
ຂຽນເມື່ອ: ພ.ພ.. 24, 2009
| ມີ
15 ຄຳເຫັນ
ແລະ
0 trackback(s)
ມື້ວານນີ້ຂ້ອຍອອກໄປກິນເຂົ້ານອກກັບໝູ່ຄົນຈີນແລະຜູ້ໃຫຍ່ຈຳນວນໜື່ງ
ພໍກິນໄປກິນມາຂ້ອຍໄດ້ກິນນຳເຂົາເຈົ້າຜູ້ລະສາມຈອກ, ຄົນຕັ້ງເປັນຊາວກ່ວາຄົນ ເຂົາເຈົ້າຢາກທົດສອບຄໍທອງແດງຂອງຂ້ອຍ
ໂດຍຕົວະຂ້ອຍວ່າມັນແມ່ນທຳນຽມຂອງຈີນ, ເຂົາເຈົ້າຄິດຈະມອມຂ້ອຍໃຫ້ເມົາ ແຕ່ມັນບໍ່ງາຍດັ່ງທີ່ຄິດ ຂ້ອຍໄດ້ດືມນຳເຂົາເຈົ້າຈົນຄົນຈີນເມົາຮາກໃສ່ໂຮງແຮມໝາກຫຼູໆ
ຂ້ອຍກໍ່ຍັງດືມໄດ້ຕໍ່ ແຕ່ພໍເຂົາເຈົ້າກັບໝົດຂ້ອຍກໍ່ກັບ ເລື່ອງທີ່ບໍ່ຄາດຄິດກໍ່ເກິດຂື້ນ ຂ້ອຍໄດ້ຮາກໃສ່ລົດທີ່ແສນງາມຂອງເຂົາເຈົ້າທີ່ມາສົ່ງຂ້ອຍ
ຕອນທຳອິດເຂົາຈະບອກຂ້ອຍແລ້ວວ່າເຂົາຂີ້ຕົວະແຕ່ຄ່າບ່ອນວ່າຄົນທີ່ຕົວະໄດ້ພາສາພັດບໍ່ຢູ່ຂ້ອຍເລີຍຕ້ອງເມົາ
ພໍຕົກຕອນເຊົ້າເຂົາເຈົ້າຍັງມາຂໍໂທດທີ່ຕົວະແລະສະແດງຄວາມນັບຖືທີ່ສາມາດລົ້ມເຂົາເຈົ້າໄດ້ໝົດທຸກຄົນ
ແຕ່ຂ້ອຍກາຊິເອົາໂຕບໍ່ລອດ ໄປບິນບໍ່ໄດ້ຕັ້ງມື້ໜື່ງ
ຂໍໄປກິນອີກກ່ອນ, ບ່າຍ...