
ຂຽນເມື່ອ: ພ.ຈ.. 23, 2010
| ມີ
8 ຄຳເຫັນ
ແລະ
0 trackback(s)
ສອງສ່ຽວນັງຊົດເຫຼົ້າຂາວ ຢູ່ນຳກັນ ກຳລັງແຊບຊ້ອຍຢູ່ ບັງເອີນສຽງໂທລະສັບກະດັງຂື້ນ
ສ່ຽວ1: ກົດຮັບໂທລະສັບ: ແມ່ນລະ , ກະຊັ້ນອີກ ສອງມື້ພໍ້ກັນເນາະ
ສ່ຽວ2: ໃຜໂທມາ ເບາະສ່ຽວ ?
ສ່ຽວ1: ຜູ້ສາວ ນ່າ
ວ່າແລ້ວ ກະຊົດເຫຼົ້າຕໍ່ ສຽງໂທລະສັບກໍດັງຂື້ນອີກ
ສ່ຽວ1: ກົດຮັບ: ອາໂຫຼ ... ໂດຍ ແມ່ນແລ້ວ ກະຊັ້ນມື້ແລງຊິໄປຫາ ເດີ
ສ່ຽວ2: ປາດທິໂທ ສ່ຽວໂຕຄືວ່າມີຜູ້ສາວຫຼາຍຄົນແທ້ ສະເໜ່ແຮງແທ້ ອີຫຼີຕະວານິ
ວ່າລະກະເອົາມືຕ້ອຍແກ້ມໝູ່ພ້ອມ
ສ່ຽວ1: ເວົ້າຢ່າງໝັ້ນອົກໝັ້ນໃຈ : ກະແທ້ລະ ແນວຄົນມັນຫຼໍ່ເວີ້ຍ
ບໍພໍຄາວສຽງໂທລະສັບກະດັງຂື້ນອີກ ແຕ່ບໍຍອມຮັບ. ສຽງໂທລະສັບດັງຂື້ນ ຕິດໆ ກັນຫຼາຍບາດກະຍັງບໍຍອມຮັບ
ສ່ຽວ2 ອົດບໍໄຫວກະເລີຍຮັບແທນ
ສ່ຽວ2: ອາໂຫຼ
ຜູ້ໂທມາ: ອາໂຫຼ ບັກເກີດ ເບາະນິ
ສ່ຽວ2: ບໍແມ່ນເດີ ຂ້ອຍແມ່ນສ່ຽວມັນ ມີຫຍັງບໍ
ຜູ້ໂທມາ: ມັນຕິດໜີ້ຂ້ອຍ 500000 ກີບ ແຕ່ທິດແລ້ວນິພຸ້ນ ວ່າຊິເອົາມາໃຊ້ມື້ນັ້ນມື້ນິຢູ່ ບໍເອົາມາຈັກ ເທື່ອ ດີແລ້ວ ເຈົ້າເປັນໝູ່ມັນ ..........................
ສ່ຽວ2: .................!!!!!!!!!!!!!!!!!