
ຂຽນເມື່ອ: ມິ.ຖ.. 18, 2012
| ມີ
4 ຄຳເຫັນ
ແລະ
0 trackback(s)
ຄຣູສອນວິຊາໂລກອອ້ມຕົວກຳລັງອະທິບາຽເລື່ອງກອງປະຊຸມຂອງກຸ່ມ ຈີແປດ, ຈີຊາວຢູ່. ຄຣູຄົນນີ້ກໍ່ເຄີຽໄດ້ບົດຮຽນຫຼາຽອັນຈາກທ້າວນ້ຽເຊັ່ນກັນເພາະເປັນລູກຂອງ ດອກເຕີທີ່ສອນຢູ່ມະຫາວິທະນາໄລແຫ່ງຊາຕ, ທ້າວນ້ຽເຄີຽໄດ້ຍິນພໍ່ແລະພໍ່ສ່ຽວລົມກັນເລື່ອງຕ່າງໆທີ່ເປັນບົດຮຽນຫຼາຍອັນກໍ່ເອົາມາເລົ່າສູ່ຄຣູຟັງ. ມື້ນີ້ພໍດີກອງປະຊຸມ ຈີຊາວໄດ້ໄຂຂຶ້ນຢູ່ຕ່າງປະເທດ, ທ້າວນ້ຽກະໄດ້ຍິນພໍ່ແລະພໍ່ສ່ຽວລົມກັນເໝືອນເຄີຽຄິດວ່າຊິເອົາມາເລົ່າສູ່ຄຣູຟັງພໍດີ.
ຄຣູ: ມື້ນີ້ເພິ່ນໄຂກອງປະຊຸມ ຈີຊາວຂຶ້ນ ມີໃຜຮູ້ເລື່ອງຫັຽງແດ່?
ຫ້ອງຮຽນ: ງຽບທັງຫ້ອງ!
ຄຣູ: ແລ້ວ ທ້າວນ້ຽເດຮູ້ຫັຽງບໍກ່ຽວກັບກອງປະຊຸມນີ້?
ທ້າວນ້ຽ: ຫຼານກະບໍ່ຮູ້ຫັຽງດອກ, ແຕ່ໄດ້ຍິນອີ່ພໍ່ແລະພໍ່ສ່ຽວລົມກັນຢູ່ເລື່ອງນີ້.
ຄຣູ: ເພິ່ນວ່າແນວໃດ?
ທ້າວນ້ຽ: ຮຽນເອື້ອຽຄຣູ ເພິ່ນລົມກັນວ່າ: ລາວເຮົາຈັດໃນກຸ່ມ ຈີໃດ ພໍ່ສ່ຽວທັງຫຼາຽຕອບວ່າບໍ່ຮູ້. ແຕ່ມີພໍ່ສ່ຽວໜຶ່ງຕອບອອກມາວ່າ: ລາວເຮົາຢູ່ກຸ່ມ ຈີຫົກ. ແລ້ວໝົດກຸ່ມກະຫົວຂຶ້ນ.
ນ້ອງກະຮູ້ແຕ່ທໍ່ນັ້ນລະເອື້ອຽຄຣູ. ລາວຢູ່ກຸ່ມ ຈີຫົກ.
ຄຣູ: ເລື່ອງນີ້ເອື້ອຽກະບໍ່ເຄີຽຮູ້ຄືກັນຕ້ອງໄດ້ໄປຫາຮຽນຮູ້ວິຊາອອ້ມຕົວສາກ່ອນ. ແຕ່ຂອບໃຈເດີທີ່ບອກໃຫ້ຮູ້.