
ຂຽນເມື່ອ: ພ.ພ.. 21, 2010
| ມີ
13 ຄຳເຫັນ
ແລະ
0 trackback(s)
ເພື່ອນທັງຫຼາຍທີ່ກຳລັງແອບມັກໃຜຢູ່ ກະຂໍໃຫ້ອ່ານ ລອງເບິ່ງເດີ ເພື່ອ ມິດຕະພາບ ແລະຊົງຜົມ ອັກໆໆໆໆ
1. ກ່ອນທີ່ເຈົ້າຈະແອບຮັກໃຜຄົນໜື່ງ ເຈົ້າຕ້ອງທຳໃຈໄວ້ ເພາະວ່າການໄປແອບຮັກຄົນອື່ນ ສ່ວນຫຼາຍມັກ ຈະບໍສົມຫວັງ ສະນັ້ນ ຢ່າຫວັງຫຼາຍເກີນໄປ
2. ຫ້າມສະແດງໂຕເປັນເຈົ້າຂອງ ເຊັ່ນວ່າເວລາຢູ່ນຳໝູ່ກະບໍໃຫ້ເວົ້າວ່າ ຄົນນີ້ແມ່ນ ແຟນເຮົາເດີ
3. ຫ້າມເຮັດໃຫ້ຕົວເອງເປັນຕາໜ້າເບື່ອ ເຊັ່ນວ່າເວລາທີ່ພົບຄົນທີ່ເຈົ້າແອບມັກ ແລ້ວເວົ້າແຕ່ເລື່ອງຂອງຕົວເອງ ແບບນີ້ເປັນຕົ້ນ
4. ຫ້າມສະຫຼາດເກີນໄປ ຕ້ອງເຮັດຕິໂງ່ແດ່ ເຊັ່ນວ່າເວລາຮຽນ ເລກບໍເຈົ້າລອງຖາມເຂົາເບິງວ່າ ອັນນີ້ເຮັດແນວໃດ ທັ່ງໆທີ່ເຮົາ ກະເກັງຢູ່ ແລ້ວ ອິອິອິ
5.ຫ້າມເຮັດໜ້າຕາທີ່ເຮັດໃຫ້ເຂົາຮູ້ວ່າເຈົ້າແອບມັກ ເພາະຖ້າເຂົາຮູ້ເຂົາຈະປ່ຽນໃຈທັນທີ
6. ຫ້າມເວົ້າເລື່ອງຜູ້ຊາຍຄົນອື່ນສູ່ເຂົາຟັງເພາະເຂົາຈະຄິດວ່າເຈົ້າມັກຄົນນັ້ນແທ້
7. ຫ້າມນັ່ງໃກ້ເຂົາຈົນເກີນໄປ ເພາະຖ້ານັ່ງໄກ້ ນັ້ນອາດຈະຕື່ນເຕັ້ນ ຈົນເຂົາສັງເກດໄດ້ ມັນອາດຈເຮັດໃຫ້ເຂົາຮູ້ໄດ້ວ່າເຮົາມັກ ນະ
8. ເວລາໄປທ່ຽວນຳໝູ່ ຫຼືວ່າໄປຮ້ອງ ຄລາໂອເກ ຫ້າມຮ້ອງເພງກ່ຽວກັບຄວາມແອບຮັກ ເພາະເຂົາອາດຊິສົໃສ ວ່າເຈົ້າມັກເຂົາ
9.ເວລາທີ່ເຂົາບອກວ່າ ເຈົ້າເປັນເພື່ອນທີ່ດີທີ່ ສຸດຂອງເຂົາ ພະຍາຍາມຍາເຮັດໜ້າແບບບໍພໍໃຈ ຫຼື ພໍໃຈ
10. ເຈົ້າຕ້ອງສະແດງຄວາມເປັນເພື່ອນທີ່ດີ ຖ້າເຂົາຕ້ອງການຄວາມຄວາມຊ່ວຍເຫຼືອຈາກເຈົ້າ ແລ້ວເຮົາສາມາດຊ່ວຍໄດ້ ກະບອກໄປວ່າໄດ້ຢູ່ແລ້ວ ເຂົາເຮັດໃຫ້ເພິນ ນິ ເພາະເພິນເປັນ ເພື່ອນທີ່ດີຂອງເຮົາເດີ