![ຂຽນເມື່ອ](./images/icons/wrote.png)
ຂຽນເມື່ອ: ກ.ລ.. 17, 2012
| ມີ
5 ຄຳເຫັນ
ແລະ
0 trackback(s)
ປະຊາທິປະຕັຍ ມີເຄົ້າມາຈາກພາສາ ເກຼັກ ບູຮານ ທີ່ວ່າ: Demokratia ຊຶ່ງມາຈາກ ໒ ຄຳ ຄື: Demos ແປວ່າ: ປະຊາຊົນ ແລະ Kratos ແປວ່າ: ປົກຄອງ, ຫຼັກການ ໃນເມື່ອເອົາສອງຄຳມາໂຮມກັນຈະໄດ້ຄວາມໝາຽວ່າ: ປະຊາຊົນປົກຄອງຕົນເອງ ຫຼື ການປົກຄອງຂອງປະຊາຊົນ. ປະຊາຊົນຈະມີອຳນາດໃນການຕັດສິນທຸກບັນຫາທາງດ້ານການຈັດຕັ້ງຂອງການປົກຄອງເຊັ່ນ: ຂັ້ນບ້ານ ກໍ່ໃຫ້ມີສະພາບ້ານ, ຂັ້ນເມືອງ ກໍ່ໃຫ້ມີສະພາປະຊາຊົນເມືອງ, ຂັ້ນແຂວງ ກໍ່ໃຫ້ມີສະພາປະຊາຊົນແຂວງ, ຂັ້ນປະເທດ ກໍ່ມີ ສະພາປະຊາຊົນສູງສຸດ. ສະພາປະຊາຊົນ ນີ້ຈະບໍ່ໄດ້ກຳນົດຄຸນສົມບັດຂອງຜູ່ແທນ, ຖືວ່າປະຊາຊົນເລືອກໃຜມາກໍ່ແມ່ນເອົາຜູ່ນັ້ນ ເປັນຜູ່ແທນຕາມສຽງສ່ວນຫຼາຽ. ໃນນີ້ຜູ່ແທນທີ່ຖືກເລືອກ ຫາກ ບໍ່ເຮັດວຽກໃຫ້ປະຊາຊົນ, ປະຊາຊົນກໍ່ມີສິທ ສະເນີປົດຕຳແໜ່ງ ດ້ວຽຄະແນນສຽງ ໓/໕ ຂອງຄະແນນສຽງທີ່ເລືອກເຂົ້າມາໃນເຂດນັ້ນ.
ໃຜມີຄວາມເຫັນແນວໃດຕື່ມ, ກະຂຽນມາໄດ້ເລີຽເນາະ! ການສຶກສາເປັນໜ້າທີ່ຂອງໝົດທຸກຄົນ.