
ຂຽນເມື່ອ: ພ.ພ.. 8, 2012
| ມີ
7 ຄຳເຫັນ
ແລະ
0 trackback(s)
ສາວຄຣູປະຖົມແຫ່ງໜຶ່ງສອນວິຊາແຕ້ມຮູບໃຫ້ກັບນ້ອງນັກຮຽນແລະກະບອກໃຫ້ພວກນ້ອງໆແຕ້ມຮູບຕາມໃຈ! ເວລາຜ່ານໄປ ໑ ຊົ່ວໂມງ. ສາວຄຣູກໍ່ເລີ່ມເກັບໃບເຈັ້ຽແຕ້ມຮູບຂອງນ້ອງໆນັກຮຽນ. ໃນນັ້ນ ຜິດສັງເກດເຈັ້ຽຂອງ ທ້າວ ກິ ບໍ່ມີຮູບຫັຽງ ສາວຄຣູກະເລີ່ມຖາມທ້າວ ກິ ວ່າ:
ສາວຄຣູ: ກິ ຫຼານຄືບໍ່ແຕ້ມຮູບຫັຽງ?
ທ້າວ ກິ: ຫຼານກະແຕ້ມລະເດ! ຫຼານກະຂຽນບອກຢູ່ຫັ້ນເດ!
ສາວຄຣູ: ຮູບອາກາດນີ້ຫວະ?
ທ້າວກິ: ແມ່ນແລ້ວສາວຄຣູ! ຮູບອາກາດແຕ້ມງ່າຽກວ່າໝູ່
ສາວຄຣູ: ແຕ່ຫຼານຄືບໍ່ແຕ້ມຊັ້ນນາ?
ທ້າວກິ: ຫຼານກະແຕ້ມລະເດ ແຕ່ ສາວຄຣູຫາຽໃຈເຂົ້າປອດໝົດລະເດຕອນໄປເກັບເຈັ້ຽແຕ້ມຮູບນັ້ນ!
ສາວຄຣູ: ?!?!?!?!?!