
ຂຽນເມື່ອ: ກ.ລ.. 7, 2010
| ມີ
18 ຄຳເຫັນ
ແລະ
0 trackback(s)
ຄະຕິຮັກ
# ອາລົມຫຶງເກີດຂື້ນໄດ້ທັງຊາຍແລະຍິງ.
ແຕ່ອາລົມຫຶງຂອງຍິງຈະສັບຊ້ອນກວ່າຊາຍ
# ຜູ້ຊາຍ 90% ມັກຍິງງາມໜ້າຮັກ, ແຕ່ຜູ້ຊາຍ
100% ຢາກຢູ່ກັບຜູ້ຍິງທີ່ສະຫຼາດ
# ບໍເຄີຍມີຄູ່ໃດທີ່ບໍຕ້ອງໃຊ້ຄວາມອົດທົນໃນການຮັກ,
ພຽງແຕ່ຈະເປັນການອົດທົນໃນຮູບແບບໃດເທົ່ານັ້ນເອງ
# ຄົນມີແຟນຫຼາຍຄົນຄືຄົນທີ່ບໍສັດທາໃນຄວາມຮັກ
# ຢ່າຢ້ານການອົກຫັກ ເພາະບໍເຄີຍມີຜູ້ໃດຕາຍຈາກການອົກຫັກ.
ມີແຕ່ຄວາມອອນແອເທົ່ານັ້ນທີ່ເຮັດໃຫ້ຂ້າໂຕຕາຍ
# ຄວາມຮັກມັກເກີດຕ່ອນທີ່ລໍຖ້າ, ແຕ່ເມື່ອປ່ອຍໂຕຕາມສະບາຍ
ຄວາມຮັກຈະເຮັດໃຫ້ເຮົາຕື່ນເຕັ້ນ
# ເຖິງວ່າເຮົາຈະໄວ້ໃຈໝູ່ຫຼາຍປານໃດກໍຕາມ
ກໍ່ຢ່າໃຫ້ໝູ່ກັບແຟນຂອງເຮົາສະໜິດກັນເກີນໄປ ເພາະເລື່ອງທີ່ບໍຄາດຄິດຈະຕາມມາ
# ຖ້າຮູ້ສຶກອາຍເວລາທີ່ຍ່າງຄຽງຂ້າງແຟນທີ່ບໍງາມຄືແຟນຄົນອື່ນ
ນັ້ນກໍ່ໝາຍຄວາມວ່າເຮົາບໍໄດ້ຮັກຮັກເຂົາແທ້
# ຢ່າຈົມໃຫ້ຜູ້ອື່ນຟັງວ່າ ແຟນເຮົາບໍເຄີຍທຳໂຕໃຫ້ດີຂື້ນເລີຍ
ເພາະຈະຖືກເວົ້າກັບຄືນມາວ່າ “ແລ້ວຊິຄົບຢູ່ເຮັດຫຍັງລະ”
# ຖ້າຮູ້ໂຕວ່າເປັນຄົນຂີ້ຫຶງຂັ້ນຮຸນແຮງ
ຢ່າໄດ້ເລືອກຄົບຄົນທີ່ໜ້າຕາດີ ແລະມະນຸດສຳພັນດີເດັດຂາດ
# ການທີ່ຊາຍເບິງຍິງງາມຈົນຕາຄ້າງບໍໄດ້ໝາຍຄວາມວ່າເຂົາຕ້ອງການແຟນທີ່ເປັນແບບນັ້ນ
# ຊາຍທີ່ໄວ້ໃຈໄດ້ວ່າບໍນອກໃຈແຟນຄົງຫາຍາກ
# ພະຍາຍາມສ້າງໂຕໃຫ້ດີ ແລະມີຄຸນຄ່າຫຼາຍກວ່າຄົນທີ່ຍາດແຟນເຮົາໄປ
ແລ້ວມື້ໜຶ່ງແຟນເຮົາຈະກັບມາເອງ
# ຢ່າຄົບຄົນທີ່ເອົາເລື່ອງແຟນເກົາມາເວົ້າ
ເພາະເຮົາຈະເປັນຄົນຕໍ່ໄປ
# ຊາຍທີ່ຮັກສັດ, ຮັກສຽງເພງ, ຮັກຄອບຄົວໜ້າຄົບກ່ອນຊາຍທີ່ຮັກແຕ່ຕົວເອງ
# ໂລກນີ້ມີຊາຍໜ້ອຍກວ່າຍິງ ຊາຍດີໆກະມີໜ້ອຍກວ່າ
ແລະຊາຍໂສດກໍ່ມີໜ້ອຍກ່ວາຊາຍທີ່ມີເຈົ້າຂອງແລ້ວ
# ຄູ່ຮັກທີ່ກອດຈູບກັນຕໍ່ໜ້າຊຸ່ມຊົນ
ມີແຕ່ຝ່າຍຍິງເທົ່ານັ້ນທີ່ຈະຖືກປະນາມ
# ເພດສຳພັນບໍແມ່ນແນວຜູກມັດໃຫ້ຄູ່ຮັກຢູ່ດ້ວຍກັນຕະຫຼອດໄປ.
ມີແຕ່ຄວາມຜູກພັນທີຈະຖວ່ງດຶງກັນໄວ້
# ຜູ້ຊາຍມັກຕິຮູບຮ່າງແຟນຕົວເອງ ຫຼືຄົນນັ້ນຄົນນີ້
ແຕ່ລືມເບິງຮູບຮ່າງຕົນເອງວ່າຂີ້ຮ້າຍຊ່ຳໃດ
ພິມບໍມົດຊຳ້ມັນຫຼາຍໂພດ
ອ່ານຕື່ມຢູ່ປື້ມອັບເດດເດີ