
ຂຽນເມື່ອ: ສ.ຫ.. 24, 2010
| ມີ
14 ຄຳເຫັນ
ແລະ
0 trackback(s)
ສັງຄົມເຮົາທຸກມື້ນິ ມີຮ້ອຍແປດພັນປະການນໍ
ມື້ນິຂ້າພະເຈົ້າຢາກກິນເຂົ້າປຽກໄດ້ຍິນໝູ່ບອກວ່າມັນແຊບຫຼາຍນະ ຮ້ານນິ ກະເລີຍຂໍໂຕໄປນຳຂະເຈົ້າ ວ່າຊ້ານສະ
ໃນຂະນະທີ່ກິນຢູ່ນັ້ນກະມີຊາຍຄົນໜື່ງ ອາຍຸປະມານ50ປີນິລະ ເປັນຄົນຈ່ອຍສຸງ ຍ່າງເຂົ້າມາໃນຮ້ານ
ແລະກະເລາະຂໍເງິນນຳໂຕະນັນ ໂຕະນິ ໂດຍເວົ້າວ່າ " ຂໍເງິນແນ່ທ້ອນ ລູກເອີຍ ພໍ່ບໍໄດ້ກິນເຂົ້າມາສອງມື້ແລ້ວ ຫີວເຂົ້າກະບໍມີເງິນຊື້ກິນ
ລູກສາວຢູ່ບ້ານກະເຂົາໂຮງໝໍຢູ່ຕ່ອນນິ ຢາກໄປເບິງລູກກະເງິນຄ່າລົດບໍພໍຊ້ຳ ຊ່ອຍພໍ່ແນ່ລູກເອີຍ ໃຫ້ຈັກ5ຈັກ10ກະພໍດອກ ເງິນຄ່າລົດບໍພໍນະ ........"
ສອງໂຕະຢູ່ໜ້າຮ້ານເອົາໃຫ້ກ່ອນແລ້ວ ໄດ້ປະມານ 20-30 ພັນກີບນິລະ
ພໍຍ່າງມາຮອດໂຕະທີ່ຂ້າພະເຈົ້ານັ່ງຢູ່ ຂ້າພະເຈົ້າສັງເກດເບິ່ງວ່າເຖົ້ານິຄືຄຸ້ນໜ້າແທະ ແຕ່ກະຍັງຄິດບໍອອກວ່າເຄີຍເຫັນຢຸ່ໃສ່
ກະເລີຍສົ່ງສັນຍານໃຫ້ໝູ່ວ່າ ບໍຟ້າວໃຫ້ເດິ
ຂ້າພະເຈົ້າກະເລີຍເວົ້ານຳຊາຍຜູ້ນັນວ່າ : ພໍ່ພວກລູກຈະຊ່ອຍພໍ່ທັງໝົດອັນທີ່ພໍ່ວ່າມານິເດິ ແຕ່ພໍ່ຕ້ອງຕອບຄຳຖາມລູກກ່ອນໄດ້ບໍ່?
ຊາຍຄົນນັ້ນກະວ່າ ໄດ້ເລີຍ ຊິເປັນຫຍັງ
ໝູ່ຂ້າພະເຈົ້າຕັ້ງຄຳຖາມມາເປັນຊຸດໆ ແຕ່ຄຳຕອບນະ ບໍແມ່ນຄວາມຈິງ ເພາະວ່າ ລາວຈະຕອບກະຕຸກກະຕັກ ແລະກະສັບສົນ
ດົນເຕີບຂ້າພະເຈົ້າຈັງ ຄິດພໍ້
ຊາຍຜູ້ນິແມ່ນຄົນທີໄປຫາເລາະຂໍເງິນຢູ່ຄີວລົດຫັ້ນລະກະໃຊ້ຄຳເວົ້າແບບນິໄປຕົວະຄົນອື່ນ
ຕ່ອນທີ່ຂ້າພະເຈົ້າກັບບ້ານ ສອງເດືອນກ່ອນໜ້ານິລະເຫັນຢູ່ຄີວລົດ ບໍຊ້ານລະຫຼົງກົນແທ້ໆ ລະ
ຈັ່ງໃດກະລະວັງແດ່ເດິ ເພື່ອນໆ ຢ່າຫຼົງກົນຄົນຫຼອກລວງເຮົາ
ການຊ່ອຍຄົນອື່ນນັນກະຕ້ອງເບິງວ່າມັນແມ່ນແທ້ເບາະ ຄັນເອົາໃຫ້ໂດຍບໍມີເຫດຜົນຫຍັງເພາະຄວາມເຊື່ອ ມັນກະເປັນການສົ່ງເສີມໃຫ້ຂະເຈົ້າເຮັດຕໍ່ໄປອີກ
.................................. ເວົ້າຍາວໂພດລະ ມື້ໜ້າຊິມາເລົ່າຕໍ່