
ຂຽນເມື່ອ: ມ.ນ.. 22, 2012
| ມີ
9 ຄຳເຫັນ
ແລະ
0 trackback(s)
ໃນສມັຍບູຮານຄຳຕັດສິນຂອງເຈົ້າຊີວິດຖືວ່າໃຊ້ໄດ້ເດັດຂາດ, ແຕ່ຜູ່ທີ່ຕໍ່ລອງກັບເຈົ້າຊີວິດໄດ້ກະມີແຕ່ ເມັຽທໍ່ນັ້ນ. ໃນວັນໜຶ່ງນ້ອງຊາຽເມັຽຂອງເຈົ້າຊີວິດໄດ້ກະທຳຜິດຢ່າງຮ້າຽແຮງເຖິງຂັ້ນປະຫານຊີວິດ.
ໃນຄັ້ງນີ້ເຈົ້າຊີວິດບໍ່ກ້າທີ່ຈະນັ່ງບັນລັງເພື່ອຕັດສິນບັນຫາ ແຕ່ໄດ້ອອກຄຳສັ່ງໄປວ່າ: ໂທດນີ້ອະພັຍໃຫ້ບໍ່ໄດ້ ໃຫ້ປະຫານຊີວິດ! ແຕ່ຝ່າຍເມັຽເຈົ້າຊີວິດນີ້ເປັນຄົນເກັ່ງທາງດ້ານການສຶກສາແລະຄະດີນີ້ເປັນຄະດີຂອງນ້ອງຊາຽຕົນເອງຈິ່ງຂໍສມັກຂຽນໃບຄຳສັ່ງດ້ວຽມືຂອງຕົນເອງແລະໃຫ້ເຈົ້າຊີວິດລົງລາຽເຊັນ, ຫຼັງຈາກນັ້ນກໍ່ຈະເອົາໄປອ່ານດ້ວຽຕົວເອງທີ່ລານປະຫານ, ເພື່ອໃຫ້ນ້ອງຊາຽໄດ້ຕາຽຢ່າງສົມກຽດ. ສະນັ້ນນາງເມັຽກະເລີຽຂຽນຕາມທີ່ຜົວສັ່ງໄວ້ຄື: ໂທດນີ້ອະພັຍໃຫ້ ບໍ່ໄດ້ໃຫ້ປະຫານຊີວິດ! ແລ້ວກະບໍໃສ່ຫົວມອບໃຫ້ຜົວເຊັນ. ເມື່ອຜົວເຫັນແນວນັ້ນກະບໍ່ອ່ານມີແຕ່ລົງລາຽເຊັນໃຫ້ໂລດ. ຝ່າຽນາງເມັຽໄດ້ໜັງສືແລ້ວກໍ່ຟ້າວລົງສູ່ລານປະຫານ ແລະ ກໍ່ມອບຣາຊອົງການໃຫ້ເພັຊຄາຕ. ທັນທີທີ່ໄດ້ຮັບຣາຊອົງການ ເພັຊຄາດກໍ່ປ່ຽນັກໂທດທັນທີ. ຝ່າຽເຈົ້າຊີວິດກໍ່ງົງວ່າເປັນໄປໄດ້ແນວໃດທັງທີ່ຕົນເອງໄດ້ສັ່ງປະຫານໄປແລ້ວ. ໃນທີ່ສຸດເຈົ້າຊີວິດຈິ່ງຄິດຊວດວ່າ: ເໜືອຣາຊາຍັງມີເມັຽຣາຊາ!!!!!!!! ໕໕໕໕໕໕໕໕໕໕໕໕໕