
ຂຽນເມື່ອ: ມ.ກ.. 3, 2009
| ມີ
21 ຄຳເຫັນ
ແລະ
0 trackback(s)
ສະບາຍດີທຸກໆຄົນ
ມື້ນີ້ຂ້ອຍໄດ້ນຳເອົາຄວາມຮູ້ເລັກໆນ້ອຍໆມາຝາກ ນັ້ນກໍ່ຄືຄວາມຮູ້ກ່ຽວກັບເຄື່ອງບິນ, ເຄື່ອງບິນທີ່ພວກເຮົາເອີ້ນງ່າຍໆກໍ່ຄືຍົນ.
ຍົນແມ່ນພາຫານະຂົນສົ່ງສະນິດໜື່ງທີ່ເຮັດດ້ວຍເຄື່ອງຈັກ ແລະສາມາດບິນຢູ່ໃນສະພາບແວດລ້ອມອາກາດຫຼືໃນຊັ້ນ ( Atmosphere ) ຂອງໜ້າດິນ ຫຼື ຊັ້ນ ( Atmosphere ) ອື່ນໆໄດ້ ຊຶ່ງອາໃສການທຳງານຂອງເຄື່ອງຈັກ ແລະອົງປະກອບຂອງປີກ, ອົງປະກອບຂອງຫາງບວກກັບສິ່ງແວດລ້ອມອ້ອມຂ້າງ ຈິ່ງເຮັດໃຫ້ຍົນບິນໄດ້ ເວົ້າຢ່າງໜຶ່ງກໍ່ຄືເຮົາແລ່ນວ່າວ ແລະການແລ່ນວ່າວ ກັບຍົນບິນກໍ່ຄ້າຍໆກັນ.