ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ກ.ລ.. 7, 2010 | ມີ 18 ຄຳເຫັນ ແລະ 0 trackback(s)

ຄະຕິຮັກ

# ອາລົມຫຶງເກີດຂື້ນໄດ້ທັງຊາຍແລະຍິງ. ແຕ່ອາລົມຫຶງຂອງຍິງຈະສັບຊ້ອນກວ່າຊາຍ

# ຜູ້ຊາຍ 90% ມັກຍິງງາມໜ້າຮັກ, ແຕ່ຜູ້ຊາຍ 100% ຢາກຢູ່ກັບຜູ້ຍິງທີ່ສະຫຼາດ

# ບໍເຄີຍມີຄູ່ໃດທີ່ບໍຕ້ອງໃຊ້ຄວາມອົດທົນໃນການຮັກ, ພຽງແຕ່ຈະເປັນການອົດທົນໃນຮູບແບບໃດເທົ່ານັ້ນເອງ

# ຄົນມີແຟນຫຼາຍຄົນຄືຄົນທີ່ບໍສັດທາໃນຄວາມຮັກ

# ຢ່າຢ້ານການອົກຫັກ ເພາະບໍເຄີຍມີຜູ້ໃດຕາຍຈາກການອົກຫັກ. ມີແຕ່ຄວາມອອນແອເທົ່ານັ້ນທີ່ເຮັດໃຫ້ຂ້າໂຕຕາຍ

# ຄວາມຮັກມັກເກີດຕ່ອນທີ່ລໍຖ້າ, ແຕ່ເມື່ອປ່ອຍໂຕຕາມສະບາຍ ຄວາມຮັກຈະເຮັດໃຫ້ເຮົາຕື່ນເຕັ້ນ

# ເຖິງວ່າເຮົາຈະໄວ້ໃຈໝູ່ຫຼາຍປານໃດກໍຕາມ ກໍ່ຢ່າໃຫ້ໝູ່ກັບແຟນຂອງເຮົາສະໜິດກັນເກີນໄປ ເພາະເລື່ອງທີ່ບໍຄາດຄິດຈະຕາມມາ

# ຖ້າຮູ້ສຶກອາຍເວລາທີ່ຍ່າງຄຽງຂ້າງແຟນທີ່ບໍງາມຄືແຟນຄົນອື່ນ ນັ້ນກໍ່ໝາຍຄວາມວ່າເຮົາບໍໄດ້ຮັກຮັກເຂົາແທ້

# ຢ່າຈົມໃຫ້ຜູ້ອື່ນຟັງວ່າ ແຟນເຮົາບໍເຄີຍທຳໂຕໃຫ້ດີຂື້ນເລີຍ ເພາະຈະຖືກເວົ້າກັບຄືນມາວ່າ “ແລ້ວຊິຄົບຢູ່ເຮັດຫຍັງລະ”

# ຖ້າຮູ້ໂຕວ່າເປັນຄົນຂີ້ຫຶງຂັ້ນຮຸນແຮງ ຢ່າໄດ້ເລືອກຄົບຄົນທີ່ໜ້າຕາດີ ແລະມະນຸດສຳພັນດີເດັດຂາດ

# ການທີ່ຊາຍເບິງຍິງງາມຈົນຕາຄ້າງບໍໄດ້ໝາຍຄວາມວ່າເຂົາຕ້ອງການແຟນທີ່ເປັນແບບນັ້ນ

# ຊາຍທີ່ໄວ້ໃຈໄດ້ວ່າບໍນອກໃຈແຟນຄົງຫາຍາກ

# ພະຍາຍາມສ້າງໂຕໃຫ້ດີ ແລະມີຄຸນຄ່າຫຼາຍກວ່າຄົນທີ່ຍາດແຟນເຮົາໄປ ແລ້ວມື້ໜຶ່ງແຟນເຮົາຈະກັບມາເອງ

# ຢ່າຄົບຄົນທີ່ເອົາເລື່ອງແຟນເກົາມາເວົ້າ ເພາະເຮົາຈະເປັນຄົນຕໍ່ໄປ

# ຊາຍທີ່ຮັກສັດ, ຮັກສຽງເພງ, ຮັກຄອບຄົວໜ້າຄົບກ່ອນຊາຍທີ່ຮັກແຕ່ຕົວເອງ

# ໂລກນີ້ມີຊາຍໜ້ອຍກວ່າຍິງ ຊາຍດີໆກະມີໜ້ອຍກວ່າ ແລະຊາຍໂສດກໍ່ມີໜ້ອຍກ່ວາຊາຍທີ່ມີເຈົ້າຂອງແລ້ວ

# ຄູ່ຮັກທີ່ກອດຈູບກັນຕໍ່ໜ້າຊຸ່ມຊົນ ມີແຕ່ຝ່າຍຍິງເທົ່ານັ້ນທີ່ຈະຖືກປະນາມ

# ເພດສຳພັນບໍແມ່ນແນວຜູກມັດໃຫ້ຄູ່ຮັກຢູ່ດ້ວຍກັນຕະຫຼອດໄປ. ມີແຕ່ຄວາມຜູກພັນທີຈະຖວ່ງດຶງກັນໄວ້

# ຜູ້ຊາຍມັກຕິຮູບຮ່າງແຟນຕົວເອງ ຫຼືຄົນນັ້ນຄົນນີ້ ແຕ່ລືມເບິງຮູບຮ່າງຕົນເອງວ່າຂີ້ຮ້າຍຊ່ຳໃດ

 

 

ພິມບໍມົດຊຳ້ມັນຫຼາຍໂພດ

ອ່ານຕື່ມຢູ່ປື້ມອັບເດດເດີ 

Delicious Digg Fark Twitter
ຄຳເຫັນ (18)