
ຂຽນເມື່ອ: ມິ.ຖ.. 25, 2012
| ມີ
12 ຄຳເຫັນ
ແລະ
0 trackback(s)
GPS = Global Positioning System (ລະບົບບອກຕໍາແໜ່ງເທິງໜ່ວຽໂລກ) ພວກທ່ານເຄີຽໃຊ້ຫຼືບໍ? ມັນມີທີ່ມາແລະການນຳໃຊ້ຢ່າງໃດ
ລະບົບນີ້.
GPSນັ້ນອາໄສການເຮັດວຽກດ້ວຽສັນຍານທີ່ມາຈາກດາວທຽມທີ່ຍິງໄຂ່ວກັນບໍ່ໜ້ຽກວ່າສາມດວງ, ເພື່ອຊີ້ບອກຕຳແໜ່ງທີ່ຢູ່ຂອງຜູ່ທີ່ຖື GPS ນັ້ນ.
ດຽວນີ້ຢູ່ເທິງອາວະກາດມີດາວທຽມທີ່ໃຊ້ບອກຕຳແໜ່ງດັ່ງກ່າວຢູ່ 24 ດວງຂອງອາເມຣິກາ, ເມື່ອກ່ອນໃຊ້ແຕ່ໃນທາງທະຫານ
ຂອງສະຫະຣັຖອາເມຣິກາເທົ່ານັ້ນ, ຕໍ່ມາທາງກະຊວງປ້ອງກັນຊາດອາເມຣິກາ ໄດ້ອານຸຍາຕໃຫ້ບຸກຄົນທົ່ວໄປໃຊ້ປະໂຫຽດໄດ້ດ້ວຽ.
ນີ້ລະຄວາມສຼາດຂອງ ອາເມຣິກາ, ການທີ່ບຸກຄົນທົ່ວໄປສາມາຕໃຊ້ໄດ້ທົ່ວໂລກນັ້ນ ກໍ່ຖືວ່າ ຂໍ້ມູນທັງໝົດຂອງແຕ່ລະໜ່ວຽ GPS
ຈະສົ່ງຜ່ານດາວທຽມຂອງອາເມຣິກາເພື່ອບອກຕຳແໜ່ງໃນໜ້າໂລກນັ້ນຈະຖືກບັນທຶກໄວ້ໃນຂໍ້ມູນເຄືອຄ່າຽທາງພາກພື້ນດິນຂອງກະຊວງປ້ອງກັນຊາຕ
ສະຫະຣັຖອາເມຣິກາ , ສະນັ້ນຂໍ້ມູນຕ່າງໆ ຂອງທຸກປະເທດໃນໂລກນີ້ທີ່ໃຊ້ ອຸປະກອນ GPS (ນອກຈາກປະເທດທີ່ມີຣະບົບດາວທຽມເປັນຂອງຕົນເອງ)
ຈະບໍ່ໜີພົ້ນສາຽຕາຂອງກະຊວງປ້ອງກັນຊາຕ ອາເມຣິກາ ແມ່ນແຕ່ ທີ່ຕັ້ງທີ່ສຳຄັນແລະເປັນຄວາມລັບທາງທະຫານຂອງທຸກໆປະເທດ. ສະນັ້ນ
ອຸປະກອນGPS ຈິ່ງປຽບສເມືອນນັກສືບຊັ້ນຍອດຂອງອາເມຣິກາໃນການຊອກຫາຕໍາແໜ່ງຕ່າງໆໃນທົ່ວໂລກ.