ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ມ.ນ.. 17, 2010 | ມີ 18 ຄຳເຫັນ ແລະ 0 trackback(s)

ເມຍ ແລະ ລູກໆກຳລັງແຕ່ງ ກິນ ຖ້າ ຜູ້ນຳຄອບຄົວຢູ່ ແຕ່ ຖ້າປານໃດກໍບໍມາຈັກເທື່ອ ຜູ້ ເປັນເມຍຈິງໂທຫາ

ເມຍ: ອ້າຍຢູ່ ໃສ

ຜົວ: ຍັງຢູ່ຫ້ອງການ ກຳລັງຈິສົງ ອີເມລ ຢູ່

ເມຍ: ດົນ ບໍອ້າຍ

ຜົວ: ບໍດອກ ຈັກໜ້ອຍເດີ

ເມຍ: .......... (ວາງສາຍ)

................. ເວລາຜ່ານໄປດົນເຕີບ

ເມຍ: ອ້າຍໄປສົ່ງ ອີເມລ ແລ້ວລະຫວາ

ຜົວ: ຍັງເທືອນາ ນ້ອງເອີຍ

ເມຍ: ຮວ້າຍ ສັງມາດົນແທ້ ໄປສົ່ງໄກ່ແທ້ຫວາ

ຜົວ: ບໍນາ ນ້ອງເອີຍ ຢູ່ໃກ້ຫ້ອງການນີ້ລະ

ເມຍ: ລູກຫີວເຂົ້າເດ ມາໄວເດີ

ຜົວ: ໂດຍ ແມ່ອີນ້ອຍ

..................... ຜ່ານໄປ

ເມຍ: ແລ້ວລະບໍອ້າຍ

ຜົວ: ຍັງ

ເມຍ: .......... ເລີມໃຈຮ້າຍ ແລ້ວກໍວາງສາຍ

........................ ຜ່ານໄປ

ເມຍ: ແລ້ວບໍ

ຜົວ: ຍັງ

ເມຍ: (ໃຈຮ້າຍແຮງ) ເຈົ້າຈະກັບມາຫຼືວ່າບໍມາດຽວນີ້ ອີເມລມັນແມ່ນລູກຜູ້ໃດມັນງາມແທ້ບໍ ຈຶງເອົາໃຈມັນເອົາແທ້ເອົາວ່າ ຂ້ອຍຈິບໍຖ້າເຈົ້າລະເດີ ໃຫ້ເຈົ້າໄປກິນກັບ ອີເມລຫັນລະ . ວ່າແລ້ວກໍວາງສາຍ

ຜົວ: ........... ງົງໆໆໆໆໆໆໆໆໆໆໆໆໆ

ຈົບແລ້ວ ອິອິອິອິອິອິອິ

ເລື່ອງນີ້ສອນໃຫ້ຮູ້ວາ່ເວລາເຮັດຫັຍງນັ້ນໃຫ້ບອກ ຜູ້ເປັນເມຍແຈ້ງໆແດ ( ອິອິອິ)

Delicious Digg Fark Twitter
ຄຳເຫັນ (18)