
ຂຽນເມື່ອ: ກ.ຍ.. 26, 2011
| ມີ
14 ຄຳເຫັນ
ແລະ
0 trackback(s)
1. ເຖິງຈະໃຫຍ່ຄັບຟ້າ ແຕ່ກໍ່ຍັງນ້ອຍກວ່າໂລງສົບ
ຈົ່ງໂງ່ບາງໂອກາດ ແລະສະຫຼາດບາງເວລາ
ເວົ້າໜ້ອຍຖ່ອມຕົນ ເປັນມຸງຄນຸແກ່ຕົນເອງ
ເກີດມາປານນີ້ຕ້ອງເອົາດີໃຫ້ໄດ້ ຈະຕາຍຊາດນີ້ຕ້ອງຝາກດີເອົາໄວ້
2. ຢາກໄດ້ດີບໍເຮັດດີນັ້ນມີຫຼາຍ ດີແຕ່ຢາກຫາກບໍເຮັດມັນໜ້າອາຍ
ຢາກໄດ້ດີຕ້ອງເຮັດດີຢ່າລວດລາຍ ດີແຕ່ຂໍລໍແຕ່ດີບໍດີເອີຍ
3. ຊື່ສຽງກັບຕົນເອງ ອັນໃດເປັນຕາຫວງແຫນຫລາຍກວ່າກັນ
ຕົນເອງກັບຊັບສົມບັດ ຢ່າງໃດມີຄ່າຫລາຍກວ່າກັນ
ຮັກສາຊີວິດໄວ້ໄດ້ແຕ່ສູນເສຍທູກສິ່ງ ຮັກສາທຸກສິ່ງໄວ້ໄດ້ແຕ່ສີ້ນຊີວິດ ຢ່າງໃດໜ້າເສົ້າແລະເຈັບປວດຫລາຍກວ່າກັນ
ຂອບໃຈທຸກຄຳຕຳນິຕິຊົມ