ຂຽນເມື່ອ: ກ.ພ.. 19, 2012
| ມີ
7 ຄຳເຫັນ
ແລະ
0 trackback(s)
ສອງພໍ່ລູກນັ່ງກິນເຂົ້າເຊົ້າແລະຕິດຕາມຂ່າວຄາວທາງໂທລະພາບກ່ຽວກັບກອງປະຊຸມໃຫ່ຽລະດັບຊາດ. ເບິ່ງດົນເຕີບລູກຊາຽນ້ຽກະເລີຽຖາມພໍ່ຂຶ້ນວ່າ:
ລູກຊາຽ: ພໍ່ວານນີ້ ພໍ່ເວົ້າວ່າ ຜູ່ໃດກໍ່ຕາມຖ້າຫາກບໍ່ມັກເລົ່າ, ບໍ່ມັກທ່ອງຂຶ້ນໃຈ, ບໍ່ມັກເວົ້າ ຈະເຮັດໃຫ້ຄວາມຈຳສັ້ນລົງ ແມ່ນບໍ?
ພໍ່: ແມ່ນແລ້ວລູກເອີຽ! ສະນັ້ນຕ້ອງໝັ່ນທ່ອງ, ໝັ່ນຈຳ ແລະໝັ່ນເວົ້າໃຫ້ມັນດຸໆ ເພື່ອຈະບໍ່ໄດ້ເປັນຄົນຄວາມຈຳສັ້ນ.
ລູກຊາຽ: ຊັ້ນໃນກອງປະຊຸມທີ່ເຮົາກຳລັງເບິ່ງທາງທໍລະພາບຢູ່ນີ້ ແມ່ນກອງປະຊຸມຂອງຄົນຄວາມຈຳສັ້ນແມ່ນບໍ?
ພໍ່: ອ້າວ! ລູກຄືເວົ້າຈັ່ງຊັ້ນ?
ລູກຊາຽ: ອ້າວພໍ່! ເບິ່ງແມ໊ ຜູ່ໃດຂຶ້ນມາເທິງເວທີ ກໍ່ຈົກເຈັ້ຽມາອ່ານໂລດ. ຮຽນທ່ານນັ້ນ.... ຮຽນທ່ານນີ້... ແລະກໍ່ຕັ້ງໜ້າຕັ້ງຕາອ່ານໆໆໆໆ ແບບບໍ່ມີຄວາມຈຳເລີຽ!
ພໍ່: ຢ່າເວົ້າຫຼາຽລູກ! ຈັກໜ່ຽເພິ່ນກະຊິໃຫ້ພໍ່ນີ້ຂຶ້ນໄປອ່ານໃນກອງປະຊຸມຄືກັນ.
ລູກຊາຽ: ຊັ້ນກໍ່ສະແດງວ່າ ພໍ່ກະແມ່ນຄົນຄວາມຈຳສັ້ນຄືກັນແມ່ນບໍ? ໕໕໕໕໕໕໕໕
ພໍ່: ລູກນໍລູກ!!!!!!!!!!!!!!!!!໕໕໕໕໕໕໕໕໕