ຊອກຫາ:
ຊອກຫາແບບລະອຽດ
ໜ້າທຳອິດ
ສົ່ງບັດເຊີນ
ໄດອາຣີ່
ແບບສຳຫຼວດ
ອັລບັ້ມພາບ
ຄລິບ
ເວັບບອດ
ເກມ
ລິ້ງ
ອື່ນໆ...
ກຸ່ມ
ສະໝັກສະມາຊິກ
ລັອກອິນ
ຮັກແຫ່ງຄວາມຊົ່ງຈຳ
ຂຽນເມື່ອ: ຕ.ລ.. 19, 2008 | ມີ
10 ຄຳເຫັນ
ແລະ
0 trackback(s)
ໜວດໝູ່:
ຄວາມຮັກ
ສິບສອງປີກ່ອນ ມີເດັກນ້ອຍຊາຍຄົນໜຶ່ງ ຊື່ວ່າ: ແມັກນຳ້. ອາຍຸ13ປີ ຮຽນຢູ່ຫ້ອງມໍ2. ມື້ໜຶ່ງຊົ່ວໂມງພັກຜ່ອນຂອງການຮຽນ ແມັກນຳ້ໄດ້ຍາງລົງໄປຫຼີນນຳໝູ່ຢູ່ຫ້ອງມໍ1 ລາວໄດ້ແນມໄປເຫັນເດັກຍິງຄົນໜຶ່ງຊື່ວາ່: ນຳ້ເພັດ ເປັນນັກຮຽນໃໝ່ທີ່ພໍ່ຂອງລາວມາເປີດບໍລິສັດຢູ່ວຽງຈັນ ແມັກນຳ້ຮູ້ສຶກວ່າຍິງຄົນນີ້ໜ້າຮັກຫຼາຍແລະຕົກຫຼູມຮັກນຳ້ເພັດ. ຫຼັງຈາກນັ້ນແມັກນຳ້ກໍ່ຄິດຮ້ອດແຕ່ນຳ້ເພັດ, ມື້ໃດທີ່ມາໂຮງຮຽນແມັກນຳ້ກໍ່ຈະໄປລັກເບີ່ງນຳ້ເພັດທຸກເທື່ອທີ່ເລີກຫຼີນ ພໍກັບໄປບ້ານຫຼັງຈາກກິນເຂົ້າແລງແລ້ວ ແມັກນຳ້ກໍ່ຈະໄປຍ່າງຫຼີ້ນຢູ່ບໍລິເວນເຮືອນຂອງນຳ້ເພັດ ພໍເດີກກໍ່ກັບມານອນ ແມັກນຳ້ເຮັດແນວນັ້ນທຸກໆມື້ ມາມື້ໜຶງ ແມັກນຳ້ໄດ້ເລົ່າສູ່ໝູ່ຂອງລາວຟັງ ເພາະລາວທົນເກັບຄວາມຮູ້ສຶກໄວ້ຄົນດຽວບໍ່ໄດ້ ບ
ັງເອີນໝູ່ຂອງນຳ້ເພັດມາໄດ້ຍິນ ກໍ່ເລີຍໄປເວົ້າສູ່ນຳ້ເພັດຟັງ.
ມື້ໜຶ່ງແມັກນຳ້ໄປຫຼີ້ນນຳໝູ່ຢູ່ມໍ1 ຄືຜ່ານມາ ແຕ່ພໍລາວຍ່າງກັບຫ້ອງກໍ່ພົບນຳ້ເພັດ,ໜ້າຂອງແມັກນຳ້ເລີມແດງຫົວໃຈຂອງລາວກໍ່ເຕ
ັ້ນແຮງ ນຳ້ເພັດຍ່າງເຂົ້າມາໄກ້ແລ້ວຖາມວ່າ: ມາຫຼີ້ນນຳໝູ່ຫວາ? ແມັກນຳ້ຕອບດ້ວຍຄວາມເຂີນແລະດີໃຈ. ຫຼັງຈາກນັ້ນເຂົາທັງສອງກໍ່ສະໜິດກັນ ແລະໄປຫຼີນນຳກັນທຸກໆມື້ ຖ້າມື້ໃດເຂົາທັງສອງບໍ່ເຫັນໜ້າກັນກໍ່ຈະນອນບໍ່ຫຼັບ. ໃນຊ່ວງພັກໂຮງຮຽນ ມີມື້ໜຶ່ງ ພໍ່ແລະແມ່ຂອງນຳ້ເພັດ ໄດ້ພານຳ້ເພັດໄປຢາມລຸງຢູ່ຊຽງຂວາງລາວບໍ່ຢາກໄປແຕ່ຂັດພໍ່ກັບແມ່ບໍ່ໄດ້ ຈຳເປັນຕ້ອງໄປ. ພໍແມັກນຳ້ຮູ້ກໍ່ໂສກເສົາ ແລະລາວກໍ່ໄປນັງເບີງໜ້າບ້ານຂອງນຳ້ເພັດ ທຸກໆຄືນຈົນນຳ້ເພັດກັບມາ. ເປີດສົກຮຽນໃໝ່ປີຕໍ່ມາ ມີມື້ໜຶ່ງນຳ້ເພັດເຂົ້າໃຈແມັກນຳ້ຜິດ ເລີຍຄຽດໃຫ້ແມັກນຳ້ ຈົນແມັກນຳ້ຈະຂ້າໂຕຕາຍແຕ່ໝູ່ມາຫ້າມໄວ້ ແລ້ວແມັກນຳ້ກັບນຳ້ເພັດກໍ່ປັບຄວາມເຂົ້າໃຈກັນໄດ້. ປີຕໍ່ມາແມັກນຳ້ຢູ່ມໍ4 ສ່ວນນຳ້ເພັດຢູ່ມໍ3 ແລະຄວາມຮັກຂອງເຂົາທັງສອງເປັນຮັກທີ່ບໍລິສຸດໄດ້ເພີມທະວີຂື້ນເລື້ອຍໆ ຈົນພໍ່ຂອງນຳ້ເພັດຮູ້ ແລະກີດກັນບໍ່ໃຫ້ທັງສອງຫຼີ້ນນຳກັນເພາະວ່າຍັງນ້ອຍ ແລະຄອບຄົວຂອງແມັກນຳ້ກໍ່ທຸກຍາກ ແຕ່ທັງສອງກໍ່ລັກໄປຫຼີນນຳກັນ ຈົນພໍ່ຂອງນຳ້ເພັດສົງນຳ້ເພັດໄປຮຽນຢູ່ຊຽງຂວາງ ແລະເຂົາທັງສອງກໍ່ບໍ່ໄດ້ພົບກັນອີກເລີຍ ສ່ວນແມັກນຳ້ກໍ່ໂສກເສົ້າ ຈົນມາເຖີງປະຈຸບັນແມັກນຳ້ຈິ່ງພົບກັບນຳ້ເພັດອີກຄັ້ງ ແຕ່ນຳ້ເພັດມີລູກສອງຄົນແລ້ວ, ແມັກນຳ້ໄດ້ແຕ່ເກັບນຳ້ເພັດໄວ້ໃນຄວາມຊົ່ງຈຳຕະຫຼອດໄປ.
ຫ້າຂໍ້ທີ່ຄວນອ່ານ.
ຂຽນເມື່ອ: ຕ.ລ.. 17, 2008 | ມີ
5 ຄຳເຫັນ
ແລະ
0 trackback(s)
ໜວດໝູ່:
ຄວາມຮູ້ທົ່ວໄປ
ສະບາຍດີທຸກຄົນ.
ລຸງຄົນໜຶ່ງເຄີຍບອກຂ້ອຍໄວ້ວ່າ: ຄົນເຮົາຖ້າຢາກປະສົບຜົນສຳເລັດໃນຊີວິດແລະມີຄວາມສຸກແລ້ວນັ້ນ ໃຫ້ຄຳນືງເຖີງຫ້າຂໍ້ຂ້າງລຸ່ມນີ້:
ຄິດດີ; ນັ້ນກໍ່ໝາຍເຖີງ ຄິດແຕ່ສີ່ງດີໆ ສີ່ງທີ່ສ້າງສັນ.
ເຮັດດີ; ນັ້ນກໍ່ໝາຍເຖີງ ເຮັດແຕ່ສີ່ງດີໆ ໃນໜ້າທີ່ວຽກງານ.
ກິນດີ; ນັ້ນກໍ່ໝາຍເຖີງ ບໍ່ກິນຢາບ້າແລະສີ່ງເສບຕິດມືນເມົາຕ່າງໆ ກິນແຕ່ສີ່ງທີ່ມີປະໂຫຍດຕໍ່ຮ່າງກາຍ.
ຢູ່ດີ; ນັ້ນກໍ່ໝາຍເຖີງ ຢູ່ແບບສະອາດ ເຖີງບໍ່ຫຼູຫຼາແຕ່ກໍ່ໃຫ້ມີສຸຂະອະນາໄມ.
ປະພຶ່ດດີ; ນັ້ນກໍ່ໝາຍເຖີງ ການເວົ້າການຈາ, ການໄປການມາ ແລະການສະແດງອອກ ໃຫ້ມີທັກສະຄຸນສົມບັດທີດີ ຖືກຕາມຮີດຄອງປະເພນີ ຂອງລາວເຮົາ.
ໂຕ້ Kps ສິສິລາ SISILA
ເບິ່ງທັງໝົດ
ອ່ານຄືນຫຼັງ
2009
(37)
2008
(2)
ໝວດໝູ່
ຄວາມຮັກ
(4)
ເລື່ອງຕະລົກ/ຊວນຫົວ
(2)
ກາບກອນ
(1)
ຄອມພິວເຕີ/ເທັກໂນໂລຢີ
(2)
ຄວາມຮູ້ທົ່ວໄປ
(1)
ເລື່ອງຈິງ/ສາລະຄະດີ
(13)
ອື່ນ ໆ
(15)
ເລື່ອງແປກໆ
(1)
Punlao.com
©2008-2020 Punlao.com
ບໍລິຈາກ
|
ລົງໂຄສະນາ
|
ທີມງານ
|
ກ່ຽວກັບພັນລາວ
|
ຕິດຕໍ່ທີມງານ
|
ຂໍ້ກຳນົດບໍລິການ
|
ຊ່ວຍເຫຼືອ