ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ສ.ຫ.. 24, 2010 | ມີ 14 ຄຳເຫັນ ແລະ 0 trackback(s)

ສັງຄົມເຮົາທຸກມື້ນິ ມີຮ້ອຍແປດພັນປະການນໍ

ມື້ນິຂ້າພະເຈົ້າຢາກກິນເຂົ້າປຽກໄດ້ຍິນໝູ່ບອກວ່າມັນແຊບຫຼາຍນະ ຮ້ານນິ ກະເລີຍຂໍໂຕໄປນຳຂະເຈົ້າ ວ່າຊ້ານສະ

ໃນຂະນະທີ່ກິນຢູ່ນັ້ນກະມີຊາຍຄົນໜື່ງ ອາຍຸປະມານ50ປີນິລະ ເປັນຄົນຈ່ອຍສຸງ ຍ່າງເຂົ້າມາໃນຮ້ານ

ແລະກະເລາະຂໍເງິນນຳໂຕະນັນ ໂຕະນິ ໂດຍເວົ້າວ່າ " ຂໍເງິນແນ່ທ້ອນ ລູກເອີຍ ພໍ່ບໍໄດ້ກິນເຂົ້າມາສອງມື້ແລ້ວ ຫີວເຂົ້າກະບໍມີເງິນຊື້ກິນ

ລູກສາວຢູ່ບ້ານກະເຂົາໂຮງໝໍຢູ່ຕ່ອນນິ ຢາກໄປເບິງລູກກະເງິນຄ່າລົດບໍພໍຊ້ຳ ຊ່ອຍພໍ່ແນ່ລູກເອີຍ ໃຫ້ຈັກ5ຈັກ10ກະພໍດອກ ເງິນຄ່າລົດບໍພໍນະ ........"

ສອງໂຕະຢູ່ໜ້າຮ້ານເອົາໃຫ້ກ່ອນແລ້ວ ໄດ້ປະມານ 20-30 ພັນກີບນິລະ

ພໍຍ່າງມາຮອດໂຕະທີ່ຂ້າພະເຈົ້ານັ່ງຢູ່ ຂ້າພະເຈົ້າສັງເກດເບິ່ງວ່າເຖົ້ານິຄືຄຸ້ນໜ້າແທະ ແຕ່ກະຍັງຄິດບໍອອກວ່າເຄີຍເຫັນຢຸ່ໃສ່

ກະເລີຍສົ່ງສັນຍານໃຫ້ໝູ່ວ່າ ບໍຟ້າວໃຫ້ເດິ

ຂ້າພະເຈົ້າກະເລີຍເວົ້ານຳຊາຍຜູ້ນັນວ່າ : ພໍ່ພວກລູກຈະຊ່ອຍພໍ່ທັງໝົດອັນທີ່ພໍ່ວ່າມານິເດິ ແຕ່ພໍ່ຕ້ອງຕອບຄຳຖາມລູກກ່ອນໄດ້ບໍ່?

ຊາຍຄົນນັ້ນກະວ່າ ໄດ້ເລີຍ ຊິເປັນຫຍັງ

ໝູ່ຂ້າພະເຈົ້າຕັ້ງຄຳຖາມມາເປັນຊຸດໆ ແຕ່ຄຳຕອບນະ ບໍແມ່ນຄວາມຈິງ ເພາະວ່າ ລາວຈະຕອບກະຕຸກກະຕັກ ແລະກະສັບສົນ

ດົນເຕີບຂ້າພະເຈົ້າຈັງ ຄິດພໍ້

ຊາຍຜູ້ນິແມ່ນຄົນທີໄປຫາເລາະຂໍເງິນຢູ່ຄີວລົດຫັ້ນລະກະໃຊ້ຄຳເວົ້າແບບນິໄປຕົວະຄົນອື່ນ

ຕ່ອນທີ່ຂ້າພະເຈົ້າກັບບ້ານ ສອງເດືອນກ່ອນໜ້ານິລະເຫັນຢູ່ຄີວລົດ ບໍຊ້ານລະຫຼົງກົນແທ້ໆ ລະ

ຈັ່ງໃດກະລະວັງແດ່ເດິ ເພື່ອນໆ ຢ່າຫຼົງກົນຄົນຫຼອກລວງເຮົາ

ການຊ່ອຍຄົນອື່ນນັນກະຕ້ອງເບິງວ່າມັນແມ່ນແທ້ເບາະ ຄັນເອົາໃຫ້ໂດຍບໍມີເຫດຜົນຫຍັງເພາະຄວາມເຊື່ອ ມັນກະເປັນການສົ່ງເສີມໃຫ້ຂະເຈົ້າເຮັດຕໍ່ໄປອີກ

.................................. ເວົ້າຍາວໂພດລະ ມື້ໜ້າຊິມາເລົ່າຕໍ່



 

ຂຽນເມື່ອ ຂຽນເມື່ອ: ກ.ລ.. 13, 2010 | ມີ 12 ຄຳເຫັນ ແລະ 0 trackback(s)

ຢູ່ຫວ່າງໆລະກະມານັ່ງເຝົ້າໜ້າຄອມ ບໍຮູ້ວ່າຈະເຮັດຫຍັງ ເລີຍ ກະເລີຍຂຽນປະສົບການອັນໜື່ງຕອນເດີນທາງກັບມາແຕ່ບ້ານ ສະ

ຂື້ນລົດເມຢູ່ຄີວລົດ ລະກະມາ ຕ່ອນທຳອິດ ກະບໍມີບັນຫາຫຍັງດອກ

ແຕ່ວ່າເດີນທາງມາກ່າຍທ່າແຂກມາໄກເຕີບ ມີຄົນຫວຽດ4-5ຄົນນັ່ງຢູ່ທາງໜ້າ ຈົມວ່າເໝັ່ນຫຍັງຫວະ

ແລະກະເວົ້າກັນສຽງດັງໆ ຄັນຮອດທາງໂຄ້ງ ລະໄດ້ຍິນສຽງຂະເຈົ້າໂລດ ອັນນິກະບໍຮູ້ຫຍັງວ່າເກີດຫຍັງຂື້ນຕ່ອນທຳອິດ

ບາດຮອດປາກກະດິງຈອດລົດລົງກິນເຂົ້າ ຂພຈນິ ເປັນຄົນມັກສົງໃສ ກະເລີຍ ໄປຖາມເຈົ້າຂອງລົດ ວ່າ ອ້າຍເອົາຫຍັງຂື້ນລົດ ບໍ ເຫັນແຕ່ພວກຫວຽດຈົມວ່າເໝັນ

ເພິນກະເລີຍເວົ້າວ່າ ບໍໄດ້ເອົາຫຍັງ ອ້າຍກິນຕົ້ມໝາກກໍ ລະຫຍື່ງທ້ອງນະ ອ້າຍກະເລີຍຕົດ ວ່າຊັ້ນເດະ ແຖມຍັງຢືນຢັນດ້ວຍການຕົດໃສ່ ເຮົາ ສຽງດັງ ປາດ ບາດໜື່ງອີກ

ຈັ່ງແມ່ນຊາດ ຍັງວ່າ

ຂພຈ ນິ ກະເລີຍ ວ່າ ອ້າຍອົດຕົດໄດ້ເສີຍ ຄືບໍກິນ ຢາແອນຕາຊິນໃສ່ ເພິນກະວ່າ ຫາກະກິນ ກິນິ

ໄຄແນ່ ຍັງວ່າ ແລະການເດີນທາງກະເລີ່ມຕົ້ນອີກ ຂພຈ ສັງເກດເຫັນວ່າ ຮອດທາງໂຄ້ງເພິນຈະບີບແກ່ ເປັກໆໆ ແລະຄົນຫວຽດ ນັ້ນກະ ວ່າອີກ

ສຸດທ້າຍ ຂະເຈົ້າ ກະເລີຍ ເວົ້າວ່າ ເຊົາໆໆ ເດິ ເຈົ້າບໍຕ້ອງບິບແກ່ລົດ ເດີ ແກ່ລົດເຈົ້ານະ ມັນເພແລ້ວ ບີບບາດໃດ ລະເໝັນ ບາດນັ້ນ

ເອົາແກ່ລົດເຈົ້າໄປແປງກ່ອນ ຫ້າມ ບີບເດີ!

ຂພຈ ໄດ້ ແຕ່ນັງຫົວທາງຫຼັງພຸ້ນ ບໍຮູ້ວ່າຈະເຮັດແນວໃດ ເມົາລົດແນ່ກະປານນັ້ນ

ກະເລີຍ ນອນ ສະ ແລະ ບໍຮູ້ ວ່າເລື່ອງລາວມັນເປັນແນວໃດ ຈົນວ່າ ຮອດ ຄີວລົດ ສາຍໃຕ້ ຈັງ ຕື່ນ

 

ຈົບ ແລ້ວ ເດີ ອິອິອິ ອ່ານ ລະກະ ໃຫ້ ຄອມເມັ້ນ ແດ່

ຂອບໃຈ