ຂຽນເມື່ອ: ພ.ພ.. 15, 2009
| ມີ
20 ຄຳເຫັນ
ແລະ
0 trackback(s)
ເລື້ອງກາຄືວ່າ:
ຕອນຂ້ອຍຮຽນຢູຫ້ອງປໍສາມ ແມ່ໄດ້ພາຂ້ອຍຍ້າຍໄປຢູ່ຊຽງຂວາງ ແລະມີຄົນໆໜື່ງປື້ມຂ້ອຍຫຼາຍແລະຢາກເປັນໝູ່ກັບຂ້ອຍ
ແລະສຸດທ້າຍລາວກາໄດ້ເປັນໝູ່ກັບຂ້ອຍແລະເປັນໝູ່ທີ່ດີແລະຮັກຂ້ອຍຫຼາຍ ແຕ່ຂ້ອຍທຳມະດາກັບລາວບາງຄັ້ງຂ້ອຍຍັງເຢັນຊາກັບລາວຊໍ່າ, ລາວເຮັດດີນຳຂ້ອຍຫຼາຍແລະຄົນໃນເຮືອນລາວກາຮັກຂ້ອຍຄືກັນ.
ລາວເປັນລູກຊາຍຫຼ້າ ຂ້ອຍເຮັດທຳມະດາກັບລາວ, ລາວມາຫຼີ້ນນຳກາຫຼີ້ນ ບໍ່ມາລະກາຢ່າ , ຖ້າລາວມີຫຍັງຂ້ອຍຕ້ອງຮູ້ແລະໄດ້ກິນມັນເປັນຄົນທຳອິດ ຫຼາຍຄັ້ງທີ່ລາວເຈັບໂຕແທນຂ້ອຍ ແລະລາວບອກວ່າລາວຮັກຂ້ອຍຫຼາຍຈົນຕາຍແທນກາໄດ້, ແຕ່ມື້ໜື່ງຂ້ອຍເກັບເອົາລະເບີດຢູ່ນຳທາງໄປຫຼີ້ນ ພໍເຫັນລາວຂ້ອຍກາເຮັດຢອກລາວ, ຂ້ອຍເວົ້າວ່າ: ເຮີຍໂຕຢາກຕາຍບໍ່? ແລ້ວກາແກວງລະເບີດໃສ່ລາວ ທ່ານຮູ້ບໍ່ວ່າລະເບີດແຕກແທ້ ລາວຕື່ນຈົນເສຍຂັວນແຕ່ບໍ່ເປັນຫຍັງແຕ່ໝູ່ອີກຄົນທີ່ຢູ່ຂ້າງຂ້ອຍບາດເຈັບສາຫັດ ຂ້ອຍກາຕື່ນຕົກໃຈແລ່ນໄປຮ້ອງຄົນມາຊ່ວຍໝູ່ຂ້ອຍ ແລະຮ້ອງຫາໝູ່ຄົນນັ້ນຄິດວ່າລາວຕາຍແລ້ວ ຂ້ອຍທັງຮ້ອງທັງໃຫ້ ແລະຄິດເປັນຫ່ວງລາວຫຼາຍ ພໍທຸກຢ່າງລົງຕົວລາວກາບໍ່ເອົາຜິດຫຍັງນຳຂ້ອຍຊິສູ່ຂັວນໃຫ້ລາວກາບໍ່ໃຫ້ສູ່ ຫຼັງຈາກນັ້ນຂ້ອຍກໍ່ຮັກລາວຫຼາຍ ແຕ່ມັນກາຊ້າເກີນໄປເພາະລາວຊັງຂ້ອຍແລ້ວ.
ນັບແຕ່ນັ້ນມາຂ້ອຍເລີຍຄິດມາຕະຫຼອດຖ້າມີໃຜມາຮັກຂ້ອຍ ຂ້ອຍກໍ່ຈະຮັກຄົນນັ້ນ, ຖ້າເຂົາເປັນເພື່ອນທີ່ດີກັບຂ້ອຍໆກໍ່ຈະເປັນເພື່ອນທີ່ດີກັບຜູ້ນັ້ນ.