ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ພ.ພ.. 27, 2012 | ມີ 5 ຄຳເຫັນ ແລະ 0 trackback(s)

 ວົງການການແພດ ກວດພົບໂຣກ 5 ຊະນິດທີ່ມັກເກີດຂຶ້ນກັບຄົນຊາລາຊຶ່ງປະກອບ ດ້ວຍ:

1.ໂຣກຄວາມດັນເລືອດສູງ 
ໂຣກຄວາມດັນເລືອດສູງ ເປັນໂຣກຊະນິດໜຶ່ງທີ່ຂ້າຊີວິດຄົນຊາລາຈຳນວນບໍ່ນ້ອຍໃນ ແຕ່ລະປີ. ໂຣກຄວາມດັນເລືອສູງ ສາມາດສັງເກດໄດ້ 3.ໄລຍະຄື: 
-
ໄລຍະທີຶໜຶ່ງ: ສ່ວນໃຫຍ່, ຜູ້ປ່ວຍ ຈະບໍ່ປະກົດອາການຜິດປົກກະຕິທາງຮ່າງກາຍ. 
-
ໄລຍະທີສອງ: ຜູ້ປ່ວຍ ອາດຈະບໍ່ຮູ້ຕົນເອງວ່າ ມີຄວາມດັນເລືອດສູງ. ອາການຜິດປົກກະຕິ ເປັນໆ, ຫາຍໆເຊັ່ນ ຫົວໃຈເຕັ້ນແຮງ, ອາການຕື່ນເຕັ້ນ, ນອນ ບໍ່ຫຼັບ, ມືສັ່ນ, ປວດຫົວ. ຖ້າຜູ້ປ່ວຍ ໄດ້ຮັບການຮັກສາໃນໄລຍະນີ້ ອາການຜິດປົກກະຕິດັ່ງກ່າວ ອາດຫາຍໄດ້ ຫຼື ອາການຂອງໂຣກ ອາດຈະບໍ່ຮຸນແຮງຂຶ້ນ. ຖ້າຄົນຊາລາ ຫຼື ຜູ້ເບິ່ງແຍງຄົນຊາລາ ພົບວ່າ ມີອາການຜິດປົກກະຕິທີ່ ເຂົ້າຂ່າຍຄວາມດັນເລືອດສູງ ຈະຕ້ອງໄປປຶກສາແພດ ເພື່ອກວດສຸຂະພາບ. 
-
ໄລຍະທີສາມ: ເປັນໄລຍະທີ່ຮຸນແຮງ. ຜູ້ປ່ວຍ ຈະຮູ້ສຶກປວດງ່ອນຊຶ່ງຜູ້ປ່ວຍ ຈະຮູ້ສຶກປວດ ຫຼາຍໃນເວລາຕື່ນນອນຕອນເຊົ້າ. ຜູ້ປ່ວຍ ອາດຈະມີອາການວິນ ຫົວ, ຕາມົວ ຫລື ອາການອ່ອນ ເພຍ ແລະ ໃຈສັ່ນ.

2. ໂຣກເບົາຫວານ: 
ໂຣກເບົາຫວານ ເປັນໂຣກທີ່ມັກພົບຫຼາຍໃນຄົນຊາລາ. ໂຣກນີ້ ມີສາເຫດມາຈາກພາວະ ນຳ້ຕານສູງໃນນຳ້ຍ່ຽວ. ຜູ້ປ່ວຍທີ່ເປັນໂຣກນີ້ ອາດຈະເກີດ ໂຣກແຊກ ຊ້ອນ ເຊັ່ນ: ຍ່ຽວເລື່ອຍໆ ແລະ ຍ່ຽວໃນປະລິມານຫຼາຍ. ສ່ວນໃຫຍ່, ຜູ້ປ່ວຍທີ່ໂຣກນີ້ ມີອາການຄໍແຫ້ງ, ພວນນ້ຳ, ດື່ມນ້ຳ ຫຼາຍ, ຫິວເລື້ອຍໆ, ຮັບປະທານອາຫານ ຫຼາຍ, ແຕ່ນ້ຳໜັກກັບຫຼຸດລົງ ແລະ ມີອາການອ່ອນເພຍ. ນອກຈາກນີ້, ຜູ້ປ່ອຍທີ່ເປັນໂຣກນີ້ ຖ້າມີແຜຕາມຮ່າງກາຍ ຈະດີຍາກ, ມີອາການຕິດເຊື້ອຕາມ ຜິວໜັງ, ຄັນຕາມຜິວໜັງ, ມີອາການຊາຕາມປາຍມື ແລະ ປາຍຕີນ.

3. ໂຣກຫົວໃຈ 
ອາການເບື້ອງຕົ້ນທີ່ຄວນສັງເກດ ຄື ອາການເຈັບໜ້າອົກ. ບາງຄົນ ມີອາການແໜ້ນອຶດ ອັດຕາມບໍລິເວນໜ້າອົກ, ຮູ້ສຶກອ່ອນເພຍຈະເປັນລົມ. ອາການເຈັບ ຈະທະວີຄວາມຮຸນແຮງຂຶ້ນ ເຖິງຂີດສູງສຸດແລ້ວ ຈະຄ່ອຍໆຫາຍໄປເອງໃນໄລຍະເວລາ 15 ນາທີ. ຖ້າຜູ້ປ່ວຍທີ່ກ້າມເນື້ອຫົວ ໃຈຕາຍທີ່ມີພາວະແຊກຊ້ອນ ກໍອາດມີອາການຮຸນແຮງຂຶ້ນ ແລະ ເຈັບໜ້າອົກຫຼາຍຂຶ້ນປະມານ ເຄິ່ງຊົ່ວໂມງ. ສ່ວນຜູ້ປ່ວຍທີ່ບໍ່ມີພາວະແຊກຊ້ອນ ກໍອາດມີອາການ ເຊັ່ນ ຫົວໃຈເຕັ້ນໄວ ຫຼື ຊ້າ ຜິດຈັງຫວະ. ເມື່ອຜູ້ປ່ວຍ ເຈັບໜ້າອົກ ອາດເກີດອາການຫົວໃຈວາຍ ຫຼື ເກີດອາການຫົວໃຈ ຊ໋ອກ.

4. ໂຣກອຳມະພາດແລະອຳມະພຶກ 
ໂຣກຊະນິດນີ້, ຜູ້ອາຍຸສູງ ເປັນກຸ່ມທີ່ມີຄວາມສ່ຽງສູງ ຈະເປັນໂຣກຊະນິດນີ້ ແລະ ໂດຍ ສະເພາະຜູ້ອາຍຸສູງຄົນໃດ ເປັນໂຣກເບົາຫວານ, ໂຣກຫົວໃຈ ເຕັ້ນຜິດ ປົກກະຕິ, ໂຣກຄວາມ ດັນເລືອດສູງ, ໂຣກໄຂມັນໃນເລືອດສູງ, ໂຣກອ້ວນ, ໂຣກຄຽດ, ສູບຢາ ຫຼື ດື່ມເຫຼົ້າໃນປະລິມານ ຫຼາຍເປັນປະຈຳ ແມ່ນມັກເປັນໂຣກ ຊະນິດນີ້. ບຸກຄົນໃດທີ່ຂາດການອອກກຳລັງກາຍ ກໍຍິ່ງມີ ຄວາມສ່ຽງຕໍ່ໂຣກນີ້. ອາການຂອງໂຣກນີ້ ຄືເວົ້າບໍ່ຊັດເຈນ, ແຂນ, ຂາ, ອ່ອນແຮງ-ຊາ ຫຼື ເຄື່ອນ ເໜັງບໍ່ໄດ້ທັນທີທັນໃດ, ຕາຂ້າງໃດຂ້າງໜຶ່ງມົວ ຫຼື ເບິ່ງເຫັນພາບຊ້ອນ, ປວດຫົວຮຸນແຮງ, ວິນຫົວ, ເສຍການຊົງຕົວ ຫຼື ໝົດສະຕິ.

5. ໂຣກຫຼອດເລືອດໃນສະໝອງຕີບ 
ອາການຂອງໂຣກ ຄື ຖ້າຜູ້ປ່ວຍ ມີອາການບໍ່ທັນຮຸນແຮງ, ຜູ້ປ່ວຍ ອາດມີອາການເວົ້າ ບໍ່ແຈ້ງ, ປາກເຕື່ອຍ, ​ ແຂນ - ຂາ ໝົດແຮງ ແຕ່ພໍແຕ່ຍ່າງໄດ້. ຖ້າຜູ້ປ່ວຍ ຄົນໃດ ມີອາການຮຸນແຮງ ກໍອາດຈະມີອາການບໍ່ຮູ້ສຶກຕົວ.

 

 

ຂຽນເມື່ອ ຂຽນເມື່ອ: ພ.ພ.. 10, 2012 | ມີ 5 ຄຳເຫັນ ແລະ 0 trackback(s)

 1, ສ້າງນິໃສ ລົງມືເຮັດທັນທີ ທີ່ຄິດແລະສ້າງແຜນການໄວ້ນັ້ນ

 2, ສ້າງນິໃສ ຮຽນລ່ວງໜ້າ ບໍ່ແມ່ນແຕ່ ຮຽນຕາມຫຼັງຄົນອື່ນ

 3, ສ້າງນິໃສມຸ້ງໝັ້ນວ່າ ຖ້າເຮັດຫຍັງບໍ່ແລ້ວຈະບໍ່ໃສ່ໃຈອັນອື່ນ
 
 4, ຈັດລຳດັບຂອງເລື່ອງກ່ອນຈະເຮັດກ່ອນລົງມື
 
 5, ຫັດຄິດແອບຄິດເທື່ອລະເລື່ອງ ໂດຍໃຫ້ເຈາະເລິກໃນເລື່ອງນັ້ນໆຢ່າຜິວເຜີນ
 
 6, ສ້າງສີ່ງແວດລ້ອມທີ່ເມາະສົມແກ່ການມີສະມາທິ
 
 7, ຮູ້ຈັກພັກເປັນຊ່ວງໆເປັນເວລາ
 
 8, ສ້າງຄວາມເຕັມໃຈ ແລະ ຈິງໃຈທີ່ຈະເຮັດສີ່ງນັ້ນໆ
 
 9, ພະຍາຍາມຄິດໃນເລື່ອງສ້າງສັນ (ສ້າງສັນໃນເລື່ອງນີ້ບໍຂໍຊີ້ແຈງສະແດງວ່າໃຫ້ທ່ານຜູ້ອ່ານຄິດເອງ ບໍ່ໃຫ້ຄິດວ່າສ້າງສັນໃນການກີນດືມສຸລານາລີກະພໍແລ້ວ ອິອິອິອິ)
 
10, ເລິກນິໃສຫຼາຍເລື່ອງໃນການເຮັດໃນການທີ່ຕົນຕ້ອງກະທຳຫຍັງຈັກຢ່າງ
 
  ມາຕອບມິດສະຫາຍສາຍພັນລາວແລ້ວເດີ ສາຍເຫດທີ່ບ່ມີສະມາທິ ແລະ ວີທີການມີສະມາທິ 
ຂຽນເມື່ອ ຂຽນເມື່ອ: ພ.ພ.. 10, 2012 | ມີ 3 ຄຳເຫັນ ແລະ 0 trackback(s)

 1,ຂາດຄວາມສົນໃຈໃນສີ່ງທີ່ເຮົາເຮັດກັບສິ່ງທີ່ເຮົາທຳ

 2,ສົນໃຈໃນສີ່ງທີ່ເຮົາເຮັດກັບສີ່ງທີ່ເຮົາທຳຈົນເກີນໄປ
 3,ສົນໃຈໃນຫຼາຍເລື່ອງໃນເວລາດຽວກັນ
 4,ຄວາມເປັນຄົນຫົວດີ ປັນຍາດີ ມັກຄິດໄປທາງທີ່ອື່ນໄວ
 5,ຈິດຄອບງຳດ້ວຍ(ນິວອນ) 
 ແລະ ຈະເຮັດແນວໃດຈະມີສະມາທິມື້ໜ້າຈະມາຕອບເດີ ຈົ່ງຕິດຕາມຕໍ່ໄປເດີແຟນພັນລາວ
ຂຽນເມື່ອ ຂຽນເມື່ອ: ພ.ພ.. 8, 2012 | ມີ 5 ຄຳເຫັນ ແລະ 0 trackback(s)

ຄຽດໆ ຄຽດ

ຄຽດ ໆ ຄຽດ ຊີວິດປະຈຳວັນຂອງຄົນເຮົາເຮັດວຽກຫຼາຍເຮັດໃຫ້ດັດສະນີຂອງຄວາມຄຽດຂອງຄົນທົ່ວປະເທດຫຼືທົ່ວໂລກພຸ້ງສູງຂື້ນ ຄວາມຄຽດເຮັດໃຫ້ສຸຂະພາບຂອງມະນຸດຄົນເຮົາອ່ອນແອລົງ ເຮັດໃຫ້ປົ່ວບງ່າຍເຈັບເປັນໄດ້ໄວຂື້ນ! ທີ່ສຳຄັນສຳຫຼັບສາວໆ   ຄຽດຫຼາຍໆ ເຮັດໃຫ້ຫນ້າແກ່ກ່ອນໄວໄດ້ ( ຄິດວ່າຜູ້ຊາຍກະຄືກັນ)! ເມື່ອເຮົາຮູ້ສຶກວ່າຄຽດຫຼາຍຮ່າງກາຍເຮົາກະຈະຫຼັ່ງຮໍໂມນ Adrenaline  ຈາກຕ່ອມຫມວກໄຕ ຖ້າຄຽດຫຼາຍກໍ່ລັ່ງ Adrenaline ຫຼາຍຂື້ນຮໍໂມນຄວາມຄຽດກໍ່ຈະໄປຍັບຍັ້ງການເຮັດວຽກຂອງອະໄວຍະວະສຳຄັນທັງໝົດເຊັ່ນ ຫົວໃຈ, ໄຕ, ຕັບ and ປອດ ເຮັດໃຫ້ອະໄວຍະວະສຳຄັນຂອງເຮົາເສື່ອມລົງຍ່າງໄວວາ! ສຸດທ້າຍກໍ່ພລ້ອມໃຈຍຸດເຮັດວຽກເພາະຮໍໂມນຄວາມຄຽດໄປເຮັດໃຫ້ພູມຕ້ານທານຂອງຮ່າງກາຍເຮົາຕ່ຳລົງ and  ຕ່ຳລົງ ຮ້ອງວ່າໂລກຄຽດ! ຍາກເຕືອນມາຍັງຍິງໜຸ່ມຊາຍໂສດທັງຫຼາຍ ທີ່ມີຄວາມຮັກໃນໄວໃດໆທຸກໄວທຸດເພດຍ່າໃຫ້ເຫດການນີ້ເກີດແກ່ກັນແລະກັນ ຄົນທຳງານການຄ້າຂາຍນາຍທືນຂື້ນຮອດຄະນະລັດທະບານການບໍລິຫານກະຄືກັນຍ່າໃຫ້ໂລກນີ້ມາບຽດບຽນໄດ້ ໃຫ້ກຳລັງໃຈກັນໄວ້ດີແລ້ວທ່ານເອີຍ!    

ຂຽນເມື່ອ ຂຽນເມື່ອ: ກ.ລ.. 7, 2010 | ມີ 18 ຄຳເຫັນ ແລະ 0 trackback(s)

ຄະຕິຮັກ

# ອາລົມຫຶງເກີດຂື້ນໄດ້ທັງຊາຍແລະຍິງ. ແຕ່ອາລົມຫຶງຂອງຍິງຈະສັບຊ້ອນກວ່າຊາຍ

# ຜູ້ຊາຍ 90% ມັກຍິງງາມໜ້າຮັກ, ແຕ່ຜູ້ຊາຍ 100% ຢາກຢູ່ກັບຜູ້ຍິງທີ່ສະຫຼາດ

# ບໍເຄີຍມີຄູ່ໃດທີ່ບໍຕ້ອງໃຊ້ຄວາມອົດທົນໃນການຮັກ, ພຽງແຕ່ຈະເປັນການອົດທົນໃນຮູບແບບໃດເທົ່ານັ້ນເອງ

# ຄົນມີແຟນຫຼາຍຄົນຄືຄົນທີ່ບໍສັດທາໃນຄວາມຮັກ

# ຢ່າຢ້ານການອົກຫັກ ເພາະບໍເຄີຍມີຜູ້ໃດຕາຍຈາກການອົກຫັກ. ມີແຕ່ຄວາມອອນແອເທົ່ານັ້ນທີ່ເຮັດໃຫ້ຂ້າໂຕຕາຍ

# ຄວາມຮັກມັກເກີດຕ່ອນທີ່ລໍຖ້າ, ແຕ່ເມື່ອປ່ອຍໂຕຕາມສະບາຍ ຄວາມຮັກຈະເຮັດໃຫ້ເຮົາຕື່ນເຕັ້ນ

# ເຖິງວ່າເຮົາຈະໄວ້ໃຈໝູ່ຫຼາຍປານໃດກໍຕາມ ກໍ່ຢ່າໃຫ້ໝູ່ກັບແຟນຂອງເຮົາສະໜິດກັນເກີນໄປ ເພາະເລື່ອງທີ່ບໍຄາດຄິດຈະຕາມມາ

# ຖ້າຮູ້ສຶກອາຍເວລາທີ່ຍ່າງຄຽງຂ້າງແຟນທີ່ບໍງາມຄືແຟນຄົນອື່ນ ນັ້ນກໍ່ໝາຍຄວາມວ່າເຮົາບໍໄດ້ຮັກຮັກເຂົາແທ້

# ຢ່າຈົມໃຫ້ຜູ້ອື່ນຟັງວ່າ ແຟນເຮົາບໍເຄີຍທຳໂຕໃຫ້ດີຂື້ນເລີຍ ເພາະຈະຖືກເວົ້າກັບຄືນມາວ່າ “ແລ້ວຊິຄົບຢູ່ເຮັດຫຍັງລະ”

# ຖ້າຮູ້ໂຕວ່າເປັນຄົນຂີ້ຫຶງຂັ້ນຮຸນແຮງ ຢ່າໄດ້ເລືອກຄົບຄົນທີ່ໜ້າຕາດີ ແລະມະນຸດສຳພັນດີເດັດຂາດ

# ການທີ່ຊາຍເບິງຍິງງາມຈົນຕາຄ້າງບໍໄດ້ໝາຍຄວາມວ່າເຂົາຕ້ອງການແຟນທີ່ເປັນແບບນັ້ນ

# ຊາຍທີ່ໄວ້ໃຈໄດ້ວ່າບໍນອກໃຈແຟນຄົງຫາຍາກ

# ພະຍາຍາມສ້າງໂຕໃຫ້ດີ ແລະມີຄຸນຄ່າຫຼາຍກວ່າຄົນທີ່ຍາດແຟນເຮົາໄປ ແລ້ວມື້ໜຶ່ງແຟນເຮົາຈະກັບມາເອງ

# ຢ່າຄົບຄົນທີ່ເອົາເລື່ອງແຟນເກົາມາເວົ້າ ເພາະເຮົາຈະເປັນຄົນຕໍ່ໄປ

# ຊາຍທີ່ຮັກສັດ, ຮັກສຽງເພງ, ຮັກຄອບຄົວໜ້າຄົບກ່ອນຊາຍທີ່ຮັກແຕ່ຕົວເອງ

# ໂລກນີ້ມີຊາຍໜ້ອຍກວ່າຍິງ ຊາຍດີໆກະມີໜ້ອຍກວ່າ ແລະຊາຍໂສດກໍ່ມີໜ້ອຍກ່ວາຊາຍທີ່ມີເຈົ້າຂອງແລ້ວ

# ຄູ່ຮັກທີ່ກອດຈູບກັນຕໍ່ໜ້າຊຸ່ມຊົນ ມີແຕ່ຝ່າຍຍິງເທົ່ານັ້ນທີ່ຈະຖືກປະນາມ

# ເພດສຳພັນບໍແມ່ນແນວຜູກມັດໃຫ້ຄູ່ຮັກຢູ່ດ້ວຍກັນຕະຫຼອດໄປ. ມີແຕ່ຄວາມຜູກພັນທີຈະຖວ່ງດຶງກັນໄວ້

# ຜູ້ຊາຍມັກຕິຮູບຮ່າງແຟນຕົວເອງ ຫຼືຄົນນັ້ນຄົນນີ້ ແຕ່ລືມເບິງຮູບຮ່າງຕົນເອງວ່າຂີ້ຮ້າຍຊ່ຳໃດ

 

 

ພິມບໍມົດຊຳ້ມັນຫຼາຍໂພດ

ອ່ານຕື່ມຢູ່ປື້ມອັບເດດເດີ 

ຂຽນເມື່ອ ຂຽນເມື່ອ: ມິ.ຖ.. 15, 2010 | ມີ 13 ຄຳເຫັນ ແລະ 0 trackback(s)

ຄວາມຮັກທີ່ບໍລິສຸດທີ່ກັນກ່ອງອອກມາຈາກຈິດໃຈຢ່າງແທ້ຈິງ, ໂດຍປາສະຈາກ ສິງທີ່ເປື້ອນເປິດ້ວຍກິເລດຕັນຫາ ຍອມກໍ່ໃຫ້ເກີດມີຄວາມສຸກ

ທັງຜູ້ຮັກແລະຜູ້ຖືກຮັກກໍ່ໃຫ້ເກີດມີກຳລັງໃຈ ຄວາມສຸກແລະຄວາມອົບອຸ່ນ ທັງຮ່າງກ່າຍ ແລະ ຈິດໃຈ ຍາກທີ່ຈະຫາສິງໃດໃນໂລກນີ້ມາປຽບທຽບໄດ້

ບ່ອນໃດມີຮັກແທ້ ບ່ອນນນັ້ນມີຄວາມສຸກ ເພາະໃນຄວາມຮັກມີຄວາມເຂົ້າໃຈ ຊ່ວຍໃຫ້ກ້າວໜ້າ ແລະຜ່ານຜ່າຄວາມທຸກແລະອຸປະສັກໄດ້

ບ່ອນໃດມີຮັກ ແທ້ບ່ອນນັ້ນມີແຕ່ການໃຫ້ໂດຍບໍຫວັງຜົນຕອບແທນໃດໆ

ບ່ອນໃດມີຮັກແທ້ ບ່ອນນັ້ນ ມີຄວາມອົດທົນຄອງຄອຍ ຈົນວ່າຈະເຖິງເວລາອັນເໝາະສົມ

ບ່ອນໃດມີຮັກແທ້ບ່ອນນັ້ນມີຄວາມເຂັ້ມແຂງ ປາສະຈາກຄວາມຢ້ານກົວ

ບ່ອນໃດມີຮັກແທ້ ບ່ອນນັ້ນບໍສາມາດແລກປ່ຽນຄວາມຮັກເປັນເງິນຄຳໄດ້ ຫຼື ສິງທີ່ມີຄ່າໃດໆ ໄດ້

ບ່ອນໃດມີຮັກແທ້ ບ່ອນນັ້ນມີຄວາມສຸກ ....................... ມື້ໜ້າຊິຂຽນຕໍ່ ຄິຄິຄິ

ແລະ ເພື່ອນ ໆໆເດ ຕ່ອນ ນີ້ ມີຮັກແທ້ ໃຫ້ ແກ່ ກັນ ແລະກັນ ລະ ບໍ?

ຂຽນເມື່ອ ຂຽນເມື່ອ: ມິ.ຖ.. 7, 2010 | ມີ 26 ຄຳເຫັນ ແລະ 0 trackback(s)

555555 !!! ຄິດຈະມີຊູ້ມີແຟນນັ້ນນາ ມີຂໍ້ ແນະນຳວ່າຜູ້ຊາຍທີ່ເປັນຄືດັງລຸ່ມນີ້ແມ່ນບໍຄວນເລືອກ

1. ເຂົາຄິດວ່າວຽກເຮືອນແມ່ນເລື່ອງຂອງຜູ້ຍິງ ແລະບໍຄິດຈະຊ່ວຍເລີຍ

2. ເຂົາມີໜີ້ຖ້ວມຫົວ ຕິດການພະນັນ ແລະອື່ນໆ

3. ເຂົາຢູ່ໃນໄວເຮັດວຽກແຕ່ຍັງນັ່ງຫຼີ້ນເກມ ເປັນກິດຈະວັດປະຈຳວັນ ແລະໃນມື້ພັກກໍບໍເຮັດກິດຈະກຳຫຍັງນອກຈາກນອນ

4. ເຂົາມີອາຍຸຫຼາຍກວ່າເຈົ້າ ແຕ່ລາຍໄດ້ຕຳ່ກວ່າເຈົ້າ, ມີແຟນລຸ້ນພໍ່ ແຕ່ບໍມີເງີນໃຊ້

5. ເຂົາບໍພາເຈົ້າໄປແນະນຳໃຫ້ຄອບຄົວເຂົາຮູ້ ແລະບໍເຄີຍພາໄປເຮືອນເຂົາເລີຍ

6. ເຂົາບໍແນ່ໃຈວ່າໂຕເຂົາເອງຮັກຜູ້ຍິງແທ້ຫຼື ບໍ 555

7. ເຂົາມີຄອບຄົວແລ້ວ ແຕ່ອ້າງວ່າແຍກກັນຢູ່ ແຕ່ບໍທັນໄດ້ຢ່າຮ້າງກັນ

8. ເຂົາເສຍສະຫຼະເວລາເພື່ອເຮົາບໍໄດ້ ເຖິງແມ່ນວ່າເລື່ອງຈະຈຳເປັນປານໃດກໍຕາມ

9. ເຂົາບໍຮູ້ຈັກໃຊ້ຄຳເວົ້າໃນເວລາປັບຄວາມເຂົ້າໃຈກັນ ຫຼືຖ້າມີເລື່ອງກໍ່ມັກຈະມິດຢູ່

10. ເຂົາເປັນສຸພາບບຸລຸດ ໂດຍບໍຈັບມືໃນເວລາຍ່າງຮຽງກັນ ບໍຊ່ວຍຖືຂອງ

11. ເຂົາບໍຄິດທີ່ຈະແຕ່ງງານກັນເຈົ້າ ບໍ່ມີການອົດອອມເງີນເພື່ອຈະແຕ່ງງານ ຫຼືສ້າງຄອບຄົວ ແລະບໍເຄີຍເວົ້າເລື່ອງນີ້

12. ເຂົາຄົບກັບເຈົ້າເພາະເຈົ້າມີຖານະດີ ຫວັງຜົນປະໂຫຍດຈາກເຈົ້າແລະ ຄອບຄົວເຈົ້າ

13. ເຂົາບໍເຄົາລົບພໍ່ແມ່ ຫຼື ວ່າຍາດຕິພີ່ນ້ອງເຈົ້າ

14. ເຂົາເວົ້າຈາບໍສຸພາບກັບຄົນອື່ນ ແຕ່ເວົ້າດີກັບເຈົ້າ

15. ເຂົາມັກບອກໃຫ້ເຈົ້າໄປຫາໝໍເວລາເຈົ້າບໍສະບາຍ ແຕ່ບໍເຄີຍພາເຈົ້າໄປຫາໝໍ

16. ບໍຈຳເປັນຕ້ອງເຮັດດີໃນວັນພິເສດ ເຮັດມື້ໃດກໍ່ເຮັດໄດ້ ແຕ່ຂະໜາດວັນພິເສດເຂົາຍັງບໍເຮັດຫຍັງເລີຍ ສະນັ້ນວັນທຳມະດາກະຢ່າຫວັງເລີຍ

 

ເຄີຍພົບເຈີ ແບບນີ້ບໍ ສາວໆ ທັງຫຼາຍ

 

 

ຂຽນເມື່ອ ຂຽນເມື່ອ: ພ.ພ.. 24, 2010 | ມີ 15 ຄຳເຫັນ ແລະ 0 trackback(s)

ເຄື່ອງມືທີ່ມີຄົມຊະນິດດຽວ ຍ່ິງໃຊ້ຍີ່ງຄົມ ຄື ລີ້ນ

ຍ້ອງຄູ ຍ້ອງຕໍ່ໜ້າ ຍ້ອງຂ້ອຍຂ້າເມື່ອແລ້ວກິດ ຍ້ອງມິດເມື່ອລັບຫຼັງ

ໜ້າດ້ານໃນມື້ນີ້ ເພື່ອເປັນ ນັກເວົ້າທີ່ດີໃນມື້ໜ້າ

ຄວາມຮູ້ສຶກຕົວ ເກີດຈາກການເວົ້າ ສະຕິປັນຍາເກີດຈາກການຟັງ

 

 

ມື້ໜ້າຊິເວົ້າຕໍ່

ຂຽນເມື່ອ ຂຽນເມື່ອ: ມ.ສ.. 26, 2010 | ມີ 7 ຄຳເຫັນ ແລະ 0 trackback(s)

ມີບາງຄົນເວົ້າວ່າ:

ຜູ້ຊາຍມັກຈະໃຊ້ເຫດຜົນທີ່ຈະຮັກ ຫຼື ເຊົາຮັກ

ຜູ້ຍິງສວ່ນໃຫຍ່ ໃຊ້ຄວາມຮູ້ສຶກ ທີ່ ຈະຮັກຫຼືໝົດຮັກ

ຜູ້ຊາຍຈິ່ງລືມໃສໃຈຄວາມຮູ້ສຶກ ຈົນກາຍເປັນເຢັນຊາ ແລະເລີກໃສ່ໃຈຄວາມຮູ້ສຶກ

ຜູ້ຍິງຈິງມັກລືມໃສໃຈເຫດຜົນ ຈົນກາຍເປັນຄົນເຈົ້າອາລົມ

ຜູ້ຊາຍຄວນຈະລຸດເຫດຜົນລົງແດ່ ເພາະວ່າເວລາຮັກໃຜບໍຈຳເປັນຕ້ອງຫາເຫດຜົນທີ່ຈັກຮັກ

ຜູ້ຍິງກໍຄວນລຸດຄວາມຮູ້ສຶກລົງແດ່ເພາະວ່າຮັກນັ້ນ ຖ້າມີພຽງແຕ່ຄວາມຮູ້ສຶກຢ່າງດຽວຄົງບໍພໍທີ່ຈະຮັກ

ສ່ວນຜູ້ຊາຍກໍຄວນເພິມຄວາມຮູ້ສຶກຂື້ນຕືມ ເພື່ອແຕ່ງເຕີມຄວາມຮັກໃຫ້ສົມດຸນ

ຜູ້ຍິງຄວນເພີມເຫດຜົນຂື້ນຕື່ມ ເພື່ອສ້າງສົມດູນໃຫ້ຄວາມຮັກ

ແລະເພື່ອໃຫ້ເຫດຜົນຂອງຄວາມຮັກສົ່ງອອກມາຈາກຄວາມຮູ້ສຶກ ຂອງຫົວໃຈ

 

 

 

ຄັດຈາກປື້ມອັບເດດ

 

 

 

 

ຂຽນເມື່ອ ຂຽນເມື່ອ: ມ.ນ.. 15, 2010 | ມີ 30 ຄຳເຫັນ ແລະ 0 trackback(s)

1. ຜູ້ຊາຍຂີ້ຕົວະ, ມີເລ້ຫຼຽມ, ເອົາຕົວລອດ

2. ຢາກຊິງສຸກກ່ອນເຫີມ,​ບໍຮັບຜິດຊອບ( ກິນອີມແລ້ວມີມ້າຢາກຂີ່ໜີ)

3.ໂມໂຫໂທໂສ, ວຶດວື, ຫຶງຫວງເກີນຂອບເຂດ

4. ຂີ້ຖີ່, ຢາກໃຫ້ແຕ່ແມ່ຍິງເອົາໃຈ

5. ເຫັນຜູ້ຍິງ ທຳທ່າຫວາ່ນສະເໜ່, ຢາກໃຫ້ແຕ່ແມ່ຍິງສົນໃຈ

6. ມີຄົນຮັກ(ແຟນ) ຫຼາຍຄົນ ເພື່ອເຫຼືອກ, ຫຼາຍໃຈ (ຈີແມ້ກະທັ້ງໝູ່ຂອງແຟນຕົນເອງ)

7. ອ່ອນແອ, ບໍເປັນສຸພາບບຸລຸດ, ຄຽດງ່າຍໃຈນອ້ຍ

8. ມັກໄດ້, ເຫັນແກ່ຕົວ ບໍສາມາດເປັນບ່ອນເພິງຍາມຂັດສົນ

9. ຂີ້ໂມ້, ອວດໂຕ,​ວາດທ່າໃຫຍ່,​ກິນເຫຼົ້າເມົາຢາ.

10. ມັກຕິດໜີ້, ນັກເລງ, ຂີ້ລັກ, ມືໄວໃຈຂີ້ດຽດ

ສາວໆທັງຫຼາຍຈົງສັງເກດໃຫ້ດີ . ແຕ່ວ່າອ້າຍບ່າວພັນລາວເຮົາທຸກຄົນຄືຈະບໍເປັນແບບທີ່ເວົ້າມາຫັ້ນນໍ ອິອິອິ

ຂຽນເມື່ອ ຂຽນເມື່ອ: ມ.ນ.. 12, 2010 | ມີ 11 ຄຳເຫັນ ແລະ 0 trackback(s)

ຜູ້ສາວ ແລະຜູ້ບາ່ວກໍດີ ມາເຮັດໃຫ້ໜ້າເຮົາໜຸ່ມລົງກັນເທາະ ພຽງແຕ່ວິທີງ່າຍໆເທົານັ້ນເອງ

1. ເວລາຕືນນອນຕອນເຊົ້ານະ ຢ່າຟ້າວລຸກໂລດ ໃຫ້ນອນມູບໜ້າໃສໝອນ ກ່ອງກົ້ນໄດ້ຫຍິ່ງດີ ປະມານ 10 ຫາ 20ວິນາທີ ກໍພໍເດີ ຖ້າດົນກວ່ານັ້ນຢ້ານຫຼັບຕໍອີກ ອິິອິ

2. ກິນຜັກບົ້ງຫຼາຍເຮັດໃຫ້ຕາຫວານໜ້າກໍໜຸ່ມອີກ

3. ຢ່າຄຽດງາ່ຍ ເດີ ສົມມຸດວ່າມີຄົນດາວ່າ ເປັນ ສັດ ໃຫ້ຕອບເຂົາໄປວ່າ ເປັນກໍເປັນ ແຕ່ຂໍເປັນ ໝີແພນດາ້ ບໍ ຫຼື ກໍໂຕສັດອື່ນທີ ຢາກ ເປັນ 55555

4. ພໍແລະເນາະ ອິອິ ຈັກໜ້ອຍຈິບອກຕື່ມ

ຂຽນເມື່ອ ຂຽນເມື່ອ: ມ.ນ.. 11, 2010 | ມີ 13 ຄຳເຫັນ ແລະ 0 trackback(s)

1. ນ້ຳເຂົ້າມາ່ໃສ ຫຼື ນ້ຳມວກ ໃສບ້ ານເຮົານີ້ລະ ລ້າງໜ້າທຸກເຊົ້າ

2. ຜານໝາກແຕ່ງບາງໆ ແປະໜ້າ ອາທິດລະ2 ຫາ3ຄັ້ງ

3. ກິນໝາກໄມ້ ແລະຜັກຫຼາຍ ເດີ .....

ເຮັດໄດ້3ຢ່າງນີ້ກ່ອນ ແລ້ວຈະບອກອີກໂອກາດໜ້າ ອິອິ