ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ມິ.ຖ.. 7, 2010 | ມີ 26 ຄຳເຫັນ ແລະ 0 trackback(s)

555555 !!! ຄິດຈະມີຊູ້ມີແຟນນັ້ນນາ ມີຂໍ້ ແນະນຳວ່າຜູ້ຊາຍທີ່ເປັນຄືດັງລຸ່ມນີ້ແມ່ນບໍຄວນເລືອກ

1. ເຂົາຄິດວ່າວຽກເຮືອນແມ່ນເລື່ອງຂອງຜູ້ຍິງ ແລະບໍຄິດຈະຊ່ວຍເລີຍ

2. ເຂົາມີໜີ້ຖ້ວມຫົວ ຕິດການພະນັນ ແລະອື່ນໆ

3. ເຂົາຢູ່ໃນໄວເຮັດວຽກແຕ່ຍັງນັ່ງຫຼີ້ນເກມ ເປັນກິດຈະວັດປະຈຳວັນ ແລະໃນມື້ພັກກໍບໍເຮັດກິດຈະກຳຫຍັງນອກຈາກນອນ

4. ເຂົາມີອາຍຸຫຼາຍກວ່າເຈົ້າ ແຕ່ລາຍໄດ້ຕຳ່ກວ່າເຈົ້າ, ມີແຟນລຸ້ນພໍ່ ແຕ່ບໍມີເງີນໃຊ້

5. ເຂົາບໍພາເຈົ້າໄປແນະນຳໃຫ້ຄອບຄົວເຂົາຮູ້ ແລະບໍເຄີຍພາໄປເຮືອນເຂົາເລີຍ

6. ເຂົາບໍແນ່ໃຈວ່າໂຕເຂົາເອງຮັກຜູ້ຍິງແທ້ຫຼື ບໍ 555

7. ເຂົາມີຄອບຄົວແລ້ວ ແຕ່ອ້າງວ່າແຍກກັນຢູ່ ແຕ່ບໍທັນໄດ້ຢ່າຮ້າງກັນ

8. ເຂົາເສຍສະຫຼະເວລາເພື່ອເຮົາບໍໄດ້ ເຖິງແມ່ນວ່າເລື່ອງຈະຈຳເປັນປານໃດກໍຕາມ

9. ເຂົາບໍຮູ້ຈັກໃຊ້ຄຳເວົ້າໃນເວລາປັບຄວາມເຂົ້າໃຈກັນ ຫຼືຖ້າມີເລື່ອງກໍ່ມັກຈະມິດຢູ່

10. ເຂົາເປັນສຸພາບບຸລຸດ ໂດຍບໍຈັບມືໃນເວລາຍ່າງຮຽງກັນ ບໍຊ່ວຍຖືຂອງ

11. ເຂົາບໍຄິດທີ່ຈະແຕ່ງງານກັນເຈົ້າ ບໍ່ມີການອົດອອມເງີນເພື່ອຈະແຕ່ງງານ ຫຼືສ້າງຄອບຄົວ ແລະບໍເຄີຍເວົ້າເລື່ອງນີ້

12. ເຂົາຄົບກັບເຈົ້າເພາະເຈົ້າມີຖານະດີ ຫວັງຜົນປະໂຫຍດຈາກເຈົ້າແລະ ຄອບຄົວເຈົ້າ

13. ເຂົາບໍເຄົາລົບພໍ່ແມ່ ຫຼື ວ່າຍາດຕິພີ່ນ້ອງເຈົ້າ

14. ເຂົາເວົ້າຈາບໍສຸພາບກັບຄົນອື່ນ ແຕ່ເວົ້າດີກັບເຈົ້າ

15. ເຂົາມັກບອກໃຫ້ເຈົ້າໄປຫາໝໍເວລາເຈົ້າບໍສະບາຍ ແຕ່ບໍເຄີຍພາເຈົ້າໄປຫາໝໍ

16. ບໍຈຳເປັນຕ້ອງເຮັດດີໃນວັນພິເສດ ເຮັດມື້ໃດກໍ່ເຮັດໄດ້ ແຕ່ຂະໜາດວັນພິເສດເຂົາຍັງບໍເຮັດຫຍັງເລີຍ ສະນັ້ນວັນທຳມະດາກະຢ່າຫວັງເລີຍ

 

ເຄີຍພົບເຈີ ແບບນີ້ບໍ ສາວໆ ທັງຫຼາຍ

 

 

Delicious Digg Fark Twitter
ຄຳເຫັນ (26)