ​ວ່າ​ແຮງ​ງານ​ໃນ​ລາວ​ບໍ່​ພຽງ​ພໍ​ໃນ​ການ​ດຳ​ເນີນ​ໂຄງ​ການ

> > ບັນຫາ​ນີ້​ໄດ້​ເລີ່ມ​ຂຶ້ນ​ມາ​ປະ​ມານ​ເດືອນ​ມີ​ນາກ​ມ-ເມ​ສາຍ​ນ

> > ຈົນ​ບໍ່​ສາມາດ​ວາງ​ສິ​ລາ​ເລິກ​ໂຄງ​ການ​ໄດ້​ໃນ​ເດືອ​ນົບ​ລືດ​ພາ​ຄົມ​ທີ່​ຜ່ານມາ

> > ບັນຫາ​ໃຫຍ່​ສຸດ​ທີ່​ທາງ​ລັດຖະບານ​ລາວ​ຍອມ​ຮັບ​ບໍ່​ໄດ້ ກໍ​ຄົງ​ຈະ​ເປັນ​ການ​ຂໍ​ພື້ນ​ທີ່​ຝັ່ງ​ລະ 5

> > ກິ​ໂລ​ແມັດ​ຈາກ​ເສັ້ນ​ທາງ​ລົດ​ໄຟ​ຟ້າ ແຕ່​ຢືນຢັນ​ວ່າ​ເງື່ອນ​ໄຂ​ລັກສະນະ​ນີ້​ບໍ່​ມີ​ກັບ​ໄທ​ແນ່ນອນŽ

> > ແຫລ່ງ​ຂ່າວ​ກ່າວ​ວ່າ

> > ນອກ​ຈາກ​ນີ້​ຍັງມີ​ບັນຫາ​ໃນ​ເລື່ອງ​ລັດ​ມົນ​ຕີ​ວ່າ​ການ​ກະ​ຊວງ​ລົດ​ໄຟ​ຂອງ​ຈີນ​ຖືກ​ຈັບ​ກຸມ​ໃນ​ຂໍ້

> > ຫາ​ຄອລ໌​ລັບ​ຊັ່ນ ໃນ​ການ​ກໍ່​ສ້າງ​ລົດ​ໄຟ​ຟ້າ​ຄວາມ​ໄວ​ສູງ​ລະ​ຍະ​ທາງ 20,000 ກິ​ໂລ​ແມັດ​ໃນ​ຈີນ

> > ລວມ​ເຖິງ​ເຈົ້າ​ຫນ້າທີ່​ທີ່​ດຳ​ເນີນ​ໂຄງ​ການ​ປະ​ມານ 30% ຖືກ​ຈັບ​ກຸມ​ໄປ​ດ້ວຍ

> > ຈຶ່ງ​ສົ່ງ​ຜົນ​ໃຫ້​ການ​ກໍ່​ສ້າງ​ລົດ​ໄຟ​ຟ້າ​ທັງ​ໃນ​ຈີນ​ແລະ​ໃນ​ຕ່າງ​ປະເທດ​ອາດຈະ​ຕ້ອງ​ລ່າ​ຊ້າ​ອອກ ໄປ

> > ເພາະ​ຕ້ອງ​ຈັດ​ຕັ້ງ​ທີມ​ຜູ້​ບໍລິຫານ​ແລະ​ເຈົ້າ​ຫນ້າທີ່​ຂຶ້ນ​ມາ​ທົດ​ແທນ

> > ຢ່າງໃດ​ກໍ​ຕາມ​ຍອມ​ຮັບ​ວ່າ​ບັນຫາ​ທີ່ເກິດຂື້ນ​ທັງ 2

> > ເລື່ອງ​ຈະ​ສົ່ງ​ຜົນ​ກະທົບ​ກັບ​ການ​ດຳ​ເນີນ​ໂຄງ​ການ​ລົດ​ໄຟ​ຟ້າ​ໃນ​ເສັ້ນ​ທາງ​ດັ່ງ​ກ່າວ​ແນ່ນອນ

> > ເພາະ​ຈີນ​ຕ້ອງ​ການ​ເຊື່ອມ​ໂຍງ​ເສັ້ນ​ທາງ​ລົດ​ໄຟ​ຈາກ​ຈີນ​ມາຍັງ​ໄທ ລົງ​ໄປ​ຍັງ​ອັນ​ດາ​ມັນ

> > ຫາກ​ການ​ກໍ່​ສ້າງ​ໃນ​ລາວ​ມີ​ບັນຫາ​ກໍ​ອາດຈະ​ສົ່ງ​ຜົນ​ໃຫ້​ໂຄງ​ການ​ໃນ​ໄທ​ລ່າ​ຊ້າ​ດ້ວຍ

> > ແຕ່​ໝັ່ນໃຈ​ວ່າ​ໂຄງ​ການ​ດັ່ງ​ກ່າວ​ຈະ​ຍ່າງ​ໜ້າ​ຕໍ່ໄປ​ແນ່ນອນ

> > ເພາະ​ຈີນ​ຕ້ອງ​ການ​ເຊື່ອມ​ໂຍງ​ເສັ້ນ​ທາງ​ລົດ​ໄຟ​ມາຍັງ​ອາ​ຊຽນ​ທີ່​ມີ​ໄທ​ເປັນ​ສູນ​ກາງ

> > ດ້ານ​ນາຍ​ສຸ​ພົດນ໌ ຊັບ​ລ້ອມ ປັດ​ກະ​ຊວງ​ຄົມ​ນາກ​ມ ກ່າວ​ວ່າ ເມື່ອ​ວັນທີ່ 25 ກະ​ຫລົກ​ດາກ​ມ

> > ນາຍ​ອາ​ກິ​ລາ ໂຍ​ເນ​ຊາ​ລາ ລໍ​ງໍ​ທິບ​ດີ​ດ້ານ​ວິ​ສວກ​ລະ​ລົມ​ແລະ​ການ​ລົດ​ໄຟ​ຂອງ​ປະເທດ​ຍີ່​ປຸ່ນ

> > ໄດ້​ເຂົ້າ​ພົບ​ເພື່ອ​ຫາ​ລື​ກ່ຽວກັບ​ການ​ກໍ່​ສ້າງ​ລົດ​ໄຟ​ຄວາມ​ໄວ​ສູງ​ໃນ​ປະເທດ​ໄທ

> > ໂດຍ​ສະແດງ​ຄວາມ​ສົນ​ໃຈ​ທີ່​ຈະ​ເຂົ້າ​ມາ​ສຶກ​ສາ​ລົດ​ໄຟ​ຟ້າ​ຄວາມ​ໄວ​ສູງ 2 ເສັ້ນ​ທາງ ຄື

> > ກຸງ​ເທບ ຯ-ຊຽງ​ໃໝ່ ແລະ​ກຸງ​ເທບ ຯ-ລະ​ຍອງ ຄາດ​ວ່າ​ຈະ​ໃຊ້​ເວລາ​ປະ​ມານ 1 ປີ

 

 

__________ Information from ESET Smart Security, version of virus signature database 6352 (20110805) __________

The message was checked by ESET Smart Security.

http://www.eset.com

--
*
ລາວແລນອິນໂຟ ແມ່ນເວທີສົນທະນາແລກປ່ຽນຂໍ້ມູນທີ່ດິນ ແລະ ຊັບພະຍາກອນທໍາມະຊາດ
ໂດຍມີຈຸດປະສົງເພື່ອເຜີຍແຜ່ຂໍ້ມູນທີ່ດິນ ແລະ ຊັບພະຍາກອນທໍາມະຊາດໃຫ້ສັງຄົມໄດ້ເຂົ້າໃຈຢ່າງ
ກ້ວາງຂວາງ
*
ທ່ານສາມາດສະໝັກເຂົ້າເປັນສະມາຊິກ ລາວແລນອິນໂຟ ໄດ້ທີ www.rightslinklao.org ຫຼື E-mail: vixay@rightslinklao.org
*
ທ່ານສາມາດອ່ານກົດລະບຽບຂອງລາວແລນອິນໂຟ ໄດ້ທີ່:
 
http://rightslinklao.org/laos/images/stories/document/Rules%20for%20LaolandInfo.pdf

 

--
*
ລາວແລນອິນໂຟ ແມ່ນເວທີສົນທະນາແລກປ່ຽນຂໍ້ມູນທີ່ດິນ ແລະ ຊັບພະຍາກອນທໍາມະຊາດ
ໂດຍມີຈຸດປະສົງເພື່ອເຜີຍແຜ່ຂໍ້ມູນທີ່ດິນ ແລະ ຊັບພະຍາກອນທໍາມະຊາດໃຫ້ສັງຄົມໄດ້ເຂົ້າໃຈຢ່າງ
ກ້ວາງຂວາງ
*
ທ່ານສາມາດສະໝັກເຂົ້າເປັນສະມາຊິກ ລາວແລນອິນໂຟ ໄດ້ທີ www.rightslinklao.org ຫຼື E-mail: vixay@rightslinklao.org
*
ທ່ານສາມາດອ່ານກົດລະບຽບຂອງລາວແລນອິນໂຟ ໄດ້ທີ່:
 
http://rightslinklao.org/laos/images/stories/document/Rules%20for%20LaolandInfo.pdf

 

--
*
ລາວແລນອິນໂຟ ແມ່ນເວທີສົນທະນາແລກປ່ຽນຂໍ້ມູນທີ່ດິນ ແລະ ຊັບພະຍາກອນທໍາມະຊາດ
ໂດຍມີຈຸດປະສົງເພື່ອເຜີຍແຜ່ຂໍ້ມູນທີ່ດິນ ແລະ ຊັບພະຍາກອນທໍາມະຊາດໃຫ້ສັງຄົມໄດ້ເຂົ້າໃຈຢ່າງ
ກ້ວາງຂວາງ
*
ທ່ານສາມາດສະໝັກເຂົ້າເປັນສະມາຊິກ ລາວແລນອິນໂຟ ໄດ້ທີ www.rightslinklao.org ຫຼື E-mail: vixay@rightslinklao.org
*
ທ່ານສາມາດອ່ານກົດລະບຽບຂອງລາວແລນອິນໂຟ ໄດ້ທີ່:
 
http://rightslinklao.org/laos/images/stories/document/Rules%20for%20LaolandInfo.pdf

 

--
*
ລາວແລນອິນໂຟ ແມ່ນເວທີສົນທະນາແລກປ່ຽນຂໍ້ມູນທີ່ດິນ ແລະ ຊັບພະຍາກອນທໍາມະຊາດ
ໂດຍມີຈຸດປະສົງເພື່ອເຜີຍແຜ່ຂໍ້ມູນທີ່ດິນ ແລະ ຊັບພະຍາກອນທໍາມະຊາດໃຫ້ສັງຄົມໄດ້ເຂົ້າໃຈຢ່າງ
ກ້ວາງຂວາງ
*
ທ່ານສາມາດສະໝັກເຂົ້າເປັນສະມາຊິກ ລາວແລນອິນໂຟ ໄດ້ທີ www.rightslinklao.org ຫຼື E-mail: vixay@rightslinklao.org
*
ທ່ານສາມາດອ່ານກົດລະບຽບຂອງລາວແລນອິນໂຟ ໄດ້ທີ່:
 
http://rightslinklao.org/laos/images/stories/document/Rules%20for%20LaolandInfo.pdf

 

ຂຽນເມື່ອ ຂຽນເມື່ອ: ສ.ຫ.. 8, 2011 | ມີ 4 ຄຳເຫັນ ແລະ 0 trackback(s)


ວັນທີ່ ໑ ເດືອນ ໘ ປີ ໒໐໑໑ ນີ້ທີ່ປະເທດ ບຣາຊຶນ ທີ່ເມືອງ Embu ຊາວເມືອງໄດ້ເຫັນປະກົດການຜິດປົກຕຶເທິງທ້ອງຟ້າ ມີແສງປະຫຼາດປິ່ນອ້ອມ ແສງໃຫ່ຽທີ່ຢູ່ເຄິ່ງກາງ : ຜູ້ຊ່ຽວຊານດ້ານທອ້ງຟ້າຍັງບໍ່ມີຄຳເຫັນໃນເລື່ອງນີ້. ສ່ວນຊາວເມືອງທັງຫຼາຽໄດ້ເວົ້າວ່າແມ່ນຈານບິນນອກໂລກ.
ແລະມີຜູ້ເຫັນເຫດການເອົາກ້ອງວີດີໂອບັນທຶກພາບໄວ້.
http://www.vesti.ru/only_video.html?vid=352202

ຂຽນເມື່ອ ຂຽນເມື່ອ: ກ.ລ.. 10, 2011 | ມີ 22 ຄຳເຫັນ ແລະ 0 trackback(s)

ໜ້ຽໜັກໜ້ຽໜາທີ່ຜູ້ຍິງຈະເປີດເຜີຽຄວາມລັບກັບຜູ້ຊາຽ,. ແຕ່ບາດລັບຫຼັງແລ້ວເຮັດໃຫ້ເປັນຂ່າວໆລືຊະດ້ວຽ!!!

ຂຽນເມື່ອ ຂຽນເມື່ອ: ກ.ລ.. 10, 2011 | ມີ 10 ຄຳເຫັນ ແລະ 0 trackback(s)

ການຕໍ່ສູ້ຂອງຊາວຊູດານໃຕ້ທີ່ຢາກແຍກຕົວອອກຈາກການປົກຄອງຂອງຊູດານ, ໃນທີ່ສຸດກໍ່ໄດ້ຮັບການປະກາດເອະລາດຢ່າງເປັນທາງການ ໃນວັນທີ່ ໗ ເດືອນ ໗ ປີ ໒໐໑໑. ຊຶ່ງກໍ່ມີ ຣັສເຊັຽ ສະມາຊິກຖາວອນ ຂອງອົງການສະຫະປະຊາຊາຕ ໄດ້ຮັບຮອງເອົາເປັນປະເທດທຳອິດ. ແລະເອີ້ນວ່າ ປະເທດ ສາທາລະນະລັດ ຊູດານໃຕ້.  ມີນະຄອນຫຼວງຊື່ວ່າ ຢູເບ

ຂຽນເມື່ອ ຂຽນເມື່ອ: ກ.ລ.. 7, 2011 | ມີ 4 ຄຳເຫັນ ແລະ 0 trackback(s)

ກອງທັບຣັສເຊັຽໄດ້ຝຶກແອບນັກຮົບລົຖຕັງ, ດ້ວຽການໃຫ້ນັກຮົບເອົາລົຖຕັງໝຸດນ້ຳຖ້າມີກໍລະນີຈຳເປັນໃນສນາມຮົບ.ລາຽລະອຽດທີ່ http://www.vesti.ru/only_video.html?vid=345370

ຂຽນເມື່ອ ຂຽນເມື່ອ: ກ.ລ.. 7, 2011 | ມີ 3 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ວິທະຍາສາດ

 ນັກວິທະຍາສາຕຂອງເມືອງ ເລນິນກຣາດໄດ້ພະຍາຍາມຫາຄຳຕອບໃນໜຶ່ງຄຳຖາມທີ່ສຳຄັນທາງດ້ານວິທະຍາສາຕ ກ່ຽວກັບການເຮັດວຽກຂອງ ສມອງ ມນຸດ, ໃນຄັ້ງນີ້ພວກເຂົາສາມາດຖ່າຽວີດີໂອການເຄື່ອນໄຫວຂອງເຊລສມອງ, ຊຶ່ງການເຄື່ອນໄຫວນັ້ນມັນປະກອບມີທາດສີເທົາ. ລາຽລອຽດທີ່ http://www.vesti.ru/only_video.html?vid=346977

ຂຽນເມື່ອ ຂຽນເມື່ອ: ກ.ລ.. 7, 2011 | ມີ 6 ຄຳເຫັນ ແລະ 0 trackback(s)

ຍາມໃດອາເມລິກາກະຫາຊອກຮຸກຮານປະເທດອື່ນໆຢູ່ຕຼອດ, ແຕ່ໃນວັນນີ້ ເທວະດາເບິ່ງແລ້ວເຫັນວ່າ: ຄວນລົງໂທດອາເມລິກາດ້ວຽການເຮັດພາຍຸທໍນາໂດ, ປະຈຸບັນນີ້ແມ່ນສັ່ງສອນດ້ວຽ ພາຍຸຂີ້ຊາຍ.... ລາຽລະອຽດທີ່ http://www.vesti.ru/videos?vid=346990

ຂຽນເມື່ອ ຂຽນເມື່ອ: ກ.ລ.. 5, 2011 | ມີ 14 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ແບບທົດສອບ

ໝວກກັນນ໊ອກທີ່ເຫັນໃນຮູບນີ້ແມ່ນຜຼິດອອກມາໃໝ່ແຕ່ບໍ່ທັນເຂົ້າລາວ!! ຢາກຖາມວ່າສະມາຊິກຊາວ໑໐໐໐ລາວຢາກໃສ່ຢູ່ບໍ ຫຼືວ່າຄິດແນວໃດກັບໝວກແນວນີ້?

ຂຽນເມື່ອ ຂຽນເມື່ອ: ກ.ລ.. 5, 2011 | ມີ 11 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ວິທະຍາສາດ

ສີ່ເດືອນກ່ອນໜ້ານີ້ທາງອົງການນາຊາໄດ້ແຈ້ງກ່ຽວກັບການຄົ້ນພົບລະບົບສຸລິຍະໃໝ່ຊຶ່ງມີດາວເຄາະໂຄຈອນອ້ອມຢູ່ ຫົກ ດວງ. ເຂົ້າຕັ້ງຊື່ຕາມກ້ອງຊ່ອງອາວະກາດ Kepler 11(«Кеплер 11»), ທ່ານສາມາດເຂົ້າຊົມໄດ້ທີ່http://mir24.tv/news/hi-tech/62723

ຂຽນເມື່ອ ຂຽນເມື່ອ: ກ.ລ.. 5, 2011 | ມີ 6 ຄຳເຫັນ ແລະ 0 trackback(s)

ໃນທ້າຽອາທິດແລ້ວນີ້ໄດ້ມີຂໍ້ຕົກລົງຂອງລັຖບາລ ຣັສເຊັຽ, ເບັຽຣາຣຸສ ແລະ ກາຊັກສະຖານ ວ່າດ້ວຽການຍົກເລີກເສັ້ນຊາຍແດນດ້ານພາສີ: ໝາຍວ່າບໍ່ມີການເກັບພາສີໃດໆຂອງການນຳເຂົ້າແລະສົ່ງອອກສິນຄ້າລະຫວ່າງສາມປະເທດໃນເຄືອອະດີດສະຫະພາບໂຊວຽດ. ຕໍ່ໄປອາດຈະຍົກເລີກເສັ້ນຊາຽແດນແບບຖາວອນ. ໝາຍວ່າປະຊາຊົນສາມປະເທດດັ່ງກ່າວໃນອານາຄົດອາດຈະໄປໃສກໍ່ໄດ້ໃນສາມປະເທດນີ້ (ແຫຼ່ງຂ່າວຈາກ ສຳນັກຂ່າວ ເວສຕີ)http://www.vesti.ru/videos?vid=345753&cid=58

ຂຽນເມື່ອ ຂຽນເມື່ອ: ກ.ພ.. 21, 2011 | ມີ 12 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ຄວາມຮັກ

<!--[if gte mso 9]><![endif]--><!--[if gte mso 10]>/* Style Definitions */table.MsoNormalTable{mso-style-name:"Table Normal";mso-tstyle-rowband-size:0;mso-tstyle-colband-size:0;mso-style-noshow:yes;mso-style-priority:99;mso-style-qformat:yes;mso-style-parent:"";mso-padding-alt:0cm 5.4pt 0cm 5.4pt;mso-para-margin-top:0cm;mso-para-margin-right:0cm;mso-para-margin-bottom:10.0pt;mso-para-margin-left:0cm;line-height:115%;mso-pagination:widow-orphan;font-size:11.0pt;mso-bidi-font-size:14.0pt;font-family:"Calibri","sans-serif";mso-ascii-font-family:Calibri;mso-ascii-theme-font:minor-latin;mso-fareast-font-family:"Times New Roman";mso-fareast-theme-font:minor-fareast;mso-hansi-font-family:Calibri;mso-hansi-theme-font:minor-latin;}<![endif]-->

ອໍ້ ອອກບັ້ງອໍ້ເລີຍລະ!!! ຊາຍອິນເດັຽມີເມັຽ 39 ລູກ 94
ຊາຍຄົນນີ້ຍັງຢືນຢັນວ່າຍັງສາມາດເອົາເມັຽໄດ້ເພີ່ມອີກ

ເມື່ອວັນທີ່ 19 ເດືອນ ກຸມພາ ທີ່ຜ່ານມາ ເດລີເມລ ໄດ້ລາຍງານເປີດຕົວຄອບຄົວໜຶ່ງໃນອິນເດັຽຊຶ່ງໄດ້ກາຽເປັນຂ່າວຮືຮາໄປທົ່ວໂລກ, ເນື່ອງຈາກຫົວໜ້າຄອບຄົວຄົນນີ້ມີເມັຽເຖິງ 39 ຄົນ ແລະ ມີລູກທັງໝົດ 94 ຄົນ ແລະ ຫຼານອີກ 33 ຄົນ.

 

 ຊາຍຫົວໜ້າຄອບຄົວທີ່ໃຫ່ຽທີ່ສຸດໃນໂລກຄົນນີ້ ມີຊື່ວ່າ:​ ທ. ໄຊອະນາ ຊະນາ , ອາໄສຢູ່ໃນເຮືອນທີ່ເປັນອາຄານຫຼາຍຊັ້ນບໍລິເວນໂນນພູຂອງບ້ານ ພັກຕວັງ ໃນຮັຖ ມິໂຊຣັມ ທາງພາກຕາເວັນອອກສ່ຽງ

ເໜືອຂອງອິນເດັຽ. ໃນເຮືອນດັ່ງກ່າວບັນດາເມັຽທັງຫຼາຽແມ່ນນອນໃນຫ້ອງທີ່ເປັນຫ້ອງໂຖງລວມ., ບໍ່ມີໃຜໄດ້ນອນຢູ່ຫ້ອງສ່ວນຕົວເລີຽ. ໃນອາຄານດັ່ງກ່າວຖ້ານັບທັງລູກໄພ້ແລ້ວຈະມີສະມາຊິກທັງໝົດ 181 ຄົນ.

 ທ້າວ ຊະນາ ຍັງໄດ້ກ່າວອີກວ່າ: ທຸກວັນນີ້ຕົນເອງເໝືອນເປັນຄົນພິເສດຂອງພຣະເຈົ້າ, ສະນັ້ນພຣະອົງຈິ່ງສົ່ງຄົນຈຳນວນຫຼວງຫຼາຽມາໃຫ້ຕົນເອງດູແລ, ແລະ ຕົນເອງກໍ່ເປັນຄົນທີ່ໂຊຄດີກວ່າໝູ່ທີ່ມີເມັຽເຖິງ 39 ຄົນ ແລະກໍ່ສາມາດເອົາໄດ້ອີກ. ຕອນນີ້ຄິດວ່າຄອບຄົວຂອງຂ້ຽເປັນຄອບຄົວທີ່ໃຫ່ຽທີ່ສຸດໃນໂລກ.

 ທ້າວ ຊນາ ເປັນຄົນນັບຖືລັດທິ ສນັບສນູນການຂຽາຽຄອບຄົວ. ໃນປີໜຶ່ງລາວຈະແຕ່ງງານເຖິງ 10ຄັ້ງ ທີ່ສຳຄັນລາວຍັງບອກອີກວ່າ: ຍັງບໍ່ຢຸດທີ່ຈະຊອກຫາເມັຽເພີ່ມເຕີມອີກຕາມລັດທິຂອງຕົນ, ແລະທີ່ສຳຄັນບໍ່ໄດ້ເລືອກປະເທດ ຂໍແຕ່ວ່າມີຄົນຕ້ອງການຢາກຈະເປັນເມັຽເຖິງຈະຢູ່ ອາເມຣິກາ ກໍ່ຈະໄປແຕ່ງເອົາເປັນເມັຽອີກ.

ສຳລັບວຽກງານພາຽໃນເຮືອນແມ່ນເມັຽຫຼວງເປັນຄົນຈັດການເໝືອນກັບກົດລະບຽບຂອງກອງທັບ.ເມັຽຄົນທຳອິດ ຊື່ວ່າ ນາງ ຊາທຽນກີ ຈະເປັນຄົນຈັດການທັງໝົດນັບແຕ່ການອອກຕຼາດ, ການແຕ່ງຢູ່ຄົວກິນແລະວຽກງານອື່ນໆ. ການແຕ່ກິນແຕ່ລະຄາບແມ່ນຕ້ອງໃຊ້ໄກ່ປະມານ 30 ໂຕ

 ເຖິງຢ່າງໃດໃນຄອບຄົວກໍ່ມີຄວາມຮັກໄຄ່ກັນດີທີ່ສຸດ.

ຮູບ 1: ຖ່າຍຮູບລວມຄອບຄົວ; ຮູບ 2: ເຮືອນຢູ່; ຮູບ 3: ບັນດາເມັຽໃຫ່ຽແລະນ້ຽອອກຕຼາດ; ຮູບ 4:  ຫ້ອງນອນຂອງບັນດາເມັຽໆ