
ຂຽນເມື່ອ: ມ.ສ.. 26, 2010
| ມີ
7 ຄຳເຫັນ
ແລະ
0 trackback(s)
ມີບາງຄົນເວົ້າວ່າ:
ຜູ້ຊາຍມັກຈະໃຊ້ເຫດຜົນທີ່ຈະຮັກ ຫຼື ເຊົາຮັກ
ຜູ້ຍິງສວ່ນໃຫຍ່ ໃຊ້ຄວາມຮູ້ສຶກ ທີ່ ຈະຮັກຫຼືໝົດຮັກ
ຜູ້ຊາຍຈິ່ງລືມໃສໃຈຄວາມຮູ້ສຶກ ຈົນກາຍເປັນເຢັນຊາ ແລະເລີກໃສ່ໃຈຄວາມຮູ້ສຶກ
ຜູ້ຍິງຈິງມັກລືມໃສໃຈເຫດຜົນ ຈົນກາຍເປັນຄົນເຈົ້າອາລົມ
ຜູ້ຊາຍຄວນຈະລຸດເຫດຜົນລົງແດ່ ເພາະວ່າເວລາຮັກໃຜບໍຈຳເປັນຕ້ອງຫາເຫດຜົນທີ່ຈັກຮັກ
ຜູ້ຍິງກໍຄວນລຸດຄວາມຮູ້ສຶກລົງແດ່ເພາະວ່າຮັກນັ້ນ ຖ້າມີພຽງແຕ່ຄວາມຮູ້ສຶກຢ່າງດຽວຄົງບໍພໍທີ່ຈະຮັກ
ສ່ວນຜູ້ຊາຍກໍຄວນເພິມຄວາມຮູ້ສຶກຂື້ນຕືມ ເພື່ອແຕ່ງເຕີມຄວາມຮັກໃຫ້ສົມດຸນ
ຜູ້ຍິງຄວນເພີມເຫດຜົນຂື້ນຕື່ມ ເພື່ອສ້າງສົມດູນໃຫ້ຄວາມຮັກ
ແລະເພື່ອໃຫ້ເຫດຜົນຂອງຄວາມຮັກສົ່ງອອກມາຈາກຄວາມຮູ້ສຶກ ຂອງຫົວໃຈ
ຄັດຈາກປື້ມອັບເດດ