
ຂຽນເມື່ອ: ພ.ພ.. 17, 2009
| ມີ
7 ຄຳເຫັນ
ແລະ
0 trackback(s)
ຄືນຕໍ່ມາຂ້ອຍກໍ່ໄດ້ໄປຫຼີ້ນບຸນຢ່າງສົມໃຈແຕ່ຮູ້ສຶກວ່າມັນເປັນຂັດໆຂອງໆຈັງໃດບໍ່ຮູ້ ເພາະຄົນຢູ່ໃນເຮືອນຂ້ອຍພາກັນນອນຂ້ອຍໄດ້ມາຄົນດຽວ, ເຮືອນຂ້ອຍແມ່ນຢູ່ໄກຈາກໝູ່ບ້ານ ຜ່ານປ່າແລະທົ່ງນາຈິ່ງຮອດເຮືອນຂ້ອຍ.
ຂ້ອຍກໍ່ໄດ້ຫຼີ້ນຢ່າງມ່ວນຊື່ນ ພໍຕົກຕອນເດີກຜູ້ຄົນກໍ່ທະຍອຍກັນກັບ ຂ້ອຍວ່າຊິຫຼີ້ນຈົນຊອດແຈ້ງແຕ່ບໍ່ມີໃຜຫຼີ້ນນຳຂ້ອຍຕ່າງຄົນຕ່າງກັບເຮຶອນໃຜເຮືອນມັນ ເຮັດໃຫ້ຂ້ອຍຕ້ອງກັບໄປນອນ ແຕ່ໄລຍະທາງກັບເຮັດໃຫ້ຂ້ອຍຢ້ານກົວ ແລ້ວຄິດວ່າຈະກັບດີບໍ່ ນັ່ງຄິດຢູ່ເດີ່ນວັດ ກັບໜາບັກຕູມທີ່ຢູ່ວັດມານັ່ງເປັນໝູ່, ຄິດອີກຢ່າງຄັນບໍ່ກັບ ກາຊິນອນໃສ ຄັນຊິນອນນຳຈົວກາຢ້ານຜີ ນັ່ງຄິດໂດດເຕີບ ກໍ່ຕັດສິນໃຈກັບ.
ພໍໄປຮອດກາງທາງຈິດໃຈຂອງຂ້ອຍຫວາເຫວ ຄວາມຢ້ານກົວເຂົາມາຢາມ ເຮັດໃຫ້ຂ້ອຍທັ່ງຍ່າງທັ່ງແລ່ນຈົນຮອດເຮືອນດ້ວຍຄວາມລຳບາກແລະຢ້ານກົວ.
ຂໍອບໃຈ.