ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ພ.ພ.. 13, 2009 | ມີ 21 ຄຳເຫັນ ແລະ 0 trackback(s)

ສະບາຍດີທຸກຄົນ

ມື້ນີ້ຂ້ອຍມີເລື່ອງໃນໄວເດັກມາເລົ່າສູ່ທ່ານຟັງ ຄືວ່າຕອນຂ້ອຍອາຍຸປະມານແປດຂວບ ໃນຍາມດຳນາຂ້ອຍແລະພໍ່ແມ່ນອ້າຍເອື້ອຍຂອງຂ້ອຍໄດ້ລົງໄປນອນນາ, ຂ້ອຍໄປລ້ຽງງົວຄົນດຽວ ສ່ວນຄົນອື່ນແມ່ນດຳນາ ມື້ນັ້ນມີລົມພັດຜ່ານເຢັນດີ ຂ້ອຍກໍ່ນຳກົ້ນງົວດ້ວຍຄວາມເພີດເພີນທັນໃດນັ້ນຂ້ອຍໄດ້ຍິນສຽງໃມ້ສີກັນທີ່ດັງແຮງ ຂ້ອຍຢຸດຟັງສຽງນັ້ນພັດມິດໄປ ພໍຂ້ອຍກ້າວຂາມັນກາດັງມາອີກ ໃຈຂ້ອຍເລີມເຕັ້ນແຮງແລະຂ້ອຍກໍ່ກວດສາຍຕາໄປລອບໆແລະກໍ່ເຫັນໃມ້ຂັດກັນ ຂ້ອຍກໍ່ກ້າວຂາຕໍ່ໄປມັນພັດດັງອີກຂ້ອຍເລີຍຢຸດມັນພັດມິດ ກ້າວຂາບາດໃດມັນພັດດັງບາດນັ້ນ ຂ້ອຍເລີມຢ້ານຫຼາຍແລະຮ້ອງໃຫ້ຢ່າງແຮງ ມັນພັດມິດ ຂ້ອຍກາຢຸດຮ້ອງໃຫ້ ມັນພັດດັງຂື້ນອີກ ຂ້ອຍກາເລີຍຮ້ອງໃຫ້ຈົນເປັນຊົ່ວໂມງຈິ່ງມີຄົນມາພົບຂ້ອຍ, ເຂົາເຈົ້າດຳນາຢູ່ແຖວນັ້ນໄດ້ຍິນສຽງໃຫ້ກາເລີຍມາເບີ່ງ,  ຄັນເພີ່ນບໍ່ມາພໍ້ ຂ້ອຍຢ້ານນໍ້າຕາຖວມຫຼັງຕີນຢູ່.  ງົວຂ້ອຍໄປທາງໃດ້ເລີຍກາບໍ່ຮູ້, ກໍ່ຂ້ອຍຊິຢ້ານຫຼາຍເພາະກ້ອງຕົ້ນໃມ້ແມ່ນຫຼູມຝັງສົບຄວາຍ.

ຂໍອບໃຈທີ່ບັນດາທ່ານສະລະເວລາອ່ານໃຫ້ຂ້ອຍ.

Delicious Digg Fark Twitter