ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ພ.ພ.. 26, 2009 | ມີ 18 ຄຳເຫັນ ແລະ 0 trackback(s)

ສະບາຍດີທຸກຄົນ ມື້ນີ້ຂ້ອຍຊິມາເລົ່າເລື່ອງບິນຂ້ອຍໃຫ້ຟັງຄືວ່າ:

ມື້ນີ້ຂ້ອຍໄປບິນຝຶກຫັດກັບອາຈານຕອນກັບສະໝາມບິນຂ້ອຍບິນໃນຄວາມສູງ 1800m ມື້ນີ້ອາກາດບໍ່ຄ່ອຍດີ

ໃນລະຫວ່າງທາງກັບຂ້ອຍພົບເຝື້ອສະໜິດໜື່ງທີ່ອັນຕະລາຍທີ່ສຸດໃນວົງການບິນ ເຝື້ອສະໜິດນີ້ຮ້ອງສັ້ນວ່າ CB

ພໍແຕ່ແນມເຫັນອາຈານກໍ່ບອກຂ້ອຍລ້ຽວຫຼີກມັນຢ່າງໄວວາໂດຍບໍ່ສົນວ່າຍົນຊິງ່ຽງຊໍ່າໃດ, ທັງລ້ຽວທັງຕິດຕໍ່ຫໍຄອຍ

ບອກເຂົາເຈົ້າວ່າຂ້ອຍກຳລັງລ້ຽວຂວາ ແລະເຂົາເຈົ້າກໍ່ແນະນຳທາງໃຫ້ຂ້ອຍ, ເຝື້ອ CB ນີ້ແມ່ນເຝື້ອທີ່ກໍ່ໃຫ້ເກິດກະແສໄຟຟ້າ

ເຮັດໃຫ້ຟ້າເຫຼືອມຟ້າແມບ, ກ້ອນໃຫຍ່ແລະສູງ ຖ້າມີຍົນລຳໃດບິນເຂົ້າໄປສ່ວນຫຼາຍບໍ່ລ້ອດຈັກລຳ. 

ຂ້ອຍບິນມາຄາວໜື່ງກໍ່ພົບກັບຝົນຕົກໜັກ ແລະຫໍຄອຍກໍ່ບອກຂ້ອຍຫຼຸດຄວາມສູງລົງມາ 1000m ແລ້ວບໍ່ພໍທໍ່ໃດຂ້ອຍກໍ່ພົ້ນເຂດຝົນຕົກ

ໃນຕອນພົບເຝື້ອຂ້ອຍບໍ່ຮູ້ສຶກຢ້ານເລີຍ, ທັງໆທີ່ຍົນຂ້ອຍຊັ່ນຄືລົດຕົກຂູມນີ້ລະ, ອາຈານບອກຂ້ອຍວ່າຖ້າເຫັນແບບນີ້ເຈົ້າຫຼີກໃຫ້ໄກເດິ ຢ່າບິນເຂົ້າໄປເດັດຂາດ!

ຂໍອບໃຈ.

alt

Delicious Digg Fark Twitter