
ຂຽນເມື່ອ: ມິ.ຖ.. 15, 2010
| ມີ
13 ຄຳເຫັນ
ແລະ
0 trackback(s)
ຄວາມຮັກທີ່ບໍລິສຸດທີ່ກັນກ່ອງອອກມາຈາກຈິດໃຈຢ່າງແທ້ຈິງ, ໂດຍປາສະຈາກ ສິງທີ່ເປື້ອນເປິດ້ວຍກິເລດຕັນຫາ ຍອມກໍ່ໃຫ້ເກີດມີຄວາມສຸກ
ທັງຜູ້ຮັກແລະຜູ້ຖືກຮັກກໍ່ໃຫ້ເກີດມີກຳລັງໃຈ ຄວາມສຸກແລະຄວາມອົບອຸ່ນ ທັງຮ່າງກ່າຍ ແລະ ຈິດໃຈ ຍາກທີ່ຈະຫາສິງໃດໃນໂລກນີ້ມາປຽບທຽບໄດ້
ບ່ອນໃດມີຮັກແທ້ ບ່ອນນນັ້ນມີຄວາມສຸກ ເພາະໃນຄວາມຮັກມີຄວາມເຂົ້າໃຈ ຊ່ວຍໃຫ້ກ້າວໜ້າ ແລະຜ່ານຜ່າຄວາມທຸກແລະອຸປະສັກໄດ້
ບ່ອນໃດມີຮັກ ແທ້ບ່ອນນັ້ນມີແຕ່ການໃຫ້ໂດຍບໍຫວັງຜົນຕອບແທນໃດໆ
ບ່ອນໃດມີຮັກແທ້ ບ່ອນນັ້ນ ມີຄວາມອົດທົນຄອງຄອຍ ຈົນວ່າຈະເຖິງເວລາອັນເໝາະສົມ
ບ່ອນໃດມີຮັກແທ້ບ່ອນນັ້ນມີຄວາມເຂັ້ມແຂງ ປາສະຈາກຄວາມຢ້ານກົວ
ບ່ອນໃດມີຮັກແທ້ ບ່ອນນັ້ນບໍສາມາດແລກປ່ຽນຄວາມຮັກເປັນເງິນຄຳໄດ້ ຫຼື ສິງທີ່ມີຄ່າໃດໆ ໄດ້
ບ່ອນໃດມີຮັກແທ້ ບ່ອນນັ້ນມີຄວາມສຸກ ....................... ມື້ໜ້າຊິຂຽນຕໍ່ ຄິຄິຄິ
ແລະ ເພື່ອນ ໆໆເດ ຕ່ອນ ນີ້ ມີຮັກແທ້ ໃຫ້ ແກ່ ກັນ ແລະກັນ ລະ ບໍ?