ຊອກຫາ:
ຊອກຫາແບບລະອຽດ
ໜ້າທຳອິດ
ສົ່ງບັດເຊີນ
ໄດອາຣີ່
ແບບສຳຫຼວດ
ອັລບັ້ມພາບ
ຄລິບ
ເວັບບອດ
ເກມ
ລິ້ງ
ອື່ນໆ...
ກຸ່ມ
ສະໝັກສະມາຊິກ
ລັອກອິນ
ຮັກແຫ່ງຄວາມຊົ່ງຈຳ
ຂຽນເມື່ອ: ຕ.ລ.. 19, 2008 | ມີ
10 ຄຳເຫັນ
ແລະ
0 trackback(s)
ໜວດໝູ່:
ຄວາມຮັກ
ສິບສອງປີກ່ອນ ມີເດັກນ້ອຍຊາຍຄົນໜຶ່ງ ຊື່ວ່າ: ແມັກນຳ້. ອາຍຸ13ປີ ຮຽນຢູ່ຫ້ອງມໍ2. ມື້ໜຶ່ງຊົ່ວໂມງພັກຜ່ອນຂອງການຮຽນ ແມັກນຳ້ໄດ້ຍາງລົງໄປຫຼີນນຳໝູ່ຢູ່ຫ້ອງມໍ1 ລາວໄດ້ແນມໄປເຫັນເດັກຍິງຄົນໜຶ່ງຊື່ວາ່: ນຳ້ເພັດ ເປັນນັກຮຽນໃໝ່ທີ່ພໍ່ຂອງລາວມາເປີດບໍລິສັດຢູ່ວຽງຈັນ ແມັກນຳ້ຮູ້ສຶກວ່າຍິງຄົນນີ້ໜ້າຮັກຫຼາຍແລະຕົກຫຼູມຮັກນຳ້ເພັດ. ຫຼັງຈາກນັ້ນແມັກນຳ້ກໍ່ຄິດຮ້ອດແຕ່ນຳ້ເພັດ, ມື້ໃດທີ່ມາໂຮງຮຽນແມັກນຳ້ກໍ່ຈະໄປລັກເບີ່ງນຳ້ເພັດທຸກເທື່ອທີ່ເລີກຫຼີນ ພໍກັບໄປບ້ານຫຼັງຈາກກິນເຂົ້າແລງແລ້ວ ແມັກນຳ້ກໍ່ຈະໄປຍ່າງຫຼີ້ນຢູ່ບໍລິເວນເຮືອນຂອງນຳ້ເພັດ ພໍເດີກກໍ່ກັບມານອນ ແມັກນຳ້ເຮັດແນວນັ້ນທຸກໆມື້ ມາມື້ໜຶງ ແມັກນຳ້ໄດ້ເລົ່າສູ່ໝູ່ຂອງລາວຟັງ ເພາະລາວທົນເກັບຄວາມຮູ້ສຶກໄວ້ຄົນດຽວບໍ່ໄດ້ ບ
ັງເອີນໝູ່ຂອງນຳ້ເພັດມາໄດ້ຍິນ ກໍ່ເລີຍໄປເວົ້າສູ່ນຳ້ເພັດຟັງ.
ມື້ໜຶ່ງແມັກນຳ້ໄປຫຼີ້ນນຳໝູ່ຢູ່ມໍ1 ຄືຜ່ານມາ ແຕ່ພໍລາວຍ່າງກັບຫ້ອງກໍ່ພົບນຳ້ເພັດ,ໜ້າຂອງແມັກນຳ້ເລີມແດງຫົວໃຈຂອງລາວກໍ່ເຕ
ັ້ນແຮງ ນຳ້ເພັດຍ່າງເຂົ້າມາໄກ້ແລ້ວຖາມວ່າ: ມາຫຼີ້ນນຳໝູ່ຫວາ? ແມັກນຳ້ຕອບດ້ວຍຄວາມເຂີນແລະດີໃຈ. ຫຼັງຈາກນັ້ນເຂົາທັງສອງກໍ່ສະໜິດກັນ ແລະໄປຫຼີນນຳກັນທຸກໆມື້ ຖ້າມື້ໃດເຂົາທັງສອງບໍ່ເຫັນໜ້າກັນກໍ່ຈະນອນບໍ່ຫຼັບ. ໃນຊ່ວງພັກໂຮງຮຽນ ມີມື້ໜຶ່ງ ພໍ່ແລະແມ່ຂອງນຳ້ເພັດ ໄດ້ພານຳ້ເພັດໄປຢາມລຸງຢູ່ຊຽງຂວາງລາວບໍ່ຢາກໄປແຕ່ຂັດພໍ່ກັບແມ່ບໍ່ໄດ້ ຈຳເປັນຕ້ອງໄປ. ພໍແມັກນຳ້ຮູ້ກໍ່ໂສກເສົາ ແລະລາວກໍ່ໄປນັງເບີງໜ້າບ້ານຂອງນຳ້ເພັດ ທຸກໆຄືນຈົນນຳ້ເພັດກັບມາ. ເປີດສົກຮຽນໃໝ່ປີຕໍ່ມາ ມີມື້ໜຶ່ງນຳ້ເພັດເຂົ້າໃຈແມັກນຳ້ຜິດ ເລີຍຄຽດໃຫ້ແມັກນຳ້ ຈົນແມັກນຳ້ຈະຂ້າໂຕຕາຍແຕ່ໝູ່ມາຫ້າມໄວ້ ແລ້ວແມັກນຳ້ກັບນຳ້ເພັດກໍ່ປັບຄວາມເຂົ້າໃຈກັນໄດ້. ປີຕໍ່ມາແມັກນຳ້ຢູ່ມໍ4 ສ່ວນນຳ້ເພັດຢູ່ມໍ3 ແລະຄວາມຮັກຂອງເຂົາທັງສອງເປັນຮັກທີ່ບໍລິສຸດໄດ້ເພີມທະວີຂື້ນເລື້ອຍໆ ຈົນພໍ່ຂອງນຳ້ເພັດຮູ້ ແລະກີດກັນບໍ່ໃຫ້ທັງສອງຫຼີ້ນນຳກັນເພາະວ່າຍັງນ້ອຍ ແລະຄອບຄົວຂອງແມັກນຳ້ກໍ່ທຸກຍາກ ແຕ່ທັງສອງກໍ່ລັກໄປຫຼີນນຳກັນ ຈົນພໍ່ຂອງນຳ້ເພັດສົງນຳ້ເພັດໄປຮຽນຢູ່ຊຽງຂວາງ ແລະເຂົາທັງສອງກໍ່ບໍ່ໄດ້ພົບກັນອີກເລີຍ ສ່ວນແມັກນຳ້ກໍ່ໂສກເສົ້າ ຈົນມາເຖີງປະຈຸບັນແມັກນຳ້ຈິ່ງພົບກັບນຳ້ເພັດອີກຄັ້ງ ແຕ່ນຳ້ເພັດມີລູກສອງຄົນແລ້ວ, ແມັກນຳ້ໄດ້ແຕ່ເກັບນຳ້ເພັດໄວ້ໃນຄວາມຊົ່ງຈຳຕະຫຼອດໄປ.
ກັບໄປໄດອາຣີ່ຂອງ ໂຕ້ Kps ສິສິລາ SISILA
ແຈ້ງເນື້ອຫາບໍ່ເໝາະສົມ
ໂຕ້ Kps ສິສິລາ SISILA
ເບິ່ງທັງໝົດ
ອ່ານຄືນຫຼັງ
2009
(37)
2008
(2)
ໝວດໝູ່
ຄວາມຮັກ
(4)
ເລື່ອງຕະລົກ/ຊວນຫົວ
(2)
ກາບກອນ
(1)
ຄອມພິວເຕີ/ເທັກໂນໂລຢີ
(2)
ຄວາມຮູ້ທົ່ວໄປ
(1)
ເລື່ອງຈິງ/ສາລະຄະດີ
(13)
ອື່ນ ໆ
(15)
ເລື່ອງແປກໆ
(1)
Punlao.com
©2008-2020 Punlao.com
ບໍລິຈາກ
|
ລົງໂຄສະນາ
|
ທີມງານ
|
ກ່ຽວກັບພັນລາວ
|
ຕິດຕໍ່ທີມງານ
|
ຂໍ້ກຳນົດບໍລິການ
|
ຊ່ວຍເຫຼືອ