ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ກ.ຍ.. 24, 2011 | ມີ 9 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ຄວາມຮັກ

ຳວ່າຮັກມີຫຼາຍສິ່ງຫຼາຍຢ່າງເຊື່ອງຊ້ອນຢູ່ໃນນັ້ນ ອາດຈະຫວານຊື່ນ, ຂົມຂື່ນ ແລະອື່ນໆອືກທີ່ຈະເຮັດໃຫ້ຄົນເຮົາໄດ້ຮູ້ຈັກຮັກ ໄດ້ສຳພັດ ແລະຮູ້ສຶກເຖິງ... ຄວາມຮັກເລີ່ມຈາກຄວາມຄິດ ເພາະຄວາມຄິດເປັນຈຸດເລີ່ມຕົ້ນຂອງຄວາມຮັກ ຄວາມຮັກອາດເຮັດໃຫ້ຄົນເຮົາປ່ຽນແປງຄວາມຄິດໄປຈາກເດີມ ອາດເຮັດໃຫ້ຄົນເຮົາປັບປຸງໂຕເອງໃຫ້ດີຂື້ນຈາກສິ່ງທີ່ເຄີຍເຮັດຜ່ານມາເພື່ອໃຫ້ເຂົ້າກັບໃຜບາງຄົນ ຄວາມຮັກເຮັດໃຫ້ເກີດຄວາມເຄົາລົບ ຄວາມສັດທາ  ເຈົ້າຈະບໍສາມາດຮັກໃຜໄດ້ຖ້າບໍຮູ້ສຶກເຊື່ອໝັ້ນເສຍກ່ອນ ແລະຄົນທຳອິດທີ່ຕ້ອງສັດທາ ແລະເຊື່ອໝັ້ນກະຄືໂຕເອງ. ຄວາມຮັກກໍຄືການໃຫ້  ຖ້າຕ້ອງການຄວາມຮັກສິ່ງທີ່ຈະຕ້ອງເຮັດກະຄືການໃຫ້  ຍິ່ງໃຫ້ຫຼາຍ ເຈົ້າແຮ່ງຈະໄດ້ສູດລັບຂອງຄວາມສຸກ ແລະເຮັດໃຫ້ມິດຕະພາບຍືນຍາວ. ໃນຮັກແທ້ມີມິດຕະພາບເຊື່ອງຊ້ອນຢູ່ ຢາກໄດ້ຮັກແທ້ຕ້ອງຫາເພື່ອນແທ້ໃຫ້ໄດ້ເສຍກ່ອນ ການຈະຮັກກັນໄດ້ບໍພຽງແຕ່ຈະຊົບຕາ ແຕ່ຢູ່ທີ່ວ່າ ຕ່າງຄົນຕ່າງມີຫຍົັງທີ່ກົງກັນຫຼື ບໍ? ຫາກຈະຮັກໃຜຢ່າງຈິງໃຈ ເຈົ້າຄວນຈະຮັກໃນສິ່ງທີ່ເຂົາເປັນ ຈົງຮຽນຮູ້ທີ່ຈະໃຫ້ອາໄພ ແລະລືມອາດີດ ຫຼືສິ່ງທີ່ບໍດີ ຮຽນຮູ້ທີ່ຈະປົດປ່ອຍຄວາມຢ້ານກົວທີ່ຢູ່ໃນຈິດໃຈ ຊີວິດຈະປ່ຽນໄປເມື່ອເຮົາຮຽນຮູ້ທີ່ຈະເປີດໃຈໃຫ້ກ້ວາງ ແລະຊື່ສັດຕໍກັນ ລວມເຖິງການເວົ້າຈາກັບຄົນຮັກຢ່າງເປີດເຜີຍ ແລະກ້າທີ່ຈະເວົ້າຖ້ອຍຄຳພິເສດວ່າ ຂ້ອຍຮັກເຈົ້າ ໂດຍບໍຍອມປ່ອຍໃຫ້ໂອກາດລຸດລອຍໄປ ຄວນຈະບອກຮັກກ່ອນຈາກກັນທຸກຄັ້ງສະເໝີ  ແກ່ນແທ້ຂອງຄວາມຮັກຄືການໄວ້ໃຈກັນ ຖ້າເຈົ້າບໍເຊື່ອໃຈກັນ ໃຜຄົນໜື່ງຈະຮູ້ສຶກລະແວວງ ກັງວົນ ແລະຫວັນໄຫວ ຂະນະທີ່ອືກຝ່າຍໜື່ງຈະຮູ້ສຶກອຶດອັດໃຈ ທີ່ສຳຄັນເຈົ້າບໍອາດຮັກໃຜທີ່ແທ້ຈິງໄດ້ຖ້າເຈົ້າບໍໄວ້ໃຈເຂົາຄົນນັ້ນຢ່າງແທ້ຈິງ

ຂອບໃຈສຳຫຼັບຄຳຕຳນິຕິຊົມ

Delicious Digg Fark Twitter
ຄຳເຫັນ (9)